![]() |
F.2 | |||
ໂຄງປະກອບຂອງບ້ານອີງຕາມໝວດພາສາຂອງກຸ່ມຊົນເຜົ່າ | ||||
ການຈັດປະເພດຊົນເຜົ່າແບບດຽວກັນ, ອີງຕາມຊື່ຕະກຸນເຜົ່າໝວດພາສາ 4 ຕະກຸນຫລັກທີ່ໃຊ້ໃນແຜນທີ່ ສະບັບກ່ອນ (ຄືແຜນທີ່ F.1) ແມ່ນໄດ້ນຳມາສະເໜີໃຫ້ເຫັນໃນທີ່ນີ້. ເຖິງຢ່າງໃດກໍ່ຕາມ, ແຜນທີ່ສະບັບນີ້ ໄດ້ສະແດງໃຫ້ເຫັນສະເພາະແຕ່ຕະກຸນເຜົ່າຫລັກຕາມໝວດພາສາຂອງປະຊາຊົນໃນແຕ່ລະບ້ານເທົ່າ ນັ້ນ. ດັ່ງນັ້ນ ແຜນທີ່ນີ້ຈື່ງມີຄວາມເປັນໄປໄດ້ໃນການກຳນົດຈຳນວນປະຊາກອນໃນບ້ານທີ່ຂຶ້ນກັບເຜົ່າ ຫລັກໃດໜຶ່ງສະເພາະໄດ້. ຖ້າວ່າຈຳນວນປະຊາກອນໃນບ້ານສ່ວນໃຫຍ່ຫາກມາຈາກຕະກຸນເຜົ່າໝວດ ພາສາດຽວກັນ (ມີຈຳນວນ ຫຼາຍກວ່າ 99% ຂອງປະຊາ ກອນທັງໝົດໃນບ້ານ) ສີໝາຍໃນແຜນທີ່ຈະ ເປັນສີດຳເຂັ້ມ. ຖ້າວ່າຈຳ ນວນປະຊາກອນ ບ້ານມີຫຼາຍ ກວ່າ 80% ຂອງປະຊາກອນທັງໝົດໃນບ້ານ ຂຶ້ນກັບເຜົ່າໝວດພາສາດຽວກັນສີທີ່ໝາຍໃນແຜນທີ່ຈະແມ່ນສີຈາງ. ໝາຍຄວາມວ່າໃນບ້ານນັ້ນໆ ຍັງມີຕະກຸນເຜົ່າຕາມໝວດພາສາອື່ນໆ ຢູ່ຮ່ວມກັນແຕ່ກໍ່ມີຈຳນວນໜ້ອຍກວ່າ 20% ຂອງປະຊາກອນ ທັງໝົດໃນບ້ານ. ສຸດທ້າຍ, ໃນແຜນທີ່ນັ້ນຍັງມີ ບັນດາບ້ານທີ່ໝາຍດ້ວຍສີຂີ້ເຖົ່າຊຶ່ງອາດແມ່ນບ້ານທີ່ ເປັນໜ້າສົນໃຈຫຼາຍທີ່ສຸດກໍ່ເປັນໄດ້. ຢູ່ໃນບ້ານ ເຫຼົ່ານີ້ ບໍ່ມີປະຊາກອນຂຶ້ນກັບຕະກຸນເຜົ່າຕາມໝວດ ພາສາໃດທີ່ມີ ຈຳນວນ ຫຼາຍ ກວ່າ 80% ຂອງ ຈຳນວນ ປະຊາກອນທັງໝົດໃນບ້ານ. ໝາຍຄວາມວ່າ ໃນບ້ານເຫຼົ່ານັ້ນຢ່າງໜ້ອຍສຸດກໍ່ມີປະຊາກອນ ຂອງສອງກຸ່ມເຜົ່າຕາມໝວດພາສາປະສົມກັນຢູ່. ພາບທຳອິດໃນແຜນທີ່ທີ່ປະກົດໃຫ້ເຫັນກໍ່ຄືຕະກຸນເຜົ່າຕາມໝວດພາສາດຽວຍັງເປັນເຜົ່າທີ່ກວມເອົາຈຳນວນພົນສ່ວນໃຫຍ່ຢູ່ໃນບ້ານຢ່າງເຫັນໄດ້ໂດດເດັ່ນ ຫຼື ເວົ້າອີກແນວໜຶ່ງກໍ່ແມ່ນວ່າການແຍກບ້ານຕາມຊົນເຜົ່າກໍ່ຍັງມີໃຫ້ເຫັນຢູ່ຢ່າງຫລວງຫຼາຍ. ອີງຕາມຜົນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສໃນປີ 2005 ຈະເຫັນໄດ້ວ່າມີພຽງແຕ່ຕະກຸນເຜົ່າຕາມໝວດພາສາດຽວເທົ່ານັ້ນອາໄສຢູ່ໃນ 43% ຂອງຈຳນວນບ້ານທັງໝົດໃນລາວ ແລະ ສ່ວນໃນ 45% ຂອງຈຳນວນບ້ານທັງໝົດແມ່ນເຜົ່າຕາມໝວດ ພາສາດຽວອາໄສຢູ່ໂດຍກວມເອົາຈຳນວນປະຊາກອນຫຼາຍກວ່າ 80% ຂອງ ປະຊາກອນທັງໝົດໃນ ບ້ານ ແລະ ສ່ວນທີ່ເຫຼືອ 12% ເປັນບ້ານທີ່ມີຢ່າງຕ່ຳສຸດກໍ່ແມ່ນສອງຊົນເຜົ່າພາສາປະສົມກັນຢູ່. ສິ່ງທີ່ ເປັນໜ້າສົນໃຈໄປກວ່ານີ້ກໍ່ແມ່ນວ່າໃນຈຳນວນສີ່ຊົນເຜົ່າຕາມໝວດພາສານັ້ນ ຈະເຫັນໄດ້ວ່າ ຊົນເຜົ່າ ໝວດພາສາໄຕ-ກະດາຍ ແລະ ມອນ-ຂະແມ ຂ້ອນຂ້າງຈະອາໄສຢູ່ຮ່ວມກັນໃນບ້ານດຽວຫຼາຍກວ່າສອງ ຕະກຸນຊົນເຜົ່າອື່ນ. ນອກນັ້ນແຜນທີ່ກໍ່ຍັງໃຫ້ເຮົາສາມາດກຳນົດໃຫ້ເຫັນໄດ້ສາມຮູບແບບໄລຍະການແຈກຢາຍຂອງເຜົ່າທີ່ ເປັນ ໜ້າສົນໃຈ. ປະການທີໜຶ່ງ, ແຜນທີ່ສະແດງໃຫ້ເຫັນເຂດພື້ນທີ່ສຳຄັນທີ່ມີເຜົ່າຕາມໝວດພາສາ ສະເພາະໃດໜຶ່ງອາໄສຢູ່ໃນຫຼາຍບ້ານທີ່ໃກ້ຄຽງກັນ. ປະການທີສອງ, ແຜນທີ່ ສະແດງໃຫ້ເຫັນເຂດ ພື້ນທີ່ໆ ມີຫຼາຍກຸ່ມເຜົ່າທີ່ແຕກຕ່າງກັນອາໄສຢູ່ໃນບ້ານຮ່ວມກັນ. ກໍລະນີນີ້ແມ່ນມີຢູ່ໃນເຂດພາກໃຕ້ ຂອງແຂວງຫົວພັນ ແລະ ໂດຍທົ່ວໄປແລ້ວມັກຈະພົບເຫັນຢູ່ໃນເຂດພາກເໜືອຂອງປະເທດ. ສ່ວນເຂດ ພາກໃຕ້ຂອງປະເທດຈະເຫັນ ວ່າການຈັດແບ່ງເຂດພູມລຳເນົາທີ່ຢູ່ອາໃສຂອງກຸ່ມຊົນເຜົ່ານັ້ນມີຄວາມ ຊັດເຈນ ແລະ ແຈ່ມແຈ້ງກ່ວາ. ປະການທີສາມ ກໍ່ຄືຮູບແບບຂອງບ້ານທີ່ລະບາຍດ້ວຍສີຂາວເປັນບ້ານທີ່ ຢູ່ໃນເຂດເຄືອຂ່າຍຂອງເສັ້ນທາງ ແລະ ສ່ວນໜຶ່ງກໍ່ຢູ່ໃນເຂດຕົວເມືອງ. ຮູບແບບນີ້ອາດເປັນສິ່ງຊີ້ບອກ ໃຫ້ເຫັນວ່າມີອັດຕາການຍົກຍ້າຍຂອງພົນລະເມືອງຢູ່ໃນລະດັບສູງສົມຄວນ ແລະ ຍັງຊີ້ບອກເຖິງການຕັ້ງ ຖິ່ນຖານໃໝ່ ຫຼື ການລວມບ້ານເຂົ້າກັນຍ້ອນນະໂຍບາຍຂອງລັດຖະບານ. ສະນັ້ນການທີ່ເຮົານຳເອົາ ຮູບແບບການແຈກ ຢາຍນີ້ໄປສົມທຽບກັບແຜນທີ່ຢູ່ໃນພາກກ່ຽວກັບການຍົກຍ້າຍຂອງພົນລະເມືອງ ຖືວ່າເປັນສິ່ງທີ່ໜ້າສົນໃຈຢ່າງຍິ່ງ. |