![]() |
G.7 | |||
ຄົວເຮືອນມີດິນກະສິກຳເປັນຂອງຕົນເອງ |
||||
‘'ຄົວເຮືອນມີດິນກະສິກຳເປັນຂອງຕົນເອງ’ ໝາຍຄວາມວ່າຄົວເຮືອນເຫຼົ່ານັ້ນແມ່ນເປັນເຈົ້າຂອງທີ່ດິນ ຫຼື ນຳໃຊ້ທີ່ດິນເພື່ອເຮັດການກະສິກຳ. ການພິຈາລະນາເຫັນວ່າອັດຕາສ່ວນຮ້ອຍຂອງພົນລະເມືອງຜູ້ທີ່ໄດ້ເຮັດຈິດຈະກຳຕົ້ນຕໍແມ່ນການກະສິກຳ ມີອັດຕາສູງຫຼາຍ (ເບິ່ງໃນແຜນທີ່ G.6 ) ຄວາມສຳຄັນຂອງ ຄົວເຮືອນທີ່ມີດິນກະສິກຳເປັນຂອງຕົນເອງແມ່ນເຫັນໄດ້ຢ່າງຈະແຈ້ງ: ຄົວເຮືອນບໍ່ມີໂອກາດທີ່ຈະໄດ້ ນຳໃຊ້ທີ່ດິນເປັນຂອງ ຕົນເອງບາງເທື່ອອາດຈະມີຄວາມສ່ຽງຫຼາຍຕໍ່ການເປັນໜີ້ສິນຄືດັ່ງທີ່ຜົນຂອງ ສະພາບອາກາດ ຫຼື ສະພາບຂອງການຕະຫຼາດບໍ່ເໝາະສົມ. ຢູ່ໃນ ສປປ ລາວ 67% ຂອງທັງໝົດຄົວເຮືອນແມ່ນມີດິນກະສິກຳເປັນຂອງຕົນເອງ, ຊຶ່ງເຂົາເຈົ້າຄິດວ່າ ດິນນັ້ນເປັນຂອງເຂົາເຈົ້າ. ໃນເຂດພື້ນທີ່ຕົວເມືອງອັດຕາສ່ວນນີ້ແມ່ນມີສູງເຖິງ 40.6% ຊຶ່ງໄດ້ສະແດງໃຫ້ເຫັນວ່າສ່ວນຫຼາຍແມ່ນຍັງຄົງມີກິດຈະກຳທາງດ້ານກະສິກຳຢູ່ໃກ້ກັບຕົວເມືອງໃຫຍ່ ຫຼື ຢູ່ໃນຕົວເມືອງໃຫຍ່ ແລະ ຍ້ອນເຫດດັ່ງກ່າວມັນອາດມີຄວາມເປັນໄປໄດ້ທີ່ປະຊາຊົນອາໄສຢູ່ໃນຕົວເມືອງໃຫຍ່ມີຄວາມຕ້ອງການກ່ຽວກັບອາຫານ. ແຜນທີ່ G.7 ສະແດງໃຫ້ເຫັນໃນຂອບເຂດທົ່ວປະເທດຄົວເຮືອນສ່ວນໃຫຍ່ແມ່ນມີໂອກາດໃນການນຳໃຊ້ເນື້ອທີ່ດິນກະສິກຳເປັນຂອງຕົນເອງ. ເຖິງຢ່າງໃດກໍ່ຕາມຢູ່ໃນບາງຂອບເຂດທີ່ສະແດງດ້ວຍສີຂຽວອ່ອນຢູ່ໃນແຜນທີ່ດັ່ງກ່າວອັດຕາສ່ວນແມ່ນຍັງມີຕ່ຳ ດັ່ງນັ້ນຂອບເຂດດັ່ງກ່າວຈຶ່ງມີຄວາມໜ້າສົນໃຈ. ນອກຈາກພື້ນທີ່ຕົວເມືອງທີ່ໄດ້ພັນລະນາໄວ້ແລ້ວ, ມັນມີອັດຕາສ່ວນຂອງຄົວເຮືອນທີ່ຕ່ຳທີ່ສຸດທີ່ໄດ້ນຳໃຊ້ເນື້ອທີ່ດິນກະສິກຳໂດຍສະເພາະແມ່ນຢູ່ໃນແຂວງຫົວພັນ. ຢູ່ໃນແຂວງດັ່ງກ່າວນີ້ຊາວກະສິກອນ ສ່ວນໜ້ອຍທີ່ສຸດທີ່ຈະນຳໃຊ້ທີ່ດິນເປັນຄືກັບເປັນຂອງຕົນເອງເພາະວ່າເນື້ອທີ່ດິນເຫຼົ່ານັ້ນແມ່ນຍັງຄົງຂື້ນ ກັບກຳມະສິດເປັນຂອງສ່ວນລວມ, ຍ້ອນນະໂຍບາຍກ່ຽວກັບການນຳໃຊ້ທີ່ດິນຍັງບໍ່ທັນມີການປ່ຽນແປງ. ຈົນເຖິງປະຈຸບັນນີ້ ການໂອນກຳມະສິດທີ່ດິນແມ່ນຍັງບໍ່ທັນໄດ້ຮັບການມອບໝາຍໃຫ້ແກ່ຊາວກະສິກອນເປັນຜູ້ມີສິດນຳໃຊ້. ນອກຈາກນັ້ນມີບາງກຸ່ມຊາວກະສິກອນ ແມ່ນຍັງບໍ່ມີທີ່ດິນເປັນຂອງຕົນເອງ ແຕ່ພັດໄດ້ເຊົ່າທີ່ດິນເພື່ອເຮັດກະສິກຳ; ການຈ່າຍເປັນເງິນສົດ, ຜົນເກັບກ່ຽວ, ແຮງງານ ຫຼື ວິທີອື່ນໆ. ການສັງເກດໃນເບື້ອງຕົ້ນ ພວກເຮົາສາມາດສຳນຶກອອກວ່າ ຄວາມແຕກຕ່າງທີ່ຊັດເຈນຢູ່ໃນບໍລິເວນສະເພາະນັ້ນເປັນເຫດເຮັດໃຫ້້ຂໍ້ມູນມີຄວາມຜິດພາດ ແຕ່ຖ້າຫາກພວກເຮົາພິຈາລະນາຢ່າງລະອຽດແລ້ວມັນຈະເປັນ ສີ່ງທີ່ໜ້າປະທັບໃຈ ຂອງຕົວຢ່າງກ່ຽວກັບທິດທາງນະໂຍບາຍຊຶ່ງອາດຈະມີອິດທິພົນຕໍ່ກັບການດຳລົງຊີວິດ ແລະ ການນຳໃຊ້ທີ່ດິນແມ້ກະທັ້ງໃນພື້ນທີ່ຫ່າງໄກສອກຫຼີກຂອງປະເທດ. ອີກບັນຫາໜຶ່ງ ບັນດາແຂວງຕ່າງໆເຊັ່ນ ແຂວງ ຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ, ແລະ ໃນໝູ່ບ້ານທີ່ເລາະລຽບຕາມຊາຍແດນຫວຽດນາມ ກັບແຂວງ ບໍລິຄຳໄຊ ແລະ ແຂວງ ສະຫັວນນະເຂດ ແລະ ພາກ ໄຕ້ຂອງແຂວງ ອັດຕະປືມັນກໍ່ເປັນບໍລິເວນທີ່ມີອັດຕາສ່ວນທີ່ຕ່ຳຂອງຄົວເຮືອນທີ່ມີດິນກະສິກຳເປັນຂອງຕົນເອງ. ເຖິງແມ່ນວ່າ ສາເຫດທີ່ແນ່ນອນກ່ຽວກັບເລື່ອງນີ້ແມ່ນມີຄວາມຫຍຸ້ງຍາກ ທີ່ຈະເຮັດໃຫ້ໝັ້ນໃຈ ແຕ່ວ່າການສົມມຸດຖານໃນການເຮັດໄຮ່ແບບບໍ່ຄົງທີ່ແມ່ນຍັງຄົງເປັນກິດຈະກຳຫຼັກກ່ຽວກັບກະສິກຳຢູ່ໃນພື້ນທີ່ດັ່ງກ່າວຊຶ່ງເປັນປ່າດົງ ແລະ ພື້ນທີ່ຫ່າງໄກສອກຫຼີກ ແລະ ທົ່ງນາຖາວອນແມ່ນມີຈຳນວນໜ້ອຍ. ນັບຕັ້ງແຕ່ມີການເຮັດໄຮ່ແບບບໍ່ຄົງທີ່ຊຶ່ງໄດ້ນຳໃຊ້ເນື້ອທີ່ດິນແບບໜູນວຽນ ເນື້ອທີ່ດິນທີ່ໄດ້ຄາດໄຖໄວ້ແລ້ວປ່ອຍໃຫ້ມັນຫວ່າງເປົ່າຈຶ່ງໄດ້ນຳໃຊ້ເຂົ້າເປັນດິນຂອງຊຸມຊົນ. ຍ້ອນການນຳໃຊ້ເນື້ອທີ່ດິນດັ່ງກ່າວເປັນຄືກັບດິນຂອງຊຸມຊົນ ສະນັ້ນພວກເຂົາຈຶ່ງຈຳຕ້ອງໄດ້ປະຕິບັດກັນມາເປັນແບບຮີດຄອງປະເພນີ ແລະ ມັນກໍ່ງ່າຍທີ່ຈະເຂົ້າໃຈເຖິງສາເຫດວ່າເປັນຫຍັງຄົວເຮືອນເຫຼົ່ານີ້ຈຶ່ງຄິດວ່າເຂົາເຈົ້າບໍ່ມີດິນເປັນຂອງຕົນເອງ. |