|
ແຜນທີ່ D.5 ສະບັບກ່ອນສະແດງໃຫ້ເຫັນເຖິງຄວາມແຕກຕ່າງໃນດ້ານການເຂົ້າຮຽນຂອງພົນລະເມືອງ ລາວໃນກຸ່ມ ອາຍຸຕ່າງໆ ແລະ ຍັງສະແດງໃຫ້ເຫັນເຖິງທາງດ້ານທີ່ຕັ້ງພູມສັນຖານຂອງພື້ນທີ່ໃນຂອບ ເຂດທົ່ວປະເທດ .ໃນນັ້ນມີສິ່ງທີ່ຊີ້ບອກໃຫ້ເຫັນວ່າຮູບແບບການແຈກຢາຍຂອງການ ເຂົ້າຮຽນອາດມີ ຄວາມ ກ່ຽວພັນກັບຫຼາຍປັດໄຈເຊັ່ນປັດໄຈທາງດ້ານຊົນເຜົ່າ, ຄວາມທຸກຍາກ ແລະ ດ້ານອື່ນໆ. ເຖິງຢ່າງ ໃດ ກໍ່ຕາມ, ຄວາມແຕກຕ່າງສຳຄັນທີ່ບໍ່ປະກົດອອກມາໃຫ້ເຫັນກໍ່ຄືຄວາມແຕກຕ່າງທີ່ພົວພັນເຖິງ ບົດບາດ ຍິງຊາຍໃນການເຂົ້າຮຽນ.
ຢູ່ໃນລະດັບແຫ່ງຊາດ, ໄດ້ມີຕົວເລກຄວາມດຸ່ນດ່ຽງລະຫວ່າງເດັກຍິງ ແລະ ເດັກຊາຍທັງໝົດໃນເກນ ອາຍຸ 6 ຫາ 9 ປີ ທີ່ຍັງເຂົ້າຮຽນຢູ່ແມ່ນ 66.1% ສຳລັບເພດຍິງ ແລະ 67.1% ສຳລັບເພດຊາຍ. ຄວາມແຕກຕ່າງໃນການເຂົ້າຮຽນຂອງເດັກຍິງ ແລະ ຊາຍໃນເກນອາ ຍຸ 10 ຫາ 14 ປີ ນັ້ນແມ່ນມີ ເພີ້ມຂື້ນຄືຂອງເດັກຍິງແມ່ນ 77.2% ແລະ ເດັກຊາຍແມ່ນ 85.0% ແລະ ໄວໜູ່ມຍິງຈຳນວນ 33.3% ແລະ ໄວໜູ່ມຊາຍຈຳນວນ 49.8% ຊື່ງຢູ່ໃນກູ່ມຂອງຊາວໜຸ່ມອາຍຸ15 ຫາ 19 ປີທີ່ໄດ້ເຂົ້າໂຮງຮຽນ.
ເມື່ອພວກເຮົາເບິ່ງແຜນທີ່ສາມສະບັບ, ພວກເຮົາສາມາດຈຳແນກໃຫ້ເຫັນເຖິງການປ່ຽນແປງເທື່ອ ລະນ້ອຍຂອງພາບທີ່ມີສີປະສົມດ້ວຍສີບົວແລະ ສີຂຽວໃນແຜນທີ່ສະແດງອັດຕາສ່ວນທາງເພດ ຂອງເດັກນ້ອຍໃນເກນອາຍຸ 6 ປີທີ່ໄດ້ເຂົ້າຮຽນ ໄປເປັນພາບສີຂຽວເຂັ້ມກວ່າຢ່າງເຫັນໄດ້ເດັ່ນຊັດໃນ ແຜນທີ່ ຊຶ່ງ ສະແດງບອກເຖິງອັດຕາສ່ວນທາງເພດຂອງກຸ່ມຄົນທີ່ມີອາຍຸ 15 ປີໄດ້ເຂົ້າຮຽນ, ແລະ ພື້ນທີ່ສີຂຽວເຂັ້ມໃນ ແຜນທີ່ສະແດງບອກຈຳນວນໄວໜູ່ມຜູ້ຊາຍຫຼາຍກວ່າ 200 ຄົນ ຕໍ່ໄວໜູ່ມແມ່ຍິງ 100 ຄົນ. ສິ່ງສຳຄັນຄວນເນັ້ນໃສ່ຮູບແບບການແຈກຢາຍແບບທົ່ວໄປໃຫ້ຫຼາຍກວ່າການເອົາ ໃຈໃສ່ ຕໍ່ຄ່າໂດດ ດ່ຽວທີ່ມີຢູ່ໃນສະເພາະບ້ານໃດໜຶ່ງ ເຊິ່ງ ຄ່ານັ້ນອາດໄດ້ມາຈາກຕົວຢ່າງທີ່ມີ ຂະໜາດນ້ອຍເກີນໄປໃນບ້ານທີ່ມີພົນລະເມືອງໜ້ອຍ ແລະ ດ້ວຍເຫດນັ້ນ ຈຳນວນເດັກຊາຍ ແລະ ເດັກຍິງໃນເກນ ອາຍຸສະເພາະໃດໜຶ່ງທີ່ເຂົ້າໂຮງຮຽນຈຶ່ງມີຈຳນວນໜ້ອຍກວ່າ.
ເຖິງຢ່າງໃດກໍ່ຕາມ, ໂດຍທົ່ວໄປແລ້ວພວກເຮົາສາມາດພົບເຫັນຄວາມດຸ່ນດ່ຽງຂອງອັດຕາສ່ວນ ທາງເພດຢູ່ໃນສະເພາະພຽງແຕ່ເຂດທີ່ມີອັດຕາສ່ວນການເຂົ້າຮຽນທີ່ຫຼາຍເທົ່ານັ້ນ. ແຕ່ໃນທາງກົງ ກັນຂ້າມກັນນັ້ນ, ເມື່ອຈຳນວນເດັກນອ້ຍທີ່ເຂົ້າຮຽນແມ່ນມີໜອ້ຍ ສະນັ້ນຈື່ງເຮັດໃຫ້ຈຳນວນເດັກນ້ອຍຍິງຂາດໂອກາດໃນການເຂົ້າຮຽນຫຼາຍເທົ່ານັ້ນ.
ສະຫລຸບລວມແລ້ວ, ອັດຕາສ່ວນທາງເພດສະທ້ອນໃຫ້ເຫັນເຖິງຄວາມແຕກຕ່າງດ້ານການເຂົ້າຮຽນ ຫຼາຍຂື້ນ ດັ່ງທີ່ໄດ້ສະແດງຢູ່ໃນແຜນທີ່ສະບັບກ່ອນນັ້ນ. ຄວາມແຕກຕ່າງໃນການເຂົ້າຮຽນເຫຼົ່ານີ້ ອາດມີຄວາມກ່ຽວພັນກັບປັດໄຈທາງດ້ານທີ່ຕັ້ງ, ຊົນເຜົ່າ ແລະ ປັດໄຈອື່ນໆເຊິ່ງສາມາດອະທິບາຍ ໃຫ້ເຫັນພາບດ້ວຍຄ່າທີ່ໄດ້ຈາກຂໍ້ມູນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສ. ເມື່ອເບິ່ງຕົວເລກ ຂອງພົນລະເມືອງທີ່ບໍ່ເຄີຍເຂົ້າໂຮງຮຽນຈັກເທື່ອແລ້ວ, ພວກເຮົາສາມາດເຫັນວ່າ ຕົວເລກຂອງຜູ້ຊາຍ ອາໄສຢູ່ໃນນະຄອນຫລວງວຽງຈັນທີ່ບໍ່ເຄີຍເຂົ້າໂຮງຮຽນຈັກເທື່ອມີຕ່ຳຫຼາຍຄື 3.3% ຊຶ່ງໃນຂະນະທີ່ ຕົວເລກຂອງແມ່ຍິງໃນແຂວງອຸດົມໄຊບໍ່ເຄີຍເຂົ້າຮຽນຈັກເທື່ອແມ່ນມີສູງເຖິງ 48.6%. ຍິ່ງໄປກວ່ານັ້ນ, ຈະເຫັນວ່າຕົວເລກເດັກນ້ອຍຜູ້ຊາຍ ແລະ ຜູ້ໃຫຍ່ຊາຍໃນຄອບຄົວຊົນເຜົ່າລາວບໍ່ເຄີຍເຂົ້າຮຽນ ຈັກເທື່ອແມ່ນມີ 7.7% ໃນຂະນະທີ່ຕົວເລກຂອງເດັກຍິງເຜົ່າໂລໂລ ບໍ່ເຄີຍເລີ້ມຕົ້ນເຂົ້າຮຽນໃນ ແລະ ນອກລະບົບການສຶກສາຈັກເທື່ອເລີຍແມ່ນມີ 87.7%.
|
|
ຖ້າຫາກທ່ານຕ້ອງການແຜນທີ່ ທີ່ມີ
ຄວາມລະອຽດສູງ, ກະລຸນາດາວໂຫຼດຈາກ PDF
|