|
ສປປ ລາວ ມີຄວາມສາມາດໃນການຜະລິດພະລັງງານໄຟຟ້າໄດ້ທັງໜົດເຖິງ 673 MW, ເຊິ່ງໃນນັ້ນໂຮງຈັກຜະລິດໄຟຟ້າດ້ວຍພະລັງງານນ້ຳ ແມ່ນຜະລິດໄດ້ເຖີງ 99.8% ແລະ ສ່ວນເຄື່ອງຜະລິດໄຟຟ້າດ້ວຍ ນ້ຳມັນກາຊວນ ແລະ ລະ ບົບກະແສໄຟຟ້າພະລັງງານແສງອາທິດແມ່ນຜະລິດສ່ວນທີ່ຍັງເຫຼືອ. ໃນປີ 2006, ເຄື່ອງຜະລິດໄຟຟ້າດ້ວຍ ພະລັງງານນ້ຳໃນສປປ ລາວ ຜະລິດພະລັງງານໄດ້ 3,595 GW-h. ແຕ່ລະປີ ສປປ ລາວໄດ້ມີການສົ່ງໄຟຟ້າອອກ ແລະ ນຳເຂົ້າມາຢ່າງຫລວງຫຼາຍຈາກບັນດາປະເທດເພື່ອນບ້ານ. ຕົວຢ່າງ: ໃນປີ 2006 ການສົ່ງໄຟຟ້າອອກລວມໄດ້ 2,487 GW-h. ໃນຂະນະທີ່ການນຳເຂົ້າແມ່ນ 0.631 GW-h. ຈຳນວນຂອງພະລັງງານທີ່ນຳເຂົ້າແມ່ນໄດ້ຄາດຄະເນວ່າມີການເພີ້ມຂື້ນ ຂະນະທີ່ເຫດຜົນຍ້ອນຄວາມຕ້ອງການຢູ່ພາຍໃນຊຶ່ງເພີ່ມຂື້ນຢ່າງວ່ອງໄວ ແລະ ຂໍ້ຈຳກັດຕ່າງໆ ບົນພື້ນຖານການຜະລິດພະລັງງານ. ປື້ມສະຖິຕິິຂອງໄຟຟ້າປະຈຳປີ 2006 ຂອງກົມໄຟຟ້າໄດ້ແຈ້ງໃຫ້ຮູ້ວ່າ ການນຳໃຊ້ພະລັງງານຫຼາຍທີ່ສຸດຍັງຄົງ ແມ່ນການຊົມໃຊ້ຂອງຄົວເຮືອນ ຊຶ່ງເປັນຈຳນວນທີ່ກວມເອົາ ເກີນກວ່າ 50% ຂອງການນຳໃຊ້ທັງໝົດ. ໄຟຟ້າແມ່ນໄດ້ຖຶກນຳໃຊ້ຢ່າງຫລວງຫຼາຍເຂົ້າໃນການໃຊ້ແສງສະຫ່ວາງ ແລະ ເຄື່ອງໃຊ້ຕ່າງໆຂອງຄົວເຮືອນເຊັ່ນ: ຕູ້ເຢັນ ແລະ ເຄື່ອງຮັບໂທລະພາບ ແລະ ວິທະຍຸ. ຄົວເຮືອນສ່ວນໜ້ອຍທີ່ສຸດທີ່ໃຊ້ໄຟຟ້າສຳລັບແຕ່ງກິນ (ເບິ່ງແຜນທີ່ H.7).
ສປປ ລາວ ເປັນປະເທດທີ່ມີພູເຂົາອ້ອມຮອບ ແລະ ມີເຂດຫ່າງໄກສອກຫຼີກເຂດດັ່ງກ່າວແມ່ນມີພົນລະເມືອງອາໄສຢູ່ໜ້ອຍທີ່ສຸດ. ດັ່ງນັ້ນມັນມີຄວາມຫຍຸ້ງຍາກທີ່ສຸດທີ່ຈະຕອບສະໜອງໄຟຟ້າໃຫ້ແກ່ພວກເຂົາ. ປະຈຸບັນນີ້ມີພຽງແຕ່ 58% ຂອງຄົວເຮືອນທັງໝົດເທົ່ານັ້ນທີ່ມີໄຟຟ້າເຂົ້າໄປເຖິງ. 50% ຂອງຄົວເຮືອນເຫຼົ່ານີ້ແມ່ນຂື້ນກັບຕາຂ່າຍໄຟຟ້າແຫ່ງຊາດຊຶ່ງສ່ວນຫຼາຍແລ້ວໄດ້ຖຶກເຊື່ອມຕໍ່ໄປເຖິງເຄື່ອງຜະລິດໄຟຟ້າດ້ວຍພະລັງງານນ້ຳທີ່ມີຢູ່ໃນປະຈຸບັນ. ສ່ວນທີ່ຍັງເຫຼືອອີກ 8% ຂອງຄົວເຮືອນແມ່ນບໍ່ໄດ້ຖຶກເຊື່ອມຕໍ່ມາເຖິງຕາຂ່າຍໄຟຟ້າແຫ່ງຊາດ ແລະ ຂື້ນກັບເຄື່ອງຜະລິດໄຟຟ້າດ້ວຍພະລັງງານນ້ຳຂະໜາດນ້ອຍທີ່ໄດ້ແຍກອອກໄປຕ່າງຫາກ ແລະ ລະບົບພະລັງງານແສງອາທິດ, ເຄື່ອງຈັກຜະລິດໄຟຟ້າ ແລະ ໝໍ້ໄຟລົດ.
ໃນການສະຫຼຸບພວກເຮົາສັງເກດເຫັນວ່າປະມານ 40% ຂອງຄົວເຮືອນທີ່ບໍ່ມີໄຟຟ້າປະເພດໃດເລີຍເຂົ້າເຖີງ. ເຊິ່ງແຜ່ນທີ່ H.6 ສະແດງໃຫ້ເຫັນວ່າບັນດາຄົວເຮືອນເຫຼົ່ານີ້ສ່ວນຫຼາຍແມ່ນຢູ່ໃນເຂດຫ່າງໄກສອກຫຼີກທາງພາກເໜືອ ຫຼື ລຽບຕາມຊາຍແດນທີ່ຕິດກັບປະເທດຫວຽດນາມ. ລັດຖະບານແມ່ນກຳລັງພະ ຍາຍາມກະກຽມໄຟຟ້າໃຫ້ເຂົ້າໄປເຖິງບັນດາຄົວເຮືອນເຫຼົ່ານີ້ ແລະ ຈຸດປະສົງກໍ່ເພື່ອເພີ້ມອັດຕາການນຳໃຊ້ພະລັງງານໄຟຟ້າຂື້ນເຖີງ 90% ກ່ອນປີ 2020. ຮູບແບບການແຈກຢາຍແບບລັກສະນະໄລຍະຫວ່າງໃນປະຈຸບັນສະແດງໃຫ້ເຫັນວ່າບັນຫາດັ່ງກ່າວນີ້ຍັງຄົງເປັນສີ່ງທ້າທາຍທີ່ຍິ່ງໃຫຍ່ ອັນໜຶ່ງ. ການຕອບ ສະໜອງໄຟຟ້າໂດຍຜ່ານຕາຂ່າຍໄຟຟ້າແຫ່ງຊາດເຊິ່ງມີຄວາມເປັນໄປໄດ້ອິງຕາມຫຼັກວິຊາ ການ ແລະ ທາງເສດຖະກິດໃນບັນດາພື້ນທີ່ລຽບຕາມແຄມແມ່ນ້ຳຂອງຊຶ່ງເປັນເຂດທົ່ງພຽງ, ສະຖານທີ່ມີມາດຖານ ຂອງການດຳລົງຊີວິດ, ຄວາມທັນສະໄໝ ແລະ ຄວາມໜາແໜ້ນຂອງພົນລະເມືອງແມ່ນມີສູງກ່ວາ.ໃນທົ່ວປະເທດ ອັດຕາການຕິດຕັ້ງໄຟຟ້າຂອງຄົວເຮືອນສູງສຸດກວມເອົາ 96% ແມ່ນຢູ່ໃນນະຄອນຫລວງ ວຽງຈັນໃນຂະນະທີ່ການຕິດຕັ້ງໄຟຟ້າຕ່ຳສຸດ 9% ແມ່ນຢູ່ໃນແຂວງຜົ້ງສາລີ. ຍອ້ນວ່າ ປະເທດເຮົາຂາດ ເສັ້ນທາງເຊື່ອມຕໍ່ໃນການຕິດຕັ້ງໄຟຟ້າແຫ່ງຊາດໃຫ້ໄປທົ່ວທຸກຂົງເຂດຫຼາຍຕົວເມືອງໄດ້ນຳໃຊ້ໄຟຟ້າ ຈາກບັນດາປະເທດເພື່ອນບ້ານເຊັ່ນ: ປະເທດໄທ, ຈີນ ແລະ ປະເທດຫວຽດນາມ. ຕາຂ່າຍໄຟຟ້າຂອງ ລາວ ທີ່ມີການເຊື່ອມຕໍ່ໄປຫາຕາຂ່າຍໄຟຟ້າຂອງໄທແມ່ນດີກວ່າຕາຂ່າຍໄປຫາປະເທດອື່ນໆເຊີ່ງໄດ້ສະແດງໃຫ້ເຫັນຕົວ ຈີງມີຢູ່ 7 ຈຸດເຊື່ອມຕໍ່ໄປຫາຕາຂ່າຍໄຟຟ້າຂອງໄທ. ຍິ່ງໄປກ່ວານັ້ນ ໃນຊ່ວງລະດູແລ້ງ ເມື່ອຄວາມ ຂາດແຄນພະລັງງານແມ່ນມີທ່າທີວ່າຈະເພີ້ມຂື້ນ ດັ່ງນັ້ນ ສປປ ລາວຈຳເປັນຕ້ອງນຳເຂົ້າກະແສໄຟຈາກປະເທດໄທຫຼາຍກ່ວາເກົ່າ.
|
|

ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF
|