![]() |
SECTION E | |||
ສຸຂະພາບ ແລະ ຄວາມພິການ | ||||
ການປັບປຸງທາງດ້ານສຸຂະພາບບໍ່ພຽງແຕ່ແມ່ນຜົນທີ່ໄດ້ຮັບພຽງແຕ່ຢ່າງດຽວຈາກການພັດທະນາແບບຍືນຍົງ - ແຕ່ມັນເປັນສີ່ງທີ່ຈຳເປັນຕ້ອງປະຕິບັດກ່ອນໝູ່ໝົດ. ຄວາມອ່ອນແອຕໍ່ການຕິດເຊື້ອພະຍາດ ແມ່ນອຸປະສັກທີ່ມີຄວາມຫຸ້ຍງຍາກທີ່ສຸດທີ່ໄດ້ປະເຊີນໜ້າກັບພົນລະເມືອງທີ່ພະຍາຍາມຫຼຸດພົ້ນອອກ ຈາກ ວົງຈອນຄວາມທຸກຈົນ ແລະ ວົງຈອນຂອງການສູນເສຍຊັບພະຍາກອນ. ດັ່ງນັ້ນມັນກໍ່ບໍ່
ເປັນສີ່ງທີ່ ເປັນໜ້າປະຫຼາດໃຈວ່າ ສຸຂະພາບທີ່ແຂງແຮງເປັນສີ່ງສະທ້ອນຢູ່ໃນລາຍການຂອງຈຸດປະສົງການ ພັດທະນາຢູ່ໃນ ທົດສະຫະສະຫວັດ (MDGs) ຢ່າງໜ້ອຍສຸດສາມອັນທີ່ຊັດເຈນຊຶ່ງອ້າງອີງເຖີງ ສຸຂະພາບ ແລະ ການຢູ່ດີກິນດີ. ລັດຖະບານ ສປປ ລາວ, ດ້ວຍການໄດ້ໃຫ້ຄວາມໄກ້ຊິດຕິດແທດ ແລະ ໃຫ້ການ ຮ່ວມມືກັບອົງການພັດທະນາສາກົນ, ແມ່ນມີຄວາມເອົາໃຈໃສຫຼຸດຜ່ອນຕໍ່ການເສຍຊີວິດຂອງ ເດັກນ້ອຍ, ສົ່ງເສີມສຸຂະພາບຂອງແມ່ໃຫ້ດີຂື້ນ, ແລະ ຕໍ່ສູ້ຕ້ານການແຜ່ຂະຫຍາຍຂອງເຊື້ອໂລກ ເຊັ່ນ: ເຊື້ອໂລກເອດ (HIV/AIDS), ໄຂ້ຍຸງ ແລະ ອື່ນໆ. ໃນ ສປປ ລາວ ຂໍ້ມູນທີ່ມີຄວາມກ່ຽວພັນກັບການແນະນຳຍຸດທະສາດເຫຼົ່ານີ້ໄດ້ມີຫຼາຍຂື້ນ. ຂໍ້ມູນ ດັ່ງກ່າວນີ້ແມ່ນໄດ້ມາຈາກແຫຼ່ງທີ່ມີຄວາມແຕກຕ່າງກັນ ແລະ ການສຳຫລວດຊຶ່ງປະກອບດ້ວຍ ຫົວຂໍ້ທີ່ມີຄວາມຫລາກຫຼາຍ ແລະ ສຶກສາໃນຫຼາຍໄລຍະເວລາ. ມັນບໍ່ແມ່ນໜ້າທີ່ ຫຼື ຄວາມມຸ້ງໝາຍ ຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສໃນປີ 2005 ເພື່ອສະເໜີຂໍ້ມູນທີ່ສຳຄັນກ່ຽວກັບ ສຸຂະພາບຕໍ່ກັບຜູ້ທີ່ຕັດສີນໃຈ. ເຖິງແນວນັ້ນກໍ່ຕາມ, ບາງຫົວຂໍ້ເຫຼົ່ານັ້ນອາດຍັງມີຄວາມກ່ຽວພັນກັບ ບັນຫາສຸຂະພາບເພາະວ່າການຄາດຄະເນກ່ຽວກັບພົນລະເມືອງໃນຊ່ວງໄລຍະຂອງການສຳຫລວດ ພົນລະເມືອງມັນມີຄວາມຈຳເປັນທີ່ຈະຕ້ອງໄດ້ເກັບກຳເອົາບັນດາຂໍ້ມູນກ່ຽວກັບຄວາມສາມາດທີ່ຈະມີ ລູກໄດ້ ແລະ ຂໍ້ມູນຂອງການເສຍຊີວິດ. ດັ່ງນັ້ນ ພວກເຮົາຈຶ່ງໄດ້ຕັດສີນໃຈວ່າຈະຮ່ວມເຂົ້າກັນ ສະເໜີພອ້ມກັນບັນດາຕົວຊີ້ບອກຂອງການສຳຫລວດຢູ່ໃນພາກນີ້ກ່ຽວກັບສຸຂະພາບ ແລະ ຄວາມ ພິການ. ໃນວິທີການນີ້ພວກເຮົາຫັວງເພື່ອນຳມາສະເໜີຂໍ້ມູນທີ່ຈະເສີມບັນດາຂໍ້ມູນທີ່ໄດ້ມາຈາກ ແຫຼ່ງອື່ນໆ. ພ້ອມກັນນັ້ນ ພວກເຮົາກໍ່ຄາດຫວັງເພື່ອເຮັດໃຫ້ມັນມີຄຸນຄ່າຂື້ນຕື່ມດ້ວຍການສະແດງ ຮູບແບບໄລຍະພື້ນທີ່ທົ່ວ ປະເທດ. ຍິ່ງໄປກ່ວານັ້ນ, ພາກທີ່ຕິດຕາມມາແມ່ນໄດ້ນຳໃຊ້ຂໍ້ມູນຈາກ ການສຳຫລວດພົນລະເມືອງກ່ຽວກັບທີ່ຕັ້ງຂອງສູນຮັກສາສຸຂະພາບ ແລະ ພົນລະເມືອງທີ່ເປັນພິການ.ສຸດທ້າຍ ຄວນຈະຈົດຈຳໄວ້ວ່າປື້ມແຜນທີ່ສະບັບນີ້ຍັງມີບັນດາຂໍ້ມູນອື່ນໆ ອີກຊຶ່ງອາດຈະເປັນ ປະໂຫຍດໃຫ້ແກ່ຜູ້ອ່ານທີ່ມີຄວາມສົນໃຈຕໍ່ບັນຫາສຸຂະພາບ. ສິ່ງເຫຼົ່ານີ້ບໍ່ພຽງແຕ່ກ່ຽວຂ້ອງກັບຫົວຂໍ້ທົ່ວ ໄປຂອງການສຶກສາພົນລະເມືອງ, (ພາກ B), ການຍົກຍ້າຍ (ພາກ C) ຫຼື ຄວາມທຸກຈົນ (ພາກ I), ແຕ່ ແຜນທີ່ກ່ຽວກັບການເຂົ້າໄປຫາ ມີຄວາມແຕກຕ່າງກັນໂດຍສະເພາະແລ້ວ (ແຜນທີ່ A.5 ແລະ A.6), ແລະ ແຜນທີ່ທາງດ້ານການເຂົ້າໄປຫາແຫຼ່ງນ້ຳທີ່ສະອາດ ແລະ ສຸຂະພິບານຕໍ່ກັບສີ່ງແວດລ້ອມ (ແຜນທີ່ H.4 ແລະ H.5 ຕາມລຳດັບ).
|