![]() |
H.1 | |||
ປະເພດຫລັງຄາເຮືອນຕົ້ນຕ |
||||
ປະເພດຫລັງຄາເຮືອນຕົ້ນຕໍແມ່ນໝາຍເຖິງອຸປະກອນກໍ່ສ້າງຕົ້ນຕໍທີ່ໃຊ້ສຳລັບມຸງຫລັງຄາເຮືອນ. ຂໍ້ມູນ ທີ່ມີຄວາມກ່ຽວພັນກັນນັ້ນແມ່ນເກັບກຳມາໄດ້ໂດຍການຖາມຄົວເຮືອນກ່ຽວກັບອຸປະກອນກໍ່ສ້າງທີ່ໃຊ້ໃນການມຸງຫລັງຄາເຮືອນເປັນຕົ້ນແມ່ນ: ກະເບື້ອງ, ສັງກະສີ, ໄມ້, ໄມ້ຟາກ, ຫຍ້າ ແລະ ອື່ນໆ. ໂດຍທົ່ວໄປແລ້ວ ຄົວເຮືອນທີ່ໃຊ້ສັງກະສີມຸງຫລັງຫລັງຄາເຮືອນແມ່ນມີຫຼາຍກ່ວາຫມູ່ຊຶ່ງກວມ ເອົາ 54% ຂອງ ຄົວເຮືອນທັງຫມົດຖັດມາແມ່ນໃຊ້ຫຍ້າມຸງຫັລງຄາມີ 21.7%, ໃຊ້ກະເບື້ອງມີ 13.2% ຂອງຄົວເຮືອນ ທັງຫມົດສ່ວນໃຊ້ໄມ້, ໄມ້ຟາກ, ຫຍ້າ ຫຼື ອື່ນໆ ແມ່ນມີໜ້ອຍຄືຕ່ຳກ່ວາ 6% ລົງໄປ. ແຜນທີ່ນີ້ສະແດງໃຫ້ເຫັນເຖິງການແຈກຢາຍກ່ຽວກັບໄລຍະຫ່ວາງທີ່ກ່ຽວພັນກັບປະເພດຫລັງ ຄາເຮືອນທີ່ໄດ້ນຳໃຊ້ເຊັ່ນ: ກະເບື້ອງ/ຊີແພັກ, ສັງກະສີ, ໄມ້, ໄມ້ຟາກ, ຫຍ້າ, ແລະ ອື່ນໆ ຢູ່ໃນແຜນທີ່ນີ້ມີສາມສີທີ່ສະແດງໃຫ້ເຫັນເຊັ່ນ ສີຂຽວແມ່ນໝາຍເຖິງການມຸງຫລັງຄາດ້ວຍຫ້ຍາ, ສີຂີ້ເທົ່າແມ່ນມຸງດ້ວຍສັງກະສີ,ແລະ ສີເຫຼືອງແມ່ນມຸງດ້ວຍໄມ້ຟາກ. ສີຂຽວຢູ່ໃນແຜນທີ່ນີ້ແມ່ນສະແດງໃຫ້ຮູ້ເຖິງການແຈກຢາຍທີ່ມີໄລຍະຫ່ວາງຂອງເຮືອນທີ່ມຸງດ້ວຍໄມ້ ແລະ ມັນໄດ້ຢັງຢາຍມາແຕ່ແຂວງຫົວພັນຜ່ານແຂວງ ຊຽງຂວາງ ແລະ ລົງໄປຮອດພາກໃຕ້ເລາະລຽບຕາມທາງພາກຕາເວັນອອກຂອງແຂວງບໍລິຄຳໄຊຈາກນັ້ນລົງໄປຮອດແຂວງ ເຊກອງ, ແຂວງອັດຕະປື ແລະ ແຂວງຈຳປາສັກ. ສີຂີ້ເທົ່າແມ່ນສະແດງໃຫ້ຮູ້ເຖິງບັນດາເຮືອນທີ່ສ່ວນຫຼາຍແມ່ນມຸງດ້ວຍສັງກະສີ ແລະ ສາມາດພົບເຫັນຢູ່ໃນພາກຕາເວັນຕົກສ່ຽງໃຕ້ຂອງແຂວງໄຊຍະບູລີ ແລະ ຕໍ່ລົງມາຮອດພາກໃຕ້ຂອງແຂວງ ວຽງຈັນ ແລະ ເລາະລຽບຕາມແຄມແມ່ນ້ຳຂອງທາງເບື້ອງຕາເວັນຕົກຂອງແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫັວນນະເຂດ, ແຂວງ ສາລະວັນ, ແຂວງຈຳປາສັກ, ແຂວງ ເຊກອງ ແລະ ແຂວງອັດຕະປື. ການແຜ່ກະຈາຍຂອງການໃຊ້ວັດຖຸນີ້ແມ່ນຫາໄດ້ງ່າຍຈາກໄທທີ່ມີລາຄາທີ່ພໍຊື້ໄດ້ແລະໄປຊື້ໄດ້ສະດວກ. ສ່ວນຢູ່ທາງພາກເໜືອຂອງແຂວງ ຫລວງພະບາງ ແລະ ແຂວງຫົວພັນ ສັງກະສີທີ່ນຳເອົາມາມຸງຈຳນວນໜຶ່ງແມ່ນນຳເຂົ້າມາຈາກ ແຂວງຢູນານປະເທດຈີນ. ສີເຫຼືອງທີ່ເຫັນເປັນບາງບ່ອນຢູ່ທາງພາກໃຕ້ຂອງແຂວງໄຊຍະບູລີ, ພາກຕາເວັນອອກສ່ຽງເໜືອຂອງແຂວງວຽງຈັນ ແລະ ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ ແລະ ສ່ວນໜຶ່ງຂອງແຂວງອຸດົມໃຊ ແລະ ແຂວງຫລວງພະບາງແມ່ນສະແດງໃຫ້ຮູ້ເຖິງບັນດາເຮືອນທີ່ມຸງດ້ວຍໄມ້ຟາກ. ສິ່ງເຫຼົ່ານີ້ແມ່ນຍ້ອນວ່າກໍໄຜ່ແມ່ນປົກຄຸມໄປທົ່ວຢູ່ຕາມເປີ້ນພູ, ໃນປະຈຸບັນບັນດາເປີ້ນພູດັ່ງກ່າວແມ່ນໄດ້ຖືກຕັດຕົ້ນໄມ້ໃຫ່ຍເພື່ອນຳໃຊ້ທີ່ດິນ. ໃນທາງກົງກັນຂ້າມກັນມີຈຳນວນເຮືອນໜ້ອຍທີ່ສຸດໃນພາກໃຕ້ທີ່ນຳໃຊ້ໄມ້ຟາກມາທຳການມຸງຫລັງຄາບາງເທື່ອອາດຈະເປັນຍ້ອນໄມ້ທີ່ຈະນຳມາປຸກສ້າງນັ້ນແມ່ນຫາໄດ້ງ່າຍຊຶ່ງໄດ້ມາຈາກການຂຸດຄົ້ນໄມ້ຢູ່ຕາມສາຍພູຫລວງ. ໂດຍລວມແລ້ວ, ຄົວເຮືອນໃນ ສປປ ລາວ ສ່ວນຫຼາຍແມ່ນມຸງຫລັງຄາເຮືອນດ້ວຍສັງກະສີ ແລະ ຫຍ້າເນື່ອງຈາກວ່າອຸປະກອນເຫຼົ່ານັ້ນປະຊາຊົນແມ່ນມີຄວາມສາມາດຊື້ໄດ້ ແລະ ສະດວກໃນການຊອກຫາມີຢູ່ໃນທົ່ວປະເທດ. ໃນການປຸກສ້າງທີ່ພັກອາໄສຂອງພົນລະເມືອງ, ຖ້າມີການເຮັດຫລັງຄາດ້ວຍ ອຸປະກອນທີ່ທົນທານກໍ່ອາດສະແດງເຖິງການມີແຜນການຂອງປະຊາຊົນເພື່ອຈະມີທີ່ພັກອາໄສ ທີ່ແໜ້ນໜາຖາວອນ ແລະ ການເລືອກນຳໃຊ້ປະເພດອຸປະກອນຕ່າງໆ ນັ້ນແມ່ນຂື້ນຢູ່ກັບຄວາມ ຮັ່ງມີ ຫຼື ທຸກຍາກຂອງຄົວເຮືອນ. ອີກອັນໜຶ່ງກໍ່ອາດຈະແມ່ນຍ້ອນການຈໍລະຈອນແຈກຢາຍສິນຄ້າລະ ຫວ່າງ ແຂວງ, ລະຫວ່າງຕົວເມືອງ, ລະຫວ່າງປະເທດ ຫຼື ການຕະຫລາດໄປບໍ່ທົ່ວເຖິງສະນັ້ນໂອກາດໃນການ ເຂົ້າເຖິງຂອງຜູ້ຊົມໃຊ້ແມ່ນມີຄວາມບໍ່ດຸ່ນດ່ຽງກັນໃນທົ່ວປະເທດ. |