![]() |
F.4 | |||
ການປະກອບຂອງບ້ານຕາມປະເພດຊົນເຜົ່າພາສາ | ||||
ແຜນທີ່ສະບັບນີ້ຄ້າຍຄືແຜນທີ່ F2 ຍ້ອນວ່າມັນໄດ້ສະແດງໃຫ້ເຫັນເຖິງກຸ່ມຊົນເຜົ່າຫລັກຂອງແຕ່ລະບ້ານ ແລະ ຊີ້ບອກອັດຕາສ່ວນຂອງພົນລະເມືອງທັງໝົດຂອງບ້ານທີ່ຂຶ້ນກັບກຸ່ມຊົນເຜົ່າສ່ວນໃຫຍ່ນີ້. ໃນທາງ ກົງກັນຂ້າມກັບແຜນທີ່ F2, ການຈັດປະເພດບໍ່ເປັນໄປຕາມສີ່ຕະກຸນເຜົ່າພາສາຫລັກແຕ່ເປັນການຈັດ ຕາມ10 ກຸ່ມຍ່ອຍຊົນເຜົ່າພາສາດັ່ງທີ່ໄດ້ສະເໜີມາແລ້ວໃນແຜນທີ່ F3. ອີກເທື່ອໜື່ງ, ບ້ານມີປະເພດຊົນເຜົ່າດຽວກວມອັດຕາຫຼາຍກວ່າ 99% ຂອງພົນລະເມືອງບ້ານນັ້ນແມ່ນ ໄດ້ລະບາຍສີເປັນເງົາຫຼາຍຊະນິດ; ສ່ວນບ້ານມີປະເພດຊົນເຜົ່າດຽວກວມອັດຕາຫຼາຍກວ່າ 80% ຂອງ ພົນລະເມືອງບ້ານໄດ້ລະບາຍເປັນເງົາຈາງກວ່າ ແລະ ບ້ານປະກອບດ້ວຍຢ່າງໜ້ອຍສຸດສອງ ປະເພດ ຊົນເຜົ່າແມ່ນໄດ້ລະບາຍເປັນສີຂາວ. ຮູບແບບສຳຄັນສາມຢ່າງທີ່ກຳນົດໃນແຜນທີ່ F3 ກໍ່ສາມາດພົບເຫັນໃນແຜນທີ່ສະບັບນີ້ຄືກັນ. ອັນ ນີ້ສະແດງວ່າຢູ່ໃນໝູ່ບ້ານການຈັດແຍກເຜົ່າແມ່ນມີຢູ່ທົ່ວໄປບໍ່ແມ່ນປະກົດການທີ່ມີໃນລະດັບຂອງ ຄອບຄົວຕະກຸນເຜົ່າພາສາແຕ່ຫາກແມ່ນຢູ່ໃນລະດັບຂອງກຸ່ມຊົນເຜົ່າສະເພາະ. ເວົ້າອີກຢ່າງໜຶ່ງ ແມ່ນກຸ່ມຊົນເຜົ່າປົກກະຕິແລ້ວແມ່ນບໍ່ໄດ້ອາໃສຢູ່ນຳກັນໃນບ້ານດຽວກັນເຖິງແມ່ນວ່າພວກເຂົາແມ່ນ ພາກສ່ວນໜຶ່ງຂອງກຸ່ມຊົນເຜົ່າຕາມໝວດພາສາດຽວກັນ. ອີກເທື່ອໜື່ງ, ບ້ານທີ່ລະບາຍດ້ວຍສີຂາວ ຖືເປັນກໍລະນີຍົກເວັ້ນພິເສດຕໍ່ກັບຂໍ້ສັງເກດນີ້. ໄລຍະການແຈກຢາຍຂອງບ້ານຢູ່ຕາມແລວຖະໜົນ ແລະ ອ້ອມຂ້າງເທດສະບານແຂວງ ຫຼື ເມືອງຊີ້ແນະໃຫ້ຮູ້ວ່າການປະສົມຂອງເຜົ່ານີ້ມັນແມ່ນປະກົດ ການທີ່ຫາ ກໍ່ມີມາໃນໄລຍະໝໍ່ໆຜ່ານມານີ້ເອງ. |