ແຜນທີ່ນີ້ໄດ້ສະແດງໃຫ້ເຫັນການສະເລ່ຍການໃຊ້ຈ່າຍຕໍ່ຫົວຄົນຂອງແຕ່ລະບ້ານ. ກໍ່ຄືດັດຊະນີຂອງ ຄວາມບໍ່ສະເໜີພາບ, ການວັດແທກນີ້ໄດ້ຄຳນືງເຖີງຄວາມຢູ່ດີກິນດີທາງເສດຖະກິດຂອງພົນລະເມືອງ ທັງໝົດ, ທຸກ ແລະ ຮັ່ງມີ, ບໍ່ຄືກັບການວັດແທກອື່ນ, ທີ່ໄດ້ແນ່ໃສ່ພຽງແຕ່ບຸກຄົນຜູ້ທີ່ດຳລົງຊີວິດຢູ່ລຸ່ມເສັ້ນຂອງຄວາມທຸກຍາກ.
ພວກເຮົາຄາດວ່າການສະເລ່ຍການໃຊ້ຈ່າຍຕໍ່ຫົວຄົນເພີ່ມຂື້ນ, ອັດຕາຄວາມທຸກຈະຕ່ຳລົງ. ເຖີງຢ່າງໃດ ກໍ່ຕາມ, ມັນກໍ່ເຮັດໃຫ້ປະຫຼາດໃຈເຖິງຄວາມຄ້າຍຄືກັນຂອງແຜນທີ່ນີ້ກັບແຜນທີ່ອັດຕາການເກີດຂື້ນຂອງ ຄວາມທຸກຍາກ, ຫຼື ອີກຄຳເວົ້າໜຶ່ງແມ່ນຄວາມໃກ້ຄຽງຂອງອັດຕາຂອງຄວາມທຸກແມ່ນຂື້ນກັບການ ສະເລ່ຍການໃຊ້ຈ່າຍຕໍ່ຫົວຄົນຂອງບ້ານ. ໂດຍສະເພາະແລ້ວຢູ່ໃນບັນດາບ້ານທີ່ທຸກ, ຄວາມກ່ຽວພັນ ລະຫ່ວາງທັງສອງແມ່ນຂ້ອນຂ້າງໃກ້ກັນ. ນີ້ໄດ້ແນະນຳວ່າອັດຕາການເກີດຂື້ນຂອງຄວາມທຸກໃນໝູ່ບ້ານ ແມ່ນມີການພົວພັນກັນໜ້ອຍໜື່ງກັບລະດັບສະເລ່ຍຂອງການໃຊ້ຈ່າຍຕໍ່ຫົວຄົນໃນບ້ານ ແລະ ລະດັບ ຄວາມບໍ່ສະເໝີພາບໃນໝູ່ບ້ານແມ່ນມີບົດບາດໜ້ອຍໃນການກຳນົດອັດຕາຂອງຄວາມທຸກຍາກ.
ມັນແມ່ນຄວາມເຊື່ອໝັ້ນຢ່າງຫຍິ່ງໃນ ສປປ ລາວ ແລະ ປະເທດອື່ນໆ ນັ້ນກໍ່ຄືລາຍຮັບທີ່ເພີ່ມຂື້ນ, ຊ່ອງຫວ່າງລະຫວ່າງຜູ້ທຸກ ແລະ ຜູ້ຮັ່ງແມ່ນເພີ້ມຂື້ນ. ຂໍ້ມູນທີ່ໄດ້ສະແດງໃຫ້ເຫັນທີ່ນີ້ໄດ້ຢືນຢັນວ່າ ທັດສະນະໃນບາງລະດັບ. ແຕ່ຄວາມກ່ຽວພັນລະຫວ່າງຄວາມບໍ່ສະເໜີພາບ ແລະ ການໃຊ້ຈ່າຍຕໍ່ຫົວຄົນແມ່ນບໍ່ມີຄວາມກ່ຽວພັນກັນແບບທຳມະດາໂດຍກົງ. ມີຫຼາຍພື້ນທີ່ທີ່ມີລາຍຮັບຕ່ຳກໍ່ມີຄວາມ ບໍ່ສະເໜີພາບລະດັບສູງຄືກັນ. ໃນຄວາມຈິງ, ໃນຕົວເມືອງທີ່ມີລະດັບສູງສຸດຂອງຄວາມບໍ່ສະເໝີພາບ ມີທ່າອ່ຽງກາຍເປັນຕົວເມືອງຊື່ງມີຄວາມຂອ້ນຂ້າງທຸກຕໍ່ກັບການໃຊ້ຈ່າຍຕໍ່ຫົວຄົນທີ່ຕ່ຳກ່ວາ150 ລ້ານກີບ/ເດືອນ. ນອກຈາກນີ້, ພື້ນທີ່ທີ່ມີລາຍຮັບຕ່ຳມີຂອບເຂດລະດັບຄວາມກ້ວາງຂອງຄວາມບໍ່ສະເໝີພາບກວ້າງອອກຕື່ມ, ໃນຂະນະ ທີ່ເມືອງທີ່ມີລາຍຮັບສູງເບິ່ງຄືວ່າເຂົ້າມາຫາຈຸດດຽວກັນກັບຕົວເລກທີ່ຕ້ອງຄູນຂອງ Gini ປະມານ 0.3 (ແຜນທີ່1.3).