![]() |
F.1 | |||
ການແຈກຢາຍກຸ່ມຊົນເຜົ່າຕາມໝວດພາສາ | ||||
ສູນກາງແນວລາວສ້າງຊາດ (LFNC) ແມ່ນອົງການຈັດຕັ້ງທີ່ໄດ້ຮັບການມອບໝາຍໃຫ້ຈັດຕັ້ງປະຕິບັດ ນະໂຍບາຍຊົນເຜົ່າຂອງພັກລັດຖະບານ. ໂດຍອີງຕາມການຈັດເຜົ່າສາກົນ, ສູນກາງແນວລາວສ້າງຊາດ ໄດ້ຈັດແບ່ງກຸ່ມຊົນເຜົ່າໃນ ສປປ ລາວ ອອກເປັນສີ່ເຜົ່າຕາມໝວດພາສາຄື: ໝວດພາສາລາວ-ໄຕ; ໝວດພາສາມອນ-ຂະແມ; ໝວດພາສາມົ້ງ-ອິວມຽນ (ມົ້ງ-ຢ້າວ, ມຽວຢ້າວ); ແລະ ໝວດພາສາ ຈີນ-ຕີເບດ. ໃນປະຈຸບັນນີ້ສູນກາງແນວລາວສ້າງຊາດໄດ້ຮັບຮອງເອົາກຸ່ມຊົນເຜົ່າຈຳນວນ 49 ກຸ່ມ ແລະ 160 ປະເພດເຜົ່າຍ່ອຍ ຫຼື ຊິງ. ການຈັດປະເພດກຸ່ມເຜົ່າຕາມໝວດພາສາເປັນການປ່ຽນແທນ ກຸ່ມເຜົ່າທີ່ໄດ້ໃຊ້ກັນມາເປັນທາງການໃນເມື່ອກ່ອນຄືເຜົ່າລາວລຸ່ມ, ລາວເທິງ ແລະ ລາວສູງຈົນມາຮອດໄລຍະປີ 1991 ຊຶ່ງແມ່ນປີທີ່ໄດ້ ຢັ້ງຢືນເອົາລັດຖະທຳມະນູນ. ປະເພດກຸ່ມຊົນເຜົ່າເກົ່າເຫຼົ່ານີ້ແມ່ນມີລັກ ສະນະກົງກັນກັບກຸ່ມຊົນເຜົ່າຕາມໝວດພາສາ ຄືຊົນເຜົ່າລາວ-ໄຕ, ມອນ-ຂະແມ ແລະ ມົ້ງ-ມຽນ/ຈີນ-ຕີເບດຕາມລຳດັບ. ໃນປະຈຸບັນນີ້, ການນຳໃຊ້ຊື່ຊົນເຜົ່າເປັນທງການນັ້ນມັນຮຽກ ຮ້ອງໃຫ້ນຳໃຊ້ເຜົ່າໜຶ່ງຂອງ 49 ກຸ່ມ ຫຼື ປະເພດຊົນເຜົ່າ. ໃນທາງວິຊາການແລ້ວ ຊື່ເຜົ່າຕາມໝວດພາສາຊີ້ບອກໃຫ້ຮູ້ວ່າ ການຈັດປະເພດກຸ່ມແມ່ນໄດ້ອີງໃສ່ການ ກຳນົດຕົນເອງເປັນກຸ່ມເຜົ່າໃດໜຶ່ງຕ່າງຫາກໂດຍຖືເອົາພາສາມາເປັນເງື່ອນໄຂຕົ້ນຕໍໃນການກຳນົດ. ເຖິງຢ່າງໃດກໍ່ຕາມ, ການກຳນົດປະເພດເຜົ່າຍ່ອຍໃນບັນຊີທາງການແມ່ນບໍ່ຈຳເປັນຈະ ກຳນົດໃຫ້ເປັນ ໄປຕາມເງື່ອນໄຂທາງດ້ານຊົນເຜົ່າຕາມໝວດພາສາກໍ່ໄດ້. ມີຫຼາຍປະເພດເຜົ່າ ເຊັ່ນຕົວຢ່າງເຜົ່າລາວ ແມ່ນລວມເອົາກຸ່ມຕ່າງໆ ອີງໃສ່ເງື່ອນໄຂເຜົ່າຕາມໝວດພາສານັ້ນແມ່ນ ມີຄວາມໃກ້ຄຽງກັບເຜົ່າຜູ້ໄທ ຫຼາຍກວ່າ. ແຜນທີ່ນີ້ສະແດງໄລຍະການແຈກຢາຍຂອງສີ່ເຜົ່າຕາມໝວດພາສາ. ແຕ່ລະຈຸດເມັດແມ່ນ ແທນໃຫ້ 100 ຄົນ ຂອງແຕ່ລະຕະກຸນ. ແຕ່ລະຕະກຸນແມ່ນອາໄສຢູ່ໃນເຂດພື້ນທີ່ພູມສັນຖານແຕກຕ່າງ ກັນໄປ. ການຈັດແບ່ງທີ່ເຫັນຊັດເຈນທີ່ສຸດແມ່ນໄດ້ສະແດງໃຫ້ເຫັນຢູ່ໃນເຜົ່າຕະກຸນຈີນ-ຕີເບດ. ສ່ວນເຜົ່າ ມອນ-ຂະແມແມ່ນມີຢູ່ກະແຈກກະຈາຍທົ່ວໄປຕັ້ງແຕ່ເໜືອເຖິງໃຕ້. ຮູບແບບລະອຽດໄລຍະການ ແຈກຢາຍຂອງຊົນເຜົ່າໃນພື້ນທີ່ອາໄສອັນດຽວກັນທີ່ປະກົດມີສ່ວນໃຫຍ່ໃນເຂດອ້ອມຂ້າງເທດສະບານ ແຂວງຕ່າງໆ ແລະ ເລາະລຽບຕາມເສັ້ນທາງຄົມະນາຄົນສຳຄັນນັ້ນຖືວ່າເປັນສິ່ງທີ່ໜ້າສົນໃຈຢ່າງຍິ່ງ. ຕົວຢ່າງເຜົ່າລາວ-ໄຕພາກັນອາໄສຢູ່ຫຼາຍໃນເຂດໃຈກາງຂອງເສັ້ນທາງຄົມມະນາຄົມໂດຍລວມຕົວ ກັນເຂົ້າກວມເອົາຈຳນວນພົນລະເມືອງສ່ວນໃຫຍ່ໃນຕົວເມືອງທາງພາກເໜືອ ແລະ ພາກຕາເວັນອອກ ຂອງປະເທດລວມທັງຢູ່ໃນເຂດພື້ນທີ່ອາໄສຂອງກຸ່ມຊົນເຜົ່າອື່ນທີ່ກວມເອົາຈຳນວນພົນລະເມືອງສ່ວນ ໃຫຍ່. ສາມາດສັງເກດເຫັນໄດ້ວ່າການຕັ້ງຖິ່ນຖານຊອງຊາວເຜົ່າມົ້ງມຽນ ຢູ່ຕາມເຄືອຂ່າຍເສັ້ນທາງ ຄົມມະນາຄົມຂົນສົ່ງ ແລະ ຈຸດລວມສູນແມ່ນມີຮູບແບບລັກສະນະຄ້າຍຄືກັນ. ປະກົດການອັນນີ້ມັນມີຄ ວາມ ກ່ຽວພັນກັບກິດຈະກຳການຍົກຍ້າຍ ພົນລະເມືອງໃນໄລຍະມໍ່ໆ ຜ່ານມານີ້ຫຼາຍກວ່າ. ອີກປະການ ໜຶ່ງ, ການຍ້າຍເຂົ້າທີ່ສະແດງເຖິງການ ຂະຫຍາຍຕົວຂອງນະຄອນຫລວງວຽງຈັນນັ້ນເປັນປັດໄຈທີ່ເຮັດ ໃຫ້ເຫັນການຍົກຍ້າຍຂອງ ພົນລະເມືອງ ແລະ ການປະສົມກຸ່ມຊົນເຜົ່າ. ສິ່ງທີ່ເປັນໜ້າສົນໃຈກໍ່ຄືພວກ ເຮົາເຫັນວ່າເຜົ່າລາວ-ໄຕ ຍັງຄົງເປັນເຜົ່າທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນຫຼາຍກວ່າ ແລະ ການ ຍົກຍ້າຍຂອງພົນລະເມືອງ ຊາວເຜົ່າມົ້ງ-ມຽນຈຳນວນໜຶ່ງນັ້ນ ສ່ວນຫຼາຍແມ່ນຈະໄປລວມກຸ່ມຢູ່ໃນ ບ້ານທີ່ມີຈຳນວນໜອ້ຍ. ຮູບແບບໄລຍະການກະຈາຍຢູ່ທົ່ວໄປຂອງພົນລະເມືອງເຫຼົ່ານີ້ແມ່ນໄດ້ແຍກ ໃຫ້ເຫັນລະອຽດໃນແຜນທີ່ F3. |