H.7    
 
ແຫຼ່ງພະລັງງານໃຊ້ສຳລັບແຕ່ງຢູ່ຄົວກິນ    
 
ໃນ​ລະ​ຫວ່າງ​ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ໃນ​ປີ 2005 ຄົວ​ເຮືອນ​ແມ່ນ​ໄດ້​ຖາມ​ກ່ຽວ​ກັບ​ແຫຼ່ງ ພະ​ລັງ​ງານ​ໃຊ້​ສຳ​ລັບ​ແຕ່ງ​ຢູ່​ຄົວ​ກິນ. ຜູ້​ຕອບ​ໄດ້​ສະ​ເໜີ​ໄປ​ຕາມ​ແຕ່​ລະ​ປະ​ເພດ: ໄຟ​ຟ້າ, ນ້ຳ​ມັນ​ກ໊າດ, ໄມ້, ຟືນ, ຖ່ານ​ຫີນ, ຖ່ານ​ໄມ້, ຂີ້​ເລື່ອຍ, ແກ໊ດ ຫຼື ອື່ນໆ. ຜົນ​ໄດ້​ຮັບ​ໄດ້​ສະ​ແດງ​ໃຫ້​ເຫັນ​ໂດຍ​ທົ່ວ​ໄປ​ມີ​ປະ​ມານ 80% ຂອງ ຄົວ​ເຮືອນ​ລາວ​ໃຊ້​ໄມ້​ເປັນ​ແຫຼ່ງ​ພະ​ລັງ​ງານ​ຫຼັກ​ໃຊ້​ສຳ​ລັບ​ແຕ່ງ​ຢູ່​ຄົວ​ກິນ ແລະ 15% ໃຊ້​ຖ່ານ​ໄມ້ ແລະ 1% ໃຊ້​ໄຟ​ຟ້າ ຫຼື ແກ໊ດ, ຕາມ​ລຳ​ດັບ. ການ​ສົມ​ທຽບ​ກັບ​ຜົນ​ຂອງ ການ​ສຳ​ຫລວດ ພົນ​ລະ​ເມືອງ​ປີ 1995 ສະ​ແດງ​ໃຫ້ ເຫັນ​ວ່າ​ປະ​ຈຸ​ບັນ​ນີ້​ປະ​ຊາ​ຊົນ​ໄດ້​ນຳ​ໃຊ້​ຖ່ານ​ໄມ້​ຫຼາຍ​ຂື້ນ​ແທນ​ການ​ນຳ​ໃຊ້​ຟືນ​ແຕ່​ວ່າ​ການ​ນຳ​ໃຊ້​ໄຟ​ຟ້າ​ຫຼຸ​ດລົງ. ຖ່ານ​ໄມ້​ມີ​ຜົນ​ປະ​ໂຫຍດ​ຫຼາຍ​ເພາະ​ວ່າ​ຟືນ ບັນ​ຈຸ​ພະ​ລັງ​ງານ​ສູງ ແລະ ການ​ນຳ​ໃຊ້​ສ່ວນ​ຫຼາຍ ບໍ່​ມີ​ຄວັນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ຂະ​ບວນ​ການ​ຜະ​ລິດ​ຖ່ານ​ຈາກ​ໄມ້​ຈະ​ໄດ້​ຖ່ານ​ພຽງ​ແຕ່ 20%-25% ແລະ ປະ​ມານ 70% ຂອງ​ພະ​ລັງ​ງານ​ໄມ້​ແມ່ນ​ໄດ້​ສູນ​ເສຍ​ໃນ​ຂັ້ນ​ຕອນ​ການ​ເຜົາ​ໄໝ້.
ແຜ່ນ​ທີ່ H.7 ສະ​ແດງ​ໃຫ້​ເຫັນ​ແຫຼ່ງ​ພະ​ລັງ​ງານ​ຫຼັກ​ຂອງ​ແຕ່​ລະ​ບ້ານ​ນັ້ນ​ໝາຍ​ເຖິງ​ແຫຼ່ງ​ພະ​ລັງ​ງານ​ທີ່​ສ່ວນ​ໃຫຍ່​ຂອງ ຄົວ​ເຮືອນ​ໃນ​ບ້ານ​ໄດ້​ເວົ້າ​ວ່າ​ພວກ​ເຂົາ​ໄດ້​ນຳ​ໃຊ້. ພວກ​ເຮົາ​ເຫັນ​ຢ່າງ​ຈະ​ແຈ້ງ​ສຳ​ລັບ​ຄວາມ ຫຼວງ​ຫຼາຍ​ຂອງ​ປະ​ເທດ, ໄມ້​ທີ່​ຍັງ​ເຫຼືອ​ແມ່ນ​ເຊື້ອ​ໄຟ​ທີ່​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ການ​ນຳ​ໃຊ້​ຖ່ານ​ໄມ້​ແມ່ນ​ມີ​ຄວາມ​ຈຳ​ກັດ​ຕໍ່​ກັບ​ພື້ນ​ທີ່​ຕົວ​ເມືອງ ແລະ ອ້ອມ​ຂ້າງ​ຕົວ​ເມືອງ​ເຊັ່ນ:ໃນ​ທົ່ວ​ນະ​ຄອນ​ຫຼວ​ງວຽງ​ຈັນ ແລະ ບາງ​ບ້ານ​ທີ່​ຢູ່​ຕາມ​ແຄມ​ແມ່​ນ້ຳ​ຂອງ​ໃນ​ແຂວງ ໄຊ​ຍະ​ບູ​ລີ, ແຂວງ​ສະ​ຫວັນ​ນະ​ເຂດ ແລະ ແຂວງ​ຈຳ​ປາ​ສັກ. ຄວນ​ຈະ​ສັງ​ເກດ​ຢູ່​ໃນ​ເຂດ​ເທດ​ສະ​ບານ​ຂອງ​ແຂວງ ອື່ນໆ​ເຊັ່ນ: ແຂວງ​ຫຼວງ​ພະ​ບາງ​ຄົວ​ເຮືອນ​ສ່ວນ​ຫຼາຍ​ແມ່ນ​ຍັງ​ນຳ​ໃຊ້​ໄມ້​ເປັນ​ເຊື້ອ​ໄຟ​ຫຼັກ. ນອກ​ຈາກ​ນີ້, ເຖິງ​ວ່າ​ຢູ່​ໃນ ນະ​ຄອນ​ຫຼວ​ງວຽງ​ຈັນ​ຈະ​ມີ​ຄວາມ​ທັນ​ສະ​ໄໝ​ຫຼາຍ​ດ້ານ​ຂອງ​ແຫຼ່ງ​ພະ​ລັງ​ງານ​ເປັນ​ຕົ້ນ​ແມ່ນ: ແກ໊ດ ຫຼື ໄຟ​ຟ້າ​ທີ່​ຍັງ ຄົງ​ມີ​ບົດ​ບາດ​ການ​ນຳ​ໃຊ້​ຕ່ຳ​ກ່ວ​າ​ຖ່ານ​ໄມ້. ເຫດ​ຜົນ​ສຳ​ຄັນ​ນີ້​ແມ່ນ​ອາດ​ຈະ​ເປັນ​ໄປ​ໄດ້​ທີ່​ມັນ​ມີ​ຄວາມ​ກ່ຽວ​ຂ້ອງ ລາ​ຄາ​ຂອງ​ພະ​ລັງ​ງານ​ຊຶ່ງ​ຖ່ານ​ໄມ້​ມີ​ລາ​ຄາ​ທີ່​ຖືກ​ກ່ວ​າ, ແຕ່​ຄວນ​ຈະ​ຄຳ​ນຶງ​ເຖິງ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ຄວາມ ນິ​ຍົມ​ຂອງ​ຜູ້​ຊົມ​ໃຊ້.
ໃນ​ບົດ​ສະ​ຫຼຸບ​ສາ​ມາດ​ເວົ້າ​ໄດ້​ວ່າ: ສປປ ລາວ ອາ​ໄສ​ຟືນ ແລະ ຖ່ານ​ໄມ້​ເປັນ​ແຫຼ່ງ​ພະ​ລັງ​ງານ​ຫຼັກ. ການ​ນຳ​ໃຊ້​ສິ່ງ​ເຫຼົ່າ​ນີ້​ມີ​ຜົນ​ສະ​ທ້ອນ​ທີ່​ສຳ​ຄັນ​ຢູ​​ສອງ​ຢ່າງ. ພວກ​ເຮົາ​ຕ້ອງ​ຍອມ​ຮັບ​ຄວາມ​ຕ້ອງ​ການ​ເຊື້ອ​ໄຟ​ຈາກ​ໄມ້​ມັນ​ນຳ​ມາ​ຊຶ່ງ​ຜົນ​ກະ​ທົບ​ທີ່​ບໍ່​ດີ​ຕໍ່​ແຫຼ່ງ​ຊັບ​ພະ​ຍາ​ກອນ​ປ່າ​ໄມ້​ຂອງ ສປປ ລາວ. ອີກ​ຢ່າງ​ໜຶ່ງ, ໃນ​ຕົວ​ເມືອງ ແລະ ຂອບ​ເຂດ​ເນື້ອ ທີ່​ປ່າ​ໄມ້​ແມ່ນ​ມີ​ໜ້ອຍ​ເຊັ່ນ: ໂພນ​ສະ​ຫວັນ​ມີ​ຜົນ​ກະ​ທົບ​ທີ່​ບໍ່​ດີ​ຫຼາຍ​ກ່ວ​າ​ຕໍ່​ກັບ​ພື້ນ​ທີ່ໆປ່າ​ໄມ້​ຍັງ​ຄົງ​ຕົວ​ຢູ່. ພວກ​ເຮົາ ຄວນ​ເຂົ້າ​ໃຈ​ເຊັ່ນ​ດຽວ​ກັນ​ວ່າ​ອັດ​ຕາ​ສ່ວນ​ຂອງ​ການ​ເພິ່ງ​ພາ​ອາ​ໄສ​ຂອງ​ພົນ​ລະ​ເມືອງ​ລາວ​ແມ່ນ​ມີ​ສູງ​ຕໍ່​ກັບ​ແຫຼ່ງ​ຊັບ ພະ​ຍາ​ກອນ​ປ່າ​ໄມ້. ປະ​ຊາ​ຊົນ​ລາວ​ບໍ່​ພຽງ​ແຕ່​ອາ​ໄສ​ປ່າ​ໄມ້​ເພື່ອ​ນຳ​ມາ​ເປັນ​ຟືນ​ແຕ່​ອີກ​ຢ່າງ​ໜຶ່ງ​ສີ່ງ​ອື່ນໆ ທີ່​ມາ​ຈາກ​ປ່າ​ຊຶ່ງ​ບໍ່​ແມ່ນ​ໄມ້ (NTFPs). ສິ່ງ​ເຫຼົ່າ​ນີ້​ແມ່ນ​ຮັບ​ຮູ້​ກັນ​ຢ່າງ​ກ້ວ​າງ​ຂວາງ. ສະ​ຫຼຸ​ຸບ​ຫຍໍ້​ພົນ​ລະ​ເມືອງ​ລາວ​ມີ​ຄວາມ​ໜ້າ ສົນ​ໃຈ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ນຳ​ໃຊ້​ແຫຼ່ງ​ຊັບ​ພະ​ຍາ​ກອນ​ປ່າ​ໄມ້​ແບບ​ຢືນ​ຢົງ​ເພາະ​ວ່າ​ຖ້າ​ຄວາມ​ຂາດ​ແຄນ​ໄດ້​ເພີ້ມ ຫຼາຍ​ຂື້ນ​ມັນ​ກໍ່​ຈະ​ນຳ​ມາ​ເຊິ່ງ​ລາ​ຄາ​ເຊື້ອ​ໄຟ​ທີ່​ສູງ​ຂື້ນ ແລະ ການ​ສູນ​ເສຍ​ລາຍ ຮັບ​ຈາກ​ສີ່ງ​ອື່ນໆ ທີ່​ມາ​ຈາກ​ປ່າ​ຊຶ່ງ​ບໍ່​ແມ່ນ​ໄມ

 

 

 


ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF