![]() |
E.5 | |||
ສາເຫດຕົ້ນຕໍຂອງຄວາມພິການ |
||||
ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສແຫ່ງຊາດໃນ ປີ 2005 ໄດ້ແບ່ງ ສາເຫດຕົ້ນຕໍຂອງ ຄວາມພິການເຫຼົ່ານັ້ນຊຶ່ງແມ່ນຜົນເນື່ອງມາຈາກ: ການກຳເນີດ (ທີ່ສະແດງຮູບແບບ ໃຫ້ເຫັນດ້ວຍ ສີຟ້າເຂັ້ມ), ສົງຄາມ (ສະແດງດ້ວຍສີມ້ວງ), ອຸປະຕິເຫດ (ສະແດງດ້ວຍສີຂຽວ), ຕິດຢາເສບຕິດ (ສະແດງດ້ວຍສີຟ້າອ່ອນ), ຕິດເຊື້ອໂລກ (ສະແດງດ້ວຍສີເຫຼືອງ), ແລະ ສາເຫດ ອື່ນໆ (ສະແດງດ້ວຍສີຂີ້ເທົ່າ). ສາເຫດເຫຼົ່ານີ້ແມ່ນໄດ້ນຳສະເໜີຢູ່ໃນລະດັບປະເທດ ດ້ວຍຕົວເລກໃນຮູບແບບລຸ່ມນີ້:
![]() ຮູບສະແດງທີ 3: ການມີຢູ່ທົ່ວໄປຂອງສາເຫດຂອງຄວາມພິການທີ່ແຕກຕ່າງກັນ ໄດ້ມີການລາຍງານຢ່າງເປັນປະຈຳກ່ຽວກັບສາເຫດສ່ວນໃຫຍ່ຂອງການເກີດຄວາມພິການດັ່ງກ່າວຜົນເນື່ອງແມ່ນມາຈາກການກຳເນີດ ແລະ ການຕິດເຊື້ອໂລກເຊັ່ນ 39% ແລະ 28% ຂອງຄວາມພິການທັງໝົດຕາມລຳດັບ. ອັດຕາສ່ວນຮ້ອຍທີ່ມີຂອ້ນຂ້າງໜ້ອຍຂອງຜູ້ທີ່ພິການອາດສາມາດອະທິບາຍ ໄດ້ໃນກໍລະນີທີ່ໄດ້ເກີດສົງຄາມເມື່ອ 30 ປີ ທີ່ຜ່ານມາ ແລະ ຜູ້ເຄາະຮ້າຍຫຼາຍຄົນໄດ້ເສຍຊີວິດແລ້ວ. ສັງເກດໄດ້ວ່າມັນມີຄວາມຫຍຸ້ງຍາກໃນການກຳນົດສາເຫດຂອງຄວາມພິການ. ດັ່ງນັ້ນການຈັດປະເພດສາເຫດຂອງຄວາມພິການແມ່ນມີຄວາມຫຍຸ້ງຍາກ. ຍິງໄປກ່ວານັ້ນ ລະດັບປະເພດ ‘ເປັນມາແຕ່ເກີດ’ ມັນບໍ່ມີຄວາມຈຳເປັນທີ່ຈະຕ້ອງກ່ຽວພັນເຖິງຄວາມພິການມາແຕ່ ທາງກຳມະພັນເທົ່ານັ້ນແຕ່ມັນອາດຈະຊີ້ບອກເຖິງຄວາມຫຍຸ້ງຍາກໃນຊ້ວງເວລາຖືພາ ຫຼື ເກີດລູກ. ຜົນກະທົບເຫຼົ່ານີ້ເຮັດໃຫ້ສັງຄົມ ເກີດມີການລັງກຽດໂດຍສະເພາະແມ່ນກ່ຽວພັນເຖິງເດັກນ້ອຍ ທີ່ມີຄວາມພິການ ຫຼື ຕໍ່ກັບສະມາຊິກໃນ ຄົວເຮືອນຊຶ່ງມີບັນຫາກ່ຽວກັບການຕິດຢາເສບຕິດ. ໃນທີ່ສຸດ, ການຈຳແນກປະເພດເຫຼົ່ານີ້ໃນປະຈຸບັນ ຈຶ່ງບໍ່ສາມາດເຮັດໃຫ້ມັນຈະແຈ້ງໄດ້ກ່ຽວກັບຜູ້ເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ (UXO). ແຜນທີ່ສະແດງໃຫ້ເຫັນຮູບແບບຂອງສາເຫດທີ່ແຕກຕ່າງກັນຂອງຄວາມພິການໃນທົ່ວປະເທດ. ໃນຂອບ ເຂດຕົວເມືອງສາເຫດຂອງຄວາມພິການສ່ວນຫຼາຍແມ່ນເກີດມາຈາກອຸປະຕິເຫດແຕ່ໃນບາງຂົງເຂດ ເຊັ່ນ: ພາກໃຕ້ສຸດຂອງແຂວງ ສາລະວັນ, ແຂວງ ຊຽງຂວາງ, ແລະ ແຂວງຫົວພັນມີກຸ່ມຂອງສາເຫດ ຂອງຄວາມພິການຊຶ່ງເກີດມາຈາກອຸປະຕິເຫດຂອງສົງຄາມ. ໃນພື້ນທີ່ເຫຼົ່ານີ້ຄວາມໜາແໜ້ນທີ່ສູງ ຂອງປະຊາຊົນທີ່ມີຄວາມພິການອາດຈະບໍ່ແມ່ນພຽງແຕ່ພິການ ຍ້ອນລະເບີດທີ່ບໍ່ທັນແຕກ (UXO) ເທົ່ານັ້ນແຕ່ມັນອາດຈະເປັນຍອ້ນກ່ຽວພັນກັບກຳມະພັນ ຊຶ່ງກ່ຽວພັນເຖິງການນຳໃຊ້ອາວຸດເຄມີເຊັ່ນ: ສານເຄມີນຳໃຊ້ສຳລັບທຳລາຍໃບໄມ້ຖຶກ ໃຊ້ໃນຊວງເວລາສົງຄາມ. ຂໍ້ມູນທີ່ມີລາຍລະອຽດກວ່າເກົ່າຈະເປັນປະໂຫຍດຕໍ່ການຈັດປະເພດສາເຫດຂອງຄວາມພິການຊຶ່ງສາມາດປ້ອງກັນໄດ້ ແລະ ເພື່ອຮັບປະກັນວ່າມີການບໍລິການທີ່ພຽງພໍສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບມາ ຈາກຄວາມພິການທີ່ມີຫຼາຍປະເພດຊຶ່ງໄດ້ບັນທຶກໄວ້ໃນການສຳຫລວດ. |