E.2    
 

ຄຸນລັກສະນະທົ່ວໄປດ້ານສຸຂະພາບ

   
 
ດັ່ງ​ທີ່​ໄດ້​ອະ​ທິ​ບາຍ​ໄວ້​ຢູ່​ໃນ​ບົດ​ແນະ​ນຳ​ຂອງ​ພາກ​ນີ້, ເປົ້າ​ໝາຍ​ຂອງ​ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ ໃນ​ປີ 2005 ແມ່ນ​ບໍ່​ໄດ້​ດຳ​ເນີນ​ເພື່ອ​ເກັບ​ກຳ​ເອົາ​ບັນ​ດາ​ລາຍ​ລະ​ອຽດ​ຂອງ​ຂໍ້​ມູນ​ກ່ຽວ​ກັບ ສຸ​ຂະ​ພາບ. ເຖິງ​ຢ່າງ​ໃດ​ກໍ່​ຕາມ ເພື່ອ​ຄິດ​ໄລ່​ຂໍ້​ມູນ​ກ່ຽວ​ກັບ​ພົນ​ລະ​ເມືອງ​ບາງ​ຕົວ​ຊີ້​ບອກ​ທີ່​ກ່ຽວ​ກັບ​ບັນ​ຫາ ສຸ​ຂະ​ພາບ​ໄດ້​ຖືກ​ເກັບ​ກຳ​ນຳ​ໃສ​າມ​ແຜ່ນ​ທີ່​ຕໍ່​ໄປ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຮູບ​ແບບ​ໄລ​ຍະ​ຫວ່າງ​ຂອງ ອັດ​ຕາ​ການ​ເສຍ​ຊີ​ວິດ​ຂອງ​ເດັກ​ອອ່ນ ແລະ ອັດ​ຕາ​ການ​ເສຍ​ຊີ​ວິດ​ຂອງ​ແມ່​ຍິງ​ທີ່​ຢູ່​ໃນ​ຊ່ວງ​ໄລ​ຍະ​ຖື​ພາ ແລະ ເກີດ​ລູກ ແລະ ສະ​ເລຍ​ອາ​ຍຸ​ຂອງ​ແມ່​ຍິງ​ໃນ​ຕອນ​ເກີດ​ລູກ​ຜູ້​ທຳ​ອິດ. ຍ້ອນ​ພວກ​ເຮົາ​ບໍ່​ສາ​ມາດ ຄິດ​ໄລ່​ລະ​ອຽດ​ກ່ຽວ​ກັບ​ການ​ຈຳ​ແນກ​ໃນ​ລະ​ດັບ​ນີ້​ດັ່ງ​ນັ້ນ​ອັດ​ຕາ​ການ​ເສຍ​ຊີ​ວິດ​ທີ່​ໄດ້​ຈາກ​ການ​ສຳ​ຫລວດ ພົນ​ລະ​ເມືອງ, ອັດ​ຕາ​ການ​ເສຍ​ຊີ​ວິ​ດລວມ​ທີ່​ໄດ້​ຈາກ​ການ​ສັງ​ເກດ​ແມ່ນ​ໄດ້​ສະ​ແດງ​ຢູ່​ໃນ​ແຜນ​ທີ່​ນີ້ ເພື່ອ​ສະ​ແດງ​ໃຫ້​ຮູ້​ເຖິງ​ຮູບ​ແບບ​ໄລ​ຍະ​ຫວ່າງ​ທີ່​ສຳ​ຄັນ​ທີ່​ຄວນ​ເອົາ​ໃຈ​ໃສ່
ອັດຕາການ​ເສຍ​ຊີວິດຂອງເດັກອາຍຸຕ່ຳກ່ວາ 1 ປີ (ແຜນ​ທີ່ A)
ອັດ​ຕາ​ການ​ເສຍ​ຊີ​ວິດ​ຂອງ​ເດັກ​ແມ່ນ​ຈຳ​ນວນ​ເດັກ​ໄດ້​ເສຍ​ຊີ​ວິດ​ຊຶ່ງ​ມີ​ອາ​ຍຸ​ຕ່ຳ​ກ່ວ​າ1 ປີ ຕໍ່​ກັບ​ຈຳ​ນວນ​ເດັກ 1,000 ຄົນ​ທີ່​ໄດ້​ເກີດ​ໃນ​ເວ​ລາ​ດຽວ​ກັນ. ຜົນ​ຂອງ​ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ໃນ​ປີ 2005 ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ອັດ ຕາ​ການ​ເສຍ​ຊີ​ວິດ ຂອງ​ເດັກ​ອ່ອນ​ແມ່ນ 70 ຄົນ ຕໍ່​ກັບ 1,000 ຄົນ​ທີ່​ເກີດ​ມີ​ຊີ​ວິດ​ໃນ​ລະ​ດັບ​ປະ​ເທດ, ໝາຍ​ຄວາມ​ວ່າ​ເດັກ​ເກີດ ມາ​ທຸກໆ ພັນ​ຄົນ​ໃດ​ກ່ອນ​ຈະ​ຮອດ​ຄົບ​ຮອບ​ວັນ​ເກີດ 1 ປີ​ໄດ້​ເສ​ັຽ​ຊີ​ວິດ​ໄປ 70 ຄົນ. ແຜນ​ທີ່ A ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ອັດ​ຕາ​ການ​ເສຍ​ຊີ​ວິດ​ຂອງ​ເດັກ​ອາ​ຍຸ​ຕ່ຳ​ກ່ວ​າ 1 ປີ ໄດ້​ສະ​ແດງ​ໃນ​ຈຳ​ນວນ 6 ກຸ່ມ ໃນ​ແຕ່​ລະ​ເມືອງ. ບັນ​ດາ​ກຸ່ມ​ດັ່ງ​ກ່າວ​ນີ້​ແມ່ນ​ສະ​ແດງ ດ້ວຍ​ສີ​ນ້ຳ​ຕານ​ອ່ອນ​ຫາ​ສີ​ນ້ຳ​ຕານ​ເຂັ້ມ. ຢູ່​ໃນ​ແຜນ​ທີ່​ນີ້ ພວກ​ເຮົາ​ສາ​ມາດ​ເຫັນ​ຮູບ​ແບບ​ຂອງ​ການ​ເສຍ​ຊີ​ວິດ​ຊຶ່ງ​ໄດ້​ເພີ້ມ​ຂື້ນ ເລີ້ມ​ແຕ່​ສູນ​ກາງ​ແຜ່​ອອກ​ໄປ​ຈົນ​ເຖິງ​ຂອບ ນອກ​ຂອງ​ແຜນ​ທີ່. ອັດ​ຕາ​ການ​ການ​ເສຍ​ຊີ​ວິດ​ຂອງ​ເດັກ​ທີ່​ມີ​ສູງ​ຊຶ່ງ​ຈະ​ສາ​ມາດ​ພົບ​ເຫັນ​ໄດ້​ຢູ່​ໃນ​ພື້ນ​ທີ່​ທາງ ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ທາງ​ພາກ​ໃຕ້​ຂອງ​ປະ​ເທດ. ໃນ​ພື້ນ​ທີ່​ພາກ​ເໜືອ​ອັດ​ຕາ ການ​ເສຍ​ຊີ​ວິດ​ຂອງ​ເດັກ​ອ່ອນ​ຍັງ​ມີ​ສູງ ແລະ ມີ​ລັກ​ສະ​ນະ​ກະ​ແຈກ​ກະ​ຈາຍ. ມັນ​ສຳ​ຄັນ​ທີ່​ນັກ​ບໍ​ລິ​ຫານ​ຂັ້ນ​ສູງ​ຄວນ ສຶກ​ສາ​ຫາ​ປັດ​ໃຈ ແລະ ສາຍ​ເຫດ​ຂອງ​ການ​ເສຍ​ຊີ​ວິດ​ທີ່​ສູງ​ຂອງ​ເດັກ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ກຳ​ນົດ​ແຜນ​ຍຸດ​ທະ​ສາດ ເພື່ອ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ.
ອັດຕາການ​ເສຍ​ຊີວິດຂອງແມ່ (​ແຜນ​ທີ່ B)
ອັດ​ຕາ​ການ ເສຍ​ຊີ​ວິດ​ຂອງ​ແມ່​ແມ່ນ​ຈຳ​ນວນ​ແມ່​ຍິງ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ 1 ປີ ຕໍ່100,000ຄົນ​ຂອງ​ເດັກ​ທີ່​ເກີດ ແລະ ມີ​ຊີ​ວິດ​ໃນ ປີ​ດຽວ​ກັນ. ແມ່​ເສຍ​ຊີ​ວິດ​ແມ່ນ​ໝາຍ​ເຖິງ​ແມ່​ຍິງ​ທີ່​ໄດ້​ເສຍ​ຊີ​ວິດ​ຊຶ່ງ​ພົວ​ພັນ​ກັບ​ການ​ຖື​ພາ, ປະ​ສູດ ຫຼື ຫຼັງ​ເກີດ 42 ວັນ ຍ້ອນ​ສາຍ​ເຫດ​ທີ່​ເກີດ​ຂື້ນ​ໃນ​ໄລ​ຍະ​ຖື​ພາ ແລະ ຍ້ອນ​ພະ​ຍາດ​ກ່ຽວ​ພັນ​ກັບ​ການ​ຖື​ພາ, ແຕ່​ບໍ່​ແມ່ນ​ແມ່​ເສຍ​ຊີ​ວິດ ຍ້ອນ ອຸ​ປະ​ຕິ​ເຫດ. ຈາກ​ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ໃນ​ປີ 2005 ພົບ​ວ່າ​ອັດ​ຕາ​ການ ເສຍ​ຊີ​ວິດ​ຂອງ​ແມ່ ແມ່ນ 405 ຄົນ​ຕໍ່ 100,000 ເດັກ​ເກີດ​ມີ​ຊິ​ວິດ. ໃນ​ແຜນ​ທີ່ B ໄດ້​ສະ​ແດງ ໃຫ້​ເຫັນ​ອັດ​ຕາ​ການ​ເສຍ​ຊີ​ວິດ​ຂອງ​ແມ່​ຢູ່​ໃນ 5 ລະ​ດັບ ຢູ່​ໃນ​ຂັ້ນ​ເມືອງ. ອັດ​ຕາ​ສ່ວນ​ການ​ເສຍ​ຊີ​ວິດ​ທີ່​ຕ່ຳ ແມ່ນ​ໝາຍ​ດ້ວຍ​ສີ​ບົວ​ອ່ອນ ແລະ ສູງ​ແມ່ນ​ໝາຍ​ດ້ວຍ ສີ​ບົວ​ເຂັ້ມ. ອັດ​ຕາ​ການ​ເສຍ​ຊີ​ວິດ​ຂອງ​ແມ່​ແມ່ນ ມີ​ສູງ​ຢູ່​ໃນ​ພາກ​ໃຕ້ ແລະ ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ໃຕ້. ຢູ່​ໃນ​ສູນ​ກາງ ຂອງ​ພາກ​ເໜືອ​ອັດ​ຕາ​ການ​ເສຍ ຊີ​ວິດ​ຂອງ​ແມ່​ສ່ວນ​ຫຼາຍ​ແມ່ນ​ມີ​ສູງ. ເຖິງ​ແມ່ນ​ວ່າ​ຮູບ​ແບບ ໄລ​ຍະ​ຫ່ວ​າງ​ຂອງ​ແຜນ​ທີ່​ນີ້​ເກືອບ​ຄ້າຍ​ຄື​ກັບ ແຜນ​ທີ່​ສະ​ບັບ​ກ່ອນ​ແຕ່​ມັນ​ກໍ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ທີ່​ເປັນ​ຕາ​ໜ້າ​ສົນ​ໃຈ.
ອາຍຸຂອງແມ່ໃນຕອນເກີດລູກຜູ້ທຳອິດ (ແຜນທີ່ C)
ອາ​ຍຸ​ຂອງ​ແມ່​ຍິງ​ໃນ​ຕອນ​ເກີດ​ລູກ​ຜູ້​ທຳ​ອິດ​ແມ່ນ​ດັດ​ສະ​ນີ​ໝາຍ​ຂອງ​ພົນ​ລະ​ເມືອງ​ທີ່​ສຳ​ຄັນ. ແມ່​ຍິງ​ທີ່ ເລີ້ມ​ມີ​ລູກ​ໃນ​ອາ​ຍຸ ໜຸ່ມ​ອາດ​ຈະ​ມີ​ລູກ​ຫຼາຍ​ກວ່າ​ຜູ້​ທີ່​ເລີ້ມ​ມີ​ລູກ​ໃນ​ໄວ​ອາ​ຍຸ​ທີ່​ແກ່​ກ່ວ​າ​ຊຶ່ງ​ການ​ມີ​ລູກ​ຫຼາຍ​ອາດ ເປັນ​ສ່ວນ​ໜຶ່ງ​ທີ່​ພາ​ໃຫ້​ເກີດ ມີ​ການ​ເສຍ​ຊີ​ວິດ​ຂອງ​ແມ່​ສູງ​ຂື້ນ. ໃນ​ລະ​ດັບ​ປະ​ເທດ​ຜົນ​ຂອງ​ການ​ສຳ​ຫລວດ ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໃສ​ໃນ​ປີ 2005 ພົບ​ວ່າ​ສ່ວນ​ຫຼາຍ​ອາ​ຍຸ​ຂອງ​ແມ່​ຍິງ​ຕອນ​ເກີດ​ລູກ​ຜູ້​ທຳ​ອິດ​ແມ່ນ 20 ປີ ແລະ ໃນ​ນັ້ນ​ຄວາມ​ແຕກ​ຕ່າງ​ຢູ່​ໃນ​ທົ່ວ​ປະ​ເທດ ແມ່ນ​ມີ​ໜ້ອຍ. ແຜນ​ທີ່ C ສະ​ແດງ​ເຖິງ 5 ລະ​ດັບ​ຂອງ​ອາ​ຍຸ​ຂອງ ຜູ້​ຍິງ​ຢູ່​ໃນ​ລະ​ດັບ​ສີ​ຂຽວ​ທີ່​ມີ​ຄວາມ​ເຂັ້ມ​ຕ່າງ​ກັນ. ສ່ວນ​ໃຫ່​ຍ ແມ່​ຍິງ​ເກີດ​ລູກ​ຄັ້ງ​ທຳ​ອິດ​ອາ​ຍຸ​ແມ່ນ​ຈະ​ສູງ​ກ່ວ​າ ລະ​ດັບ​ສະ​ເລ່ຍ​ຂອງ​ຊາດ​ຊຶ່ງ​ສາ​ມາດ​ພົບ​ເຫັນ​ຢູ່​ລຽບ​ຕາມ​ແຄມ​ແມ່​ນ້ຳ​ຂອງ. ສິ່ງ​ເຫຼົ່າ​ນີ້​ແມ່ນ​ຢັ້ງ​ຢືນ​ໃຫ້​ເຫັນ​ເຖິງ ທ່າ​ອ່ຽງ ກ່ຽວ​ກັບ​ອາ​ຍຸ​ຂອງ​ແມ່​ຍິງ​ທີ່​ເກີດ​ລູກ​ຜູ້​ທຳ​ອິດ​ຢູ່​ໃນ​ຂອບ​ເຂດ ຂອງ ສູນ​ກາງ​ເທດ​ສະ​ບານ​ເມືອງ​ແມ່ນ ມີ​ສູງ​ກ່ວ​າ​ຢູ່​ເຂດ​ຊົນ​ນະ​ບົດ. ຂໍ້​ຍົກ​ເວັ້ນ​ກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ​ແມ່ນ​ມີ​ຄວາມ​ໜ້າ​ສົນ​ໃຈ ຊື່ງ​ຈະ​ສາ​ມາດ​ພົບ​ເຫັນ ໄດ້​ຢູ່​ໃນ​ບັນ​ດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ​ໄທ ແລະ ຢູ່​ທາງ​ພາກ​ເໜືອ​ຂອງ​ແຂວງ​ຜົ້ງ​ສາ​ລີ, ແລະ ຈຸດ​ສາມ​ແຍກ​ລະ​ຫວ່າງ​ແຂວງ​ຫຼວງ​ນ້ຳ​ທາ, ແຂວງ​ອຸ​ດົມ​ໃຊ ແລະ ແຂວງ​ບໍ່​ແກ້ວ ແລະ ຢູ່​ທາງ​ພາກ​ຕາ​ເວັນ​ອອກ ຂອງ​ແຂວງ​ຊຽງ​ຂວາງ​ກໍ່​ເຊັ່ນ​ດຽວ​ກັນ. ຢູ່​ໃນ​ພາກ C ແລະ F ນີ້​ແມ່ນ​ມີ​ຂໍ້​ມູນ​ກ່ຽວ​ກັບ​ບັນ​ຫາ​ເຫຼົ່າ​ນີ້​ຫຼາຍ​ກ່ວ​າ ຊຶ່ງ​ມັນ​ໄດ້​ພົວ​ພັນ​ກັບ​ຮູບ​ແບບ​ຂອງ​ການ​ຍົກ​ຍ້າຍ​ຂອງ​ທາງ​ເພດ ແລະ ກຸ່ມ​ຊົນ​ເຜົ່າ​ທີ່​ຄວນ​ໄດ້​ສຶກ​ສາ​ເບິ່ງ​ຕື່ມ.

 

 


ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF