![]() |
D.1 | |||
ການຮູ້ໜັງສື ແລະ ໂຮງຮຽນ |
||||
ໃນການສຳຫລວດຂໍ້ມູນຂອງພົນລະເມືອງ ແລະ ທີ່ຢູ່ອາໃສປີ 2005 ເພີ່ນໄດ້ປະເມີນການຮູ້ໜັງສືຂອງ ພົນລະເມືອງລາວໂດຍໄດ້ສອບຖາມຄົນລາວທຸກຄົນທີ່ມີອາຍຸຕັ້ງແຕ່ 6 ປີ ຂື້ນໄປເພື່ອຊອກຮູ້ວ່າພວກ ເຂົາເຈົ້າສາມາດອ່ານ ແລະ ຂຽນພາສາລາວໄດ້ ຫຼື ບໍ່. ຄຳຕອບງ່າຍໆຕໍ່ຄຳຖາມນີ້ກໍ່ມີພຽງແຕ່ຕອບວ່າ “ອ່ານ/ຂຽນໄດ້” ຫຼື “ບໍ່ໄດ້” ເທົ່ານັ້ນ. ເພື່ອປະເມີນການຮູ້ໜັງສືຂອງພົນລະເມືອງໃຫ້ໄດ້ຖືກຕ້ອງນັ້ນ ຕາມປົກກະຕິແລ້ວເພີ່ນຈະເຮັດການທົດສອບທາງພາກອ່ານ ແລະ ຂຽນ. ດັ່ງນັ້ນ ຈຶ່ື່ງຄວນເຂົ້າໃຈວ່າຂໍ້ມູນການຮູ້ໜັງສືຂອງປະຊາກອນທີ່ໄດ້ມາຈາກການສຳຫລວດພົນລະເມືອງເປັນຂໍ້ມູນທີ່ບໍ່ລະອຽດ. ເຖິງຢ່າງໃດກໍ່ຕາມ, ຜົນຂອງອັດຕາສ່ວນຂອງພົນລະເມືອງທີ່ມີອາຍຸສູງກວ່າ 15 ປີ ນັ້ນແມ່ນຄ້າຍຄືກັນ ກັບຜົນໄດ້ຮັບຈາກການສຳຫລວດທີ່ຈັດຕັ້ງຂື້ນເປັນພິເສດກ່ຽວກັບການຮູ້ໜັງສືທີ່ຫາ ກໍ່ຜ່ານໄປໃນໝໍ່ໆນີ້. ຍີ່ງໄປກວ່ານັ້ນ, ຕົວເລກຈາກການສຳຫລວດນັ້ນກໍ່ຍັງສາມາດນຳໄປປຽບທຽບກັບຕົວເລກຈາກການ ສຳຫລວດການໃຊ້ຈ່າຍຂອງຄົວເຮືອນໃນການຊົມໃຊ້ ແລະ ຄັ້ງທີ III (LECS III) ທີ່ໄດ້ປະຕິບັດ ໃນປີ 2002/2003. ອັດຕາສະເລ່ຍແຫ່ງຊາດກ່ຽວກັບການຮູ້ໜັງສືຂອງພົນລະເມືອງທີ່ມີອາຍຸເທົ່າກັບ ແລະ ສູງກວ່າ 15 ປີ ແມ່ນ 72.7% ແຕ່ວ່າອັດຕາການຮູ້ໜັງສືລະຫວ່າງແມ່ຍິງ ແລະ ຜູ້ຊາຍ, ພົນລະເມືອງໃນເຂດ ຕົວເມືອງ ແລະ ຊົນນະບົດ ແລະ ຊົນເຜົ່າຕາມກຸ່ມພາສານັ້ນມີຄວາມແຕກຕ່າງກັນຫຼາຍ. ຄວາມແຕກຕ່າງເຫຼົ່ານີ້ ແມ່ນຈະໄດ້ສະເໜີໃຫ້ເຫັນຢູ່ໃນແຜນທີ່ຕໍ່ໄປຂອງພາກນີ້. ແຜນທີ່ໄດ້ສະເໜີໃຫ້ເຫັນຂໍ້ມູນສອງປະເພດ. ອີກດ້ານໜຶ່ງອັດຕາການຮູ້ໜັງສືໄດ້ສະແດງໃຫ້ເຫັນເປັນສ່ວນຮ້ອຍຂອງພົນລະເມືອງໃນບ້ານທີ່ສາມາດອ່ານ ແລະ ຂຽນໜັງສືໄດ້. ພາບເງົາສີຂຽວໃນແຜນທີ່ ສະແດງບອກອັດຕາການຮູ້ໜັງສືຈາກລະດັບໜ້ອຍກວ່າ 20% ຫາລະດັບຫຼາຍ ກວ່າ 80%. ນອກ ຈາກ ນັ້ນ, ຈຸດທີ່ມີເຄື່ອງໝາຍໃນແຜນທີ່ແມ່ນຈຸດສະແດງບອກທີ່ຕັ້ງຂອງບ້ານທີ່ໄດ້ລາຍງານວ່າມີໂຮງຮຽນປະຖົມ. ຈຸດທີ່ໝາຍດ້ວຍສີຊົມພູສະແດງບອກຈຸດທີ່ມີໂຮງຮຽນມູນລະປະ ຖົມປະ ກອບດ້ວຍສາມຫ້ອງຮຽນຄືຊັ້ນປະຖົມປີທີ 1 ຫາ ປີທີີ 3. ສ່ວນຈຸດທີ່ໝາຍດ້ວຍສີມ້ວງສະແດງບອກເຖິງຈຸດທີ່ມີໂຮງຮຽນປະຖົມສົມບູນແຕ່ຊັ້ນປະຖົມປີທີ 1 ຫາ ປີທີ 5. ເຖິງຢ່າງໃດກໍ່ຕາມ, ຄວນເຂົ້າໃຈ ວ່າຂໍ້ມູນ ກ່ຽວກັບສະຖານະພາບຂອງໂຮງຮຽນ, ການມີຄູ ແລະ ເງິນເດືອນຂອງຄູ ແລະ ອື່ນໆ ແມ່ນບໍ່ມີ. ພວກເຮົາເຫັນວ່າ ເຂດພື້ນທີ່ໆມີອັດຕາການຮູ້ໜັງສືສູງແມ່ນເຂດພື້ນທີ່ອ້ອມຂ້າງ ແລະ ໃຈກາງຕົວເມືອງໃຫຍ່ສຳຄັນ, ເຂດເທດສະບານແຂວງ ແລະ ເຂດເລາະລຽບຕາມແຄມແມ່ນ້ຳຂອງ. ເຂດໃຕ້ຂອງແຂວງ ໄຊຍະບູລີເປັນພື້ນທີ່ຊົນນະບົດທີ່ມີອັດຕາການຮູ້ໜັງສືສູງ. ຍິ່ງໄປກວ່ານັ້ນ, ຢູ່ແຂວງຊຽງ ຂວາງ ແລະ ແຂວງຫົວພັນໂດຍລວມແລ້ວແມ່ນມີອັດຕາການຮູ້ໜັງສືຢູ່ໃນລະດັບສູງສົມຄວນ. ກົງກັນຂ້າມກັນນັ້ນ ຈະເຫັນວ່າເຂດເໜືອຂອງແຂວງຜົ້ງສາລີ, ຫລວງນ້ຳທາ ແລະ ເຂດໃຕ້ແຂວງຄຳມ່ວນ ແລະ ສະຫວັນນະເຂດຖືວ່າເປັນເຂດທີ່ມີບັນຫາໃຫ່ຍກ່ຽວກັບການຮູ້ໜັງສື. ເປັນທີ່ໜ້າສົນ ໃຈຢູ່ບ່ອນວ່າ, ຖ້າເຮົາປຽບທຽບແຜນທີ່ແຜ່ນນີ້ກັບການແຈກຢາຍຄອບຄົວຂອງເຜົ່າຕ່າງໆ ຕາມກຸ່ມພາສາດັ່ງທີ່ ສະແດງໃຫ້ເຫັນໃນແຜນທີ່ F.2. ໂດຍທົ່ວໄປແລ້ວ ການແຈກຢາຍໂຮງຮຽນປະຖົມສ່ອງແສງໃຫ້ເຫັນຄວາມແຕກຕ່າງໃນດ້ານອັດຕາ ການຮູ້ໜັງສືຂອງພົນລະເມືອງໃນຂອບເຂດທົ່ວ ປະເທດ ແລະ ລວມທັງການກະຈາຍເສັ້ນທາງຂົນສົ່ງ ສາຍສຳຄັນນຳອີກດ້ວຍ. ນອກເໜືອໄປກວ່ານັ້ນ, ການຍົກເວັ້ນແມ່ນເປັນສິ່ງທີ່ໜ້າສົນໃຈຫຼາຍ. ໃນແຂວງ ຜົ້ງສາລີ, ແຂວງ ຫລວງນ້ຳທາ ແລະ ອຸດົມໄຊ ແລະ ເຂດພາກຕາເວັນອອກຂອງ ແຂວງສະຫວັນນະເຂດ. ພວກເຮົາສັງເກດເຫັນວ່າໃນເຂດແຂວງດັ່ງກ່າວມີໂຮງຮຽນໜາແໜ້ນແຕ່ພັດ ມີອັດຕາການຮູ້ໜັງສືຕ່ຳ ຫຼາຍ. ບັນຫານີ້ມັນສະ ແດງໃຫ້ຮູ້ວ່າ ອັດຕາການຮູ້ໜັງສືຕ່ຳບໍ່ແມ່ນຈະມີສາເຫດມາຈາກພື້ນຖານ ໂຄງລ່າງສະເໝີໄປເຊັ່ນວ່າ ອາຄານສະຖານທີ່ຮ່ຳຮຽນແຕ່ມັນຍັງມີສາເຫດມາຈາກປັດໄຈພາຍໃນ ອື່ນໆ ເຊັ່ນການມີຄູສອນ, ຄຸນນະວຸດທິຂອງຄູ ແລະ ເງິນເດືອນຂອງຄູ, ຫລັກສູດ ການຮຽນ-ການສອນ ແລະ ພາສາທີ່ໃຊ້ເຂົ້າໃນການສິດສອນ, ລະດັບຄວາມທຸກຍາກ ແລະ ບັນຫາທາງ ດ້ານວັດທະ ນະທຳ ແລະ ອື່ນໆ. ແຜນທີ່ D.2 ຕໍ່ໄປນີ້ນຳສະເໜີໃຫ້ເຫັນຂໍ້ມູນຫຼາຍຂື້ນຕື່ມກ່ຽວກັບ ບັນຫານີ້. |