![]() |
SECTION I | |||
ຄວາມທຸກ ແລະ ຄວາມບໍ່ສະເໜີພາບ |
||||
ໃນພາກນີ້ແມ່ນໃຫ້ເບິ່ງຂະໜາດການຂະຫຍາຍຕົວຂອງຄວາມທຸກ ແລະ ຄວາມບໍ່ສະເໜີພາບ. ແນ່ນອນ ຄວາມທຸກແມ່ນມີຜົນກະທົບອັນໃຫ່ຍຫຼວງຕໍ່ກັບສັງຄົມກໍ່ຄືທັງໝົດ, ຕາມຫຼັກການທີ່ສົ່ງຜົນໃຫ້ແກ່ຊີວິດ ການເປັນຢູ່ຂອງແຕ່ລະບຸກຄົນ ແລະ ຊຸມຊົນທ້ອງຖີ່ນ, ແລະ ພົວພັນຢ່າງໃກ້ຊິດກັບສະພາບຂອງພູມສັນ ຖານ. ຄວາມທຸກແມ່ນໄດ້ກຳນົດເງື່ອນໄຂຂອງຄວາມຂາດເຂີນ ແລະ ຄວາມທຸກກໍ່ມີຫຼາຍຂະໜາດ ແລະ ບໍ່ມີຂອບເຂດຕໍ່ກັບເສດຖະກິດສະເພາະເຊັ່ນ ຂາດລາຍຮັບ ຫຼື ໂອກາດກໍ່ໃຫ້ເກີດມີລາຍຮັບ, ຫຼື ຂາດການບັນລຸຜົນຂອງການຜະລິດ, ຫຼື ຂາດຊັບສິນສິ່ງທີ່ຈຳເປັນໃນເວລາທີ່ຕ້ອງການ. ຄວາມທຸກເປັນ ຜົນເນື່ອງມາຈາກຫຼາຍປັດໄຈໄດ້ເຊັ່ນກັນເຊັ່ນຄວາມອ່ອນແອຕໍ່ກັບການປ່ຽນແປງກະທັນຫັນ, ຂາດ ໂອກາດເຂົ້າຮ່ວມໃນການຕັດສິນໃຈ, ແລະ ຂາດການກ້າວໄປຫາຂໍ້ມູນ. ທັງໝົດເຫຼົ່ານີ້ແມ່ນເປັນພຽງຕົວຢ່າງເລັກໜ້ອຍ. ໃນຫຼາຍແງ່ມູນແລ້ວຄວາມທຸກກໍ່ມີການພົວພັນກັບສະພາບຂອງພູມສັນຖານ. ມັນມີຄວາມຫຍຸ້ງຍາກຫຼາຍທີ່ຈະວັດແທກຕໍ່ກັບແຕ່ລະຂະໜາດຂອງແຕ່ລະພາກສ່ວນ, ໂດຍສະເພາະໃນການແບ່ງແຍກໃນ ຂະໜາດຮູບແບບຈຳນວນນ້ອຍໆ. ເຖິງຢ່າງໃດກໍ່ຕາມການວັດແທກຄວາມທຸກແມ່ນຈຳເປັນຕໍ່ປະສິດ ທິຜົນໃນການສ້າງນະໂຍບາຍສະໜັບສະໜູນໃຫ້ແກ່ຜູ້ທີ່ທຸກ ແລະ ຄວາມສາມາດເປັນໄປໄດ້ຂອງຂໍ້ມູນ ພູມສັນຖານການຂະຫຍາຍຕົວຂອງຄວາມທຸກ. ການກຳນົດຄວາມທຸກໄດ້ກາຍມາເປັນສີ່ງທີ່ຍອມຮັບວ່າ ເປັນປັດໃຈພື້ນຖານສຳຄັນເພື່ອນຳມາວິເຄາະກ່ຽວກັບຄວາມທຸກຍາກ ແລະ ການສ້າງນະໂຍບາຍ ຊ່ວຍເຫຼືອ ສະໜັບສະໜູນໃຫ້ຜູ້ທີ່ທຸກ. ເປັນທີ່ຮັບຮູ່ກັນແລ້ວວ່າການນຳໃຊ້ການວັດແທກຄວາມທຸກຢ່າງກ້ວາງຂວາງແມ່ນສຸມໃສ່ດ້ານ ເສດຖະກິດຕໍ່ກັບຄວາມທຸກ, ທັງໜົດເຫຼົ່ານີ້ແມ່ນຍອ້ນການກຳນົດຢ່າງຈະແຈ້ງ ແລະ ຄວາມສາມາດໃນການວັດແທກຢ່າງງ່າຍດາຍ, ແລະ ຄວາມຫຍຸ້ງຍາກໄດ້ປະສົບພົບພໍ້ໃນເມື່ອມີການນຳໃຊ້ຫຼາຍນິຍາມພື້ນຖານກ່ຽວກັບສັງຄົມເພື່ອເປັນການວັດແທກຂອງຄວາມທຸກ. ເຖິງແມ່ນວ່າທັງໝົດແຜ່ນທີ່ໄດ້ສະແດງ ໃຫ້ເຫັນມາກອ່ນ (ຍົກເວັ້ນສຳລັບພາກສະເໜີອັນໜຶ່ງໃນພາກ A) ແມ່ນເປັນພື້ນຖານຂອງການເກັບກຳສະຖິຕິທີ່ມີຄວາມຈິງເຊິ່ງໄດ້ກຳນົດຕົວເລກຈາກຜົນການສຳຫລວດພົນລະເມືອງ, ແຕ່ວ່າບໍ່ມີແຫຼ່ງເພື່ອໃຫ້ຂໍ້ມູນທາງດ້ານສະຫັວດດີການສັງຄົມຂອງທຸກໆ ຄົວເຮືອນໃນທົ່ວປະເທດ. ເພື່ອວັດແທກການພັດທະນາທີ່ກ່ຽວພັນກັບສະຫວັດດີການສັງຄົມຂອງຄົວເຮືອນຢູ່ໃນທຸກປະເທດ, ໂດຍທົ່ວໄປຂໍ້ມູນຈາກ ການສຳຫລວດປະຊາກອນແບບຕົວແທນ. ໃນສປປ ລາວ, ສອງການສຳຫລວດໃນການໃຊ້ຈ່າຍ ແລະ ການຊົມໃຊ້ (LECS) ແມ່ນໄດ້ປະຕິບັດໃນຊ່ວງໄລຍະປີ 1990 ຫາປີ 1999, ແລະ ການສຳຫລວດຄັ້ງ ທີສາມໃນປີ 2003 ແມ່ນໄດ້ປະຕິບັດຂື້ນເພື່ອວັດແທກ ແລະ ຕິດຕາມການເຄື່ອນໄຫວການພັດທະນາທີ່ພົວພັນກ່ຽວກັບຄວາມທຸກ. ຂໍ້ມູນທີ່ໄດ້ຈາກການສຳຫລວດເຫຼົ່ານີ້ແມ່ນມີຄວາມເປັນໄປໄດ້ທີ່ຈະໄດ້ມີການຄາດຄະເນຂອງຄວາມທຸກໃນລະດັບທ້ອງຖີ່ນ. ການປະເມີນຫຼາຍປັດໄຈທີ່ໂຮມເຂົ້າກັນຂອງຄວາມ ທຸກແມ່ນຍາກທີ່ຈະເຮັດສຳເລັດໃນການນຳໃຊ້ບັນດາຂໍ້ມູນຈາກການສຳຫລວດຄັ້ງນີ້. ຂໍ້ມູນຈາກການສຳຫລວດໃນການໃຊ້ຈ່າຍ ແລະ ການຊົມໃຊ້ໃນປີ 2003 ຢູ່ໃນ ສປປລາວ (LECS III) ແລະ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສແຫ່ງຊາດ ປີ 2005 ແມ່ນນຳໃຊ້ເພື່ອເຊື່ອມຕໍ່ກັບການສ້າງແຜນທີ່ຢູ່ໃນໜ້າຕໍ່ໄປ ແລະ ຈຳນວນອັດຕາທີ່ກໍ່ໃຫ້ເກີດຄວາມທຸກ ແລະ ສະຫວັດດີການສັງຄົມ. ການວັດແທກແມ່ນໄດ້ນຳໃຊ້ຂໍ້ມູນຈາກລະດັບຂອງການແຍກກັນອອກເປັນພາກສ່ວນນອ້ຍໆ. ການນຳໃຊ້ຂໍ້ມູນ ການສຳຫລວດຄົວເຮືອນ, ການພົວພັນລະຫ່ວາງການໃຊ້ຈ່າຍຂອງແຕ່ລະບຸກຄົນ ແລະ ຫຼາຍລັກສະນະ ຂອງຄົວເຮືອນໄດ້ປະເມີນຢ່າງເປັນສະຖິຕິ. ຫຼັງຈາກນັ້ນການພົວພັນນີ້ແມ່ນນຳໃຊ້ກັບລັກສະນະຂອງ ຄົວເຮືອນເຊັ່ນດຽວກັນເພື່ອເຮັດໃຫ້ມີການຄາດຄະເນກ່ຽວກັບມາດຕະຖານການດຳລົງຊີວິດຂອງແຕ່ລະ ຄົວເຮືອນໃນການສຳຫລວດພົນລະເມືອງ. ຫຼັງຈາກນັ້ນຮວບຮວມໃຫ້ໜ່ວຍຫ້ອງການບໍລິຫານ, ການ ສະເໜີຕີລາຄາການວັດແທກກ່ຽວກັບສະຫວັດດີການສັງຄົມຕົວຢ່າງ: ຢູ່ລະດັບບ້ານ. ເຖີງຢ່າງໃດກໍ່ຕາມການນຳໃຊ້ວິທີການວັດແທກອາດບໍ່ສາມາດເຮັດໃຫ້ເກີດມີຂໍ້ມູນທີ່ແນ່ນອນໄດ້ສຳລັບບາງບ້ານທີ່ນ້ອຍ,ແຕ່ວ່າຢູ່ທ້າຍຮູບພາບທົ່ວໄປຂອງຂະໜາດການຂະຫຍາຍຕົວຂອງຄວາມທຸກແມ່ນມີຄວາມແນ່ນອນ. ສຳລັບ ຂໍ້ມູນເພີ່ມເຕີ່ມກ່ຽວກັບຮູບແບບວິທີການ ແລະ ຜົນຂອງການສຶກສານີ້, ໃຫ້ເບີ່ງຢູ່ທີ່ປື້ມ “2008, ຄວາມທຸກ ແລະ ຄວາມບໍ່ສະເໝີພາບຢູ່ໃນ ສປປ ລາວ -ແບບຂະໜາດຂອງພື້ນທີ່ ແລະ ສີ່ງທີ່ໄດ້ຕັດສີນຕໍ່ກັບພູມ ສັນຖານ”.ນິຍາມຂອງຄົວເຮືອນທີ່ທຸກແມ່ນຄົວເຮືອນທີ່ໄດ້ດຳລົງຊີວິດຢູ່ລຸ່ມເສັ້ນຄວາມທຸກຈົນ. ພວກເຮົານຳໃຊ້ “ເສັ້ນສະແດງທົ່ວໄປຂອງຄວາມທຸກຈົນ” ໄດ້ຄິດໄລ່ໂດຍກົມສະຖິຕິທີ່ເໝາະສົມໃຫ້ແກ່ຈຳນວນເງິນທີ່ ຕ້ອງການຊື້ ອາຫານທີ່ມີ 2,100 ແຄລໍລີ້ ຕໍ່ຄົນຕໍ່ມື້, ແລະ ບວກກັບເບ້ຍລ້ຽງຕ່າງໆ ສຳລັບລາຍການທີ່ບໍ່ແມ່ນອາຫານໃນການດຳລົງຊິວິດ.
|