|
ໃນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສໃນປີ 2005 ໄດ້ຖາມເຖິງຄົວເຮືອນທີ່ໄດ້ນຳໃຊ້ປະເພດວັດຖຸອຸປະກອນໃນການກໍ່ສ້າງເປັນຝາເຮືອນຕົ້ນຕໍ. ຜົນຂອງມັນໄດ້ສະແດງໃຫ້ຮູ້ວ່າ 43.2% ແມ່ນໃຊ້ໄມ້ແອ້ມຝາເຮືອນ, 35.7% ແມ່ນໃຊ້ໄມ້ຟາກແອ້ມ ແລະ 17.6% ແມ່ນໃຊ້ຊີມັງກໍ່ຊຶ່ງໃນນັ້ນ 2.0% ແມ່ນນຳໃຊ້ປະເພດອື່ນໆ ແລະ 1.5% ແມ່ນບໍ່ໄດ້ບອກປະເພດຝາເຮືອນຂອງ ເຂົາເຈົ້າ. ໃນແຜນທີ່ນີ້ພວກເຮົາຈະເຫັນໄດ້ວ່າຄົວເຮືອນທີ່ໃຊ້ໄມ້ ແລະ ໄມ້ຟາກເປັນຝາເຮືອນແມ່ນແຈກຢາຍໄປທົ່ວປະເທດເຖິງແມ່ນວ່າມັນຈະມີຄວາມແຕກຕ່າງກັນເຊິ່ງໃນນັ້ນເຮືອນທີ່ໃຊ້ອຸປະກອນປະເພດອື່ນໆ ແມ່ນມີໜ້ອຍ ແລະ ມີຢູ່່ໃນ ແລະ ອ້ອມຂ້າງບໍລິເວນທີ່ມີພົນລະເມືອງອາໄສຢູ່ຢ່າງຫຼວງຫຼາຍ.
ແຜນທີ່ H 3 ແມ່ນສະແດງໃຫ້ເຫັນປະເພດຝາເຮືອນຕົ້ນຕໍຂອງແຕ່ລະບ້ານ ແລະ ປະຊາຊົນສ່ວນຫຼາຍ ແມ່ນໃຊ້ໄມ້ຟາກເພື່ອແອ້ມຝາເຮືອນຊຶ່ງເຫັນການແຈກຢາຍຕັ້ງແຕ່ເໜືອຈົນເຖິງໃຕ້. ເຖິງຢ່າງໃດກໍ່ຕາມ ບັນດາເຮືອນທີ່ນຳໃຊ້ໄມ້ເພື່ອເຮັດເປັນຝາກໍ່ຍັງພົບເຫັນຢູ່ໃນພາກຕາເວັນອອກສ່ຽງເໜືອຂອງແຂວງ ຫົວພັນ ແລະ ຢູ່ແຂວງຊຽງຂວາງ ແລະ ພາກໃຕ້ຂອງແຂວງຜົ້ງສາລີເຊັ່ນກັນ. ນອກນີ້ ເຮືອນທີ່ນຳໃຊຊີມັງເພື່ອເຮັດເປັນຝາເຮືອນແມ່ນມີໜ້ອຍ ແລະ ຈະພົບເຫັນຢູ່ທາງຕາເວັນຕົກຂອງພາກໃຕ້ ເຊັ່ນຢູ່ໃນແຂວງ ຈຳປາສັກ ແລະ ແຂວງສະຫວັນນະເຂດ ແລະ ບາງບ່ອນຂອງນະຄອນຫລວງວຽງຈັນ, ຢູ່ບໍລິເວນໃຕ້ສຸດ ຂອງແຂວງໄຊຍະບູລີ ແລະ ເຂດພິເສດໄຊສົມບູນແມ່ນຈະມີໜ້ອຍກ່ວາ. ສ່ວນຄົວເຮືອນທີ່ບໍ່ຮູ້ປະເພດ ອຸປະກອນທີ່ໃຊ້ແອ້ມເປັນຝາເຮືອນຂອງຕົນເອງສັງເກດເຫັນວ່າມີກະຈາຍຢູ່ຫຼາຍແຂວງສົມຄວນ. ອັດຕາສ່ວນທີ່ສຸງທີ່ສຸດແມ່ນຢູ່ແຂວງຫລວງພະບາງ ຖັດມາແມ່ນແຂວງຫົວພັນ, ແຂວງບໍ່ແກ້ວ, ແຂວງ ສະຫວັນນະເຂດ ແລະ ແຂວງເຊກອງ ແລະ ອັດຕາສ່ວນທີ່ຕ່ຳທີ່ສຸດແມ່ນຢູ່ແຂວງອັດຕະປື.
ໂດຍທົ່ວໄປແລ້ວຈະເຫັນວ່າສ່ວນຫຼາຍຄົວເຮືອນທັງໝົດແມ່ນໃຊ້ໄມ້ຟາກເພື່ອແອ້ມເປັນ ຝາເຮືອນຖັດລົງມາແມ່ນໃຊ້ໄມ້ ຊຶ່ງມີຢູ່ຕາມທ້ອງຕະຫຼາດທົ່ວໄປ. ການມີ ແລະ ແຈກຢາຍໄປທົ່ວຂອງໄມ້ແມ່ນໄດ້ເພີ່ມຂື້ນຍ້ອນມີການສ້າງເສັ້ນທາງ ແລະ ການສ້າງໂຮງງານປຸງແຕ່ງໄມ້. ເກືອບທັງໝົດໂຮງງານດັ່ງກ່າວນັ້ນແມ່ນມີໂຮງເລື່ອຍທີ່ມີເຄື່ອງຈັກເຮັດໃຫ້ໄມ້ມີຄວາມລະອຽດ ແລະ ປັບແຕ່ງຮູບແບບຂອງໄມ້ຕາມຄວາມຕ້ອງການ. ໄມ້ທີ່ມີຄຸນນະພາບປະເພດສອງ ແລະ ສາມ ແມ່ນໄດ້ນຳໄປຈຳໜ່າຍຢູ່ໃນຕະຫຼາດໃຫຍ່ຢູ່ພາຍໃນປະເທດ ແລະ ຍ້ອນວ່າການມີເຄື່ອງມືເປັນຂອງຕົນເອງ ເຊັ່ນ ເລື່ອຍໄຟຟ້າ ນ້ອຍ, ກົບມື ແລະ ກະດາດຊາຍຊຶ່ງສີ່ງເຫຼົ່ານີ້ເຮັດໃຫ້ເອກກະຊົນໄດ້ມີການນຳໃຊ້ກ່ຽວກັບໄມ້ແປ້ນ, ໄມ້ອັດ ແລະ ແຜ່ນໄຟເບີເພີ່ມຂື້ນ. ຄົວເຮືອນທີ່ນຳໃຊ້ໄມ້ເຮັດຝາເຮືອນ ແລະ ແປ້ນປູແມ່ນມີຄວາມ ທົນທານ ແລະ ສາມາດປ້ອງກັນຕໍ່ກັບຄວາມໜາວເຢັນຢູ່ໃນຂົງເຂດພູດອຍແຕ່ມັນກໍ່ອາດຈະຖືກ ທຳລາຍໄດ້ຍ້ອນປວກໃນເມື່ອບໍ່ມີການຊອກຫາວິທີປ້ອງກັນ. ສຳລັບຄົວເຮືອນທີ່ມີເຮືອນຢູ່ໄກ້ກັບໂຮງງານ ປຸງແຕ່ງໄມ້ສາມາດທີ່ຈະຊື້ໄມ້ເພື່ອປຸກສ້າງ ແລະ ນອກຈາກນັ້ນໄມ້ກໍ່ເປັນອຸປະກອນທີ່ມີຄວາມ ເໝາະສົມໃນການປຸກສ້າງ.
ສະຫຼຸບລວມແລ້ວເຖິງແມ່ນວ່າໄມ້ແມ່ນເປັນອຸປະກອນທີ່ນຳມາໃຊ້ໂດຍທົ່ວໄປໃນທົ່ວປະເທດ ແລ້ວກໍຕາມແຕ່ວ່າແຜນທີ່ນີ້ຍັງໄດ້ສະແດງໃຫ້ເຫັນເຖິງການນຳໃຊ້ໄມ້ຟາກເພື່ອປຸກສ້າງເຮືອນ ແລະ ເຫັນຢູ່ຢ່າງ ກະແຈກກະຈາຍໄປທົ່ວປະເທດ.
|
|

ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF
|