G.1 | ||||
ພົນລະເມືອງຜູ້ທີ່ເຮັດວຽກກ່ຽວກັບກິດຈະກຳເສດຖະກິດ |
||||
ພົນລະເມືອງຜູ້ທີ່ເຮັດວຽກກ່ຽວກັບກິດຈະກຳເສດຖະກິດແມ່ນພົນລະເມືອງທີ່ມີອາຍຸ 10 ປີ ແລະ ສູງກວ່າ, ຊຶ່ງພົນລະ ເມືອງເຫຼົ່ານີ້ເປັນຜູ້ທີ່ເຮັດວຽກປະຈຳຫຼາຍຢ່າງ (ເບິ່ງຕາຕະລາງດ້ານລຸ່ມ). ການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໃສ ປີ 2005 ຊີ້ໃຫ້ເຫັນວ່າ 66.6% ຂອງພົນລະເມືອງທີ່ມີອາຍຸ 10 ແລະ ສູງກວ່າປະກອບ ສ່ວນເຂົ້າ ໃນກິດຈະກຳເສດຖະກິດໃນໄລຍະ 12 ເດືອນກ່ອນການສຳຫລວດພົນລະເມືອງ.
ໃນກຸ່ມພົນລະເມືອງທີ່ຖືວ່າ “ມີວຽກເຮັດງານທຳ” ນັ້ນຫຼາຍຄົນກໍ່ໄດ້ເຮັດວຽກງານໃຫ້ຕົນເອງ ຫຼື ເປັນກຳມະກອນ ທີ່ເຮັດວຽກຂອງ “ຕົນເອງ” ແລະ ຜູ້ເຮັດວຽກໃຫ້ຄອບຄົວໂດຍບໍ່ໄດ້ຮັບຄ່າຈ້າງ, ສ່ວນ “ຜູ້ທີ່ບໍ່ມີວຽກເຮັດງານທຳ” ແມ່ນພວກທີ່ຖືວ່າກຳລັງຊອກຫາວຽກເຮັດງານທຳ. ສິ່ງສຳຄັນ ທີ່ຄວນເຂົ້າໃຈກໍ່ຄືການເຮັດວຽກງານໃນຄົວເຮືອນ ຈະບໍ່ຖືວ່າເປັນກິດຈະກຳເສດຖະກິດແຕ່ຢ່າງໃດ. ໂດຍທົ່ວໄປແລ້ວ, ຈຳພວກທີ່ເຮັດວຽກກ່ຽວກັບກິດຈະກຳເສດຖະກິດແມ່ນເລີ້ມແຕ່ອາຍຸ 15 ປີ ແລະ ສູງກວ່າ. ເຖິງຢ່າງໃດກໍ່ຕາມ, ການສຳຫລວດພົນລະເມືອງ ສະແດງໃຫ້ເຫັນວ່າ 18% ຂອງຈຳນວນເດັກນ້ອຍໃນຊ່ວງອາຍຸລະຫວ່າງ 10 ຫາ 14 ປີ ແມ່ນຈຳພວກທີ່ມີວຽກ ເຮັດງານທຳເປັນທາງການ, ສ່ວນ 81% ຂອງເດັກນ້ອຍອ້າງວ່າເປັນນັກຮຽນນັກສຶກສາ. ເຖິງແນວໃດກໍ່ຕາມ, ເດັກນ້ອຍທີ່ເຮັດວຽກງານມີອັດຕາສ່ວນກວມເອົາ 5% ຂອງກຳລັງແຮງງານລາວ. ແຜນທີ່ສະເໜີໃຫ້ເຫັນອັດຕາສ່ວນການແຈກຢາຍຂອງພົນລະເມືອງຜູ້ທີ່ເຮັດວຽກກ່ຽວກັບກິດຈະກຳເສດ ຖະກິດ ທີ່ມີອາຍຸ 10 ປີ ແລະ ສູງກວ່າໂດຍອີງຕາມ 5 ຈຳພວກຄົນທີ່ມັກມີເລື້ອຍໆ. ການວິເຄາະແມ່ນເລີ້ມຈາກ ພົນລະເມືອງຈຳພວກທີ່ມີອັດຕາສ່ວນຕ່ຳສຸດຂອງອັດຕາສ່ວນຕ່ຳກວ່າ 55% ແລະ ລົງທ້າຍດ້ວຍພົນລະເມືອງ ຈຳພວກທີ່ມີອັດຕາສ່ວນສູງສຸດຄືສູງກວ່າ 85%. ສ່ວນໃຫຍ່ແມ່ນຈະພົບເຫັນຢູ່ໃນແຂວງທາງພາກເໜືອ, ພາກ ຕາເວັນຕົກສ່ຽງເໜືອ ແລະ ພາກຕາເວັນອອກສ່ຽງໃຕ້ຂອງປະເທດ. ມັນເປັນການຍາກທີ່ຈະພົບເຫັນຮູບແບບທີ່ເປັນໄລຍະຊ່ອງຫວ່າງທີ່ຊັດເຈນໄດ້ໃນແຜນທີ່ G.1. ເມືອງຫ່າງໄກ ສອກຫລີກທີ່ມີອັດຕາສ່ວນກິດຈະກຳເສດຖະກິດທີ່ຕ່ຳຫຼາຍນັ້ນປະກົດມີຢູ່ທົ່ວໄປໃນທົ່ວປະເທດ. ເຖິງຢ່າງໃດ ກໍ່ຕາມ, ທ່າອ່ຽງທົ່ວໄປສາມາດເຫັນໄດ້ຢູ່ບ່ອນວ່າບ້ານມີອັດຕາສ່ວນພົນລະເມືອງຜູ້ທີ່ເຮັດວຽກກ່ຽວກັບກິດຈະກຳເສດຖະກິດຕ່ຳກວ່າອັດຕາສະເລັ່ຍແຫ່ງຊາດຂອງພົນລະເມືອງຜູ້ທີ່ເຮັດວຽກກ່ຽວກັບກິດຈະກຳເສດຖະກິດມັກຈະ ພົບເຫັນເປັນປະຈຳຢູ່ໃນເຂດຕົວເມືອງ ແລະ ເຂດທີ່ສາມາດໄປມາຫາສູ່ໄດ້ງ່າຍ. ໃນເວລາດຽວກັນນັ້ນ ພວກເຮົາ ກໍ່ສາມາດສັງເກດໄດ້ວ່າໃນເຂດຊົນນະບົດຫ່າງໄກສອກຫລີກ ອັດຕາສ່ວນພົນລະເມືອງຜູ້ທີ່ເຮັດວຽກກ່ຽວກັບກິດຈະກຳເສດຖະກິດໂດຍທົ່ວໄປແລ້ວເຫັນວ່າມີສູງຫຼາຍທີ່ສຸດ. ການອະທິບາຍສຳລັບຮູບແບບນີ້ອາດຈະພົບເຫັນໂດຍການພິຈາລະນາເບິ່ງປະເພດພົນລະເມືອງທີ່ຂາດຄວາມຫ້າວຫັນໃນການເຮັດວຽກເສດຖະກິດ (ເບິ່ງຕາຕະລາງຂ້າງເທິງ ແລະ ແຜນທີ່ຕໍ່ໄປ). ເຫັນໄດ້ແຈ້ງ ວ່າອັດຕາສ່ວນນັກຮຽນນັກສຶກສາທີ່ບໍ່ເຮັດວຽກ ແລະ ບຸກຄົນທີ່ເຮັດວຽກໃນຄົວເຮືອນພຽງຢ່າງດຽວໂດຍບໍ່ໍ່ໄດ້ຮັບຄ່າຈ້າງນັ້ນແມ່ນມີອັດຕາສ່ວນສູງກວ່າຢູ່ໃນເຂດຕົວເມືອງ. ຍິ່ງໄປກວ່ານັ້ນ, ຈຳນວນຄົນແກ່ໃນເຂດເຫຼົ່ານີ້ໂດຍທົ່ວໄປແລ້ວຈະມີສູງກວ່າ (ສົມທຽບໃນແຜນທີ່ B.4) ແຕ່ໃນເຂດຊົນນະບົດນັ້ນຈະເຫັນວ່າມີຄົນຈຳນວນໜ້ອຍດຽວທີ່ອາດຈະເຊົາເຮັດວຽກຄອບຄົວ.
|