![]() |
H.4 | |||
ແຫລ່ງນ້ຳໃຊ້ຕົ້ນຕໍ | ||||
ແຫລ່ງນ້ຳທີ່ໃຊ້ເພື່ອດື່ມ ແລະ ແຕ່ງກິນຢູ່ໃນ ສປປ ລາວ ໂດຍທົ່ວໄປແລ້ວແມ່ນມີພຽງພໍສຳລັບຢູ່ໃນຊ່ວງ ໄລຍະ 6 ເດືອນຂອງລະດູຝົນ ແລະ ບວກກັບ 2 ເດືອນຕໍ່ມາ. ແຕ່ວ່າຄຸນນະພາບຂອງມັນອາດຈະ ບໍ່ເໜາະສົມໃນການບໍລິໂພກ. ດັ່ງນັ້ນ ຂໍ້ມູນກ່ຽວກັບແຫລງນ້ຳທີ່ໄດ້ນຳໃຊ້ສຳລັບຄົວເຮືອນແມ່ນມີຄວາມສຳຄັນ.
ຂໍ້ມູນດັ່ງກ່າວ ແມ່ນເກັບກຳມາຈາກການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດ ປີ 2005 ໄດ້ລາຍງານວ່າຄົວເຮືອນທີ່ໃຊ້ນ້ຳສ້າງ ຫຼື ນ້ຳບາດານບໍ່ມີຝາປິດ ມີ 23.8%, ໃຊ້ນ້ຳສ້າງ ຫຼື ນ້ຳບາດານ ມີຝາປິດມີ 22.0% ຖັດມາແມ່ນໃຊ້ນ້ຳຈາກແມ່ນ້ຳ ຫຼື ນ້ຳຫ້ວຍ ຫຼື ເຂື່ອນມີ 20.5%, ໃຊ້ນ້ຳປະປາມີພຽງ 12.9% ແລະໃຊ້ນ້ຳຝົນ ແລະ ນ້ຳອື່ນໆ ແມ່ນມີໜ້ອຍກ່ວາ 1%. ມັນແມ່ນການສົມມຸດຖານກ່ຽວກັບ ແຫລ່ງນ້ຳອື່ນໆບວກກັບຜະລິດຕະພັນຈາກອຸ່ນຕຼ້າໄວໂອເລັດ ແລະ ໂອໂຊນເພື່ອນຳມາຜະລິດນ້ຳ. ບັນດານ້ຳດັ່ງກ່າວແມ່ນໄດ້ນຳມາຈຳໜ່າຍດ້ວຍລາຄາທີ່ບໍ່ແພງເກີນໄປສຳລັບຕຸກ 20 ລິດຊຶ່ງໃນເກືອບ ທົ່ວທຸກເມືອງ ແລະ ໝູ່ບ້ານກໍ່ມີຄວາມສະດວກທີ່ຈະເຂົ້າໄປເຖິງ. ບັນດາບ້ານທີ່ຢູ່ຫ່າງໄກສອກຫຼີກແມ່ນ ໄດ້ນຳໃຊ້ໄຫດິນທີ່ມີລັກສະນະແບບຈີນເພື່ອບັນຈຸນ້ຳ. ບັນດາໄຫດິນດັ່ງກ່າວແມ່ນນຳໃຊ້ເພື່ອ ເກັບນ້ຳຝົນ ແລະ ຊຶ່ງໃນເມື່ອກ່ອນແມ່ນນຳໃຊ້ນ້ຳເພື່ອດື່ມ ແລະ ແຕ່ງກິນ ແຕ່ມາໃນປະຈຸບັນນ້ຳເຫຼົ່ານັ້ນແມ່ນນຳມາ ເພື່ອໃຫ້ສັດດື່ມ ແລະ ກໍ່ໃຊ້ເພື່ອອາບ ຫຼື ຊັກເຄື່ອງ. ໂດຍທົ່ວໄປແລ້ວອາດຈະເວົ້າໄດ້ວ່າ ປະມານ 35% ຂອງພົນລະເມືອງແມ່ນໄດ້ມີນ້ຳທີ່ມີຄວາມສະອາດຊຶ່ງໄດ້ມາຈາກນ້ຳປະປາມີພຽງ (12.9%) ແລະ ນ້ຳສ້າງ ຫຼື ນ້ຳບາດານ (22.0%) ເຖິງແມ່ນວ່າຢູ່ໃນແຜນທີ່ H.4 ການມີ ນ້ຳຄືດັ່ງກ່າວກໍ່ມີຂອບ ເຂດຈຳກັດ. ແຜນທີ່ H.4 ສະແດງໃຫ້ເຫັນວ່າເກືອບທຸກໆຂົງເຂດເທດສະບານເມືອງໃນປະຈຸບັນແມ່ນມີອ່າງ ສະໂຕໂດເກັບນ້ຳຊຶ່ງເຮັດໃຫ້ຄົວເຮືອນຢູ່ໃນສູນກາງຕົວເມືອງມີນ້ຳປະປາຊຶ່ງມີຄວາມສະອາດມານຳໃຊ້. ການມີນ້ຳປະປາໃຊ້ແມ່ນມີແຕ່ຢູ່ບາງສ່ວນຂອງນະຄອນຫລວງ ວຽງຈັນ, ສະຫວັນນະເຂດ, ສາລະວັນ ແລະຈຳປາສັກ, ສ່ວນຢູ່ແຂວງອື່ນຖ້າມີກໍ່ແມ່ນມີແຕ່່ຢູ່ໃນຕົວເມືອງໃຫຍ່ຂອງແຂວງເທົ່ານັ້ນ. ເຖິງຢ່າງ ໃດກໍ່ຕາມມີພຽງ 12.9% ຂອງພົນລະເມືອງແມ່ນໄດ້ມີແຫລ່ງນ້ຳດັ່ງກ່າວໃຊ້ຊຶ່ງມັນມີຄວາມສະອາດ ແລະ ກໍ່ປະຢັດແຮງງານໃນການໄປຂົນເອົາ. ໃນທາງຕາເວັນອອກຂອງພາກກາງ ແລະ ພາກໃຕ້ ຄົວເຮືອນສ່ວນໃຫຍ່ແມ່ນໃຊ້ນ້ຳຈາກ ແມ່ນ້ຳ, ນ້ຳຫ້ວຍ, ນ້ຳໜອງ ຫຼື ນ້ຳມາຈາກເຂື່ອນ. ສ່ວນຢູ່ພາກເໜືອທີ່ເປັນເຂດພູສູງ ຄົວເຮືອນສ່ວນໃຫຍ່ແມ່ນ ໃຊ້ນ້ຳຈາກນ້ຳລິນ ຫຼື ນ້ຳອອກບໍ່ ໂດຍສະເພາະແມ່ນແຂວງຜົ້ງສາລີ, ແຂວງຫລວງນ້ຳທາ, ແຂວງບໍ່ແກ້ວ, ແຂວງຫົວພັນ, ແຂວງຫລວງພະບາງ, ແລະ ເຂດພິເສດໄຊສົມບູນ. ຢູ່ພາກກາງຂອງ ປະເທດເຂດ ທີ່ໃຊ້ນ້ຳສ້າງມີຝາປິດ ຫຼື ນ້ຳອອກບໍ່ ປະກົດເຫັນມີຢູ່ທາງພາກໃຕ້ເຊັ່ນ ແຂວງ ສະຫວັນນະເຂດ, ພາກ ຕາເວັນຕົກ ຂອງແຂວງສາລະວັນ ແລະ ແຂວງຈຳປາສັກ. ການນຳໃຊ້ນ້ຳ ສ້າງມີຝາປິດ ຫຼື ນ້ຳບາດານ ສ່ວນຫຼາຍແມ່ນເຫັນມີຢູ່ບາງເຂດຂອງແຂວງໄຊຍະບູລີ, ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ແຂວງ ຄຳມ່ວນ ແລະ ແຂວງສະຫວັນນະເຂດ. ຂໍ້ມູນກ່ຽວກັບແຫລ່ງ ນ້ຳທີ່ໃຊ້ເພື່ອດື່ມ ແລະ ແຕ່ງກີນແມ່ນມີຄວາມສຳຄັນຍ້ອນວ່າມັນມີຜົນກະທົບຕໍ່ ສຸຂະພາບຂອງປະຊາກອນ. ໂດຍລວມແລ້ວ 65% ຂອງພົນລະເມືອງແມ່ນຍັງຄົງບໍ່ມີນ້ຳທີ່ສະອາດໃຊ້. ຄວາມຕ້ອງການ ໃນການຕົ້ມນ້ຳເພື່ອບໍລິໂພກນັ້ນມັນຍັງບໍ່ທັນໄດ້ແຜ່ຫຼາຍເທົ່າທີ່ຄວນ. ນ້ຳທີ່ບໍ່ໄດ້ຕົ້ມ ແລະ ອາຫານທີ່ບໍ່ ສຸກແມ່ນສາເຫດຕົ້ນຕໍຂອງພະຍາດລຳໃສ້ ແລະ ຄວາມເຈັບປ່ວຍ ແລະ ນ້ຳໜັກຫຼຸດ ສາເຫດແມ່ນຍອ້ນມີ ແມ່ທ້ອງ ແລະ ອັດຕາການເສຍຊີວິດຂອງເດັກນ້ອຍຈຶ່ງມີສູງຢູ່ໃນ ສປປ ລາວ. ສຳລັບນັກວາງແຜນພັດທະນາດ້ານສັງຄົມມັນແມ່ນຄວາມຕ້ອງການຮີບດ່ວນທີ່ຈະຕ້ອງໄດ້ຂະຫຍາຍ ຕາໜ່າງພື້ນຖານໂຄງລ່າງເພື່ອໃຫ້ມີນ້ຳສະອາດໃຊ້ຈຸດປະສົງແມ່ນເພື່ອຫລີກລ້ຽງການການຕິດ ພະຍາດຕ່າງໆ ທີ່ມາ ທາງນ້ຳຊຶ່ງອາດພາໃຫ້ເສຍຊີວິດໄດ້.
|