![]() |
SECTION H | |||
ເງື່ອນໄຂໃນການດຳລົງຊີວິດ |
||||
ບ່ອນພັກອາໄສ, ແມ່ນຖັດຈາກອາຫານຊຶ່ງເປັນສິ່ງໜຶ່ງໃນຄວາມຕ້ອງການພື້ນຖານຂອງມວນມະນຸດ ເຮົາ. ເຮືອນເປັນບ່ອນສຳລັບຄອບຄົວໃນການລ້ຽງດູເດັກນ້ອຍ ແລະ ມັນກໍ່ເປັນສູນກາງຂອງສະມາຊິກ ໃນຄອບຄົວເພື່ອຈະເຂົ້າມາເຕົ້າໂຮມກັນເມື່ອພວກເຂົາມີພິທີກຳ ຫຼື ວັນແຫ່ງປະເພນີຕ່າງໆ. ນອກນັ້ນ, ເຮືອນມັນຍັງປຽບເໜືອນເປັນບ່ອນທີ່ເພິ່ງໃນເວລາ ທີ່ພວກເຂົາພົບຄວາມຫຍຸ້ງຍາກຕ່າງໆ ເຊັ່ນ: ການ ເຈັບເປັນ ຫຼື ການວ່າງງານ. ກ້າວເຂົ້າໄປເຖິງບ່ອນຢູ່ແບບທຳມະດາຂອງປະຊາຊົນທັງໝົດຂອງແຕ່ລະ ປະເທດມັນແມ່ນຄວາມທ້າທາຍກ່ຽວກັບວັດທະນະທຳສັງຄົມຊິ່ງເປັນຄວາມຮັບຜິດຊອບຂອງສະຖາບັນ ແຫ່ງຊາດຄວນຈະຕ້ອງໄດ້ຄົ້ນພົບ ແລະ ແກ້ໄຂ.
ຄວາມມຸ່ງຫວັງລັດຖະບານແມ່ນເພື່ອຈັດຕຽມທີ່ພັກອາໃສຢ່າງມີມະນຸດສະທຳ ແລະ ມີຄວາມເໜາະສົມ ໄດ້ສ່ອງແສງໃຫ້ເຫັນໃນການສຳຫລວດພົນລະເມືອງ ແລະ ທີຢູ່ອາໃສປີ 2005. ການສຳຫລວດແມ່ນໄດ້ ກຳນົດບັນດາປັດໃຈທີ່ມີີຜົນສະທ້ອນຕໍ່ກັບຄຸນນະພາບຂອງການດຳລົງຊີວິດໃນນັ້ນລວມທັງວັດຖຸທີ່ໄດ້ນຳໃຊ້ເຂົ້າໃນການປຸກ ສ້າງເຮືອນ, ແລະ ການຕອບສະໜອງນ້ຳ ແລະ ພະລັງງານ ແລະ ການສຸຂາອະນາໄມ. ເມື່ອພິຈາລະນາບັນດາເງື່ອນໄຂຂອງການດຳລົງຊີວິດພ້ອມກັນກັບຄວາມໜາແໜ້ນຂອງພົນລະເມືອງ ແລະ ຄວາມສາມາດໃນການເຂົ້າໄປເຖິງເຂດຕົວເມືອງ, ພວກເຮົາສາມາດເຫັນ ສອງຢ່າງສຳຄັນ ທີ່ພົ້ນເດັ່ນ. ທຳອິດ, ໃນທົ່ວ ສປປ ລາວ ອຸປະກອນການປຸກສ້າງທີ່ຈະນຳມາໃຊ້ແມ່ນພົບເຫັນງ່າຍ ແລະ ນິຍົມກັນຫຼາຍທີ່ສຸດ ເຊັ່ນ ການມຸງຫຼັງຄາດ້ວຍໄພຫຍ້າ, ສານໄມ້ໄຜ່ເຮັດຝາເຮືອນ ແລະ ໃຊ້ໄມ້ເຮັດພື້ນ ເຮືອນ. ອຸປະກອນເຫຼົ່ານີ້ໄດ້ຖືກນຳໃຊ້ຢ່າງເປັນປະຈຳ ແລະ ມີຄວາມຕິດພັນກັບຮີດຄອງປະເພນີ ແລະ ວັດທະນະທຳຂອງການປຸກສ້າງເຮືອນແບບຊົນນະບົດ. ຜູ້ທີ່ທຸກ ຍາກກໍ່ມີຄວາມສາມາດທີ່ຈະຊື້ ອຸປະກອນເຫຼົ່ານີ້ໄດ້ເພື່ອປຸກສ້າງເຮືອນຕາມແບບປະເພນີດັ່ງກ່າວນັ້ນ ແລະ ຜູ້ທີ່ມີເງິນຫຼາຍກໍ່ສ້າງເຮືອນ ທີ່ມີຮູບແບບທີ່ຄ້າຍຄືກັນ ແລະ ສິ່ງທີ່ແຕກຕ່າງ ກັນກໍ່ພຽງແຕ່ການນຳໃຊ້ໄມ້ທີ່ມີລາຄາແພງກ່ວາ ແລະ ການຊື້ອຸປະກອນເຄື່ອງໃຊ້ເຂົ້າໃນການຕົບແຕ່ງທີ່ມີລາຄາແພງຫຼາຍກ່ວາເທົ່ານັ້ນ. ປະການທີສອງ, ເຖີງແມ່ນວ່າປົກະຕິແລ້ວໄດ້ເລືອກເອົາແຜ່ນສັງ ກະສີໃນການມຸງຫລັງຄາເພາະວ່າມັນມີອາຍຸ ການ ນຳໃຊ້ງານຍາວນານຫຼາຍ, ແຕ່ວ່າການນຳໃຊ້ອຸປະກອນເຄື່ອງໃຊ້ຕາມທຳມະຊາດມັນບໍ່ເປັນພຽງ ແຕ່ລາຄາຖືກກວ່າເທົ່ານັ້ນແຕ່ມັນຍັງໄດ້ສ້າງບັນຍາກາດຂອງການດຳລົງຊີວິດໃຫ້ກົມກືນກັນຫຼາຍຂື້ນກັບພູມມີປະເທດທີ່ມີຝົນຕົກໜັກໃນຊ່ວງລະດູຝົນ ແລະ ການປະປ່ອຍໃຫ້ຕາກແດດ ແລະ ມີຝຸ່ນໃນ ຊ່ວງລະດູແລ້ງ.ການປະເມີນສະຖິຕິໃນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສໃນປີ 2005 ແລະ ການແຈກຢາຍ ແບບໄລຍະຫວ່າງທີ່ໄດ້ຈັດຫາຮູບ ພາບທີ່ລະອຽດກ່ຽວກັບປະເພດ. ຂະໜາດຂອງເຮືອນທີ່ປະ ຊາຊົນອາໄສຢູ່. ໂດຍທົ່ວໄປແລ້ວການນຳໃຊ້ອຸປະກອນທາງທຳມະຊາດທີ່ມີຢູ່ເພື່ອປຸກສ້າງເຮືອນແມ່ນເປັນ ເລື້ອງທົ່ວໄປສິ່ງເຫຼົ່ານີ້ມັນບໍ່ພຽງແຕ່ຍອ້ນລາຄາຂອງມັນຖືກກວ່າແຕ່ມັນຍັງມີຄວາມເໝາະສົມສຳລັບສະພາບແວດລ້ອມ ຂອງເຂດອາກາດຮ້ອນ ແລະ ລົມມໍລະສູມ. ການວິເຄາະຂໍ້ມູນຂອງສະຖິຕິແມ່ນ ສະແດງໃຫ້ເຫັນເຖິງບັນດາໂອກາດ ຕ່າງໆສຳລັບການປັບປຸງຕົວຢ່າງ ຄວນມີການລົງທຶນທີ່ສຳຄັນຕົ້ນຕໍທາງດ້ານການຕອບສະໜອງນ້ຳສະອາດ ແລະ ການສຸຂາອະນາໄມໃນຂົງເຂດຢ່າງກວ້າງຂວາງ ເພື່ອຫຼຸດຜ່ອນຄວາມສ່ຽງທາງດ້ານສຸຂະພາບ.
|