ແຜນທີ່ນີ້ສະແດງອັດຕາຄວາມທຸກຢູ່ໃນລະດັບບ້ານໄດ້ວັດແທກເປັນສ່ວນຮ້ອຍຂອງພົນລະເມືອງທີ່ ດຳລົງຊີວິດຢູ່ລຸ່ມເສັ້ນຂອງຄວາມທຸກ. ມັນໄດ້ກຳນົດສະເພາະເຂດທີ່ທຸກຢ່າງຈະແຈ້ງຂອງປະເທດ. ສີແດງເຂັ້ມໃນແຜນທີ່ແມ່ນອັດຕາຄວາມທຸກທີ່ສູງກວ່າ, ແລະ ສີຂຽວເຂັ້ມແມ່ນການດຳລົງຊີວິດຂອງພົນ ລະເມືອງຢູ່ລຸ່ມເສັ້ນຂອງຄວາມທຸກແມ່ນໜ້ອຍກວ່າ.
ໃນຂະນະທີ່ອັດຕາຄວາມທຸກຂອງພົນລະເມືອງໃນຊາດແມ່ນໄດ້ປະເມີນ 34.7%, ອັດຕາຄວາມທຸກໃນ ລະດັບບ້ານມີຢ່າງກ້ວາງຂວາງ. ການສົມທຽບແຜນທີ່ນີ້ກັບແຜນທີ່ທີ່ໄດ້ສະເໜີຢູ່ໃນພາກ A (ແຜນທີ່ A.3) ສະແດງຢ່າງຈະແຈ້ງວ່າອັດຕາການເກີດຜົນສູງສຸດຂອງຄວາມທຸກແມ່ນຢູ່ໃນເຂດພູດອຍ. ອັດຕາ ຄວາມທຸກສູງສຸດແມ່ນຢູ່ໃນເຂດພູດອຍພາກໃຕ້, ຍາວຢຽດໄປຕາມຊາຍແດນຕິດກັບປະເທດຫວຽດ ນາມ. ອັດຕາລະດັບຕ່ຳກວ່າແມ່ນສາມາດພົບໃນບ້ານສວ່ນຫຼາຍຂອງພາກເໜືອເນື້ອທີ່ສູງ ຂື້ນໄປ. ອັດຕາຄວາມທຸກຕຳສຸດ, ໃນທາງທີ່ກົງກັນຂ້າມ, ແມ່ນພົບໃນເຂດຊານເມືອງ ແລະ ອອ້ມຂ້າງ ແລະ ໃນເມືອງໃຫຍ່, ເທິງພູພຽງບໍລິເວນ (ບາງທີຍ້ອນວ່າມີເງື່ອນໄຂເປັນໄປໄດ້ການກະສິກຳທີດີ ແລະ ດີນທີ່ອຸດົມສົມບູນຈາກຫີນພູເຂົາໄຟດີນສີນ້ຳຕານ ແລະ ເງື່ອນໄຂສະພາບອາກາດດີ) ແລະ ໃນພາກໃຕ້ ຂອງແຂວງໄຊຍະບູລີຍາວໄປຕາມຊາຍແດນປະເທດໄທ.
ແຜນທີ່ນີ້ໄດ້ໃຫ້ລາຍລະອຽດຂອງຂະໜາດການຂະຫຍາຍຕົວຂອງຄວາມທຸກກັບພື້ນທີ່. ຕົວຢ່າງໃນແຂວງ ຫຼວງພະບາງແຜນທີ່ສະແດງຢ່າງລະອຽດເນື້ອທີ່ສີຂຽວຍາວຕາມແມ່ນ້ຳຂອງ ແລະ ໃນ ແລະ ອ້ອມຂ້າງ ຂອງເມືອງຫຼວງພະບາງ. ນອກຈາກນີ້, ບ້ານທີ່ແຜນທີ່ໄດ້ສະແດງໃຫ້ເຫັນສີຂຽວໜຶ່ງຢືດອອກໃນເນື້ອທີ່ ສີແດງ ແລະ ສີນ້ຳໝາກກ້ຽງ, ຫຼັກໝາຍແມ່ນຕ່ຳກວ່າຮ່ອມພູຂອງນ້ຳອູ (ອັນທີ່ທັບກັບພາກທຳອິດຂອງ ຫົນທາງຫຼັກທີ່ເຊື່ອມຕໍ່ໃສ່ຕົວເມືອງຫຼວງພະບາງ ແລະ ຕົວເມືອງອຸດົມໄຊ). ພື້ນທີ່ເຫຼົ່ານີ້ແມ່ນມີອັດຕາການເກີດຂື້ນຜົນຂອງຄວາມທຸກຕ່ຳຊື່ງຖືກອ້ອມໂດຍພື້ນທີ່ພູດອຍກັບອັດຕາຄວາມທຸກທີ່ເພີ່ມຂື້ນ. ບ້ານທີ່ໃກ້ ແມ່ນ້ຳ ປົກກະຕິໄດ້ຮັບຜົນປະໂຫຍດຈາກແຜນດິນທີ່ຮາບພຽງ, ໃນຮອບປີໜຶ່ງສາມາດນຳໃຊ້ນ້ຳເປັນຊົນ ລະປະທານ ແລະ ນຳໃຊ້ການຄົມມະນາຄົມທາງນ້ຳ, ທັງໝົດເຊິ່ງແມ່ນທິດທາງອັນສະເພາະເພື່ອຫຼຸດຜ່ອນ ອັດຕາຄວາມທຸກ. ນອກຈາກນີ້, ຫຼາຍພື້ນທີ່ໃນຊານເມືອງ ແລະ ຢູ່ອ້ອມຂ້າງເມືອງ ແລະ ຕົວເມືອງໃນ ແຂວງ ທາງພາກເໜືອຂອງແຂວງທີ່ມີພູດອຍປະກົດເຫັນໄດ້ຢ່າງຈະແຈ້ງກໍ່ຄືພື້ນທີ່ສີຂຽວ. ເຫຼົ່ານີ້ຊຶ່ງເຫັນ ໄດ້ຊັດເຈນຢູ່ຕົວເມືອງຜົ້ງສາລີ, ແລະ ຢູ່ເມືອງສີງຢູ່ໃນພາກເໜືອຂອງແຂວງຫຼວງນ້ຳທາ ແລະ ໃນຕົວເມືອງ ຂອງເມືອງໂພນສະຫວັນໃນແຂວງຊຽງຂວາງ.
ໃນພາກເໜືອຂອງປະເທດ, ມີອິດທິພົນຂອງຕາໜ່າງຂອງຫົນທາງແມ່ນເຫັນສະເພາະໃນບາງສະຖານທີ (ສົມທຽບກັບແຜນທີ່ A.3 ແລະ A.6). ຕົວຢ່າງ, ມີບັນດາບ້ານທີ່ປົກຫຸ້ມດ້ວຍສີຂຽວທີ່ແຈກຢາຍຢູ່ ລະຫວ່າງນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ, ຄ່ອໜ້ອຍລົງລະຫວ່າງຫຼວງພະບາງ ແລະ ໄຊຍະບູລີ ແລະ ໄກໄປຮອດປາກລາຍໃນແຂວງໄຊຍະບູລີ. ລັກສະນະແບບດຽວກັນນີ້ມີເສັ້ນທາງໃຫຍ່ເຊື່ອມຕໍ່ກັບ ຕົວເມືອງ. ອັນນີ້ບາງທີແມ່ນຂໍ້ສັງເກດໜຶ່ງຂອງຜົນກະທົບຂອງການເຂົ້າຫາຕະຫຼາດຕໍ່ກັບອັດຕາຄວາມ ທຸກ. ເຊັ່ນດຽວກັນ, ເສັ້ນສີຂຽວທີ່ຢືດອອກຈາກໄຈກາງຂອງແຂວງຫົວພັນເຂົ້າໄປຫາຫຼັກໝາຍຊາຍແດນ ປະເທດຫວຽດນາມສະແດງການເດີນທາງຂອງເສັ້ນທາງຈາກຕົວເມືອງຊຳເໜືອຫາເມືອງວຽງໄຊ ແລະ ຊາຍແດນຫວຽດນາມ, ນີ້ແມ່ນສະແດງທ່າແຮງຂອງການຄ້າຊາຍແດນເພື່ອສ້າງຜົນປະໂຫຍດໃຫ້ແກ່ ປະຊາຊົນທີ່ອາໄສຢູ່ໃນສະຖານທີ່ນັ້ນ. ເສັ້ນທາງຈາກເມືອງອຸດົມໄຊຫາທ່າເຮືອແມ່ນ້ຳຂອງໃນປາກແບ່ງ ແມ່ນເຫັນໄດ້ຢ່າງຈະແຈ້ງ, ແລ່ນໄປທາງທິດຕາເວັນຕົກສ່ຽງໃຕ້ຈາກອຸດົມໄຊໃນສາຍທີ່ຂ້ອນຂ້າງຊື່ຕາມ ລຳແມ່ນ້ຳຂອງ.
ໃນພາກໃຕ້, ນອກຈາກພື້ນທີ່ສີຂຽວທີ່ແຈກຢາຍໄປຕາມຮ່ອມແມ່ນ້ຳຂອງ, ບັນດາບ້ານທີ່ມີອັດຕາຄວາມ ທຸກທີ່ ຕ່ຳກວ່າແມ່ນແຈກຢາຍອອກຕາມຫົນທາງທີ່ເຊື່ອມຕໍ່ເສັ້ນທາງໃຫຍ່ເລກທີ 13 ໃຕ້ ໃນລ່ອງ ແມ່ນ້ຳຂອງຕາມຕີນພູທີ່ຕິດກັບຫຼັກຊາວ ແລະ ຊາຍແດນຂ້າມໄປຫາປະເທດຫວຽດນາມ, ເປັນເສັ້ນທາງ ຜ່ານອັນໜຶ່ງຂອງ ການເດີນທາງແຕ່ທາງຕາເວັນຕົກ- ຕາເວັນອອກຜ່ານແຂວງບໍລິຄຳໄຊ, ອັນທີ່ເຮັດໃຫ້ເປັນຊ່ອງທາງທີ່ສຳຄັນສຳລັບການຄ້າລະຫວ່າງສອງປະເທດ.