G.5 | ||||
ການມີວຽກເຮັດງານທຳ |
||||
ການປະເມີນການມີວຽກເຮັດງານທຳເປັນບັນຫາກ່ຽວຂ້ອງກັບພົນລະເມືອງອາຍຸ 10 ປີ ແລະ ສູງກວ່າທີ່ມີວຽກເຮັດງານທຳປົກກະຕິ (ເບິ່ງຕາຕະລາງ 7). ໃນການສຳຫລວດພົນລະເມືອງ ແລະ ທີ່ຢູ່ ອາໃສປີ 2005, ເພີ່ນໄດ້ ສຳພາດສະມາຊິກຄອບຄົວທຸກຄົນທີ່ມີອາຍຸ 10 ປີ ແລະ ສູງກວ່າກ່ຽວກັບວຽກເຮັດ ງານທຳຂອງເຂົາເຈົ້າໃນໄລຍະ 12 ເດືອນກ່ອນການສຳຫລວດພົນລະເມືອງ. ຂໍ້ມູນການມີວຽກເຮັດງານທຳໄດ້ຖືກເກັບກຳ ແລະ ຈັດເປັນປະເພດ ຕ່າງໆ ດັ່ງຕໍ່ໄປນີ້: ຜູ້ເຮັດວຽກແຮງງານໃຫ້ລັດ, ຜູ້ອອກແຮງງານໃຫ້ລັດຫຸ້ນສ່ວນເອກະຊົນ, ຜູ້ອອກແຮງງານໃຫ້ ເອກະຊົນ, ຜູ້ອອກແຮງງານໃຫ້ລັດວິສາຫະກິດ, ນາຍຈ້າງ, ຜູ້ເຮັດວຽກໃຫ້ຕົນເອງ ແລະ ຜູ້ເຮັດວຽກໃຫ້ຄອບຄົວບໍ່ ໄດ້ຮັບຄ່າຈ້າງ. ໂດຍນຳໃຊ້ຄຳນິຍາມເຫຼົ່ານີ້, ການສຳຫລວດພົນລະເມືອງໄດ້ພົບເຫັນວ່າ 98.6% ຂອງພົນລະ ເມືອງຜູ້ທີ່ເຮັດວຽກກ່ຽວກັບກິດຈະກຳເສດຖະກິດມີວຽກເຮັດງານທຳ. ເຖິງຢ່າງໃດກໍ່ຕາມ, ໃນແຜນທີ່ G.5 ໄດ້ສະແດງໃຫ້ເຫັນສະເພາະຜູ້ອອກແຮງງານເປັນທາງການເທົ່ານັ້ນມາເປັນອັດຕາສ່ວນພົນລະເມືອງຜູ້ທີ່ເຮັດວຽກກ່ຽວກັບກິດຈະກຳເສດຖະກິດ ຄືີ ຜູ້ເຮັດວຽກງານໃຫ້ລັດຖະບານ, ຜູ້ອອກແຮງງານໃຫ້ລັດຫຸ້ນສ່ວນເອກະຊົນ, ຜູ້ອອກແຮງງານໃຫ້ເອກະຊົນ, ແລະ ຜູ້ອອກແຮງງານໃຫ້ລັດວິສາຫະກິດ. ສະເລ່ຍອັດຕາສ່ວນລະດັບຊາດຜູ້ອອກແຮງງານມີເຖິງ 11.5% ຂອງພົນລະເມືອງຜູ້ທີ່ເຮັດວຽກກ່ຽວກັບກິດຈະກຳເສດຖະກິດ
ອັດຕາສ່ວນຜູ້ອອກແຮງງານໄດ້ສະແດງໃຫ້ເຫັນຢູ່ໃນ 5 ລະດັບ ທີ່ມີອັດຕາສ່ວນຜູ້ອອກແຮງງານຕ່ຳສຸດແມ່ນຕ່ຳກວ່າ 5% ແລະ ອັດຕາສ່ວນສູງສຸດແມ່ນສູງກວ່າ 20%. ອັດຕາການມີວຽກເຮັດງານທຳສູງກວ່າ 20% ແມ່ນພົບເຫັນຢູ່ໃນຕົວເມືອງໃຫຍ່ຂອງແຕ່ລະແຂວງ, ໃນນັ້ນອັດຕາການມີວຽກເຮັດງານທຳສູງທີ່ສຸດແມ່ນພົບເຫັນຢູ່ໃນເຂດພາກກາງ, ໂດຍສະເພາະກໍ່ແມ່ນໃນນະຄອນຫລວງວຽງຈັນ, ເຂດອ້ອມຂ້າງນະຄອນຫລວງ ແລະ ເຂດພິເສດໄຊສົມບູນ. ເຫດຜົນຫລັກອາດແມ່ນວ່າຫ້ອງການລັດຖະບານ, ໂຮງງານ, ບໍລິສັດເອກະຊົນ, ແລະ ອົງການຈັດຕັ້ງທຸລະກິດ ສ່ວນຫຼາຍແມ່ນຕັ້ງຢູ່ໃນຕົວເມືອງຕ່າງໆ ໂດຍສະເພາະກໍ່ແມ່ນຢູ່ໃນນະຄອນຫລວງວຽງຈັນ. ເພາະສະນັ້ນຈຶ່ງສາມາດສະໜອງວຽກເຮັດງານທຳພຽງພໍໃຫ້ແກ່ປະຊາຊົນໃນເຂດນີ້. ແຂວງອັດຕະປື ແລະ ຜົ້ງສາລີເປັນແຂວງ ທີ່ມີອັດຕາການມີວຽກເຮັດງານທຳຕ່ຳທີ່ສຸດຄືຕ່ຳກວ່າ 10% ດັ່ງທີ່ສາມາດເຫັນໄດ້ໃນແຜນທີ່. ທີ່ຕັ້ງຂອງສອງ ແຂວງດັ່ງກ່າວນີ້ແມ່ນຢູ່ເໜືອສຸດ ແລະ ໃຕ້ສຸດຕາມລຳດັບ, ບວກກັບການຂາດເຂີນພື້ນຖານໂຄງລ່າງໃນດ້ານ ການສຶກສາ, ການຂົນສົ່ງ ແລະ ນອກນັ້ນກໍ່ຍັງໄກຈາກຕະຫລາດບັນຫາເລົ່ານີ້ອາດສາມາດນຳມາເປັນເຫດຜົນ ອະທິບາຍວ່າເປັນບ່ອນທີ່ຂາດໂອກາດໃນການມີວຽກເຮັດງານທຳ. ໂດຍຫລັກການແລ້ວ, ແຜນທີ່ອັນນີ້ສ່ວນໃຫຍ່ ແມ່ນ ກ່ຽວພັນເຖິງກິດຈະກຳທີ່ບໍ່ແມ່ນກະສິກຳຕາມທີ່ໄດ້ສະແດງຢູ່ໃນແຜນທີ່ G.6. ໂດຍລວມແລ້ວ, ອັດຕາການມີວຽກເຮັດງານທຳໃນ ສປປ ລາວ ແມ່ນມີຂ້ອນຂ້າງຕ່ຳຊຶ່ງມີຄວາມກ່ຽວພັນຕໍ່ ອັດຕາສ່ວນສູງຂອງພົນລະເມືອງທີ່ເຂົ້າຮ່ວມໃນວຽກງານກະສິກຳພໍພຽງຢ່າງເຫັນໄດ້ແຈ້ງ. ປັດໄຈອື່ນໆ ກະທົບ ຕໍ່ປະຊາຊົນຜູ້ຊອກຫາວຽກເຮັດງານທຳ ເຊັ່ນການຂາດໂອກາດ, ຕຳແໜ່ງງານທີ່ມີຢູ່ຈຳກັດ, ຂາດສີມືແຮງງານ ຕາມການພິຈາລະນາຂອງຜູ້ຈ້າງງານ, ເງິນເດືອນໜ້ອຍ ແລະ ຊົ່ວໂມງເຮັດວຽກບໍ່ມີກຳນົດ. ບັນຫາເຫຼົ່ານີ້ມັນ ຕ້ອງການໃຫ້ເພີ່ມການສົ່ງເສີມການອົບຮົມວິຊາຊີບພ້ອມດ້ວຍການສ້າງງານດ້ວຍການກຳນົດລະບຽບການ ຂັ້ນຕອນການລົງທຶນໃຫ້ກະທັດຮັດງ່າຍດາຍ, ແລະ ຈະຕ້ອງໄດ້ດຳເນີນຕາມຂະບວນການ ພາຍໃນປະເທດ ເພື່ອວ່າແຕ່ລະຄົນຈະສາມາດຊອກວຽກເຮັດງານທຳ ແລະ ສ້າງລາຍຮັບພຽງພໍເພື່ອຕອບສະໜອງຕໍ່ຄວາມ ຕ້ອງການໃນຊີວິດປະຈຳວັນຂອງຕົນໄດ້ໂດຍອີງຕາມຄວາມສາມາດຂອງເຂົາເຈົ້າເອງ.
|