![]() |
D.2 | |||||||||||||||||||||||||||||||||||
ຄວາມສາມາດເຂົ້າໄປເຖິງໂຮງຮຽນປະຖົມ |
||||||||||||||||||||||||||||||||||||
ແຜນທີ່ D.1 ກ່ອນນັ້ນໄດ້ສະແດງໃຫ້ເຫັນວ່າ ໂດຍທົ່ວໄປແລ້ວການມີໂຮງຮຽນຢູ່ໃກ້ແມ່ນມີສາຍກ່ຽວພັນ ກັນດີກັບອັດຕາການຮູ້ໜັງສືສູງໃນ ສປປ ລາວ, ແຕ່ວ່າມັນກໍ່ຍັງມີບາງການຍົກເວັ້ນທີ່ເປັນພິເສດ. ດັ່ງນັ້ນ ແຜນທີ່ D.2 ນີ້ຈຶ່ງພະຍາຍາມສ່ອງແສງໃຫ້ເຫັນການແຈກຢາຍໂຮງຮຽນໃນປະເທດ ແລະ ມີຈຳນວນຄົນ ຫຼາຍໜ້ອຍປານໃດອາໃສຢູ່ໃກ້ຄຽງກັບໂຮງຮຽນ. ໃນຈຳນວນ 10,553 ບ້ານ ມີບ້ານຈຳນວນ 35% ໄດ້ ລາຍງານວ່າມີໂຮງຮຽນປະຖົມສົມບູນແຕ່ຫ້ອງ ປ 1 ເຖິງ ປ 5. ສ່ວນບ້ານອື່ນອີກ 45% ບອກວ່າ ມີ ໂຮງຮຽນ ມູນລະປະຖົມແຕ່ຫ້ອງ ປ 1 ຫາ ປ 3, ສ່ວນອີກ 20% ຂອງບ້ານທີ່ເຫລືອບອກວ່າບໍ່ມີໂຮງຮຽນ ປະເພດໃດເລີຍ.
ແຜນທີ່ນີ້ສະແດງໃຫ້ເຫັນຈຳນວນໄລຍະເວລາທີ່ແຕ່ລະຄົນໃນສປປ ລາວ ຕ້ອງການໃຊ້ເພື່ອເດີນທາງໄປ ເຖິງໂຮງຮຽນ ປະຖົມສຶກສາທີ່ຢູ່ໃກ້ທີ່ສຸດ. ເວົ້າອີກແນວໜຶ່ງກໍ່ແມ່ນວ່າພວກເຮົາໄດ້ຖາມເຖິງເວລາທີ່ໃຊ້ ເຂົ້າໃນການເດີນທາງໄປຫາບ້ານໜຶ່ງໃນ 35% ຂອງບ້ານທີ່ມີໂຮງຮຽນດັ່ງທີ່ໄດ້ອະທິບາຍມາຂ້າງເທິງນັ້ນ ຫຼາຍປານໃດ. ການຄຳນວນເວລານີ້ແມ່ນອີງໃສ່ຮູບແບບຂອງຄວາມສາມາດເຂົ້າໄປຮອດໄປເຖິງ ໂຮງຮຽນ ດັ່ງທີ່ໄດ້ອະທິບາຍໄວ້ໃນແຜນທີ່ A.5. ຜົນຂອງການຄຳນວນສະແດງບອກເວລາທີ່ໃຊ້ໃນການ ເດີນທາງໄປຫາໂຮງຮຽນປະຖົມສົມບູນທີ່ໃກ້ທີ່ສຸດໃນເຂດພື້ນທີ່ຂອງ ສປປ ລາວ ຊຶ່ງມີລະດັບເວລາຕັ້ງ ແຕ່ ຕ່ຳກວ່າ 0.5 ຊົ່ວໂມງ (ສະແດງດ້ວຍສີຂຽວ) ໄປເຖິງຫຼາຍກວ່າ 4 ຊົ່ວໂມງ (ສະແດງດ້ວຍສີແດງ). ຮູບແບບລັກສະນະການແຈກຢາຍໃນແຜນທີ່ສະແດງບອກວ່າພົນລະເມືອງລາວອາໃສຢູ່ໃນ ເຂດທົ່ງພຽງ ຊຶ່ງເປັນ ເຂດ ພື້ນທີ່ພົນລະເມືອງໜາແໜ້ນກວ່າ ແລະ ພົນລະເມືອງອາໃສຢູ່ຕາມເສັ້ນທາງຄົມມະນາຄົມ ສາຍ ສຳຄັນ ໂດຍທົ່ວໄປແລ້ວໃຊ້ເວລາເດີນທາງໄປເຖິງໂຮງ ຮຽນທີ່ຢູ່ໃກ້ກັບຕົນທີ່ສຸດແມ່ນໜ້ອຍກວ່າ 1 ຊົ່ວໂມງ. ເຖິງຢ່າງໃດກໍ່ຕາມ, ນັກຮຽນໃນເຂດພື້ນທີ່ຫ່າງໄກສອກຫລີກຍັງຂາດ ໂອກາດໃນການທີ່ຈະໄດ້ ຮັບການສຶກສາເພີ້ມຂື້ນ ແລະ ສ່ວນຫຼາຍພວກເຂົາໃຊ້ເວລາໃນການເດີນທາງໄປເຖິງໂຮງຮຽນຫຼາຍກ່ວາ 4 ຊົ່ວໂມງ. ຈາກສະພາບການແຈກຢາຍພົນລະເມືອງ ທີ່ມີລັກສະນະບໍ່ສະໝ່ຳສະເໝີໃນທົ່ວປະເທດຄື ແນວນັ້ນ ມັນຈຶ່ງເປັນໜ້າສົນໃຈທີ່ຄວນຈະ ຮູ້ວ່າມີຈຳນວນບ້ານ ຫຼື ຄົນຫຼາຍປານໃດທີ່ໄດ້ຮັບຜົນກະທົບ ຈາກເວລາທີ່ໃຊ້ໃນການເດີນ ທາງ ແຕກຕ່າງກັນຄືແນວນີ້. ຕາຕະລາງຂ້າງລຸ່ມນີ້ ໄດ້ສະແດງໃຫ້ເຫັນ ຜົນຂອງການຄຳນວນເວລາ ແລະ ສະແດງບອກຈຳນວນບ້ານ ແລະ ພົນລະ ເມືອງໃນລະດັບທີ່ແຕກຕ່າງກັນກ່ຽວກັບຄວາມສາມາດໃນການເຂົ້າໄປຮອດໄປເຖິງໂຮງຮຽນ ປະຖົມສົມບູນ.
ຕາຕະລາງນີ້ສະແດງໃຫ້ເຫັນວ່າ ເຖິງແມ່ນວ່າມີເຂດພື້ນທີ່ຫຼາຍແຫ່ງໃນ ສປປ ລາວ ບໍ່ສາມາດເຂົ້າ ໄປຮອດໄປເຖິງໄດ້ກໍ່ຕາມ ແຕ່ມີຫຼາຍບ້ານ ແລະ ມີພົນລະເມືອງຫຼາຍຄົນຢູ່ໃກ້ກັບບ້ານທີ່ມີໂຮງຮຽນ ປະຖົມສົມບູນທີ່ໃຫ້ການສິດສອນແຕ່ ປ 1 ຮອດ ປ 5. ພົນລະເມືອງປະມານ 90% ສາມາດໄປເຖິງ ໂຮງຮຽນເຫຼົ່ານັ້ນໄດ້ໃນກຳນົດເວລາຕ່ຳກວ່າໜຶ່ງຊົ່ວໂມງ. ຕາຕະລາງນີ້ບໍ່ໄດ້ບວກກັບຂໍ້ມູນກ່ຽວກັບ ໂຮງຮຽນທີ່ສອນແຕ່ຫ້ອງ ປ 1 ຫາ ປ 3. ຈາກຜົນຂອງການຄຳນວນເຫຼົ່ານີ້ພວກເຮົາສາມາດສະຫລຸບໄດ້ວ່າເຖິງແມ່ນວ່າບາງເຂດພື້ນທີ່ມີຄວາມ ຕ້ອງການໃຫ້ມີພື້ນຖານໂຄງລ່າງໂຮງຮຽນທີ່ດີກວ່າໃນເວລາອັນຮີບດ່ວນກໍ່ຈີງ, ແຕ່ທາງດ້ານນະໂຍບາຍ ນັ້ນ ກໍ່ຄວນຈະເລັ່ງໃສ່ການຫັນເອົາໂອກາດການເຂົ້າເຖິງການສຶກສາທີ່ເຫັນວ່າມີທ່າແຮງ ແລະ ເປັນທີ່ ເພິ່ງພໍໃຈແລ້ວນັ້ນໃຫ້ກາຍເປັນໂອກາດໃນການເຂົ້າເຖິງການສຶກສາທີ່ແທ້ຈີ່ງ. ບັນຫານີ້ສໍ່ສະແດງໃຫ້ ເຫັນວ່າ ໂຮງຮຽນບໍ່ພຽງແຕ່ເຮັດໜ້າທີ່ໃຫ້ທາງດ້ານການສຶກສາ ແລະ ມີຄູທີ່ມີເງິນເດືອນກິນ ແລະ ໄດ້ຮັບການເຝິກອົບຮົມທີ່ເໝາະສົມເທົ່ານັ້ນ ແຕ່ໃນດ້ານນັກຮຽນແລ້ວມັນຍັງສໍ່ສະແດງໃຫ້ເຫັນ ວ່າ ຊົນເຜົ່າສ່ວນໜ້ອຍບໍ່ໄດ້ຂາດໂອກາດໃນການສຶກສາຮ່ຳຮຽນຍ້ອນບັນຫາພາສາຂອງພວກເຂົາ ແລະ ຄອບຄົວມີເງື່ອນໄຂດ້ານເສດຖະກິດ ແລະ ສັງຄົມເພື່ອໃຫ້ພວກເຂົາໄດ້ໄປໂຮງຮຽນ, ແລະ ເດັກຊາຍ ແລະ ເດັກຍິງມີໂອກາດເທົ່າທຽມກັນ.
|