ບົດ​ນຳ
 
ລັດ​ຖະ​ບານ ສປປ ລາວ ພ້ອມ​ດ້ວຍ​ຄູ່​ຮ່ວມ​ງານ​ດ້ານ​ການ​ພັດ​ທະ​ນາ​ສາ​ກົນ​ໄດ້​ໃຫ້​ຄຳ​ໜັ້ນ​ສັນ​ຍາ​ວ່າ​ການ​ດຳ​ເນີນ​ການ​ຫັນ​ປ່ຽນ​ໂອ​ກາດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ປະ​ຈຸ​ບັນ​ໄປ​ສູ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ສູ່​ປະ​ເທດ​ຊາດ. ເຈດ​ຈຳ​ນົງ​ອັນ​ນີ້​ມັນ​ສ່ອງ​ແສງ​ໃຫ້​ເຫັນ​ວ່າ​ການ​ຕັດ​ສິນ​ໃຈ​ໃນ​ການ​ແຊກ​ແຊງ​ກ່ຽວ​ກັບ ວຽກ​ງານ​ພັດ​ທະ​ນາ ແລະ ວຽກ​ງານ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ແມ່ນ​ໄດ້​ດຳ​ເນີນ​ໄປ​ບົນ​ພື້ນ​ຖານ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຂະ​ບວນ​ການ​ພັດ​ທະ​ນາ​ຕ່າງໆ ທີ່​ໄດ້​ດຳ​ເນີນ​ມາ ແລະ ອີງ​ໃສ່​ຜົນ​ໄດ້​ຮັບ, ສະ​ຖາ​ນະ​ພາບ​ທາງ ດ້ານ​ເສດ​ຖະ​ກິດ ແລະ ສັງ​ຄົມ. ຄວາມ​ຮູ້​ປະ​ສົບ​ການ​ດັ່ງ​ກ່າວ​ນອກ​ຈາກ​ຈະ​ສະ​ທ້ອນ​ໃຫ້​ເຫັນ​ພາ​ບລວມ​ຂອງ​ທ່າ​ອ່ຽງ ແລ້ວ​ກໍ່​ຍັງ ສະ​ໜອງ​ພາບ​ລະ​ອຽດ​ກ່ຽວ​ກັບ​ຮູບ​ແບບ​ການ​ກະ​ຈາຍ​ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ ນຳ​ອີກ​ດ້ວຍ.
ປື້ມ​ແຜນ​ທີ່​ເສດ​ຖະ​ກິດ-ສັງ​ຄົມ​ຫົວ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ບາງ​ຕົວ​ຊີ້​ບອກ​ກ່ຽວ​ກັບ​ສະ​ພາບ​ມະ​ນຸດ​ໂດຍ​ສະ​ເພາະ​ແມ່ນ​ຕໍ່​ກັບ​ປະ​ຊາ​ຊົນ​ລາວ. ຕົວ​ຊີ້​ບອກ​ເຫຼົ່າ​ນັ້ນ​ປະ​ກອບ​ດ້ວຍ​ຊຸດ​ແຜນ​ທີ່​ອັນ​ລະ​ອຽດ​ຄົບ​ຖ້ວນ​ທີ່​ສະ​ແດງ​ໃຫ້​ເຫັນ ປະ​ເດັນ​ບັນ​ຫາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ພົນ​ລະ​ເມືອງ​ລາວ​ໃນ​ດ້ານ​ຕ່າງໆ ຢ່າງ​ກວ້າງ​ຂວາງ. ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ນຳ​ເອົາ​ສະ​ຖິ​ຕິ​ຂໍ້​ມູນ​ຈາກ​ການ​ສຳ​ຫຼວດ​ພົນ​ລະ​ເມືອງ​ມາ​ກຳ​ນົດ​ສ້າງ​ເປັນ ແຜນ​ທີ່ໆມີ​ຄຸນ​ນະ​ພາບ​ສູງ​ສະ​ແດງ​ໃຫ້​ເຫັນ​ສະ​ພາບ​ເສດ​ຖະ​ກິດ-ສັງ​ຄົມ​ໃນ​ລັກ​ສະ​ນະ​ເລິກ​ເຊິ່ງ​ກວ້າງ​ຂວາງ ແລະ ທັງ​ແຍກ​ໃຫ້​ເຫັນ​ການ​ແຈກ​ຢາຍ​ທາງ​ດ້ານ​ຂໍ້​ມູນ ແລະ ທີ່​ຕັ້ງ​ຢ່າງ ລະ​ອຽດ. ແຜນ​ທີ່​ສ່ວນ​ໃຫຍ່ ແມ່ນ​ໄດ້​ສະ​ແດງ​ພາ​ບລວມ​ໃນ​ລະ​ດັບ​ບ້ານ.
ແຜນ​ທີ່​ທັງ​ໝົດ​ທີ່​ບັນ​ຈຸ​ຢູ່​ໃນ​ປື້ມ​ແຜນ​ທີ່​ນີ້​ແມ່ນ​ອີງ​ໃສ່​ຂໍ້​ມູນ​ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ ໃນ​ປີ 2005 ໂດຍ​ແມ່ນ​ກົມ​ສະ​ຖິ​ຕິ (DOS) ຂອງ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ (MPI) ເປັນ​ຜູ້​ດຳ​ເນີນ​ການ ສຳ​ຫລວດ​ຍົກ​ເວັ້ນ​ແຜນ​ທີ່​ກ່ຽວ​ກັບ​ຄວາມ​ທຸກ​ຍາກ​ໃນ​ພາກ I ແລະ ແຜນ​ທີ່​ລວມ​ໃນ​ພາກ A. ການ​ສຳ​ຫລວດ ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ໃນ​ປີ 2005 ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຊ່ວຍ​ເຫລືອ​ທາງ​ດ້ານ​ການ​ເງິນ ແລະ ວິ​ຊາ​ການ​ຈາກ​ອົງ​ການ​ພັດ​ທະ​ນາ​ສາ​ກົນ​ແຫ່ງ​ປະ​ເທດ​ສະ​ວີ​ເດັນ (SIDA) ແລະ ໄດ້​ກວມ​ເອົາ​ພົນ​ລະ​ເມືອງ​ທັງ​ໝົດ ຈຳ​ນວນ 5.6 ລ້ານ​ຄົນ ອາ​ໄສ​ຢູ່​ໃນ 950,251 ຄົວ​ເຮືອນ​ໃນ​ຈຳ​ນວນ 10,547 ບ້ານ. ທ່ານ​ສາ​ມາດ​ເບິ່ງ​ແບບ ສອບ​ຖາມ​ໄດ້​ໃນ​ພາກ​ເອກ​ກະ​ສານ​ຊ້ອນ​ທ້າຍ​ຂອງ​ບົດ​ລາຍ​ງານ​ຜົນ​ການ​ສຳ​ຫລວດ​ພົນ​ລະ​ເມືອງ​ປີ 2005 (DOS, 2005). ບົດ​ສອບ​ຖາມ ດັ່ງ​ກ່າວ​ປະ​ກອບ ດ້ວຍ​ຄຳ​ຖາມ ຍ່ອຍ​ຈຳ​ນວນ 34 ຂໍ້​ທີ່​ຖາມ​ເຖິງ​ຄຸນ​ລັກ​ສະ​ນະ​ຂອງ ພົນ​ລະ​ເມືອງ ແລະ ຄົວ​ເຮືອນ, ການ​ສຶກ​ສາ, ກິດ​ຈະ​ກຳ​ເສດ​ຖະ​ກິດ, ການ​ຍົກ​ຍ້າຍ​ຂອງ​ພົນ​ລະ​ເມືອງ, ສຸ​ຂະ​ພາບ ແລະ ການ​ເປັນ​ພິ​ການ, ບອ່ນ​ຢູ່​ອາ​ໄສ ແລະ ບັນ​ຫາ​ອື່ນໆ.
ຕົວ​ຊີ້​ບອກ​ຄວາມ​ທຸກ​ຍາກ​ແມ່ນ​ອີງ​ໃສ່​ຕົວ​ເລກ​ຄາດ​ຄະ​ເນ​ທີ່​ໄດ້​ກຳ​ນົດ​ຂື້ນ​ໂດຍ​ການ​ລວມ​ເອົາ​ຕົວ​ແປ​ຂອງ ຄຸນ​ລັກ​ສະ​ນະ​ຂອງ​ຄົວ​ເຮືອນ ແລະ ຂໍ້​ມູນ​ການ​ໃຊ້​ສອຍ​ໃນ​ຄົວ​ເຮືອນ​ຈາກ​ການ​ສຳ​ຫລວດ​ຄັ້ງ​ທີ່ III ກ່ຽວ​ກັບ ການ​ໃຊ້​ຈ່າຍ ແລະ ການ​ຊົມ​ໃຊ້​ຂອງ​ຄົວ​ເຮືອນ​ທີ່​ໄດ້​ປະ​ຕິ​ບັດ​ໃນ​ປີ 2002/3 ພ້ອມ​ດ້ວຍ​ຕົວ​ແປ​ຄຸນ​ລັກ​ສະ​ນະ ຂອງ​ຄົວ​ເຮືອນ​ຈາກ​ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ໃນ​ປີ 2005. ຂໍ້​ມູນ​ເຫຼົ່າ​ນີ້​ຊ່ວຍ​ໃຫ້​ເຮົາ ສາ​ມາດ​ຄາດ​ຄະ​ເນ​ລາຍ​ຮັບ​ຕໍ່​ຫົວ​ຄົນ​ຂອງ​ພົນ​ລະ​ເມືອງ​ລາວ​ທັງ​ໝົດ. Swiss NCCR North-South ແລະ ສະ​ຖາ​ບັນ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ອາ​ຫານ​ສາ​ກົນ (IFPRI) ເຮັດ​ວຽກ​ໄປ​ພ້ອມ​ກັນ​ເພື່ອ​ສ້າງ​ຕົວ​ຄາດ​ຄະ​ເນ​ຂື້ນ​ມາ​ໂດຍ​ນຳ​ໃຊ້ ວິ​ທີ​ການ​ຄາດ​ຄະ​ເນ​ພື້ນ​ທີ່​ນ້ອຍໆ. ຂໍ້​ມູນ​ເພີ້ມ​ເຕີມ​ສາ​ມາດ​ຊອກ​ເບິ່ງ​ໄດ້​ໃນ​ພາກ​ສະ​ເພາະ (ພາກ I) ຫຼື ໃນ​ບົດ​ລາຍ​ງານ​ເພີ້ມ​ເຕີມ​ທີ່​ໄດ້​ຈັດ​ພີມ​ຄຽງ​ຄູ່​ກັນ​ກັບ​ສະ​ໝຸດ​ແຜນ​ທີ່​ທີ່​ມີ​ຊື່​ວ່າ “ຄວາມ​ທຸກ​ຍາກ ແລະ ຄວາມ ບໍ່​ສະ​ເໝີ​ພາບ​ໃນ ສປປ ລາວ: ຮູບ​ແບບ​ໄລ​ຍະ​ການ​ແຈກ​ຢາຍ​ຕາມ​ແນວ​ທີ່​ຕັ້ງ ແລະ ຕົວ​ກຳ​ນົດ ທາງ​ດ້ານ ພູມ​ສັນ​ຖານ” (Epprecht et al., 2008).
ເວົ້າ​ລວມ​ແລ້ວ ແຜນ​ທີ່​ເຫຼົ່າ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຂໍ້​ມູນ​ໃນ​ລະ​ດັບ​ບ້ານ. ຂໍ້​ມູນ​ລາຍ​ລະ​ອຽດ​ທີ່​ຕັ້ງ​ບ້ານ ແລະ ເສັ້ນ​ວາດ​ຂອງ​ຮູບ​ຫຼາຍ​ຂ້າງ​ທີ່​ສະ​ແດງ​ເຂດ​ພື້ນ​ທີ່​ຂອງ​ບ້ານ​ຈະ​ສາ​ມາດ​ເຫັນ​ໄດ້​ຢູ່​ໃນ​ບົດ​ອະ​ທິ​ບາຍ​ແຜນ​ທີ່ A7. ໂດຍ​ທົ່ວ​ໄປ​ແລ້ວ ແຜນ​ທີ່​ໃຊ້​ສອງ​ວິ​ທີ​ເພື່ອ​ສະ​ແດງ​ຂໍ້​ມູນ​ບ້ານ. ວິ​ທີ​ໜື່ງ​ນັ້ນ​ເພີ່ນ​ໄດ້​ໃຊ້​ວິ​ທີ​ການ​ລະ​ບາຍ​ສີ​ຂອງ​ຮູບ ບ້ານ​ທີ່​ມີ​ຫຼາຍ​ດ້ານ​ເພື່ອ​ອະ​ທິ​ບາຍ​ສະ​ຖິ​ຕິ​ຂໍ້​ມູນ​ໂດຍ​ອີງ​ໃສ່​ຄ່າ​ສະ​ເລັ່ຍ, ອັດ​ຕາ​ພົນ​ລະ​ເມືອງ​ທີ່​ມີ​ຄຸນ​ລັກ​ສະ​ນະ ສະ​ເພາະ ຫຼື ປະ​ເພດ​ຂອງ​ຕົວ​ຊີ້​ວັດ​ຫລັກ​ໃດ​ໜຶ່ງ. ວິ​ທີໆ ສອງ, ເພີ່ນ​ໄດ້​ໃຊ້​ຈຸດ​ນ້ອຍໆ ແລະ ເຄື່ອງ​ໝາຍ​ສະ​ແດງ ບອກ​ຕົວ​ເລກ​ຂໍ້​ມູນ ເຊັ່ນ​ວ່າ ຄົນ​ທີ່​ມີ​ຄຸນ​ລັກ​ສະ​ນະ​ສະ​ເພາະ. ຈາກ​ການ​ສະ​ແດງ​ຈຳ​ນວນ​ສະ​ເພາະ​ຂອງ​ຄົນ​ລົງ ໃສ່​ຈຸດ​ໜຶ່ງ, ກໍ່​ຈະ​ເຫັນ​ໄດ້​ການ​ແຈກ​ຢາຍ​ຈຳ​ນວນ​ຈຸດ​ທັງ​ໝົດ​ແບບ​ສະ​ໝ່ຳ​ສະ​ເໝີ​ໃນ​ທົ່ວ​ຮູບ​ຫຼາຍ​ດ້ານ​ຂອງ​ບ້ານ. ຍ້ອນ​ວ່າ​ສະ​ໝຸດ​ແຜນ​ທີ່​ນີ້​ມີ​ຈຸດ​ໝາຍ​ຈະ​ກຳ​ນົດ​ໃຫ້​ເຫັນ​ຮູບ​ແບບ​ທາງ​ດ້ານ​ພູມ​ສັນ​ຖານ​ອີງ​ຕາມ​ຄຸນ​ລັກ​ສະ​ນະ ຂອງ​ເສດ​ຖະ​ກິດ-ສັງ​ຄົມ ຫຼາຍ​ກວ່າ​ທີ່​ຈະ​ສະ​ແດງ​ຄ່າ​ອັນ​ແນ່​ນອນ​ທີ່​ສາ​ມາດ​ພິ​ສູດ​ໄດ້​ໃນ​ສະ​ເພາະ​ບ້ານ​ໃດ​ໜຶ່ງ ສະ​ນັ້ນ​ໂດຍ​ທົ່ວ ໄປ​ແລ້ວ ເພີ່ນ​ຈະ​ບໍ່​ຍົກ​ເອົາ​ແຜ​ນວາດ​ເສັ້ນ​ສະ​ແດງ​ບ້ານ​ທີ່​ມີ​ຫຼາຍ​ດ້ານ​ຂື້ນ​ມາ​ໃຫ້​ເຫັນ​ເປັນ​ຈຸດ​ເດັ່ນ.
ປື້ມ​ແຜນ​ທີ່​ນີ້​ໄດ້​ແບ່ງ​ອອກ​ເປັນ 9 ພາກ​ທີ່​ສຳ​ຄັນ. ພາກ​ທີ່​ໜຶ່ງ​ຄື​ພາກ A ເປັນ​ພາກ​ສະ​ແດງ​ພາ​ບລວມ​ດ້ານ​ຕ່າງໆ ຂອງ​ພູມ​ສັນ​ຖານ​ຂອງ ສປປ ລາວ ເຊັ່ນ: ຮູ​ບລັກ​ສະ​ນະ​ພື້ນ​ທີ່​ໜ້າ​ດິນ, ການ​ຄົມ ມະ​ນາ​ຄົມ​ຂົນ​ສົ່ງ, ທີ່​ດິນ ແລະ ພື້ນ​ທີ່​ປ່າ​ໄມ້​ປົກ​ຄຸມ, ເຂດ​ການ​ປົກ​ຄອງ, ແລະ ອື່ນໆ. ແຜນ​ທີ່​ໃນ​ພາກ​ນີ້ ແມ່ນ​ໄດ້​ຂໍ້​ມູນ​ມາ​ຈາກ​ແຫຼ່ງ​ຕ່າງໆ ແລະ ໄດ້​ສະ​ແດງ​ໄວ້​ໃນ​ເຄື່ອງ​ໝາຍ​ຂອງ​ແຜນ​ທີ່. ພາກ​ທີ​ສອງ ຄື ພາກ B ເປັນ ພາກ​ປະ​ກອບ​ດ້ວຍ​ແຜນ​ທີ່​ຄຸນ ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ພົນ​ລະ​ເມືອງ ແລະ ພາກ​ທີ່​ສາມ ຄື ພາກ C ສະ​ແດງ​ໃຫ້​ເຫັນ​ບັນ​ຫາ​ກ່ຽວ​ກັບ​ການ​ຍົກ​ຍ້າຍ ຂອງ​ພົນ​ລະ​ເມືອງ. ພາກ​ທີ 4 ຄື ພາກ D ເປັນ​ພາ​ກລວບ ລວມ​ເອົາ​ດ້ານ​ຕ່າງໆ ກ່ຽວ​ກັບ​ການ​ຮູ້​ໜັງ​ສື ແລະ ການ​ສຶກ​ສາ. ສ່ວນ​ພາກ​ຕໍ່​ໄປ ຄື ພາກ E ເປັນ​ພາກ​ອະ​ທິ​ບາຍ​ຄຸນ​ລັກ​ສະ​ນະ​ສຳ​ຄັນ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ. ພາກ​ທີ 6 ຄື ພາກ F ເປັນ​ພາກ​ສະ​ແດງ​ຂໍ້​ມູນ​ກ່ຽວ​ກັບ​ກຸ່ມ​ຊົນ​ເຜົ່າ ແລະ ສາດ​ສະ​ໜາ​ກ່ອນ​ທີ່​ຈະ​ສະ​ແດງ ໃຫ້​ເຫັນ​ຕົວ​ຊີ້​ບອກ​ຕ່າງໆ​ກ່ຽວ​ກັບ​ກິດ​ຈະ​ກຳ​ເສດ​ຖະ ກິດ​ຢູ່​ໃນ​ພາກ G. ພາກ H ເປັນ​ພາກ​ກ່ຽວ​ກັບ​ສະ​ພາບ ເງື່ອນ​ໄຂ​ດ້ານ​ການ​ເປັນ​ຢູ່​ຂອງ​ພົນ​ລະ​ເມືອງ ເຊິ່ງ​ເປັນ ແຜນ​ທີ່​ຊຸດ​ສຸດ​ທ້າຍ​ຈາກ​ຂໍ້​ມູນ​ການ​ສຳ​ຫລວດ​ປະ​ຊາ​ກອນ ໃນ​ປີ 2005. ສຸດ​ທ້າຍ, ພາກ​ທີ I ສະ​ແດງ​ແຜນ​ທີ່​ກ່ຽວ​ກັບ​ລັກ​ສະ​ນະ​ໄລ​ຍະ​ການ​ແຈກ​ຢາຍ​ເຂດ​ພື້ນ​ທີ່​ຄວາມ ທຸກ​ຍາກ​ໃນ ສປປ ລາວ
ບົດ​ອະ​ທິ​ບາຍ​ປະ​ກອບ​ກັບ​ແຕ່​ລະ​ແຜນ​ທີ່ ໃນ​ປື້ມ​ຫົວ​ນີ້​ແມ່ນ​ໄດ້​ຂຽນ ແລະ ຮຽບ​ຮຽງ​ໂດຍ​ຫຼາຍ​ທ່ານ​ຈາກ​ຫຼາຍ​ສະ​ຖາ​ບັນ. ຈຸດ​ປະ​ສົງ​ຂອງ​ບົດ​ອະ​ທິ​ບາຍ​ນີ້​ແມ່ນ​ເພື່ອ​ແນະ​ນຳ ທ່ານ​ຜູ້​ອ່ານ​ໃນ​ເວ​ລາ​ເບິ່ງ ແຜນ​ທີ່ ແລະ ພ້ອມ​ກັນ ນັ້ນ​ບົດ​ດັ່ງ​ກ່າວ​ກໍ່​ຍັງ​ຍົກ​ໃຫ້​ເຫັນ​ຂໍ້​ມູນ​ກ່ຽວ​ກັບ​ຕົວ​ຊີ້​ບອກ​ສະ​ເພາະ​ນຳ​ອີກ​ດ້ວຍ. ນອກ​ຈາກ​ນັ້ນ, ຜູ້​ຂຽນ​ບາງ​ທ່ານ ກໍ່​ຍັງ​ຊີ້​ແນະ​ໃຫ້​ຮູ້​ຄວາມ​ໝາຍ​ຂອງ​ແຜນ​ທີ່​ເຫຼົ່າ​ນັ້ນ​ນຳ. ຄວນ​ເຂົ້າ​ໃຈ​ວ່າ​ການ​ໃຫ້​ຄຳ ແນະ​ນຳ​ໃນ​ລັກ​ສະ​ນະ​ນີ້​ກໍ່​ແມ່ນ ເພື່ອ​ກະ​ຕຸກ​ຊຸກ​ຍູ້​ທ່ານ​ຜູ້​ອ່ານ​ໃຫ້​ຕີ​ຄວາມ​ໝາຍ​ຮູບ​ແບບ​ການ​ກະ​ຈາຍ​ທີ່​ຕັ້ງ​ໃນ​ແຜນ​ທີ່​ແຕ່​ລະ​ສະ​ບັບ. ອີກ​ດ້ານ​ໜຶ່ງ, ຂໍ​ສະ​ເໜີ​ໃຫ້​ຜູ້​ອ່ານ​ຈົ່ງ​ປຽບ​ທຽບ​ແຜນ​ທີ່​ໂດຍ​ເປີດ​ໄປ​ເປິດ​ມາ​ເບິ່ງ​ໃຫ້​ທົ່ວ​ໃນ​ປຶ້ມ​ສະ​ໝຸດ​ແຜນ​ທີ່​ເພື່ອ​ກວດ​ຫາ​ຄວາມ ສຳ​ພັນ​ກັນ, ການ​ຕໍ່​ເຕີມ​ເສີມ​ກັນ ແລະ ການ​ຊ້ຳ ຊ້ອນ​ກັນ ຂອງ​ຄຸນ​ລັກ​ສະ​ນະ​ທາງ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ.
ປື້ມ​ແຜນ​ທີ່​ນີ້​ສ້າງ​ຂື້ນ​ມາ​ກໍ່​ເພື່ອ​ຈຸດ​ປະ​ສົງ​ແນ່​ໃສ່​ເຮັດ​ແນວ​ໃດ​ໃຫ້​ການ​ແຈກ​ຢາຍ​ໄປ​ຮອດ​ໄປ​ເຖິງ​ມື​ຂອງ​ທ່ານ​ຜູ້​ອ່ານ​ຫຼາຍ​ຄົນ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້. ແຜນ​ທີ່​ນີ້​ປະ​ກອບ​ດ້ວຍ​ສະ​ຖິ​ຕິ​ຂໍ້​ມູນ​ກ່ຽວ​ກັບ​ຄຸນ​ລັກ​ສະ​ນະ​ເສດ​ຖະ​ກິດ​ສັງ​ຄົມ ແລະ ການ​ແຈກ​ຢາຍ​ຂອງ​ພົນ​ລະ​ເມືອງ​ລາວ​ທີ່​ເປັນ​ໜ້າ​ສົນ​ໃຈ​ຢ່າງ​ຍິ່ງ​ສຳ​ລັບ​ບັນ​ດາ ທ່ານ ຜູ້​ອ່ານ​ທົ່ວ​ໄປ, ນັັກ​ສຶກ​ສາ ແລະ ນັກ​ຄົ້ນ​ຄວ້າ, ຜູ້​ຕັດ​ສິນ​ບັນ​ຫາ ແລະ ຜູ້​ກຳ​ນົດ​ນະ​ໂຍ​ບາຍ. ນອກ​ຈາກ​ນີ້​ພວກ​ເຮົາ​ຍັງ​ພະ​ຍາ​ຍາມ​ປັບ​ປຸງ​ເພື່ອ​ເຂົ້າ​ໄປ​ຫາ​ຂໍ້​ມູນ​ຕົວ​ຈີງ​ທີ່​ມີ​ຢູ່ ແລະ ທັງ​ນີ້​ກໍ່​ເພື່ອ​ປັບ​ປຸງ ແລະ ເສີມ​ຂະ​ຫຍາຍ​ຄວາມ​ຮູ້​ທົ່ວ​ໄປ​ກ່ຽວ​ກັບ​ສະ​ພາບ ເສດ​ຖະ​ກິດ-ສັງ​ຄົມ​ດ້ວຍ​ວິ​ທີ​ການ​ແຈກ​ຢາຍ​ສະ​ໝຸດ​ແຜນ​ທີ່ ນີ້​ອອກ​ສູ່​ສັງ​ຄົມ​ໃຫ້​ກວ້າງ​ຂວາງ​ໂດຍ​ຜ່ານ​ອົງ​ການ ຈັດ​ຕັ້ງ​ການ​ປົກ​ຄອງ​ຂອງ​ລັດ​ຖະ​ບານ ແລະ ອົງ​ການ​ບໍ​ລິ​ຫານ ແລະ ສະ​ຖາ​ບັນ​ການ​ສຶກ​ສາ​ຕ່າງໆ ພ້ອມ​ທັງ ແຈກ​ຢາຍ​ໄປ​ສູ່​ຫ້ອງ​ສະ​ໝຸດ​ສາ​ທາ​ລະ​ນະ ແລະ ຜ່ານ​ທາງ​ອິນ​ເຕີ​ເນັດ​ເພື່ອ​ໃຫ້​ບຸກ​ຄົນ​ຜູ້​ທີ່​ມີ ຄວາມ​ສົນ​ໃຈ​ທົ່ວ​ໄປ​ໃນ ສັງ​ຄົມ​ມີ​ໂອ​ກາດ​ໄດ້​ອ່ານ ແລະ ຊົມ​ໃຊ້​ກັນ​ຢ່າງ​ທົ່ວ​ເຖິງ. ພວກ​ເຮົາ​ຫວັງ​ວ່າ​ປື້ມ ແຜນ​ທີ່​ຊຸດ​ນີ້​ຈະ​ເປັນ​ປັດ​ໃຈ ໜຶ່ງ​ທີ່​ຊ່ວຍ​ກະ​ຕຸກ ຊຸກ​ຍູ້​ສັງ​ຄົມ​ໃຫ້​ເກີດ​ການ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ຄຸນ​ລັກ​ສະ​ນະ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ ແລະ ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ອະ​ນາ​ຄົດ. ດ້ວຍ​ວີ​ທີ​ການ​ນີ້ ພວກ​ເຮົາ​ຫວັງ​ວ່າ ຈະ​ເປັນ​ການ​ປະ​ກອບ ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ເຊື່ອມ ຕໍ່​ຄວາມ​ຮູ້ ແລະ ການ​ຕັດ​ສິນ​ໃຈ ຊຶ່ງ​ຈະ​ນຳ​ໄປ​ສູ່​ການ​ພັດ​ທະ​ນາ ອັນ​ຍືນ​ຍົງ ແລະ ມີ​ຄວາມ​ສະ​ເໝີ​ພາບ​ໃນ​ສັງ​ຄົມ​ຂອງ ສປປ ລາວ.