![]() |
SECTION G | |||
ກິດຈະກຳດ້ານເສດຖະກິດ |
||||
ປະຊາຊົນໂດຍທົ່ວໄປແລ້ວຊອກຫາວິທີທາງເພື່ອຮັບປະກັນໃນດຳລົງຊີວິດຂອງຕົນເອງ ແລະ ຂອງ ຄອບຄົວຂອງພວກເຂົາເຈົ້າຢູ່ເລື້ອຍໆ. ສະນັ້ນເຂົາເຈົ້າຈິ່ງໄດ້ເຮັດຫຼາຍໆກິດຈະກຳ. ສີ່ງເຫຼົ່ານີ້ໜາຍ ເຖິງກິດຈະກຳທາງດ້ານເສດຖະກິດຂອງພົນລະເມືອງແຕ່ລະຄົນແມ່ນໄດ້ພົບກັບຄວາມຫຍຸ້ງຍາກ ຢູ່ເລື້ອຍໆ. ຕົວຢ່າງ: ມັນເປັນທຳມະດາທີ່ພວກເຂົາເຈົ້າຈະປະກອບເຮັດວຽກກ່ຽວກັບຊາວນາແຕ່ໃນ ຂະນະດຽວກັນ ພວກເຂົາເຈົ້າກໍ່ໄດ້ຕໍ່ສູ້ກັບວຽກງານຕ່າງໆ ທີ່ມັນບໍ່ແມ່ນວຽກງານທີ່ກ່ຽວກັບຊາວນາ. ຍີ່ງໄປກວ່ານັ້ນຜູ້ຄົນ ອາດຈະເຮັດວຽກບ້ານການເຮືອນ, ເບິ່ງແຍງລູກເຕົ້າ, ຄົນເຈັບປ່ວຍ ຫຼື ຜູ້ເຖົ້າຜູ້ແກ່, ຫຼື ພວກເຂົາເຈົ້າອາດຈະ ເປັນນັກຮຽນຢູ່. ສະນັ້ນມັນຈິ່ງບໍ່ເປັນເລື້ອງທີ່ໜ້າແປກເລີຍທີ່ການປະເມີນ ກິດຈະກຳທາງດ້ານທຸລະກິດ ຂອງພົນລະເມືອງມັນຈິ່ງເປັນວຽກງານໜຶ່ງທີ່ຊັບຊ້ອນ. ຄວາມຈິງແລ້ວໃນການສຳຫລວດພົນລະເມືອງແຕ່ລະຄັ້ງຈຳນວນຂອງຄຳຖາມແມ່ນມີຈຳກັດ ນັ້ນຈຳຕ້ອງໄດ້ຖືກນຳເອົາ ມາພິຈາລະນາອີກດ້ວຍ. ເຊີ່ງ ຢູ່ໃນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສປີ 2005 ມັນມີພຽງແຕ່ ສາມຄຳຖາມເທົ່ານັ້ນທີ່ໃຊ້ຖາມກ່ຽວກັບກິດຈະກຳທາງດ້ານເສດຖະກິດແລະມັນກໍ່ຄວນຈະມີ ການ ບັນທຶກໄວ້ເຊັ່ນດຽວກັນ.
ບໍ່ພຽງແຕ່ເທົ່ານັ້ນ, ພວກເຮົາສາມາດສະແດງໃຫ້ເຫັນຕໍ່ກັບ 8 ຕົວຊີ້ບອກ ເຊີ່ງມັນບໍ່ພຽງແຕ່ສະແດງ ໃຫ້ເຫັນຂໍ້ມູນທົ່ວໄປທີ່ສຳຄັນເທົ່ານັ້ນແຕ່ມັນກໍ່ຍັງມີຮູບແບບໄລຍະຫວ່າງຊຶ່ງເປັນຕາໜ້າສົນໃຈ. ຂໍ້ມູນ ໃນພາກນີ້ແມ່ນໄດ້ອ້າງອີງຢ່າງເປັນປະຈຳເຖິງກິດຈະກຳທີ່ໄດ້ເຮັດໃນ 12 ເດືອນກ່ອນການສຳຫລວດ ພົນລະເມືອງ. ພວກເຮົາໄດ້ເລືອກເອົາວິທີນີ້ມານຳໃຊ້້ເພາະວ່າມັນໄດ້ເປັນຕົວແທນໃຫ້ແກ່ການວັດແທກ ທີ່ບໍ່ປ່ຽນແປງ ກ່ຽວກັບພົນລະເມືອງຜູ້ທີ່ເຮັດວຽກກ່ຽວກັບກິດຈະກຳທາງດ້ານເສດຖະກິດ ແລະ ການແຈກ ຢາຍກ່ຽວກັບໂຄງສ້າງຂອງພົນລະເມືອງດັ່ງກ່າວ. ຄວນຈະຈື່ໄວ້ວ່າ: ແຕ່ລະຄົນທີ່ມີອາຍຸເກີນ 10 ປີ ຂື້ນໄປຕ້ອງໄດ້ຖືກບັນທຶກໄວ້. ດັ່ງນັ້ນເດັກນ້ອຍທີ່ເປັນນັກຮຽນແມ່ນໄດ້ຖືກລວມຢູ່ໃນນັ້ນເພາະວ່າ ມັນເປັນ ທຳມະດາສຳລັບເດັກນ້ອຍເຫຼົ່ານີ້ຕໍ່ກັບການມີສ່ວນຮ່ວມເຂົ້າໃນການກະສິກຳ ຫຼື ປະເພດຕ່າງໆ ຂອງກິດຈະກຳທາງດ້ານເສດຖະກິດ.
|