ພື້ນທີ່ຢູ່ອາໄສສະເລ່ຍຕໍ່ຫົວຄົນຖືກກຳນົດຂື້ນມາເພື່ອເປັນເຄື່ອງຊີ້ບອກດ້ານສັງຄົມທີ່ສຳຄັນໃນ ‘ອາເຈັນດ້າ 21’, ບົດທີ່ 7 ວ່າດ້ວຍການຕັ້ງຖິ່ງຖານແບບຍືນຍົງຂອງມະນຸດ. ນີ້ແມ່ນສິ່ງຊີ້ບອກທີ່ສຳຄັນໃນການຈັດສັນທີ່ຢູ່ອາໄສຢ່າງມີຄຸນນະພາບ, ຊຶ່ງມັນໄດ້ເປັນຕົວວັດແທກຄວາມພໍພຽງຂອງພື້ນທີ່ຢູ່ອາໄສສຳລັບການດຳລົງຊີວິດ. ຄ່າຊີ້ບອກທີ່ຕ່ຳແມ່ນສັນຍານຊີ້ບອກເຖິງຄວາມແອອັດເກີນໄປ. ອີງຕາມອົງການສະຫະປະຊາຊາດ ການວັດແທກຄວາມພໍພຽງ ຂອງຄວາມຕ້ອງການພື້ນຖານຂອງມະນຸດສຳລັບໃຊ້ເປັນທີ່ພັກອາໄສ. ເງື່ອນໄຂການຕັ້ງຖິ່ນຖານຂອງມະນຸດໃນຫຼາຍໆ ແຫ່ງໃນໂລກເຊື່ອມໂຊມລົງຕົ້ນຕໍແມ່ນຜົນເນື່ອງມາຈາກລະດັບການລົງທຶນຕ່ຳ, ເຖິງວ່າການລົງທຶນທີ່ກ່າວເຖິງນັ້ນຈະດຶງດູດເອົາການລົງທຶນຈາກທັງພາກລັດ ແລະ ພາກເອກະຊົນ. ນະໂຍບາຍການຈັດສັນທີ່ຢູ່ອາໄສ, ໂດຍສະເພາະໃນເຂດຕົວເມືອງ, ມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ເງື່ອນໄຂການດຳລົງຊີວິດຂອງຄົນ. ໃນການຕັ້ງຖິ່ນຖານຂອງຜູ້ມີລາຍໄດ້ຕ່ຳ, ພື້ນທີ່ຢູ່ອາໄສຕໍ່ຫົວຄົນທີ່ຫຼຸດຜ່ອນລົງແມ່ນກ່ຽວຂ້ອງກັບຄວາມສ່ຽງຕໍ່ການເກີດບັນຫາສຸຂະພາບຕ່າງໆ. ສິ່ງຊີ້ບອກເຫຼົ່ານີ້ກ່ຽວຂ້ອງກັບຕົວຊີ້ບອກທາງດ້ານເສດຖະກິດສັງຄົມຢ່າງສະໜິດແໜ້ນ ຊຶ່ງຄວນຈະໄດ້ຮັບການພິຈາລະນາ, ລວມທັງຄວາມໜາແໜ້ນຂອງພົນລະເມືອງ (ເບິ່ງໃນແຜນທີ່ B.1), ອັດຕາການຂະຫຍາຍຕົວຂອງພົນລະເມືອງ, ພື້ນທີ່ ແລະ ພົນລະເມືອງທີ່ຕັ້ງຖິ່ນຖານແບບບໍ່ເປັນທາງການ, ແລະ ຄ່າໃຊ້ຈ່າຍສຳລັບໂຄງລ່າງພື້ນຖານຕໍ່ຫົວຄົນ. ນອກຈາກນັ້ນ, ສິ່ງທີ່ບໍ່ຄວນລືມແມ່ນມັນຍັງ ກ່ຽວຂ້ອງກັບລັກສະນະຂອງການສຶກສາສະຖິຕິພົນລະເມືອງເຊັ່ນ ອັດຕາສ່ວນການເພິ່ງພາອາໄສ (ເບິ່ງໃນແຜນທີ່ B.5) ລວມທັງວິທີປະຕິບັດທາງວັດທະນະທຳ ແລະ ປະເພນີຂອງຊົນເຜົ່າ (ເບິ່ງໃນພາກ F).
ພື້ນທີ່ຢູ່ອາໄສສະເລ່ຍຕໍ່ຫົວຄົນໃນ ສປປລາວ ປະມານ 6.5m2 ອີງໃສ່ພື້ນທີ່ດ້ານໃນຂອງຕົວອາຄານ, ບໍ່ແມ່ນພື້ນທີ່ດິນ. ດ້ວຍພື້ນທີ່ຢູ່ອາໄສສຳລັບປຸກສ້າງເຮືອນຢູ່ສະເລ່ຍ 44m2 ພວກເຮົາຄາດຄະເນໄດ້ວ່າປົກກະຕິພື້ນທີ່ດັ່ງກ່າວຈະມີຄົນຢູ່ຮ່ວມກັນປະມານ 7 ຄົນ. ຕົວເລກນີ້ຊີ້ໃຫ້ເຫັນທົ່ວປະເທດໃນ ສປປ ລາວ, ຕາມປະເພນີ ຜູ້ຄົນອາໄສຢູ່ໃນເຮືອນທີ່ຂ້ອນຂ້າງນ້ອຍ ແລະ ມີຫ້ອງໜ້ອຍ ຊຶ່ງຕ້ອງແບ່ງປັນກັນຢູ່ໝົດຄອບຄົວ, ໂດຍບໍ່ມີຫ້ອງສຳລັບຮຽນ ຫຼື ຫ້ອງສ່ວນຕົວ. ຈະເຫັນໄດ້ວ່າໃນເຂດຕົວເມືອງເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ຕາມເສັ້ນທາງເລກທີ່ 13 ໃຕ້ ນັບແຕ່ປາກຊັນໄປຫາທ່າແຂກ. ແຕ່ລະຄົນມີພື້ນທີ່ຢູ່ອາໄສໂດຍສະເລ່ຍ 8m2 ຫຼື ຫຼາຍກວ່າ 10m2, ແຕ່ໃນແຂວງສະຫວັນນະເຂດຄ່າສະເລ່ຍນີ້ຫຼຸດລົງເປັນ 8m2 ໄປຫາ 4m2 ; ຈາກນັ້ນຄ່າສະເລ່ຍຈະເພີ່ມຂື້ນຄືນໃນພາກຕາເວັນຕົກຂອງແຂວງສາລະວັນ ແລະ ແຂວງຈຳປາສັກ. ໃນແຂວງອັດຕະປື ແລະແຂວງເຊກອງ, ແລະ ລຽບຕາມພາກຕາເວັນອອກຂອງແຂວງສາລະວັນ, ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ພື້ນທີ່ຢູ່ອາໄສສະເລ່ຍຕໍ່ຫົວຄົນຊ້ຳພັດຕ່ຳກວ່າຄ່າສະເລ່ຍໃນລະດັບຊາດ ແຕ່ຈະເພີ່ມຂື້ນສູງອີກ ແຕ່ 6m2 ຫາ 8m2 ຕໍ່ຫົວຄົນ ໃນພາກຕາເວັນອອກຂອງແຂວງຄຳມ່ວນ ແລະ ທົ່ວແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງຫົວພັນ ແລະ ໃຈກາງແຂວງຫຼວງພະບາງ. ໃນພາກເໜືອ ນັບແຕ່ພາກເໜືອຂອງແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ ພື້ນທີ່ຢູ່ອາໄສສະເລ່ຍຕໍ່ຫົວຄົນຢູ່ໃນລະຫວ່າງ 4m2 ຫາ 6m2 ຕໍ່ຫົວຄົນ. ໃນພາກຕາເວັນຕົກສ່ຽງເໜືອຂອງແຂວງໄຊຍະບູລີ ໃນຕົວເມືອງເຊັ່ນ ເມືອງຄອບ ແລະ ເມືອງຊຽງທອງຄ່າສະເລ່ຍແມ່ນ 6m2 ຫາ 8m2 ຕໍ່ຫົວຄົນ. ຊຶ່ງເປັນຄ່າສະເລ່ຍດຽວກັບໃນເມືອງໄຊຍະບູລີ ແລະ ເມືອງພຽງ. ໃນເມືອງບໍ່ແຕນ ແລະ ເມືອງແກ່ນທ້າວແມ່ນມີຄ່າສະເລ່ຍຄືກັນກັບໃນນະຄອນຫຼວງວຽງຈັນ.
ສະຫຼຸຸບລວມແລ້ວ ພວກເຮົາສັງເກດເຫັນວ່າ ໃນຕົວເມືອງ ແລະ ເຂດທີ່ມີການພັດທະນາຫຼາຍກວ່າ ນັ້ນພື້ນທີ່ຢູ່ອາໄສສະເລ່ຍຕໍ່ຫົວຄົນແມ່ນສູງກວ່າເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ. ສະນັ້ນພວກເຮົາສາມາດສະແດງໃຫ້ເຫັນເຖິງຮູບແບບແຜນທີ່ເປັນໄປຕາມການຈັດສັນປັນສ່ວນເນື້ອທີ່ຕາມໄລຍະຫວ່າງ ເພື່ອສະຫັວດດີພາບຂອງພົນລະເມືອງ (ເບິ່ງໃນແຜນທີ່ l.1). ເຖິງວ່າອັດຕາການຂະຫຍາຍຕົວຂອງພົນລະເມືອງໃນຕົວເມືອງຕ່າງໆຂອງລາວຈະສູງກວ່າໃນເຂດຊົນນະບົດ ແລະ ການຍົກຍ້າຍເຂົ້າກໍ່ມີການຂະຫຍາຍຕົວເຊັ່ນກັນ, ແຕ່ພວກເຮົາກໍ່ບໍ່ເຄີຍພົບເຫັນເຂດໃດທີ່ມີປະຊະກອນແອອັດ ຫຼື ເຂດຊຸມຊົນແອອັດຂະໜາດກ້ວາງຂວາງ. ສີ່ງເຫຼົ່ານີ້ແມ່ນຍັງໄດ້ສະແດງໃຫ້ເຫັນຢູ່ໃນຄວາມຈິງທີ່ວ່າໃນນະຄອນຫຼວງວຽງຈັນ ຕົວຊີ້ບອກແມ່ນຄືກັນຢູ່ໃນທຸກໆ ພາກສ່ວນຂອງຕົວເມືອງ ບໍ່ມີບ້ານໃດທີ່ມີຄ່າຕ່ຳ. ເຖິງຢ່າງໃດກໍ່ຕາມ ພວກເຮົາຕ້ອງສົມມຸດວ່າ ຄວາມແຕກຕ່າງຂອງສິ່ງຊີ້ບອກນີ້ອາດຈະສູງກວ່າໃນເຂດບໍລິເວນໄກ້ຄຽງສະເພາະຢູ່ໃນຕົວເມືອງ.