D.5 | ||||
ການເຂົ້າໂຮງຮຽນຂອງເດັກທີ່ມີອາຍຸ 6, 10 ແລະ 15 ປີ |
||||
ການເຂົ້າໂຮງຮຽນໝາຍເຖິງການເຂົ້າຮຽນໃນສະຖາບັນ ຫຼື ໂຄງການສຶກສາໃດໜຶ່ງທີ່ໄດ້ຮັບການຈັດຕັ້ງ ຂື້ນຢ່າງເປັນທາງການຈະແມ່ນຈາກພາກລັດ ຫຼື ເອກະຊົນກໍ່ດີເພື່ອສະໜອງການສຶກສາໃນລະດັບ ຕ່າງໆ. ເພີ່ນໄດ້ຖາມແຕ່ລະຄົນວ່າເຄີຍເຂົ້າໂຮງຮຽນມາ ຫຼື ບໍ່ໂດຍບໍ່ໄດ້ຄຳນຶງເຖິງວ່າຜູ້ທີ່ຖືກຖາມນັ້ນ ກຳລັງເຂົ້າໂຮງຮຽນຢູ່ ຫຼື ອອກໂຮງຮຽນໄປແລ້ວກໍ່ຕາມ.
ຂໍ້ມູນຈາກການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສເປັນຂໍ້ມູນເພີ່ມເຕີມສຳຄັນສຳລັບສະຖິຕິຂອງ ກະຊວງສຶກສາທິການເຊິ່ງເປັນພື້ນຖານຂໍ້ມູນທີ່ໄດ້ເກັບກຳມາຈາກໂຮງຮຽນໃນຕົ້ນສົກຮຽນຂອງແຕ່ລະປີ (ເດືອນຕຸລາ). ເຖິງຢ່າງໃດກໍ່ຕາມການຄຳນວນອັດຕາການເຂົ້າຮຽນຍັງບໍ່ສາມາດດຳເນີນໃຫ້ສຳເລັດໄດ້. ອີງຕາມສະຖິຕິທີ່ເປັນທາງການແລ້ວ, ເດັກນ້ອຍອາຍຸ 6 ຫາ 9 ປີ ມີ 66.6% ໄດ້ຮັບການລາຍ ງານວ່າຍັງ ເຂົ້າໂຮງຮຽນຢູ່ ແລະ ສຳລັບເດັກນ້ອຍໃນເກນອາຍຸແຕ່ 10 ຫາ 14 ປີແມ່ນມີເພີ້ມຂື້ນເຖິງ 81.2% ແຕ່ ອັດຕາການເຂົ້າຮຽນຂອງຜູ້ໃຫຍ່ ໃນ ເກນ ອາຍຸ 15 ຫາ 19 ປີພັດຫລຸດລົງເຖິງ 41.5%. ອັດຕາສ່ວນນີ້ ໄດ້ສະແດງໃຫ້ເຫັນໃນແຜນທີ່ສາມສະບັບ ຊຶ່ງໄດ້ສະແດງບອກເຖິງອັດຕາການເຂົ້າຮຽນຂອງເດັກນ້ອຍ ອາຍຸ 10 ປີໃນທົ່ວປະເທດແມ່ນມີສູງ. ນອກເໜືອໄປກວ່ານັ້ນ ພວກເຮົາຍັງສາມາດເຫັນໄດ້ວ່າ ມີອັດຕາການເຂົ້າຮຽນຂອ້ນຂ້າງສູງໃນກຸ່ມຂອງເດັກອາຍຸ 6 ປີ ສ່ວນໃຫຍ່ແມ່ນຈະປະກົດມີຢູ່ໃນເຂດໃຈກາງຂອງ ຕົວເມືອງໃຫຍ່ສຳຄັນ (ເຊັ່ນເມືອງ ຫລວງພະບາງ, ໂພນສະຫວັນ, ນະຄອນຫລວງວຽງຈັນ ແລະ ປາກເຊ) ແລະ ໃນເຂດເລາະລຽບຕາມແຄມແມ່ນ້ຳຂອງເປັນຕົ້ນ, (ທີ່ສາມາດສັງເກດເຫັນໄດ້ງ່າຍກໍ່ຄື ຢູ່ໃນເຂດ ພາກໃຕ້ຂອງແຂວງ ໄຊຍະບູລີ, ເຂດໃກ້ຄຽງກັບປະເທດໄທ ແລະ ໃນເຂດຕາເວັນຕົກຂອງແຂວງ ສາລະວັນ). ອັດຕາການເຂົ້າຮຽນຕ່ຳຜິດເກນປົກກະຕິສ່ວນໃຫຍ່ມັກຈະພົບເຫັນໃນເຂດຊົນນະບົດ ຫ່າງໄກສອກຫລີກຊຶ່ງເປັນເຂດທີ່ປະຊາຊົນສ່ວນໃຫຍ່ບໍ່ຖືວ່າຕົນເອງແມ່ນເຜົ່າລາວ ຫຼື ໄຕ. ແຕ່ວ່າກຸ່ມ ຂອງບ້ານໃນເຂດຕ່າງໆ ເຊັ່ນວ່າເຂດໃຈກາງຂອງແຂວງຫົວພັນ ແລະ ເຂດຕາເວັນອອກສ່ຽງໃຕ້ຂອງ ແຂວງຫລວງນ້ຳທາທີ່ຢູ່ຫ່າງໄກຈາກໃຈກາງຕົວເມືອງ ແລະ ແມ່ນ້ຳຂອງ ສະແດງໃຫ້ເຫັນອັດຕາການ ເຂົ້າຮຽນໃນກຸ່ມເດັກອາຍຸ 6 ປີມີ ສູງຜິດປົກກະຕິ. ເຖິງແມ່ນວ່າອັດຕາການເຂົ້າຮຽນຂອງເດັກອາຍຸ 10 ປີຈະມີຢູ່ທົ່ວໄປຢ່າງກວ້າງ ຂວາງໃນປະເທດກໍ່ຈິງ ແຕ່ເຂດພື້ນທີ່ທາງພາກເໜືອຂື້ນໄປຂອງແຂວງ ຫລວງນ້ຳທາ ແລະ ເຂດເໜືອ ແລະ ເຂດຕາເວັນອອກຂອງແຂວງຜົ້ງສາລີ ແລະ ເຂດຕາມແນວ ຊາຍແດນຫວຽດນາມຕິດຕໍ່ກັບແຂວງຄຳມ່ວນລົງໄປຈົນຮອດເຂດຕາເວັນອອກສ່ຽງໃຕ້ຂອງແຂວງ ອັດຕະປືຍັງເປັນພື້ນທີ່ສີບົວ ຫຼື ພື້ນທີ່ສີຂາວຢູ່ຊຶ່ງ ສະແດງບອກໃຫ້ຮູ້ວ່າອັດຕາການເຂົ້າຮຽນຂອງເດັກ ໃນ ເກນ ອາຍຸດຽວກັນນັ້ນມີຕ່ຳກວ່າ 20%. ການເຂົ້າຮຽນໄດ້ຮັບອິດທິພົນຈາກປັດໄຈຕ່າງໆ ຫຼາຍດ້ານ ເຊິ່ງໃນນັ້ນລວມມີປັດໄຈກ່ຽວກັບຊົນເຜົ່າ (ສົມທຽບກັບ ແຜນທີ່ F.2 ແລະ F.4, ປັດໄຈໂຄງລ່າງທີ່ມີຢູ່ (ແຜນທີ່ D.1), ຄວາມສາມາດເຂົ້າໄປຮອດໄປເຖິງ (ແຜນທີ່ D.2), ການຄ້ຳປະກັນດ້ານການດຳລົງຊີວິດ ແລະ ຄວາມທຸກຍາກ (ແຜນທີ່ I.1) ແລະ ອື່ນໆ. ເຖິງແມ່ນວ່າຈະບໍ່ສາມາດທີ່ຈະລະບຸໃຫ້ເຫັນໄດ້ຄວາມສຳຄັນຂອງແຕ່ລະປັດໄຈກໍ່ຕາມ ແຕ່ ສາຍກ່ຽວພັນກັບກຸ່ມຊົນເຜົ່າແມ່ນປັດໄຈໜຶ່ງທີ່ສະແດງໃຫ້ເຫັນແຈ້ງບັນດາຂໍ້ມູນເຫຼົ່ານີ້. ເມື່ອພວກເຮົາ ຫາກ ເບິ່ງປະຊາຊົນ ຜູ້ທີ່ບໍ່ເຄີຍໄປເຂົ້າໂຮງຮຽນຈັກເທື່ອໃນແງ່ຂອງຊົນເຜົ່າຕາມກຸ່ມພາສາພວກເຮົາເຫັນ ອັດຕາການເຂົ້າຮຽນຂອງເຜົ່າລາວແມ່ນມີຕ່ຳ (ຄື 11.8%) ຫຼື ເຜົ່າໄຕ (16.5%) ເມື່ອທຽບກັບເຜົ່າຂະມຸ (32.9%) ຫຼື ເຜົ່າຕຣີ (79.8%). ປະຈຸບັນຢູ່ໃນ ສປປ ລາວ,ໂອກາດທີ່ຈະໄດ້ກ້າວໄປສູ່ການສຶກສາແມ່ນມີຄວາມແຕກຕ່າງກັນ ຊຶ່ງບັນຫານີ້ແມ່ນຂຶ້ນກັບວ່າທ່ານເອງເປັນຄົນເກີດຢູ່ໃນພື້ນທີ່ໆເປັນເຂດຈຸດສຸມດ້ານການພັດທະນາພື້ນຖານໂຄງລ່າງຂອງລັດຖະບານ ຫຼື ບໍ່, ຫຼື ວ່າແມ່ນເຂດພື້ນທີ່ໆປະຊາຊົນປາກພາສາລາວໃນບ້ານເຮືອນຂອງຕົນ, ຈະເປັນຍິງ ຫຼື ຊາຍເກີດຢູ່ໃນຄອບຄົວຂອງຊົນເຜົ່າສ່ວນໜ້ອຍ ຫຼື ສ່ວນໃຫຍ່ ຫຼື ບໍ່ກໍ່ຕາມ ແລະ ອື່ນໆ. ໃນແຜນທີ່ສະບັບຕໍ່ໄປພວກເຮົາຈະໄດ້ນຳເອົາບັນຫາເລື້ອງບົດບາດພິເສດກ່ຽວກັບຍິງຊາຍ ຂື້ນມາສົນທະນາກັນ, ແຕ່ເຮົາກໍ່ສາມາດເວົ້າໄດ້ວ່າວິທີການສຳຄັນສຳລັບການປັບປຸງການເຂົ້າຮຽນນັ້ນ ແມ່ນລວມມີຄ່າ ໃຊ້ຈ່າຍເຂົ້າໃນການສະໝັກ ແລະ ການຝຶກອົບຮົມຄູໂດຍສະເພາະກໍ່ແມ່ນຄູເພດຍິງ ທີ່ບໍ່ແມ່ນເຜົ່າລາວ-ໄຕ, ແລະ ການຈັດສັນບ່ອນປະຈຳການຂອງພວກເຂົາໃນເຂດພື້ນທີ່ທົ່ວປະເທດໂດຍ ຮັບປະກັນວ່າໂຮງຮຽນແຕ່ລະແຫ່ງນຳເອົາຫລັກສູດການສຶກສາໄປສິດສອນໃນໂຮງຮຽນໃຫ້ຄົບຖ້ວນຖືກຕາມກຳນົດເວລາປົກກະຕິຂອງໂຮງຮຽນ ແລະ ດັດປັບແຜນການສຶກສາຂອງໂຮງຮຽນໃຫ້ແທດເໝາະ ຕໍ່ລະດູການຜະລິດຂອງທ້ອງຖິ່ນ.
|