I.3 | ||||
ດັດຊະນີຂອງຄວາມບໍ່ສະເໝີພາບ (ຕົວເລກທີ່ຕ້ອງຄູນຂອງ Gini) |
||||
ການວັດແທກຄວາມທຸກໄດ້ແມ່ນແນໃສ່ບຸກຄົນຜູ້ທີ່ດຳລົງຊີວິດຢູ່ລຸ່ມເສັ້ນຂອງຄວາມທຸກແຕ່ການວັດແທກ ຄວາມບໍ່ສົມດູນແມ່ນເບິ່ງການຂະຫຍາຍຕົວຂອງສະຫວັດດີການຂອງພົນລະເມືອງທັງໝົດ, ຄົນທຸກ ແລະ ຄົນບໍ່ທຸກ.
ຕົວເລກທີ່ຕ້ອງຄູນຂອງ Gini ແມ່ນໜຶ່ງຂອງການວັດແທກຕາມປົກກະຕິໄດ້ນຳໃຊ້ເພື່ອວັດແທກຄວາມບໍ່ ສະເໜີພາບ ແລະ ການປ່ຽນແປງລະຫວ່າງ 0 (ເມື່ອທຸກໆ ຄົນມີການໃຊ້ຈ່າຍ ແລະ ລາຍຮັບຄືກັນ) ແລະ 1 (ເມື່ອຄົນໜຶ່ງມີທຸກໆ ສີ່ງ). ດັ່ງນັ້ນ, ຕົວເລກທີ່ຕ້ອງຄູນຂອງ Gini ສູງກວ່າມາຍຄວາມວ່າຄວາມບໍ່ສະພາບ ມີສູງຂື້ນ. ສຳລັບປະເທດທີ່ກ່ຳລັງພັດທະນາສ່ວນໃຫຍ່ຕົວເລກທີ່ຕ້ອງຄູນຂອງ Gini ໄດ້ ຈັດຢູ່ລະຫວ່າງ 0.3 ແລະ 0.6. ອິງຕາມການວິເຄາະຂະໜາດນ້ອຍຂອງພວກເຮົາກຽ່ວກັບພື້ນທີ່ນ້ອຍຕົວເລກທີ່ຕ້ອງຄູນ ຂອງ Gini ແຫ່ງຊາດແມ່ນ 0.33, ໄດ້ຊີ້ໃຫ້ເຫັນຄວາມບໍ່ສະເໜີພາບຢູ່ລະດັບຂອ້ນຂ້າງຕ່ຳໃນການໃຊ້ຈ່າຍ ຕໍ່ຫົວຄົນໜຶ່ງ. ເວັ້ນເສຍແຕ່ວ່າ, ຕົວເລກທີ່ຕ້ອງຄູນຂອງ Gini ສຳລັບຊົນນະບົດແມ່ນ 0.29 ແຕ່ວ່າຢູ່ໃນຕົວ ເມືອງຕົວເລກທີ່ຕ້ອງຄູນແມ່ນສູງກ່ວາໜ້ອຍໜຶ່ງຄື 0.31. ເຊັ່ນດຽວກັນກັບການວັດແທກຂອງຄວາມບໍ່ສະເໜີພາບອື່ນ, ຕົວເລກທີ່ຕ້ອງຄູນຂອງ Gini ແມ່ນມີທ່າ ອ່ຽງນ້ອຍກວ່າສຳລັບພື້ນທີ່ທີ່ນ້ອຍກວ່າ, ເຊັ່ນວ່າແຂວງ ຫຼື ເມືອງ. ສຳລັບປະເທດກໍ່ຄືທັງໝົດແມ່ນ ໃຫຍ່ກວ່າ. ນີ້ກໍ່ຍ້ອນວ່າຄົວເຮືອນໃນພື້ນທີ່ທີ່ນ້ອຍ ກວ່າແມ່ນເປັນໄປໄດ້ທີ່ຄ້າຍຄືກັນກັບ ແຕ່ລະ ຄົວເຮືອນທົ່ວໄປຫຼາຍກວ່າຄົວເຮືອນທີ່ຢູ່ໃນທົ່ວປະເທດ. ແຜນທີ່ນີ້ໄດ້ສະແດງລະດັບຄວາມ ບໍ່ສະເໜີພາບໃນການໃຊ້ຈ່າຍຕໍ່ຫົວຄົນການວັດແທກໂດຍຕົວເລກທີ່ຕ້ອງຄູນຂອງ Gini ໃນລະດັບ ເມືອງ. ພື້ນທີ່ ທີ່ມີ ຄວາມບໍ່ສະເໜີພາບໜ້ອຍສຸດ (ແມ່ນສີແດງໃສ) ລວມທັງພື້ນທີ່ເຂດສູງ ໃນແຂວງ ອັດຕະປື, ຫຼວງພະບາງ ແລະ ຊຽງຂວາງ, ລະດັບສູງສຸດຂອງການໃຊ້ຈ່າຍທີ່ບໍ່ມີຄວາມສະເໜີພາບແມ່ນ ພົບຢູ່ໃນເມືອງຊື່ງລວມເອົາທັງແຂວງ ຫຼື ຕົວເມືອງ ແລະ ອ້ອມຂ້າງຊົນນະບົດ. ລະດັບຄວາມບໍ່ ສະເໝີພາບຂ່ອນຂ້າງສູງຢູ່ໃນເມືອງເລົ່ານັ້ນແມ່ນຍອ້ນວ່າຜົນສະທ້ອນຂອງຄວາມແຕກຕ່າງລະຫວ່າງ ສະຫັວດດີການຢູ່ໃນຕົວເມືອງ ແລະ ຊົນນະບົດຄວາມແຕກຕ່າງດັ່ງກ່າວແມ່ນຈະພົບເຫັນຢູ່ໃນແຜນທີ່ ລະດັບບ້ານກ່ຽວກັບເຫດການຂອງຄວາມທຸກ (ແຜນທີ່ I.1) ແລະ ສະເລ່ຍຕໍ່ການໃຊ້ຈ່າຍຕໍ່ຫົວຄົນໜຶ່ງ (ແຜນທີ່ I.4). ນອກຈາກນັ້ນຄວາມບໍ່ສະເໜີພາບແມ່ນມີຂ້ອນຂ້າງສູງຢູ່ໃນພື້ນທີ່ສູງຂອງເມືອງຄຳເກີດ ແລະ ເມືອງວຽງທອງໃນແຂວງບໍລິຄຳໄຊ ແລະ ໃນເມືອງກະລຶມຂອງແຂວງເຊກອງ. ມັນບໍ່ເປັນເລື່ອງທີ່ໜ້າແປກໃຈທີ່ມີຊ່ອງຫວ່າງຂອງສະຫວັດດີການລະຫວ່າງພື້ນທີ່ຕົວເມືອງ ແລະ ອ້ອມຂ້າງບ້ານຊົນນະບົດເພາະວ່າໃນພື້ນທີ່ຕົວເມືອງມີບາງຄົວເຮືອນທີ່ຮັ່ງທີ່ສຸດໃນປະເທດ. ນອກນັ້ນ ມີຊາວອົບພະຍົບເຂົ້າມາ ແລະ ຜູ້ອື່ນໆ ທີ່ມີລາຍຮັບສູງກວ່າໃນຊົນນະບົດໜອ້ຍໜື່ງ. ເຖີງຢ່າງໃດ ກໍ່ຕາມ, ເຫດຜົນ ສຳລັບຄວາມບໍ່ສະເໜີພາບທີ່ສູງກວ່າໃນເຂດທີ່ມີພື້ນທີ່ສູງຂອງແຂວງບໍລິຄຳໄຊ ແລະ ເຊກອງຄວາມຈະແຈ້ງແມ່ນໜ້ອຍ. ເຫດຜົນຂອງຄວາມບໍ່ສະເໜີພາບທີ່ສູງກວ່ານັ້ນອາດຈະໄດ້ຖືກອະທິບາຍຍ້ອນມີການຢູ່ແບບປະສົມຂອງຊົນເຜົ່າຕ່າງໆ ຢູ່ໃນບ້ານ. ເຖີງແມ່ນວ່າພົນລະເມືອງຂອງ ສອງເມືອງຂອງແຂວງບໍລິຄຳໄຊແມ່ນຊົນເຜົ່າທີ່ປະກອບດ້ວຍຊົນຊາດຊົນເຜົ່າທີ່ແຕກຕ່າງກັນ ແລະ ບ້ານ ສ່ວນໃຫຍ່ແມ່ນຊົນເຜົ່າປະສົມ (ແຜນທີ່ F.4). ແຕ່ວ່າບ້ານໃນເມືອງກະລຶມຂອງແຂວງເຊກອງແມ່ນ ຊົນເຜົ່າມີລັກສະນະດຽວກັນ ແລະ ພົນລະເມືອງສ່ວນໃຫຍ່ຂອງແຂວງແມ່ນມາຈາກກຸ່ມຊົນເຜົ່າດຽວກັນ (ແຜນທີ່ F.4). ແຜນທີ່ຄວາມທຸກລະດັບບ້ານ (ແຜນທີ່1.1) ໄດ້ສະແດງໃຫ້ເຫັນວ່າພື້ນທີ່ເຫຼົ່ານີ້ມີ ຈຳນວນໜຶ່ງບ້ານທີ່ມີອັດຕາຄວາມທຸກທີ່ສູງຜິດປົກກະຕິ ແລະ ສອງບ້ານທີ່ມີອັດຕາຄວາມທຸກຕ່ຳ. ມັນກໍ່ເປັນສີ່ງທີ່ໜ້າສົນໃຈຄືກັນເພື່ອຈະຮັບຮູ້ທີ່ວ່າຫຼາຍຂອບເຂດຊົນນະບົດທີ່ມີຄົນຮັ່ງມີີ ແລະ ມີລະດັບ ຂອງຄວາມບໍ່ສະເໜີພາບຂ້ອນຂ້າງຕ່ຳ. ເຖິງແມ່ນວ່າພື້ນທີ່ເຫຼົ່ານີ້ມີລັກສະນະກະສິກຳຊົນລະປະທານຫຼາຍ ແລະ ອັດຕາສ່ວນຂອງພົນລະເມືອງສ່ວນຫຼາຍແມ່ນຂື້ນກັບການກະສິກຳ, ແລະ ຍ້ອນມີທ່າແຮງ ທາງດ້ານກະສິກຳຂອງພື້ນທີ່ດີນຊື່ງມີຮ່ອງຊົນລະປະທານມີຄວາມເປັນອັນດຽວກັນ ດັ່ງນັ້ນມັນຈື່ງໄດ້ ຖືກຄາດວ່າມີການເປີດໂອກາດໃນການຄ້າກ້ວາງຂວາງກວ່າເກົ່າ (ໂດຍສະເພາະແມ່ນການເຊື່ອມເຂົ້າ ໄກ້ຊາຍແດນໄທ) ຈະມີຜົນຫຼາຍຂຶ້ນຕໍ່ກັບຄວາມບໍ່ສະເໜີພາບລະຫວ່າງພົນລະເມືອງຢູ່ທີ່ນັ້ນ. ໃນກໍລະນີ ນີ້ອາດຈະບໍ່ເປັນຄວາມຈີງໜາຍ ຄວາມວ່າສວ່ນໃຫຍ່ຂອງພົນລະເມືອງສາມາດຮັບຜົນປະໂຫຍດ ຢ່າງສະເໝີພາບກັນຈາກໂອກາດທີ່ໄດ້ຮັບ.
|