|
ພົນລະເມືອງຫວ່າງງານໝາຍເຖິງຄົນທີ່ມີອາຍຸ 10 ປີ ແລະ ສູງກວ່າທີ່ສາມາດເຮັດວຽກກ່ຽວກັບກິດຈະກຳ ເສດຖະກິດໄດ້ແຕ່ຂາດວຽກເຮັດງານທຳ ຫຼື ຍັງຊອກຫາວຽກເຮັດງານທຳໃນໄລຍະ 12 ເດືອນກ່ອນການ ສຳຫລວດພົນລະເມືອງ. ຕາຕະລາງ 7 ສະແດງໃຫ້ເຫັນແຈ້ງພາກສ່ວນພົນລະເມືອງທີ່ໄດ້ຍົກຂື້ນມາອ້າງອີງດ້ວຍອັດຕາສ່ວນການຫວ່າງງານ. ໃນປີ 2005, ປະຊາຊົນຜູ້ທີ່ບອກວ່າເຂົາເຈົ້າຫວ່າງງານມີເຖິງ 1.4% ຂອງ ພົນລະເມືອງທີ່ເຮັດວຽກກ່ຽວກັບກິດຈະກຳເສດຖະກິດຢູ່ໃນ ສປປ ລາວ.
ແຜນທີ່ນີ້ໄດ້ສະແດງໃຫ້ເຫັນຕົວຊີ້ບອກການຫວ່າງງານ 2 ຢ່າງ. ອັນທີໜື່ງພວກເຮົາສາມາດເຫັນການແຈກຢາຍ ຂອງຈຸດຕ່າງໆ ຊຶ່ງທຸກໆຈຸດແທນໃຫ້ຄົນຫວ່າງງານ 5 ຄົນ. ຕົວຊີ້ບອກທີສອງແມ່ນສີທີ່ແຕກຕ່າງກັນສຳລັບແຕ່ລະ ບ້ານ, ຊຶ່ງສີນັ້ນແທນໃຫ້ອັດຕາສ່ວນຂອງພົນລະເມືອງຫວ່າງງານໃນບ້ານ. ພວກເຮົາສາມາດຈຳແນກໃຫ້ເຫັນ ຄວາມແຕກຕ່າງກັນດ້ວຍ 5 ລະດັບ ທີ່ມີອັດຕາສ່ວນຄົນຫວ່າງງານຕ່ຳສຸດແມ່ນແທນດ້ວຍສີຈາງຄືຕ່ຳກວ່າ 0.5%. ສ່ວນສີມ້ວງນັ້ນແມ່ນແທນໃຫ້ອັດຕາສ່ວນຄົນຫວ່າງງານສູງສຸດຄືສູງກວ່າ 2%. ຈາກການນຳໃຊ້ສອງຕົວຊີ້ບອກ ນີ້ພວກເຮົາກໍ່ສາມາດເຫັນໄດ້ໂລດວ່າໃນບາງບ້ານມີຈຳນວນຄົນຫວ່າງງານສູງຫຼາຍ (ບ່ອນທີ່ມີຫຼາຍຈຸດ) ເຖີງແມ່ນວ່າອັດຕາການຫວ່າງງານມີຂ້ອນຂ້າງຕ່ຳ (ສີຈາງ). ບັນຫານີ້ສາມາດອະທິບາຍໄດ້ຈາກຄວາມຈິງທີ່ວ່າອັດຕາ ສ່ວນຕ່ຳແມ່ນຄູນດ້ວຍຈຳນວນພົນລະເມືອງທັງໝົດທີ່ມີຫຼາຍແຕ່ຜົນໄດ້ຮັບອອກມາກໍ່ຍັງມີຈຳນວນພົນລະເມືອງ ຫວ່າງ ງານຫຼາຍຢູ່ດີ. ໃນດ້ານກົງກັນຂ້າມກັນແລ້ວ, ບ້ານນ້ອຍເຖິງວ່າຈະມີອັດຕາສ່ວນ ພົນລະເມືອງຫວ່າງງານ ສູງກໍ່ຕາມ - ແຕ່ຈະບໍ່ມີຄົນຫ່ວາງງານຫຼາຍ.
ໂດຍພາບລວມແລ້ວ ແຜນທີ່ G.4 ສະແດງໃຫ້ເຫັນວ່າ ການຫ່ວາງງານແມ່ນປະກົດການໜຶ່ງທີ່ມີຈຳກັດຢູ່ສະເພາະ ໃນແຕ່ເຂດຕົວເມືອງ ແລະ ເຂດໃກ້ຄຽງຕົວເມືອງອ້ອມຂ້າງເທດສະບານແຂວງ. ຍົກເວັ້ນໃນຮູບແບບລວມເຮົາ ສາມາດເຫັນໄດ້ອັດຕາຫວ່າງງານໃນແຂວງຄຳມ່ວນ ແລະ ໄຊຍະບູລີ, ໃນເຂດພິເສດໄຊສົມບູນ, ແລະ ໃນບາງ ແຂວງພາກໃຕ້ທີ່ຍັງມີອັດຕາສ່ວນຄົນຫວ່າງງານສູງກວ່າ 2%. ເຖິງຢ່າງໃດກໍ່ຕາມ, ຄວນເຂົ້າໃຈວ່າບ້ານຈຳນວນ ໜຶ່ງເປັນບ້ານນ້ອຍຫຼາຍ ແລະ ຈຳນວນທີ່ສະແດງດ້ວຍຈຸດຕ່າງໆທີ່ກຳນົດໄວ້ນັ້ນອາດຈະສະແດງເປັນຕົວຊີ້ບອກ ໄດ້ດີກວ່າອັດຕາສ່ວນຄົນຫວ່າງງານຂອງບ້ານ.
ເຖິງແມ່ນວ່າສູນເສດຖະກິດຈະສະໜອງຈຳນວນງານທີ່ຫລາກຫຼາຍກວ່າກໍ່ຕາມ ແຕ່ວຽກງານເຫຼົ່ານີ້ອາດຈະບໍ່ ແທດເໝາະກັບສະພາບເງື່ອນໄຂຂອງຜູ້ຊອກຫາວຽກເຮັດງານທຳ. ຄົນຂາດການສຶກສາໃນເຂດຕົວເມືອງຫຼາຍ ຄົນບໍ່ສາມາດຊອກຫາວຽກໄດ້. ໜຶ່ງໃນຫຼາຍເຫດຜົນຂອງຄົນເຄື່ອນຍ້າຍຈາກຊົນນະບົດເຂົ້າໄປຕົວເມືອງກໍ່ ແມ່ນຄວາມຫວັງທີ່ຈະເຂົ້າເຖິງການບໍລິການທີ່ດີກວ່າ ແລະ ໂອກາດຊອກຫາວຽກເຮັດງານທຳດີກວ່າ. ຍັງບໍ່ພຽງ ເທົ່ານັ້ນ, ສ່ວນຫຼາຍແລ້ວຄົນຍັງຂາດການອົບຮົມທີ່ຈຳເປັນ ດ້ວຍເຫດນັ້ນພວກເຂົາຈຶ່ງບໍ່ສາມາດຊອກວຽກເຮັດ ໄດ້. ເຂດພູດອຍພາກເໜືອຂອງປະເທດເປັນເຂດທີ່ສະໜອງໂອກາດວຽກເຮັດງານທຳຈຳກັດຢູ່ໃນ.
ເພື່ອຈະສະຫລຸບສັງລວມໃຫ້ເຫັນພາບໄດ້ນັ້ນຄວນສັງເກດວ່າ ສປປ ລາວ ມີອັດຕາຄົນຫວ່າງງານຕ່ຳກວ່າ ປະເທດອື່ນໆ ໃນເຂດອາຊີຕາເວັນອອກສ່ຽງໃຕ້. ເຖິງຢ່າງໃດກໍ່ຕາມ, ອັດຕາສ່ວນອັນນີ້ກໍ່ຍັງຖືວ່າເປັນອັດຕາສ່ວນ ທີ່ນ້ອຍຫຼາຍເພາະວ່າປະຊາຊົນຫຼາຍຄົນເຂົ້າຮ່ວມໃນວຽກງານກະສິກຳ, ຫຼາຍຄົນກໍ່ເປັນຊາວນາທີ່ກູ້ມກີນ (ເບິ່ງແຜນທີ່ G.6). ສ່ວນວ່າວຽກງານອື່ນທີ່ນອກເໜືອວຽກກະສິກຳນັ້ນ, ອັດຕາສ່ວນຄົນຫວ່າງງານໃນດ້ານ ນີ້ຈະມີສູງກວ່າ. ເພາະສະນັ້ນ ການຫວ່າງງານຈຶ່ງເປັນບັນຫາ ທ້າທາຍອັນໜຶ່ງໃຫ້ແກ່ລັດຖະບານ ສປປ ລາວ, ໂດຍສະເພາະກໍ່ແມ່ນນັກວາງແຜນພັດທະນາ ແລະ ຜູ້ກຳນົດນະ ໂຍບາຍທັງຫຼາຍຈະຕ້ອງເອົາໃຈໃສ່ສະເພາະ ໃນດ້ານການສະໜອງວຽກເຮັດງານທຳໃຫ້ມີພຽງພໍ ແລະ ພັດທະນາກຳລັງງານທີ່ມີສີມືໃນແຕ່ລະພາກຂອງ ປະເທດເພື່ອໃຫ້ສາມາດຕອບສະໜອງກັບຄວາມຕ້ອງການແຮງງານຈາກປະເທດອື່ນ.
|
|

ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF
|