![]() |
C.6 | |||
ການຍົກຍ້າຍເຂົ້າໄປໃນນະຄອນຫລວງວຽງຈັນ |
||||
ໃນປະເທດທີ່ກຳລັງພັດທະນາ ເມືອງເອກແມ່ນເປັນສະຖານທີ່ຊຶ່ງສະແດງເຖິງລັກສະນະສະເພາະ ຂອງຊາດ ແລະ ເປັນເມືອງທີ່ໄດ້ຮັບການລົງທຶນເພີ່ມເຕີມຈາກລັດຖະບານເພື່ອພັດທະນາໂຄງລ່າງ, ການທອ່ງທ່ຽວ, ແລະ ເງື່ອນໄຂຄວາມສະດວກ ສະບາຍໃນການຄົບຄ້າສະມາຄົມກັບຕ່າງປະເທດ. ນະຄອນຫຼວງວຽງຈັນຈິ່ງປຽບເໜືອນເປັນແມ່ເຫຼັກ ທີ່ດຶງດູດຄົນຜູ້ທີ່ຢູ່ໃກ້ ຫຼື ໄກໃນການເຂົ້າມາ ສະແຫວງຫາເອົາຊີວິດທີ່ດີກວ່າ. ເຖິງຢ່າງໃດກໍ່ດີ, ແຕ່ການດຶງດູດດັ່ງກ່າວນີ້ແມ່ນບໍ່ໄດ້ຂະຫຍາຍ ອອກຢ່າງເທົ່າທຽມກັນໃນທົ່ວປະເທດ. ໃນແຜນທີ່ນີ້ແມ່ນໄດ້ອະທິບາຍ ເຖິງຕົ້ນກຳເນີດຂອງຜູ້ທີ່ ຍົກຍ້າຍເຂົ້າມານະຄອນຫຼວງວຽງຈັນ ເຊິ່ງມີ 2 ວິທີທີ່ແຕກຕ່າງກັນ. ຢ່າງທຳອິດແມ່ນເງົາສີແດງມີຢູ່ໃນ 6 ລະດັບທີ່ແຕກຕ່າງກັນສະແດງໃຫ້ເຫັນເຖິງຈຳນວນສ່ວນຮ້ອຍຂອງປະຊາກອນແຕ່ລະເມືອງທີ່ໄດ້ ຍົກຍ້າຍເຂົ້າມານະຄອນຫລວງວຽງຈັນ. ແລະ ຢ່າງທີ່ສອງແມ່ນຈຸດນອ້ຍແມ່ນສະແດງໃຫ້ເຫັນເຖິງ ຈຳນວນຕົວເລກທີ່ແນ່ນອນຂອງຈຳນວນປະຊາກອນທີ່ຍົກຍ້າຍເຂົ້າມານະຄອນຫລວງວຽງຈັນ, ເຊິ່ງແຕ່ລະຈຸດ ແມ່ນເປັນສັນຍາລັກໃຫ້ແກ່ 100 ຄົນ.
ໂດຍການນຳໃຊ້ຕົວຊີ້ 2 ປະເພດນີ້, ບາງມີຮູບແບບທີ່ໜ້າສົນໃຈໃນການຍົກຍ້າຍເຊິ່ງສາມາດສັງເກດ ເຫັນໄດ້. ພວກມັນຍັງສາມາດຖືກແຍກອອກໄດ້ເປັນ 3 ປະເພດ. ປະເພດທຳອິດພວກເຮົາສາມາດພົບ ເຫັນ ຮູບແບບຂອງເມືອງທີ່ມີອັດຕາສ່ວນການຍົກຍ້າຍເຂົ້າໄປໃນນະຄອນຫລວງ ວຽງຈັນໃນອັດຕາສູງ. ເມືອງເຫຼົ່ານີ້ແມ່ນກວມຍາວອອກໄປຈາກແຂວງວຽງຈັນຂ້າມແຂວງ ຊຽງຂວາງຊຶ່ງຢູ່ໃນພາກກາງຂອງ ປະເທດເລີຍຂື້ນໄປຮອດແຂວງຫົວພັນ. ຄວນຈື່ໄວ້ວ່າການຍົກຍ້າຍເຂົ້າໄປໃນນະຄອນຫລວງວຽງຈັນ ຈາກຂົງເຂດເຫຼົ່ານີ້ແມ່ນມີສູງນັບທັງຈຳນວນຕົວເລກ ແລະ ອັດຕາສ່ວນຮ້ອຍຂອງພົນລະເມືອງທີ່ມາຈາກ ແຂວງກຳເນີດຂອງພວກເຂົາ. ຂົງເຂດທີ່ສອງ ຂອງການຍົກຍ້າຍອອກເຊິ່ງສາມາດພົບເຫັນແມ່ນເຂດ ພາກໃຕ້ລຽບຕາມແຄມແມ່ນ້ຳ ຂອງ. ເຖີງແມ່ນວ່າຈຳນວນຂອງຈຸດສີຂຽວຈະມີຫຼາຍຊຶ່ງມັນກໍ່ໜາຍ ເຖິງຈຳນວນປະຊາກອນມີຫຼາຍເຊັ່ນດຽວກັນແຕ່ສິ່ງນີ້ເປັນພຽງສວ່ນປະກອບເປັນສ່ວນຮ້ອຍນອ້ຍໆ ຂອງປະຊາກອນຢູ່ໃນເມືອງ. ຜົນຂອງສະຖິຕິສະແດງໃຫ້ເຫັນເຖິງຜູ້ທີ່ຍົກຍ້າຍຈາກແຂວງເຫຼົ່ານີ້ສ່ວນ ໃຫ່ຍແມ່ນເລືອກທີ່ຈະໄປ ປະເທດໄທ ຫຼາຍກວ່າໄປນະຄອນຫລວງວຽງຈັນ. ສຸດທ້າຍ, ແມ່ນຮູບແບບທີ່ ສາມຂອງເມືອງທີ່ມີການຍົກຍ້າຍຫຼາຍເພື່ອເຂົ້າມານະຄອນຫລວງວຽງຈັນແມ່ນສາມາດ ພົບເຫັນໄດ້ ຕາມເຂດຫວ່າງຊາຍແດນ ທີ່ລະຫວ່າງແຂວງໄຊຍະບູລີ ຫາ ແຂວງຫຼວງພະບາງ ແລະ ຂະຫຍາຍກວ້າງ ອອກໄປເຖີງແຂວງຜົ້ງສາລີ. ໃນເມືອງຕ່າງໆ ເຫຼົ່ານີ້, ຍົກເວັ້ນເມືອງຫຼວງພະບາງ, ສວ່ນຈຳນວນຕົວເລກ ລວມທັງໝົດຂອງຜູ໊ທີ່ຍົກຍ້າຍແມ່ນມີຂ້ອນຂ້າງຕ່ຳ, ແຕ່ຈຳນວນດັ່ງກ່າວ ແມ່ນສະແດງໃຫ້ເຫັນເຖິງ ຈຳນວນສ່ວນຮ້ອຍທີ່ຫຼາຍຂອງປະຊາກອນຢູ່ໃນເມືອງ. ມີບາງພື້ນທີ່ແມ່ນເກືອບບໍ່ມີການຍົກຍ້າຍອອກ ຈາກເຂດແດນນັ້ນໄປຫານະຄອນຫລວງວຽງຈັນເຊັ່ນໃນຂົງເຂດທາງພາກເໜືອສຸດຂອງປະເທດ ແລະ ລຽບຕາມສາຍພູຫລວງໄປຫາທາງພາກຕາເວັນອອກສ່ຽງໃຕ້ຂອງ ສປປ ລາວ. ເຫດຜົນທີ່ຜັກດັນໃຫ້ມີການເຄື່ອນຍ້າຍຈາກຊົນນະບົດ ໄປຫາ ຕົວເມືອງມັນອາດຈະບໍ່ແຕກຕ່າງ ກັນກັບເຫດຜົນທີ່ພວກເຮົາໄດ້ປຶກສາຫາລືກັນຢູ່ໃນແຜນທີ່ສະບັບກອ່ນຂອງພາກນີ້ຕົວຢ່າງເຊັ່ນ: ການຊອກຫາວຽກເຮັດງານທຳ, ແລະ ພອ້ມກັນນັ້ນກໍ່ມີເຫດຜົນຂອງການສຶກສາ ແລະ ການບໍລິການ ທາງດ້ານສາທາລະນະສຸກ ຫຼື ຍອ້ນມີສະມາຊິກໃນຄອບຄົວໄດ້ຍ້າຍໄປຢູ່ກອ່ນແລ້ວ ແລະ ຢາກຕາມໄປ. ບົດບາດທີ່ສຳ ຄັນເຊິ່ງໄດ້ຖືກແນະນຳໃຫ້ໃຊ້ແມ່ນໂທລະສັບມືຖືທີ່ສາມາດ ແລກປ່ຽນຂໍ້ມູນກັບຄອບຄົວ ຫຼື ເພື່ອນຝູງຢູ່ທີ່ບ້ານ ຫຼື ລະຫວ່າງຄອບຄົວ ຫຼື ເພື່ອນຝູງທີ່ໄດ້ຍ້າຍໄປ ຢູ່ໃນນະຄອນຫຼວງວຽງຈັນແລ້ວ. ເພື່ອໃຫ້ມີຄວາມເຂົ້າໃຈຫຼາຍຂື້ນອີກ ແລະ ການຕີຄວາມໝາຍຂອງໄລຍະຮູບແບບຕ່າງໆເຫຼົ່ານີ້, ມັນມີຄວາມສຳຄັນທີ່ເຮົາຈະຕ້ອງໄດ້ເບິ່ງທີ່ແຜນທີ່ອື່ນໆຢູ່ໃນປື້ມແຜນທີ່ນີ້. ຈາກແຜນທີ່ໃນພາກ F ພວກເຮົາສາມາດເຫັນໄດ້ວ່າ ກຸ່ມຊົນເຜົ່າແມ່ນມີບົດບາດສຳຄັນຫຼາຍ. ຄວາມຈິງທີ່ນະຄອນຫລວງ ວຽງຈັນຍັງມີຊົນເຜົ່າທີ່ຄ້າຍກັນນີ້ມັນສະແດງໃຫ້ເຫັນວ່າມີຫຼາຍກຸ່ມຊົນເຜົ່າທີ່ຍັງບໍ່ໄດ້ຍ້າຍເຂົ້າໄປໃນ ນະຄອນຫລວງວຽງຈັນເທື່ອ. ສິ່ງເຫຼົ່ານີ້ມັນໄດ້ໃຫ້ບາງຄຳຄິດເຫັນວ່າການໂຍກຍ້າຍຈາກເຂດຊົນນະບົດ ໄປຫາເຂດຕົວເມືອງແມ່ນຍັງເປັນສອງຂັ້ນຕອນຂອງຂະບວນການໂຍກຍ້າຍ. ບາດກ້າວທຳອິດ, ປະຊາກອນບາງຈຳນວນຈະໂຍກຍ້າຍໄປຢູ່ທີ່ເມືອງ ຫຼື ເທດສະບານແຂວງ ຊຶ່ງໃນຂະນະທີ່ບາງຈຳນວນ ກໍ່ໂຍກຍ້າຍຈາກສະຖານທີ່ດັ່ງກ່າວນີ້ໄປຫານະຄອນຫລວງວຽງຈັນ. ດັ່ງທີ່ພວກເຮົາ ເຫັນໃນແຜນທີ່ C.2, ເມືອງຫຼວງພະບາງແມ່ນເປັນເມືອງທີ່ເປັນທາງຜ່ານຊຶ່ງອິງຕາມກໍລະນີຂອງ ການຍົກຍ້າຍ. ມັນເປັນເມືອງ ທີ່ຮອງຮັບເອົາຄົນເປັນຈຳນວນຫຼວງຫຼາຍຈາກເມືອງອອ້ມຂ້າງແຕ່ວ່າໃນເວລາດຽວກັນນັ້ນມັນກໍ່ໄດ້ນຳສົ່ງ ຄົນຈຳນວນຫຼວງຫຼາຍໄປຫານະຄອນຫລວງວຽງຈັນ. ໃນພາກ ຫຼື ຕອນຕໍ່ໄປຂອງການຍົກຍ້າຍຢ່າງຕໍ່ເນື່ອງເຂົ້າໄປຫານະຄອນຫລວງວຽງຈັນອາດຈະມີການ ຈຳກັດໃນການບໍລິການຕໍ່ສາທາລະນະໄວກວ່າການຄາດໄວ້ລວ່ງໜ້າ. ດັ່ງນັ້ນມັນຈິ່ງຄວນໃຫ້ມີການ ກະຈາຍສິ່ງຕ່າງໆ ແລະ ສ້າງສູນກາງການພັດທະນາແຫ່ງໃໝ່ຢູ່ພື້ນທີ່ອອ້ມຂ້າງທົ່ວເມືອງຂອງ ແຂວງຕ່າງໆ. ໃນຂະນະທີ່ມີການຍົກຍ້າຍການໃຫ້ການຊ່ວຍເຫຼືອເພື່ອແລກປ່ຽນປະສົບການ ແລະ ຂໍ້ມູນ ເພື່ອບໍ່ໃຫ້ຄວາມບໍ່ເທົ່າທຽມກັນໃນສັງຄົມເພີ້ມຂຶ້ນ.
|