F.3 | ||||
ການແຈກຢາຍປະເພດຊົນເຜົ່າຕາມໝວດພາສາ | ||||
ການຈັດປະເພດຊົນເຜົ່າຕາມໝວດພາສາ ຢູ່ໃນເງື່ອນໄຂຂອງທິດສະດີສາກົນແມ່ນລວມເອົາການຈັດ ປະເພດຊົນເຜົ່າໃນເກນທີ່ຕ່ຳກວ່າລະດັບຂອງຕະກຸນເຜົ່າ. ເພາະສະນັ້ນ, ແຕ່ລະຕະກຸນເຜົ່າຫລັກໆ ຈະປະກອບໄປດ້ວຍຈຳນວນ ກຸ່ມຍ່ອຍຂອງເຜົ່າທີ່ບັນດາຜູ້ຊ່ຽວຊານດ້ານຊົນເຜົ່າທັງຫຼາຍໄດ້ຮັບຮູ້ກັນ ມາກ່ອນແລ້ວ. ແຜນທີ່ສະແດງໃຫ້ເຫັນການຈັດປະເພດຊົນເຜົ່າແຍກຍ່ອຍຕາມ ຕາມເຜົ່າຍ່ອຍ. ໝວດພາສາລາວ-ໄຕ ແລະ ໄຕ-ໄທ; ມອນ-ຂະແມແມ່ນແຍກຍ່ອຍອອກເປັນເຜົ່າປາລົນຈິກ, ຂະມຸອິກ, ຫວຽດຕິກ, ກະຕູອິກ, ແລະ ບານາຣິກ; ຊົນເຜົ່າມົ້ງມຽນແມ່ນແຍກຍ່ອຍອອກເປັນເຜົ່າມົ້ງ (ມົ້ງອິກ) ແລະ ມຽນ (ມຽນນິກ); ແລະ ເຜົ່າຊີໂນ-ຕີເບດຕານ (ຕີເບໂຕ-ເບີມັນ) ແມ່ນບໍ່ໄດ້ແຍກອອກເປັນເຜົ່າຍ່ອຍໃດໆ ເພາະວ່າເຜົ່ານີ້ ມີຈຳນວນໜ້ອຍຫຼາຍ. ນອກຈາກນັ້ນຢູ່ໃນເຂດຕາເວັນຕົກສ່ຽງໃຕ້ຂອງເມືອງມູນລະປະໂມກແຂວງ ຈຳປາສັກ. ເຮົາຈະເຫັນວ່າໃນເຂດນີ້ຂອງເມືອງດັ່ງກ່າວຍັງມີບ້ານຂອງເຜົ່າຂະແມ ແລະ ສ່ວຍຈຳນວນ ໜຶ່ງຊຶ່ງບ້ານເຫຼົ່ານີ້ບໍ່ໄດ້ແຍກແຍະໃຫ້ເຫັນຄວາມແຕກຕ່າງກັນຈາກເຜົ່າບານາຣິກ. ບັນດາ 10 ເຜົ່າຍ່ອຍເຫຼົ່ານີ້ມີຄວາມກ່ຽວພັນເຖິງຄວາມສຳຄັນທາງດ້ານວັດທະນະທຳ. ເຊັ່ນຕົວຢ່າງ, ເຜົ່າຍ່ອຍມຽນນິກ ທີ່ຂຶ້ນກັບຊົນເຜົ່າມົ້ງ-ມຽນ ຈະປະກອບດ້ວຍສອງກຸ່ມຍ່ອຍຫລັກໆ ຄືເຜົ່າອິວມຽນ ແລະ ກິມມູນ ຊຶ່ງທັງສອງເຜົ່າຍ່ອຍນີ້ຂຶ້ນກັບເຜົ່າ ເຕົາອີດສ. ສ່ວນເຜົ່າຍ່ອຍມົ້ງອິກແມ່ນໄດ້ຮັບອິດທິ ພົນສູງມາຈາກລັດທິ ຂົງຈື້. ໃນການຈັດປະເພດເຜົ່າຢ່າງເປັນທາງການ, ເຜົ່າຍ່ອຍ ໄຕ-ໄທ ແມ່ນລວມເອົາທັງໝົດປະເພດເຜົ່າຍ່ອຍ ລາວ-ໄຕ ຍົກເວັ້ນແຕ່ ລາວ, ຍ່ວຍ ແລະ ກະເລີງ. ໃນແຜນທີ່ນັ້ນອາດຈະເຫັນໄດ້ວ່າການແຈກຢາຍເຜົ່າລາວໂດຍພື້ນຖານແລ້ວແມ່ນມີຢູ່ລຽບຕາມແຄມນ້ຳອູທິດເໜືອຂອງແຂວງຜົ້ງສາລີໄປເຖິງຫລວງພະບາງ ແລະ ລຽບຕາມແລວຝັ່ງແມ່ນ້ຳຂອງລົງໄປສູ່ເຂດໃຕ້ສຸດຂອງປະເທດ ກຳປູເຈັຍ. ເຜົ່າໄຕໄທທັງໜົດ ແມ່ນມີຢູ່ໃນເຂດແຜ່ນດິນໄກຈາກທະເລ ຍົກເວັ້ນແຕ່ເຜົ່າລື້ ຊຶ່ງສ່ວນໃຫຍ່ຈະອາໄສຢູ່ເຂດຕາເວັນຕົກ ສ່ຽງເໜືອ ຫຼື ຢູ່ໃກ້ກັບເຂດແມ່ນ້ຳຂອງຕອນເໜືອຂຶ້ນໄປ. |