![]() |
C.4 | |||
ການຍົກຍ້າຍອອກນອກບ້ານ |
||||
ເມື່ອມັນມີການຍົກຍ້າຍເຂົ້າມາຫາພື້ນທີ່ສະເພາະ (ເບິ່ງແຜນທີ່ C.3), ມັນປາສາຈາກບໍ່ໄດ້ວ່າຜູ້ທີ່ຍ້າຍເຂົ້າມານັ້ນແມ່ນຈະຕ້ອງມາຈາກບ່ອນໃດໜຶ່ງ. ດັ່ງນັ້ນຢູ່ໃນແຜນທີ່ນີ້ແມ່ນໄດ້ສະແດງໃຫ້ເຫັນອັດຕາສ່ວນຮ້ອຍຂອງປະຊາກອນຜູ້ທີ່ໄດ້ຍົກຍ້າຍອອກຈາກບ້ານໃນແຕ່ລະບ້ານ. ຄວນຈື່ໄວ້ສະເໝີວ່າຈຳນວນ ທັງໝົດຂອງປະຊາກອນທີ່ຍົກຍ້າຍອອກ ຈະມີສູງກວ່າຈຳນວນທີ່ຍົກຍ້າຍເຂົ້າເພາະບາງຈຳນວນຂອງຜູ້ ຍົກຍ້າຍນັ້ນອາດຈະຍົກຍ້າຍໄປຢູ່ຕ່າງປະເທດ, ແຕ່ສວ່ນຫຼາຍແລ້ວແມ່ນຍ້າຍໄປຢູ່ໃນເຂດ ນະຄອນຫລວງວຽງຈັນ ເຊິ່ງເປັນບອ່ນຮອງຮັບປະຊາກອນທີ່ຍົກຍ້າຍພາຍໃນປະເທດເປັນສ່ວນໃຫ່ຍ. ຮູບແບບອັນສຳຄັນຢ່າງໜຶ່ງທີ່ຕົບຕາຜູ້ເບິ່ງແຜນທີ່ນີ້ແມ່ນແບບຢ່າງຂອງໄລະຍະຫວ່າງທົ່ວໄປທີ່ມີ ຄວາມຄ້າຍຄືກັນຫຼາຍກັບຮູບແບບຂອງແຜນທີ່ C.3. ເວົ້າອີກຢ່າງໜຶ່ງວ່າບ່ອນທີ່ມີອັດຕາສວ່ນການ ຍົກຍ້າຍເຂົ້າທີ່ສູງ ແລະ ກໍ່ເປັນບອ່ນທີ່ມີອັດຕາສ່ວນຂອງການຍົກຍ້າຍອອກສູງເຊັ່ນດຽວກັນຊຶ່ງຈະພົບເຫັນໂດຍທົ່ວໄປ. ດັ່ງນັ້ນໃນ ສປປ ລາວການຍົກຍ້າຍຈາກເຂດຊົນນະບົດນີ້ໄປຫາເຂດຊົນນະບົດອື່ນ ແມ່ນສາມາດນຳມາອະທິບາຍໄດ້ຢູ່ໃນຂະບວນການຂອງ ການປ່ຽນແປງທີ່ຢູ່ຂອງປະຊາຊົນຢູ່ໃນພື້ນທີ່ ສະເພາະໃດໜຶ່ງແຕ່ບໍ່ແມ່ນຢູ່ໃນຂະບວນການຂອງການເຄື່ອນຍ້າຍຂອງພົນລະເມືອງຈາກພາກສ່ວນໜຶ່ງໄປສູ່ອີກພາກສ່ວນອື່ນ. ປະກົດການເຫຼົ່ານີ້ ໝາຍເຖິງບາງຂົງເຂດທີ່ມີການຍົກຍ້າຍທີ່ໜອ້ຍ ຊຶ່ງໃນຂະນະທີ່ຂົງເຂດອື່ນນັ້ນມີການຍົກຍ້າຍເຂົ້າ ແລະ ອອກໃນເວລາດຽວກັນ. ພື້ນທີ່ທີ່ມີການຍົກຍ້າຍອອກໜອ້ຍທີ່ສຸດແມ່ນຢູ່ທາງພາກເໜືອແຂວງຜົ້ງສາລີ ແລະ ແຂວງຫົວພັນ, ຢູ່ແຂວງຄຳມວ່ນ ແລະ ແຂວງສະຫວັນນະເຂດຊຶ່ງເປັນແຂວງທີ່ຢູ່ພາກກາງຂອງປະເທດ, ແລະ ແຂວງ ເຊກອງ ແລະແຂວງອັດຕະປືເຊິ່ງຢູ່ທາງພາກໃຕ້ຂອງປະເທດ. ເຖີງຢ່າງໃດກໍ່ຕາມ, ພື້ນທີ່ພາຍໃນແຂວງ ຕ່າງໆ ເຫຼົ່ານີ້ບາງເຂດກໍ່ມີການຍົກຍ້າຍອອກຢູ່ໃນລະດັບທີ່ສູງເຊັ່ນ: ເມືອງທາງພາກຕາເວັນອອກຂອງ ແຂວງຜົ້ງສາລີ ແລະແຂວງຫົວພັນ ແລະ ຕາມເຂດເມືອງນາກາຍຂອງແຂວງຄຳມວ່ນ ແລະ ຢູ່ບາງເຂດ ຂອງແຂວງສະຫວັນນະເຂດ. ຍັງມີບາງບ້ານທາງພາກໃຕ້ຂອງປະເທດທີ່ມີການຍົກຍ້າຍອອກເຊິ່ງມີ ຫຼາຍກວ່າ 3%; ເຊັ່ນວ່າ, ບ້ານຕ່າງໆ ໃນບາງເຂດທາງດ້ານຕາເວັນອອກຂອງ ແຂວງເຊກອງ, ໃນແຂວງ ອັດຕະປື ແລະ ເລາະລຽບຕາມແຄມແມ່ນ້ຳຂອງໃນແຂວງຈຳປາສັກ. ອັດຕາການຍົກຍ້າຍອອກທີ່ມີສູງ ນັ້ນເຮົາຍັງສາມາດພົບເຫັນໄດ້ໃນແຂວງສາລະວັນ ເຊິ່ງເປັນບອ່ນທີ່ມີຫຼາຍໝູ່ບ້ານມີອັດຕາການຍົກຍ້າຍ ອອກສູງກວ່າ 3%. ສວ່ນໃນນະຄອນຫລວງວຽງຈັນນັ້ນການຍົກຍ້າຍອອກແມ່ນເກີດຂື້ນຢູ່ຕາມຂົງເຂດ ທີ່ຕັ້ງຢູ່ໃນເຂດ ນອກເທດສະບານເມືອງໃຫຍ່. ມັນເປັນສິ່ງທີ່ໜ້າສົນໃຈທີ່ຄວນຈະຮັບຮູ້ວ່າຮູບແບບຂອງການໂຍກຍ້າຍອອກແມ່ນບໍ່ມີສູງຢູ່ຕາມເຂດທີ່ມີ ຊາຍແດນຕິດກັບປະເທດເພື່ອນບ້ານ. ຕາມຄວາມເປັນຈິງແລ້ວ ພູມມິປະເທດທີ່ໄກ້ຄຽງກັບຂອງປະເທດ ອື່ນກັບປະເທດເຮົາບໍ່ແມ່ນປັດໃຈສຳຄັນຕົ້ນຕໍທີ່ກະຕຸກຊຸກຍູ້ໃຫ້ແກ່ການໂຍກຍ້າຍອອກ. |