ໃນແຜນທີ່ນີ້ແມ່ນສະແດງໃຫ້ເຫັນພາບໂດຍລວມຂອງຄວາມສາມາດເຄື່ອນຍ້າຍໂດຍລວມຂອງ ປະຊາກອນລາວ ໃນຊ່ວງໄລຍະ 12 ເດືອນກ່ອນການສຳຫລວດ, ຜູ້ທີ່ໜີອອກຈາກ ຫຼື ຍົກຍ້າຍອອກ ຈາກບ້ານເດີມຂອງພວກເຂົາ ແລະໄດ້ມາເຖິງ ຫຼື ຍົກຍ້າຍມາຫາອີກບ້ານ, ເມືອງ, ຫຼື ແຂວງອື່ນໆ. ເວົ້າ ອີກດ້ານໜຶ່ງວ່າແຜນທີ່ນີ້ແມ່ນເປັນການສະຫຼຸບຫຍໍ້ ທີ່ສະແດງໃຫ້ເຫັນພາບການເຄື່ອນໄຫວໃນແຜນທີ່ 2 ອັນກອ່ນຂອງ C.3 ແລະ C.4.
ການຍົກຍ້າຍທັງໝົດແມ່ນສະແດງອອກໃນ 5 ລະດັບທີ່ແບ່ງແຍກອອກເປັນເງົາມືດສີມ້ວງທີ່ແຕກ ຕ່າງກັນ, ໃນການຈັດອອກເປັນລຳດັບຕ່ຳກວ່າ 0.5% ໄປຫາຫຼາຍກວ່າ 10% ຂອງຈຳນວນຊາວບ້ານ ທີ່ເຄື່ອນຍ້າຍຜ່ານເຂົ້າ ແລະ ອອກ ຂອງບ້ານ. ເຊິ່ງສີມ້ວງອ່ອນແມ່ນ ກວມເອົາແຜນທີນີ້ີ່ມັນສະແດງການ ຊີ້ບອກໃຫ້ເຫັນລະດັບຄວາມສາມາດເຄື່ອນຍ້າຍຂອງຊາວບ້ານ ລະຫວ່າງລະດັບທີ່ຕ່ຳກວ່າ 0.5% ແລະ ສູງກວ່າ 1%. ການແຈກຍາຍທີ່ສະແດງດວ້ຍສີມ້ວງກາງໆ ແມ່ນສະແດງໃຫ້ຮູ້ວ່າແມ່ນຢູ່ໃນລະດັບ ລະຫວ່າງ 2 ຫາ 5% ແລະ ສະແດງອອກເປັນ ຄືຮູບເມັດແກ້ວນອ້ຍໆ ທີ່ຕິດລຽນກັນຈາກແຂວງຄຳມວ່ນ ລົງໄປໂດຍກົງສູ່ພາກໃຕ້ໄປເຖິງແຂວງຈຳປາສັກ, ແຂວງເຊກອງ, ແລະ ແຂວງອັດຕະປື, ແລະ ມັນກໍ່ຍັງ ມີຫຼາຍຢັ່ງຢາຍເລາະລຽບຕາມເສັ້ນທາງຫຼວງແຄມແມ່ ນ້ຳຂອງ. ມີພຽງບ້ານສວ່ນໜອ້ຍທີ່ສະແດງອັດຕາ ການຍົກຍ້າຍລະຫວ່າງ 5 ຫາ 10% ຂອງປະຊາກອນໃນບັນດາແຂວງພາກໃຕ້ສຸດ.
ໃນທາງກົງກັນຂ້າມ, ໃນທຸກໆ ແຂວງທີ່ຢູ່ພາກເໜືອຂອງແຂວງຄຳມວ່ນ ມີຈຸດແຕ້ມເປັນຈຸດໆ ທີ່ເຫັນໄດ້ ຊັດເຈນຍິ່ງຂື້ນໃນເຂດທີ່ມີການຍົກຍ້າຍເຂົ້າ ແລະ ອອກ; ໃນບາງເຂດມີການເຄື່ອນຍ້າຍຂອງ ປະຊາກອນຂ້ອນຂ້າງງສູງຊຶ່ງຢູ່ໃນລະຫວ່າງ 5 ຫາ 10%, ແລະ ໃນບາງເຂດສະເພາະໃດໜຶ່ງແມ່ນມີ ອັດຕາຫຼາຍກວ່າ 10%. ອັດຕາການເຄື່ອນຍ້າຍທີ່ມີໜອ້ຍກ່ວາອັດຕາດັ່ງກ່າວຢູ່ໃນລະດັບອັດຕາທີ່ “ປົກກະຕິ” ຄື 0.5 ຫາ 1% ແມ່ນພົບເຫັນໄດ້ໃນແຂວງຫົວພັນ, ທາງພາກໄຕ້ຂອງແຂວງຫຼວງນ້ຳທາ, ທາງພາກຕາເວັນຕົກ ຊ່ຽງເໜືອ ແລະ ທາງພາກຕາເວັນຕົກຂອງແຂວງໄຊຍະບູລີ, ແລະ ແຂວງຜົ້ງສາລີ. ອີກຄັ້ງໜຶ່ງ, ຢູ່ໃນບາງເຂດຊາຍແດນທາງພາກຕາເວັນອອກປະກົດມີທ່າອ່ຽງໜອ້ຍໃນການຍົກຍ້າຍ; ເຖີງຢ່າງໃດກໍ່ຕາມ, ໃນຂົງເຂດດັ່ງກ່າວນີ້ແມ່ນເປັນເຂດພູສູງ, ເປັນແຫຼ່ງອາໃສຂອງກຸ່ມຄົນຊົນເຜົ່າ ຕ່າງໆຊຶ່ງແມ່ນກຸ່ມຄົນທີ່ບາງເທື່ອກໍ່ບໍ່ຮູ້ຈັກໃຊ້ພາສາລາວ. ເຊິ່ງໂດຍປົກກະຕິແລ້ວການຍົກຍ້າຍຂອງ ພວກເຂົາແມ່ນຂື້ນກັບການເຄື່ອນຍ້າຍຕາມຮອບວຽນຂອງການປູກຝັງແລະດັ່ງນັ້ນການເຄື່ອນຍ້າຍ ຂອງພວກເຂົາເຫຼົ່ານັ້ນຈິ່ງບໍ່ບັນທຶກເຂົ້າໃນການຍົກຍ້າຍຖາວອນ.
ສະຫຼຸບແລ້ວ, ຄວາມສາມາດໃນການເຄື່ອນຍ້າຍຂອງປະຊາກອນໃນຊວ່ງໄລຍະເວລາ 12 ເດືອນກອ່ນ ການສຳຫລວດຊີ້ໃຫ້ເຫັນວ່າຢູ່ໃນລະຫວ່າງ 1 ຫາ 5% ຂອງຄອບຄົວທີ່ມີການເຄື່ອນຍ້າຍອອກຈາກ ເຮືອນຂອງຕົນ ແລະ ໃນຂະນະທີ່ຄົນອື່ນໆ ກໍ່ຕອ້ງການກັບຄືນສູ່ຖິ່ນກຳເນີດຂອງຕົນເອງເພື່ອລົງທຶນເງິນ ທີ່ພວກເຂົາໄດ້ທ້ອນໄວ້, ເຮັດທຸລະກິດຂະໜາດນອ້ຍ ຫຼື ແຕ່ງງານ. ສາຍພົວພັນກ່ຽວກັບຄອບຄົວ ຫຼື ເພື່ອນບ້ານໄກ້ຄຽງອາດມີອິດທິພົນຕໍ່ການຕັດສິນໃຈໃຫ້ຍ້າຍໄປຢູ່ໃນເຂດແດນໃໝ່ຊຶ່ງແນະນຳວ່າດີກວ່າ ແລະ ມີຄວາມໝັ້ນຄົງປອດໄພໃນການຄົບຄ້າສະມາຄົມກັບຄອບຄົວ ຫຼື ເພື່ອນຝູງທີ່ມີມາແຕ່ກ່ອນແລ້ວ ຢູ່ທີ່ນັ້ນ. ຜ່ານການສຳຫລວດພົບວ່າເຫດຜົນສວ່ນໃຫຍ່ທີ່ຜູ້ຊາຍຍົກຍ້າຍແມ່ນເພື່ອສ້າງເສດຖະກິດ, ຫາ ວຽກເຮັດງານທຳທີ່ມີລາຍໄດ້ດີ ຫຼື ວຽກທີ່ຢູ່ໃກ້ບ່ອນທີ່ເຂົາຢູ່ ແຕ່ໃນຂະນະທີ່ຜູ້ຍິງສວ່ນໃຫຍ່ແລ້ວ ຍົກຍ້າຍຍອ້ນຖືກບີບບັງຄັບຈາກສັງຄົມ, ການກັບຄືນໄປຫາຄອບຄົວ, ການສຶກສາທີ່ດີກ່ວາ, ແລະ ການບໍລິການທາງດ້ານສາທາລະນະສຸກ ທີ່ດີກ່ວາ. ອັດຕາສ່ວນການເພີ້ມຂື້ນຂອງປະຊາກອນໃນ ແຕ່ລະປີທີ່ມີປະມານ 125,000 ຄົນ ແລະ ມັນບໍ່ສາມາດຮູ້ໄດ້ວ່າຄວາມກົດດັນມີຫຼາຍພຽງໃດທີ່ ຈະກະທົບໃສຕົວເມືອງ ແລະ ແຂວງ, ຕາມດິນແດນ ແລະ ຕາມເຂດແຫຼ່ງຊັບພະຍາກອນທາງ ທຳມະຊາດ ແລະ ຄວາມຕ້ອງການທີ່ຈະຍົກຍ້າຍໄປຢູ່ໃນທີ່ອື່ນ.