|
ຂໍ້ມູນກ່ຽວກັບກິດຈະກຳຕົ້ນຕໍບໍ່ແມ່ນກະສິກຳນັ້ນແມ່ນໄດ້ມາຈາກການຖາມພົນລະເມືອງຜູ້ທີ່ມີອາຍຸ 10 ປີ ແລະ ຫຼາຍກ່ວາກ່ຽວກັບວຽກງານຂອງພວກເຂົາຢູ່ໃນ 12 ເດືອນກ່ອນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສໃນປີ 2005. ປະເພດຂອງວຽກງານແມ່ນໄດ້ຈຳແນກເປັນວຽກງານກະສິກຳໃດໜຶ່ງ (ການເຮັດນາ, ການຫາປາ, ການ ປູກຫຍ້າສຳລັບລ້ຽງສັດ, ຜົນລະປູກເພື່ອສັດລ້ຽງ) ຫຼື ບໍ່ແມ່ນວຽກງານກະສິກຳ.
ຜົນຂອງການສຳຫລວດພົນລະເມືອງໃນປີ 2005 ສະແດງໃຫ້ເຫັນສ່ວນໃຫ່ຍມີປະມານ 78.5% ຂອງພົນລະເມືອງ ທີ່ເຮັດວຽກກະສິກຳເປັນຫຼັກ ແລະ 21.5% ບໍ່ແມ່ນ. ເຖີງແມ່ນວ່າກະສິກຳມີຄວາມສຳຄັນຕໍ່ເສດຖະກິດໃນລະດັບ ຊາດໃນປະຈຸບັນນີ້ມີການປ່ຽນແປງຊ້າໃນພາກສ່ວນທີສອງ ແລະ ພາກສ່ວນທີສາມ, ມັນເປັນພາກສ່ວນຫຼັກທີ່ຍັງ ຄົງຕົວຢູ່ໃນການວ່າຈ້າງງານຂອງພົນລະເມືອງລາວທົ່ວປະເທດໃນທຸກໆ ແຂວງຍົກເວັ້ນນະຄອນຫຼວງວຽງຈັນ. ໃນນີ້, 65% ຂອງກິດຈະກຳເສດຖະກິດຂອງປະຊາຊົນບໍ່ແມ່ນກະສິກຳ. ແຜ່ນທີ່ໄດ້ສະແດງໃຫ້ເຫັນວ່າການທີ່ຍັງ ເຫຼືອຢູ່ 35% ຂອງພົນລະເມືອງທີ່ຍັງດຳເນີນການເຮັດນາ ສ່ວນຫຼາຍແມ່ນອາໄສຢູ່ອ້ອມຂ້າງຂອບເຂດຕົວເມືອງ ແລະ ຂອບເຂດຊົນນະບົດຢູ່ພາກເໜືອ, ຕາເວັນຕົກ ແລະ ຕາເວັນອອກຂອງນະຄອນຫຼວງວຽງຈັນ.
ແຜ່ນທີ່ສະແດງໃຫ້ເຫັນວ່າອັດຕາສ່ວນຂອງກິດຈະກຳທີ່ບໍ່ແມ່ນກະສິກຳໂດຍທົ່ວໄປແມ່ນອີງຕາມແບບແຜນ ຂອງຕົວເມືອງຊົນນະບົດກັບອັດຕາການເພີ່ມຂື້ນສູງທີ່ສຸດຢູ່ໃນເທດສະບານແຂວງ ແລະ ຕົວເມືອງເຊັ່ນ: ນະຄອນຫລວງວຽງຈັນ, ໄຊຍະບູລີ, ໂພນໂຮງ, ປາກຊັນ, ທ່າແຂກ, ຄັນທະບູລີ, ປາກເຊ, ແລະ ສາລາວັນ. ມັນມີຄວາມໜ້າສົນໃຈວ່າທີ່ຕັ້ງແມ່ນຢູ່ໃກ້ຄຽງກັບຊາຍແດນໂດຍສະເພາະແມ່ນມີຊາຍແດນຕິດກັບໄທຊຶ່ງເປັນປະເທດເພື່ອນບ້ານເບິ່ງຄືບໍ່ມີຄວາມສຳຄັນ. ຕົວຢ່າງຢູ່ພາກໃຕ້ສຸດຂອງແຂວງໄຊຍະບູລີ, ແຂວງດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນເຖິງລັກສະນະພິເສດທັງໜົດໂດຍຜ່ານປື້ມແຜນທີ່ນີ້, ມັນເບິ່ງຄືວ່າບໍ່ມີເຫັນຜົນປະໂຫຍດຈາກໂອກາດໃນການ ວ່າຈ້າງງານ ສູງຂື້ນ. ເຖິງຢ່າງໃດກໍ່ຕາມພວກເຮົາສາມາດສັງເກດບ້ານທີ່ຢູ່ໂດດດ່ຽວຢູ່ໃນບັນດາພື້ນທີ່ຫ່າງໄກສອກ ຫຼີກຂອງປະເທດຊຶ່ງພົນລະເມືອງສ່ວນໃຫ່ຍແມ່ນດຳເນີນກິດຈະກຳທີ່ບໍ່ແມ່ນກະສິກຳ. ກິດຈະກຳເຫຼົ່ານີ້ອາດຈະ ເປັນໂອກາດໃນການວ່າຈ້າງງານໂດຍແມ່ນລັດຖະບານແຕ່ວ່າເພີ່ມຂື້ນເລື້ອຍໆ ແມ່ນກິດຈະກຳໃນຂະແໜງບໍ່ແຮ່ ແລະ ໂຄງການພັດທະນາພະ ລັງງານໄຟຟ້າ. ສຸດທ້າຍພວກເຮົາສັງເກດບາງແບບແຜນມາດຕາສ່ວນນ້ອຍໆ ຂອງ ກິດຈະກຳທີ່ບໍ່ແມ່ນກະສິກຳສູງຂື້ນອີງຕາມໂຄງລ່າງຂອງເສັ້ນທາງ ແລະ ວິທີການຂ້າມແມ່ນ້ຳ ຫຼື ດ່ານຊາຍແດນ. |
|
ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF
|