G.3 | ||||
ພົນລະເມືອງຜູ້ທີ່ເຂົ້າບຳນານ, ເຈັບໄຂ້ ຫຼື ແກ່ເກີນກວ່າທີ່ຈະເຮັດວຽກງານໄດ້ |
||||
ພົນລະເມືອງຜູ່ທີ່ຈັດຢູ່ໃນປະເພດເຂົ້າບຳນານ, ເຈັບໄຂ້ ຫຼື ແກ່ເກີນກວ່າຈະສາມາດເຮັດວຽກງານໄດ້ແມ່ນ ພາກສ່ວນໜຶ່ງຂອງພົນລະເມືອງທັງໝົດທີ່ມີອາຍຸ 10 ປີ ແລະ ສູງກວ່າ ເປັນຜູ້ທີ່ບໍ່ໄດ້ເຂົ້າຮ່ວມໃນວຽກງານ ເສດຖະກິດເພື່ອຊ່ວຍເຫລືອຕົນເອງ. ເຖິງຢ່າງໃດກໍ່ຕາມພົນລະເມືອງໝວດນີ້ບໍ່ຮວມເອົານັກຮຽນນັກສຶກສາ ຫຼື ຄົນທີ່ເຮັດວຽກໃຫ້ຄົວເຮືອນ.
ພະນັກງານສຳຫລວດພົນລະເມືອງໄດ້ສຳພາດແຕ່ລະຄອບຄົວກ່ຽວກັບສະມາຊິກຄອບຄົວທີ່ເຮັດວຽກກ່ຽວກັບກິດຈະກຳເສດຖະກິດທີ່ມີອາຍຸ 10 ປີ ແລະ ສູງກວ່າ ວ່າເຂົາເຈົ້າໄດ້ຊອກຫາເງິນ ແລະ ຊອກຫາດ້ວຍວິທີໃດ ໃນໄລຍະ 12 ເດືອນກ່ອນການສຳຫລວດພົນລະເມືອງ. ຜົນຂອງການສຳພາດໄດ້ຊີ້ບອກວ່າ 16.6% ຂອງ ພົນລະເມືອງທີ່ບໍ່ເຮັດວຽກກ່ຽວກັບກິດຈະກຳເສດຖະກິດ ຫຼື 4.3% ຂອງພົນລະເມືອງທີ່ມີອາຍຸຫຼາຍ 10 ປີ ແມ່ນ ຜູ້ທີ່ເຂົ້າບຳນານ ຫຼື ເຈັບໄຂ້ ຫຼື ແກ່ຫຼາຍບໍ່ສາມາດເຮັດວຽກໄດ້. ແຜນທີ່ຂອງພົນລະເມືອງຜູ້ທີ່ບໍ່ໄດ້ເຮັດວຽກກ່ຽວກັບກິດຈະກຳເສດຖະກິດສະແດງໃຫ້ເຫັນການແຈກຢາຍຂອງ ອັດຕາສ່ວນໃນ 5 ກຸ່ມຄົນທີ່ໃກ້ຄຽງກັນໂດຍເລີ້ມຈາກອັດຕາສ່ວນຕ່ຳກວ່າ 2.5% ຫາຫຼາຍກວ່າ 10%. ສາມາດ ເຫັນໄດ້ວ່າບ້ານທີ່ມືອັດຕາສ່ວນສູງສຸດຂອງພົນລະເມືອງທີ່ບໍ່ສາມາດເຮັດວຽກໄດ້ແມ່ນພົບເຫັນຢູ່ໃນເຂດພູດອຍ ພາກເໜືອຂອງປະເທດ ແລະ ຍັງພົບເຫັນໃນບາງແຫ່ງຢູ່ພາກກາງຂອງ ສປປ ລາວ. ເຖິງແນວໃດກໍ່ດີ, ສິ່ງໜ້າສົນໃຈຢູ່ໃນແຜນທີ່ກໍ່ຄືສີຂຽວອ່ອນ ແລະ ສີຂຽວເປັນສີ່ງທີ່ເຫັນວ່າມືແຜ່ຫຼາຍກວ່າຊຶ່ງຊີ້ບອກໃຫ້ຮູ້ເຖີງຄວາມໜາແໜ້ນ ທີ່ຂ້ອນຂ້າງມີຫຼາຍຂອງຄົນທີ່ບໍ່ສາມາດເຮັດວຽກງານໄດ້ ແມ່ນຢູ່ໃນຂອບເຂດເລີ້ມຈາກລະດັບຕ່ຳກວ່າ 2.5% ຫາ 5%. ອັດຕາສ່ວນພົນລະເມືອງທີ່ບໍ່ສາມາດເຮັດວຽກໄດ້ ແມ່ນມີຢູ່ໃນລະດັບ 7.5% ຫາ 10% ແລະ ອັດຕາສ່ວນ ນີ້ກໍ່ຍັງມີ ສູງແຈກຢາຍຢູ່ໃນຕົວເມືອງຕ່າງໆ ໃນປະເທດທີ່ເຫັນໄດ້ແຈ້ງກໍ່ແມ່ນຢູ່ໃນແຂວງຜົ້ງສາລີ, ອຸດົມໄຊ, ຫລວງນ້ຳທາ, ແລະ ໄຊຍະບູລີ, ແລະ ຫຼາຍກວ່ານັ້ນກໍ່ຍັງພົບເຫັນຢູ່ໃນພາກຕາເວັນອອກຂອງແຂວງຫົວພັນ ແລະ ຊຽງຂວາງ ແລະ ໃນແຂວງບໍລິຄຳໄຊ. ສະພາບການເຫຼົ່ານັ້ນແມ່ນຂ້ອນຂ້າງຄ້າຍຄືກັນເຊີ່ງສາມາດພົບເຫັນໄດ້ຢູ່ໃນພາກຕາເວັນອອກຂອງແຂວງສະຫວັນນະເຂດ ແລະ ສາລະວັນ ແລະ ທິດຕາເວັນອອກແຂວງຈຳປາສັກ. ມັນສະແດງໃຫ້ເຫັນໄດ້ແຈ້ງເມື່ອເຮົາປຽບທຽບແຜນທີ່ນີ້ກັບການແຈກຢາຍຂອງພົນລະເມືອງຜູ້ທີ່ພິການ (ທຽບແຜນທີ່ E.3 ໃສ່ກັບ E.5). ພວກເຮົາເຫັນວ່າຕົວຊີ້ບອກສອງຕົວມີຄວາມກ່ຽວພັນກັນແບບຊະນິດແໜ້ນ. ເມື່ອຢູ່ໃນຂອບເຂດທີ່ມີຜູ້ທີ່ພິການຫຼາຍ ແລະ ຈຳນວນເດັກນອ້ຍກໍ່ຫຼາຍເຊັ່ນດຽວກັນ (ເບີ່ງແຜນທີ່ B.3) ຈະເຫັນວ່າລະດັບອັດຕາສ່ວນການເພິ່ງພາອາໃສແມ່ນເພີ້ມຂຶ້ນສູງ (ເບິ່ງແຜນທີ່ B.5). ໂດຍລວມແລ້ວສາມາດເຫັນໄດ້ວ່າບາງຕົວເມືອງມີອັດຕາສ່ວນພົນລະເມືອງຜູ້ທີ່ບໍ່ສາມາດຊອກຫາລາຍຮັບໃຫ້ ແກ່ຕົນເອງໄດ້ມີເຖິງ 7.5% ແລະ ສູງກວ່າ. ອັດຕາສ່ວນນີ້ຖືວ່າສູງຫຼາຍ ແລະ ຖືເປັນພາລະແບກຫາບໃຫ້ແກ່ ຄອບຄົວຂອງເຂົາເຈົ້າ ແລະ ເປັນບັນຫາກົດໜ່ວງຕໍ່ການປັບປຸງເງື່ອນໄຂຊີວິດການເປັນຢູ່ຂອງເຂົາເຈົ້າ. ຂໍ້ມູນ ສຳຄັນນີ້ໄດ້ສ່ອງແສງໃຫ້ເຫັນຄວາມຕ້ອງການຂໍ້ມູນພື້ນຖານເພື່ອນຳມາກຳນົດນະໂຍບາຍ ແລະ ການວາງແຜນ ເພື່ອສ້າງໃຫ້ເປັນແຜນການທີ່ດີເພື່ອການພັດທະນາ ແລະ ເພື່ອຕອບສະໜອງ ແລະ ບັນລຸຄວາມຕ້ອງການຂອງ ປະຊາຊົນຜູ້ທີ່ບໍ່ສາມາດເຮັດວຽກງານໄດ້. ຜູ້ທີ່ບໍ່ສາມາດເຮັດວຽກງານໄດ້ຫຼາຍຄົນອາດຕ້ອງການຄວາມຊ່ວຍ ເຫຼືອດ້ານການບໍລິການຮັກສາສຸຂະພາບຊຶ່ງຖືວ່າເປັນບຸລິມະສິດອັນດັບທີ່ໜຶ່ງ ແລະ ອັນດັບທີ່ສອງຕໍ່ມາກໍ່ແມ່ນ ການປັບປຸງສະຫວັດດີການສັງຄົມ.
|