![]() |
F.6 | |||
ສ່ວນປະກອບສາດສະໜາຂອງບ້ານ | ||||
ແຜນທີ່ສະບັບນີ້ແມ່ນໄດ້ສະແດງໃຫ້ເຫັນເຖິງສາດສະໜາຫລັກຢູໃນແຕ່ລະບ້ານເຊິ່ງວິທີການນຳໃຊ້ ແມ່ນຄືກັນກັບແຜນທີ່ F.2 ແລະ F.4 ເຊັ່ນ ສີເຂັ້ມແມ່ນໃຊ້ສະແດງເຖິງພົນລະເມືອງທັງໝົດໃນບ້ານ ທີ່ມີຄວາມເຊື່ອຖືກຸ່ມສາດສະໜາດຽວກັນ ແລະ ສ່ວນສີຈາງແມ່ນສະແດງເຖິງບ້ານທີ່ມີພົນລະເມືອງ ນັບຖືສາດສະໜາດຽວຫຼາຍກວ່າ 80% ແລະ ສຸດທ້າຍຄືສີຊົມພູເປັນສີທີ່ສະແດງບອກເຖິງ ບ້ານທີ່ມີ ຢ່າງໜ້ອຍສອງກຸ່ມສາດສະໜາສຳຄັນ. ໃນແຜນທີ່ນີ້ແມ່ນຄືກັນກັບໃນແຜນທີ່ສະບັບກ່ອນ ຄືແຜນທີ່ F.6 ພວກເຮົາສາມາດສັງເກດເຫັນ ໄດ້ຈາກການລາຍງານບອກວ່າ ພົນລະເມືອງສ່ວນໃຫຍ່ນັບຖືສາດສະໜາພຸດ ຫຼື ນັບຖືສາດສະໜາ ປະເພດອື່ນ. ດັ່ງທີ່ໄດ້ອະທິບາຍໄວ້ໃນແຜນທີ່ F.6 ປະເພດສາດສະໜານີ້ແມ່ນກົງກັບລັດທິການຖືຜີ ທີ່ເປັນຄວາມເຊື່ອຕົ້ນຕໍຂອງ ກຸ່ມຊົນເຜົ່າອື່ນທີ່ບໍ່ແມ່ນເຜົ່າລາວ. ແຜນທີ່ນີ້ຊີ້ບອກໃຫ້ເຫັນສາຍພົວພັນສະໜິດແໜ້ນລະຫວ່າງສາດສະໜາ ແລະ ກຸ່ມຊົນເຜົ່າຕາມທີ່ໄດ້ ສະແດງໃຫ້ເຫັນຢູ່ໃນຮູບແບບໄລຍະການແຈກຢາຍຂອງຕະກຸນເຜົ່າຕາມໝວດພາສາໃນແຜນທີ່ F.2. ຫາກບໍ່ພິຈາລະນາເຖິງເຂດທີ່ຕັ້ງຖິ່ນຖານຫລັກຂອງເຜົ່າລາວ ແລະ ໄຕ-ໄທມັນເປັນຕາໜ້າສົນໃຈທີ່ຈະ ພົບເຫັນວ່າການປະກົດມີຂອງບັນດາເຜົ່າເຫຼົ່ານີ້ຕາມແລວເຄືອຂ່າຍເສັ້ນທາງ ແລະ ໃນເທດສະບານ ແຂວງ ແລະ ເມືອງຢ່າງຫລວງຫຼາຍ ແມ່ນໄດ້ສະແດງໃຫ້ເຫັນເຖິງອັດຕາສ່ວນຂອງຜູ້ທີ່ນັບຖືສາດສະໜາ ພຸດຊຶ່ງສະແດງຢູ່ໃນແຜນທນີ້. ເຖິງຢ່າງໃດກໍ່ຕາມ, ຫາກເຮົາອອກຈາກເຂດພື້ນທີ່ສູນກາງເຫຼົ່ານີ້ໄປສູ່ ຊົນນະບົດ ເຂດນອກເຮົາຈະພົບເຫັນຈຳນວນພົນລະເມືອງ ທີ່ມີຄວາມເຊື່ອໃນຜີນັ້ນແມ່ນມີສູງຫຼາຍ. ມີຫຼາຍບ້ານທີ່ມີປະຊາກອນເຊື່ອຖືຜີ ແລະ ສາດສະໜາພຸດຮ່ວມກັນ ແລະ ບ້ານເຫຼົ່ານີ້ມີແຈກຢາຍ ກັນຢູ່ທົ່ວໄປໃນຂອບເຂດທົ່ວປະເທດ. ທ້າຍສຸດ, ແຜນທີ່ຍັງສະແດງໃຫ້ເຫັນບ້ານຈຳນວນໜ້ອຍໜຶ່ງ ຊຶ່ງເປັນບ້ານທີ່ມີພົນລະເມືອງນັບຖືສາດ ສະໜາຄຣີສຕຽນຫຼາຍກວ່າ 80% ຂອງຈຳນວນພົນລະເມືອງທັງໝົດໃນບ້ານນັ້ນໆ. ສ່ວນສາດສະໜາ ອິດສະລາມແລ້ວ ສັງເຫດເຫັນວ່າບໍ່ມີບ້ານໃດທີ່ພົນລະເມືອງສວ່ນໃຫ່ຍນັບຖືສາດສະໜານີ້. |