![]() |
ກ່ຽວກັບສະຖາບັນ | |
ກົມສະຖິຕິ, ກະຊວງແຜນການ ແລະ ການລົງທຶນ | ||
ກົມສະຖິຕິຊຶ່ງຂື້ນກັບກະຊວງແຜນການ ແລະ ການລົງທຶນ ແລະ ມີໜ້າທີ່ຮັບຜິດຊອບໃນການ ປະສານງານເພື່ອຜະລິດ ແລະ ເຜີຍແຜ່ຂໍ້ມູນ ແລະ ສະຖິຕິ ໃນລະບົບເກັບກຳສະຖິຕິແຫ່ງຊາດ. ສູນດັ່ງກ່າວນີ້ມີໜ້າທີ່ເກັບກຳ, ຮີບໂຮມ, ປະດິດສ້າງ, ວິເຄາະ ແລະ ລາຍງານຕົວເລກສະຖິຕິທີ່ເປັນ ທາງການກ່ຽວກັບສະພາບເສດຖະກິດ-ສັງຄົມຂອງປະເທດເປັນແຕ່ລະໄລຍະທີ່ແຕກຕ່າງກັນ. ກົມ ສະຖິຕິສະໜອງຂໍ້ມູນສະຖິຕິກ່ຽວກັບເສດຖະກິດ-ສັງຄົມໃຫ້ແກ່ທຸກອົງການຈັດຕັ້ງຂອງລັດ ແລະ ຫຼາຍພາກສ່ວນ, ທັງພາຍໃນ ແລະ ອື່ນໆ, ທີ່ມີສ່ວນຮ່ວມໃນການສຶກສາຄົ້ນຄວ້າເພື່ອສ້າງແຜນ ນະໂຍບາຍ, ຄຸ້ມຄອງສະພາບເສດຖະກິດ-ສັງຄົມ, ສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ວິເຄາະບັນຫາສະເພາະໃດໜຶ່ງ, ຄວາມຕ້ອງການທີ່ຂື້ນກັບຂໍ້ມູນສະຖິຕິເພື່ອຕັດສິນໃຈໄດເພີ່ມຂື້ນ ບໍ່ພຽງແຕ່ໃນດ້ານການວາງແຜນພັດທະນາ ເສດຖະກິດສັງຄົມເທົ່ານັ້ນ ແຕ່ຍັງນອນຢູ່ໃນການຕິດຕາມ ແລະ ປະເມີນຈຸດປະສົງໃນລະດັບຊາດເຊັ່ນການລຶບລ້າງຄວາມທຸກຍາກກ່ອນປີ 2010, ແລະ ປົດປ່ອຍ ສປປ ລາວໃຫ້ຫຼຸດພົ້ນອອກຈາກການເປັນປະເທດດ້ອຍ ພັດທະນາກ່ອນປີ 2020. ຂໍ້ມູນສະຖິຕິກໍ່ຍັງ ມີຄວາມຈຳເປັນເພື່ອຊ່ວຍໃຫ້ລັດຖະບານ ສປປ ລາວ ໃນການ ປະຕິບັດຄວາມຮັບຜິດຊອບຂອງກົມໃຫ້ ເຕັມສ່ວນເພື່ອບັນລຸແຜນງານໃນລະດັບພາກພື້ນ ແລະ ລະດັບລະດັບໂລກ. ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງແຫ່ງຊາດລາວ, ສຳນັກງານນາຍົກ ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງແຫ່ງຊາດລາວແມ່ນອົງການຈັດຕັ້ງຂອງລັດແຫ່ງ ສປປ ລາວ. ກອງເລຂາດັ່ງກ່າວນີ້ແມ່ນຂື້ນກັບອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ສຳນັກງານ ນາຍົກ. ບົດບາດຂອງກອງເລຂາແມ່ນ້ຳຂອງແຫ່ງຊາດລາວແມ່ນມີບົດບາດໃນການສ້າງແຜນ ນະໂຍບາຍ, ແຜນຍຸດທະສາດ, ໂຄງການ ແລະ ແຜນງານ, ທີ່ກ່ຽວຂ້ອງກັບການພັດທະນາ ຊັບພະຍາກອນນ້ຳໃນອ່າງແມ່ນ້ຳຂອງເພື່ອປົກປັກຮັກສາ ສິ່ງແວດລ້ອມ, ເພື່ອຮັກສາຄວາມສົມດຸນດ້ານ ສິ່ງແວດລ້ອມ, ແລະ ເພື່ອຮັບ ປະກັນການມີສ່ວນຮ່ວມຂອງຊຸມຊົນ ແລະ ການຮ່ວມມືໃນດ້ານການ ພັດທະນາ ກັບບັນດາປະເທດໃນລຸ່ມແມ່ນ້ຳຂອງ, ແລະ ບັນດາປະເທດອື່ນໆ ແລະ ຜູ້ໃຫ້ທຶນຊ່ວຍເຫຼືອ. ໂດຍມີເປົ້າໝາຍ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ໂຄງການພັດທະນາໃຫ້ໄດ້ຮັບໝາກຜົນພາຍໃນ ຂອບເຂດ ສປປ ລາວ. Swiss National Centre of Competence in Research (NCCR) North-South NCCR North-South ແມ່ນໜຶ່ງໃນສູນການຄົ້ນຄວ້າຄວາມສາມາດແຫ່ງຊາດຊາວແຫ່ງໃນປະຈຸບັນ ທີ່ໄດ້ຮັບ ການ ສະໜັບ ສະໜູນຈາກມູນນິທິວິທະຍາສາດແຫ່ງຊາດ ຂອງປະເທດເທດສະວິດສ໌. ສູນການສຶກສາຄົ້ນຄວ້າຄວາມສາມາດແຫ່ງຊາດຂອງປະເທດສະວິດສ໌ ເໜືອ-ໃຕ້ໃຫ້ການຊ່ວຍເຫຼືອ ໃນການຄົ້ນຄວ້າບັນຫາທີ່ກ່ຽວຂ້ອງກັບການພັດທະນາ ແບບຍືນຍົງ, ໂດຍສະເພາະແມ່ນໃນປະເທດ ທີ່ກຳລັງພັດທະນາ ແລະ ມີການປ່ຽນແປງ, ໃນນັ້ນລວມທັງປະເທດສະວິດສ໌ເຊີແລນ. ຈຸດທີ່ພົ້ນເດັ່ນ ກວ່າໝູ່ຂອງແຜນການແມ່ນ: ![]() ![]() ![]() ການຄົ້ນຄວ້າທີ່ຈັດຕັ້ງປະຕິບັດພາຍໃຕ້ການຄຸ້ມຄອງຂອງສູນການຄົ້ນຄວ້າຄວາມສາມາດແຫ່ງຊາດຂອງປະເທດ ສະວິດສ໌ ເໜືອໃຕ້ ໄດ້ຮັບການປະສານງານ. ຊຶ່ງມັນເຮັດໃຫ້ເປັນໄປໄດ້ທີ່ຈະກຳນົດທິດທາງ ນະໂຍບາຍໂດຍ ອີງໃສ່ການສົມທຽບຜົນຂອງການວິ ເຄາະ, ວິທີການ ແລະ ທ່າແຮງເພື່ອຫຼຸດຜ່ອນຜົນ ກະທົບຕໍ່ການປ່ຽນແປງຂອງ ໂລກທີ່ເປັນອຸປະສັກຕໍ່ການ ພັດທະນາແບບຍືນຍົງ. |
||