G.8    
 
ຂະໜາດສະເລ່ຍຂອງເນື້ອທີ່ການກະສິກຳຕໍ່ຄົວເຮືອນ    
 

ຂະ​ໜາດ​ສະ​ເລ່ຍ​ຂອງ​ເນື້ອ​ທີ່​ດິນ​ການ​ກະ​ເສດ​ຕໍ່​ຄົວ​ເຮືອນ​ແມ່ນ​ຂະ​ໜາດ​ຂອງ​ພື້ນ​ທີ່​ດິນ​ທັງ​ໝົດ​ທີ່​ໄດ້​ຖືກ ນຳ​ໃຊ້​ໂດຍ​ບັນ​ດາ​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ທັງ​ໝົດ​ສຳ​ລັບ​ການ​ກະ​ສິ​ກຳ. ເວົ້າ​ອີກ​ຢ່າງ​ໜຶ່ງ, ຂະ​ໜາດ​ຂອງ​ທີ່​ດິນ ທີ່​ຄົວ​ເຮືອນ​ນຳ​ໃຊ້​ກໍ່​ໄດ້​ອະ​ທິ​ບາຍ​ໄວ້​ໃນ​ແຜ່ນ​ທີ່ G.7 ສະ​ບັບ​ກ່ອນ. ການ​ອະ​ທິ​ບາຍ​ພາບ​ໃນ​ແຜ່ນ​ທີ່ G.8 ແມ່ນ​ສະ​ແດງ​ເຖີງ​ການ​ແບ່ງ​ປະ​ເພດ​ຂອງ​ຂະ​ໜາດ​ທີ່​ດິນ​ຕ່າງໆ ທີ່​ໄດ້​ຖືກ​ນຳ​ໃຊ້​ໂດຍ​ບັນ​ດາ​ຄົວ​ເຮືອນ​ເຊີ່ງ ມັນ​ມີ​ເນື້ອ​ທີ່​ນ້ອຍ​ກວ່າ 1 ເຮັກ​ຕາ, ລະ​ຫວ່າງ 1 ຫາ 2 ເຮັກ​ຕາ, 2 ຫາ 3 ເຮັກ​ຕາ, 3 ຫາ 4 ເຮັກ​ຕາ ແລະ ຫຼາຍ​ກວ່າ 4 ເຮັກ​ຕາ. ໃນ​ປະ​ເທດ​ໜຶ່ງ​ການ​ເຮັດ​ກະ​ສິ​ກຳ​ພໍ​ພຽງ​ແຕ່​ກຸ້ມ​ກີນ​ໃນ​ຄອບ​ຄົວ​ແມ່ນ​ຍັງ​ຄົງ​ມີ ບົດ​ບາດ​ເປັນ​ກຸນ​ແຈ​ອັນ​ໜຶ່ງ​ທີ່​ມີ​ສຳ​ຄັນ​ທີ່​ສຸດ​ທາງ​ດ້ານ​ເສດ​ຖະ​ກິດ, ຂະ​ໜາດ​ສະ​ເລ່ຍ​ຂອງ​ທີ່​ດິນ ການ​ກະ​ເສດ​ແມ່ນ​ເປັນ​ເຄື່ອງ​ຊີ້​ບອກ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ກາ​ນວັດ​ແທກ​ຄວາມ​ສາ​ມາດ​ໃນ​ການ​ຍືນ​ຍົງ ຂອງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຄົວ​ເຮືອນ​ໃນ​ເຂດ​ຊົນ​ນະ​ບົດ. ຖ້າ​ຄົວ​ເຮືອນ​ຫາກ​ມີ​ຫົນ​ທາງ​ເຂົ້າ​ໄປ​ເຖີງ ຕອນ​ດິນ​ທີ່​ກວ້າງ​ຂວາງ​ໄດ້​ສະ​ນັ້ນ​ຄວາມ​ສ່ຽງ​ຂອງ​ການ​ຕອບ​ສະ​ໜອງ​ອາ​ຫານ​ທີ່​ບໍ່​ພຽງ​ພໍ ແລະ ການ ຂາ​ດລາຍ​ໄດ້​ກໍ່​ແມ່ນ​ໜ້ອຍ. ເຖີງ​ຢ່າງ​ໃດ​ກໍ່​ຕາມ, ຖ້າ​ຫາ​ກວ່າ​ຂະ​ໜາດ​ສະ​ເລ່ຍ​ຂອງ​ເນື້ອ​ທີ່​ດິນ​ການກະ​ເສດ​ຕໍ່​ຄົວ​ເຮືອນ​ນັ້ນ​ມີ​ໜ້ອຍ​ກວ່າ 1 ເຮັກ​ຕາ​ນີ້​ມັນ​ໝາຍ​ເຖີງ​ຄວາມ​ສ່ຽງ​ໄພ​ຕໍ່​ກັບ​ອາ​ຫານ​ທີ່​ຈະ​ບໍ່ ພຽງ​ພໍ​ທັງ​ໃນ​ລະ​ດັບ​ແຂວງ ແລະ ລະ​ດັບ​ຊາດ. ມັນ​ຄວນ​ໄດ້​ຖືກ​ຄຳ​ນຶ່ງ​ໄວ້​ເຊັ່ນ​ກັນ​ວ່າ ບັນ​ດາ ປັດ​ໃຈ​ອື່ນໆ ເຊັ່ນ: ປະ​ເພດ ແລະ ຄວາມ​ເອົາ​ຈິງ​ເອົາ​ຈັງ​ທາງ​ດ້ານ​ການ​ກະ​ສິ​ກຳ, ສິ່ງ​ທີ່​ໄດ້​ນຳ​ໃຊ້, ການ​ມີ​ແຮງ​ງານ ແລະ ອື່ນໆ. ແມ່ນ​ພາກ​ສ່ວນ​ທີ່​ສຳ​ຄັນ​ເຊັ່ນ​ດຽວ​ກັນ. ຍິ່ງ​ໄປ​ກ່ວ​າ​ນັ້ນ​ຊາວ​ກະ​ສິ​ກອນ​ສ່ວນ​ໃຫ່​ຍ​ຢູ່​ໃນ​ປະ​ເທດ ລາວ​ແມ່ນ​ຍັງ​ຄົງ​ບໍ່​ດຳ​ເນີນ​ກ່ຽວ​ກັບ​ວຽກ​ງານ​ກະ​ສິ​ກຳ​ຢູ່​ຈຸດ​ເດີມ​ນີ້​ມັນ​ກໍ່​ຍັງ​ມີ​ຄວາມ​ສຳ​ຄັນ​ເຊັ່ນ​ກັນ. ເຖີງ ແມ່ນ​ວ່າ, ຊາວ​ກະ​ສິ​ກຳ​ສ່ວນ​ໃຫ່​ຍ​ເຫຼົ່າ​ນີ້​ອາດ​ຈະ​ມີ​ພື້ນ​ທີ່​ນ້ອຍ​ແຕ່​ວ່າ​ເຂົາ​ເຈົ້າ​ກໍ່​ຍັງ​ຄົງ​ຂື້ນ​ກັບ​ປະ​ເພ​ນີ ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ນຳ​ໃຊ້​ເນື້ອ​ທີ່​ດິນ ທີ່​ຄາດ​ໄຖ​ໄວ້​ແລ້ວ​ປ່ອຍ​ໃຫ້​ວ່າງ​ເປົ່າ. ສີ່ງ​ຊີ້​ບອກ​ເຫຼົ່າ​ນີ້ ແມ່ນ​ບໍ່​ໄດ້​ວັດ​ແທກ​ເຖິງ​ການ​ນຳ​ໃຊ້​ເນື້ອ​ທີ່​ດີນ​ເຫຼົ່າ​ນັ້ນ. ຍີ່ງ​ໄປ​ກວ່າ​ນັ້ນ​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ແມ່ນ​ຍັງ​ໄດ້​ເຮັດ​ກ່ຽວ​ກັບ​ກິດ​ຈະ​ກຳ​ອື່ນໆ ຊຶ່ງ​ມີ​ຄວາມ​ສຳ​ຄັນ​ຕໍ່​ກັນ​ຄວາມ ພໍ​ຢູ່​ພໍ​ກີນ​ເຊັ່ນ: ການ​ລ້ຽງ​ສັດ, ການ​ເກັບ​ເຄື່ອງ​ປ່າ​ຂອງ​ດົງ ແລະ ລ່າ​ເນື້ອ ແລະ ອື່ນໆ.
ອີງ​ຕາມ​ຜົນ​ສຳ​ຫຼວດ​ຂອງ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ຂອງ​ປີ 2005 ຂະ​ໜາດ​ສະ​ເລ່ຍ​ຂອງ​ເນື້ອ​ທີ່​ດິນ ກະ​ສິ​ກຳ​ໃນ​ທົ່ວ​ປະ​ເທດ​ແມ່ນ 2.11 ເຮັກ​ຕາ. ຮູບ​ແບບ​ກ່ຽວ​ກັບ​ໄລ​ຍະ​ທີ່​ໄດ້​ແຕ້ມ​ໄວ້​ຢູ່​ໃນ​ແຜ່ນ​ທີ່ G.8 ສະ​ແດງ​ໃຫ້​ເຫັນ​ສອງ​ທ່າ​ອ່ຽງ​ທົ່ວ​ໄປ. ຂັ້ນ​ທຳ​ອິດ​ແຜນ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ເພີ້ມ​ຂື້ນ​ຂອງ​ຂະ​ໜາດ ເນື້ອ​ທີ່​ດີນ​ກະ​ສິ​ກຳ. ສີ່ງ​ນີ້​ໄດ້​ເລີ່ມ​ຈາກ​ບໍ​ລິ​ເວນ​ເຂດ​ພູ​ດອຍ​ຊຶ່ງ​ຂະ​ໜາດ​ສະ​ເລ່ຍ​ຂອງ​ເນື້ອ​ທີ່​ດິນ​ແມ່ນ ໜ້ອຍ​ກວ່າ​ເນື້ອ​ທີ່​ສະ​ເລ່ຍ​ຂອງ​ປະ​ເທດ ແລະ ຍັງ​ສືບ​ຕໍ່​ໄປ​ເຖິງ​ເນື້ອ​ທີ່​ດິນ​ຕາມ​ທົ່ງ​ພຽງ​ທີ່​ລຽບ​ຕາມ​ແຄມ ແມ່​ນ້ຳ​ຂອງ​ເຊິ່ງ​ຂະ​ໜາດ​ຂອງ​ເນື້ອ​ທີ່​ດິນ​ດັ່ງ​ກ່າວ​ແມ່ນ​ມີ​ຫຼາຍ​ກວ່າ​ເນື້ອ​ທີ່​ສະ​ເລ່ຍ​ແຫ່ງ​ຊາດ. ຂັ້ນ​ທີ​ສອງ ແຜນ​ທີ່​ແມ່ນ​ໄດ້​ສະ​ແດງ​ເຖິງ​ຄວາມ​ແຕກ​ຕ່າງ​ແບບ​ພິ​ເສດ​ລະ​ຫວ່າງ​ແຂວງ​ຕ່າງໆ. ພວກ​ເຮົາ​ໄດ້​ສັນ​ນິ​ຖານ ໄວ້​ວ່າ​ແຂວງ​ເຫຼົ່າ​ນີ້​ມີ​ີ​ຄວາມ​ເປັນ​ໄປ​ໄດ້​ກຽ່ວ​ກັບ​ການ​ກະ​ສິ​ກຳ ແລະ ລະ​ບົບ​ນິ​ເວດ​ວິ​ທະ​ຍາ​ເກືອບ​ຄ້າຍ ຄື​ກັນ. ຕົວ​ຢ່າງ: ແຂວງ​ຫລວງ​ພະ​ບາງ​ຂະ​ໜາດ​ສະ​ເລ່ຍ​ຂອງ​ເນື້ອ​ທີ່​ດິນ​ການ​ກະ​ສິ​ກຳ​ແມ່ນ 2.26 ເຮັກ​ຕາ ແຕ່​ຢູ່​ໃນ​ແຂວງ​ໃກ້​ຄຽງ​ຄື​ແຂວງ​ຫົວ​ພັນ​ແມ່ນ 0.77 ເຮັກ​ຕາ.
ສາຍ​ເຫດ​ຂອງ​ຮູບ​ແບບ​ທີ​ສອງ​ທີ່​ພວກ​ເຮົາ​ສາ​ມາດ​ເຫັນ​ໄດ້​ແມ່ນ​ອາດ​ເປັນ​ຍ້ອນ​ວ່າ​ນະ​ໂຍ​ບາຍ​ຕ່າງໆ ຂອງ​ແຕ່​ລະ​ແຂວງ​ກ່ຽວ​ກັບ​ກຳ​ມະ​ສິດ​ທີ່​ດິນ ແລະ ການ​ຕະ​ຫຼາດ. ເຊີ່ງ​ໄດ້​ນຳ​ສະ​ແດງ​ໃນ​ແຜ່ນ​ທີ່ G.7, ທີ່​ດິນ​ໃນ​ແຂວງ​ຫົວ​ພັນ​ຍັງ​ເປັນ​ເນື້ອ​ທີ່​ສ່ວນ​ລວມ​ຢູ່ ແລະ ສະ​ນັ້ນ​ທີ່​ດິນ​ການ​ກະ​ເສດ​ທີ່​ພໍ​ຈະ​ຈັດ​ໃຫ້​ບັນ​ດາ ຄົວ​ເຮືອນ​ເປັນ​ກຳ​ມະ​ສິດ​ແມ່ນ​ໄດ້​ຖືກ​ຈຳ​ກັດ. ໃນ​ແຂວງ​ຫລວງ​ພະ​ບາງ, ການ​ເຂົ້າ​ໄປ​ເຖີງ​ພື້ນ​ທີ່​ດິນ​ທີ່ ກວ້າງ​ຂວາງ​ນັ້ນ​ເບິ່ງ​ແລ້ວ​ຄ້າຍ​ຄື​ວ່າ​ງ່າຍ​ດາຍ​ກວ່າ.
ຮູບ​ແບບ​ທີ່​ສະ​ແດງ​ເຖີງ​ການ​ເພີ້ມ​ຂື້ນ​ຂອງ​ບັນ​ດາ​ຂະ​ໜາດ​ພື້ນ​ທີ່​ດິນ​ເລີ້ມ​ຈາກ​ບ່ອນ​ທີ່​ສູງ​ຈົນ​ໄປ​ເຖີງ ບັນ​ດາ​ພື້ນ​ທີ່​ທົ່ງ​ພຽງ​ແມ່ນ​ສາ​ມາດ​ອະ​ທິ​ບາຍ​ໃຫ້​ເຫັນ​ໄດ້​ນິ​ຍາມ​ຂອງ​ຕົນ​ຊີ້​ບອກ, ເຊີ່ງ​ເລັ່ງ​ໃສ່​ການ​ກະ​ສິ​ກຳ ແບບ​ຖາ​ວອນ. ຍີ່ງ​ໄປ​ກວ່າ​ນັ້ນ, ສອງ​ປັດ​ໄຈ​ທີ່​ສຳ​ຄັນ​ສາ​ມາດ​ອະ​ທິ​ບາຍ​ໄດ້​ເຖິງ​ການ​ເພີ່ມ​ຂື້ນ​ຂອງ​ພື້ນ​ທີ່ ເຫຼົ່າ​ນັ້ນ. ປັດ​ໄຈ​ທີ່​ໜຶ່ງ ແມ່ນ​ການ​ມີ​ເນື້ອ​ທີ່​ດິນ​ທີ່​ເໜາະ​ສົມ​ສຳ​ລັບ​ການ​ກະ​ສິ​ກຳ​ທັງ​ໝົດ ແລະ ລວມ​ທັງ ຄຸນ​ນະ​ພາບ​ຂອງ​ມັນ​ໃນ ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ລັກ​ສະ​ນະ​ພູ​ມີ​ປະ​ເທດ ແລະ ພື້ນ​ດິນ. ປັດ​ໄຈ​ທີ່​ສອງ​ແມ່ນ ການ​ມີ​ກຳ​ລັງ​ແຮງ​ງານ ແລະ ເຄື່ອງ​ຈັກ​ສຳ​ລັບ​ການ​ປູກ​ຝັງ​ທາງ​ດ້ານ​ການ​ກະ​ເສດ. ສ່ວນ​ຫຼາຍ​ຂອງ ຄົວ​ເຮືອນ​ໃນ​ເຂດ​ພື້ນ​ທີ່​ສູງ​ອາດ​ຈະ​ມີ​ບັນ​ຫາ​ຍ້ອນ​ວ່າ​ຂາດ​ຈຳ​ນວນ​ກຳ​ລັງ​ຜູ້​ອອກ​ແຮງ​ງານ (ສົມ​ທຽບ​ກັບ ອັດ​ຕາ​ສ່ວນ​ການ​ເພິ່ງ​ພາ​ອາ​ໃສ ໃນ​ແຜນ​ທີ່ B.5) ແຕ່​ມັນ​ກໍ່​ຍັງ​ຂາດ​ແຄນ​ເຄື່ອງ​ຈັກ​ເຊັ່ນ​ກັນ ແລະ ເງິນ​ທຶນ ອີກ​ດ້ວຍ.

 

 


ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF