![]() |
B.9 | |||
ຂະໜາດສະເລ່ຍເຮືອນສ່ວບຸກຄົນ | ||||
ຈຳນວນຄົນສະເລ່ຍຕໍ່ຄົວເຮືອນມີຄວາມແຕກຕ່າງກັນໄປລະຫວ່າງບ້ານຕໍ່ບ້ານຄືຈາກຈຳນວນທີ່ຕ່ຳກວ່າ 5 ຄົນຂຶ້ນໄປເຖິງ ຫຼາຍກວ່າ 8 ຄົນ. ອັດຕາສະເລັ່ຍຈຳນວນຄົນຕໍ່ຄົວເຮືອນໃນປະເທດອີງຕາມການສຳຫລວດພົນລະເມືອງ ແລະ ຄົວເຮືອນປີ 2005 ແມ່ນ 5.9 ຄົນ, ຕ່ຳກວ່າອັດຕາສະເລັ່ຍຈາກການສຳຫລວດພົນລະເມືອງໃນປີ 1995. ໃນສາມບ້ານ ທີ່ພົບເຫັນຂະໜາດຄົວເຮືອນສະເລັ່ຍສູງກວ່າ 15 ຄົນ ແລະ 38 ບ້ານລາຍງານວ່າຂະໜາດສະເລັ່ຍຄົວເຮືອນ ສູງກວ່າ 10 ຄົນ. ເວົ້າໂດຍທົ່ວໄປແລ້ວ, ບ້ານທີ່ມີຂະໜາດຄົວເຮືອນໃຫຍ່ສາມາດເຫັນໄດ້ໃນເຂດຕ່າງໆດັ່ງນີ້: ບ້ານທີ່ຕັ້ງຢູ່ຕາມຊາຍ ແດນລາວ-ຫວຽດນາມ ຈາກແຂວງຜົ້ງສາລີຕະຫລອດເສັ້ນທາງຈົນຮອດແຂວງບໍລິຄຳໄຊ, ແລະ ຢູ່ເຂດຕາເວັນ ອອກສ່ຽງໃຕ້ຂອງແຂວງອຸດົມໄຊ, ເຂດຕາເວັນຕົກສ່ຽງເໜືອ ແລະ ເຂດຕາເວັນຕົກຂອງແຂວງໄຊຍະບູລີ, ແຂວງ ຊຽງຂວາງ ແລະ ເຂດຕາເວັນອອກສ່ຽງເໜືອຂອງແຂວງວຽງຈັນ. ບ້ານທີ່ມີຂະໜາດຄົວເຮືອນນ້ອຍກວ່າ ຄືມີ 5 ຫາ 6 ຄົນ ໃນພາກໃຕ້ຂອງປະເທດ ມີ່ແຕ່ຢູ່ໃນແຂວງຄຳມ່ວນ ແລະ ເຂດຕາເວັນຕົກຂອງແຂວງສາລະວັນ, ຈຳປາສັກ ແລະ ອັດຕະປື. ບ້ານທີ່ມີຂະໜາດຄົວເຮືອນໃຫຍ່ຫຼາຍ ແມ່ນຈະເຫັນຫຼາຍໃນເຂດແຂວງສະຫວັນນະເຂດ, ສາລະ ວັນ ແລະ ເຊກອງ. ສັງລວມແລ້ວ, ຂະໜາດຄົວເຮືອນໃນເຂດຕົວເມືອງແມ່ນນ້ອຍກວ່າຂະໜາດຄົວເຮືອນໃນເຂດ ຊົນນະບົດ ແລະ ຂະໜາດຄົວເຮືອນໃນເຂດຊົນນະບົດທີ່ມີຖະໜົນຫົນທາງໄປຮອດກໍ່ມີຂະໜາດຄົວເຮືອນ ນ້ອຍຄືກັນ. ປັດໃຈຕ່າງໆອາດມີອິດທິພົນຕໍ່ຂະໜາດສະເລັ່ຍຂອງຄົວເຮືອນໃນບ້ານ. ສີ່ງທຳອິດ ແລະ ເປັນສີ່ງທີ່ສຳຄັນທີ່ສຸດ ແມ່ນ ຂະໜາດຄົວເຮືອນໄດ້ຮັບອິດທິພົນຈາກປັດໃຈກ່ຽວກັບສະຖິຕິຈຳນວນປະຊາກອນ ເຊັ່ນ ອັດຕາການເກີດ ແລະ ອາຍຸຍືນສະເລັ່ຍ (ກະລຸນາເບິ່ງແຜນທີ່ສະບັບກ່ອນໃນພາກນີ້). ໃນເຂດຊົນນະບົດ, ຄອບຄົວໃຫຍ່ຖືວ່າ ເປັນຊັບ ສົມບັດສຳຄັນສຳລັບການເພາະປູກ ທີ່ມີງານໜັກດ້ານກະສິກຳ ແລະ ເພື່ອຮັບປະກັນການດຳລົງຊີວິດ ຂອງຄົນເຖົ້າ ຄົນແກ່ກວ່າ. ເຂດຕົວເມືອງແຕກຕ່າງຢູ່ບ່ອນວ່າ ຄົວເຮືອນນ້ອຍອາດແມ່ນເຄື່ອງໝາຍບອກການດັດແປງໄປສູ່ແບບແຜນຊີວິດໃໝ່ນຳສະໄໝ ທີ່ປະກອບໄປດ້ວຍການມີສະຖານະພາບສຸຂະພາບທີ່ດີກວ່າ ແລະ ມີອາຍຸຍືນສະເລັ່ຍຍາວກວ່າ, ແລະ ມີຄວາມໝັ້ນຄົງທາງດ້ານການດຳລົງຊີວິດທີ່ດີກວ່າ ແຕ່ກໍ່ຍັງໝາຍເຖິງການມີຄ່າໃຊ້ຈ່າຍເພື່ອຊີວິດການເປັນຢູ່ສູງກວ່າ. ຍິ່ງໄປກວ່ານັ້ນ, ການເຂົ້າມາຮອດຂອງຄົນໜຸ່ມໂສດທີ່ຍົກຍ້າຍຈາກເຂດຊົນນະບົດ ເປັນຜູ້ທີ່ເຄີຍອາໃສຢູ່ຕົວເມືອງໃນຄົວເຮືອນນອ້ຍມີ 1 ຫຼື 2 ຄົນອາດມີສ່ວນເຮັດໃຫ້ຂະໜາດຂອງຄົວເຮືອນໃນເຂດຕົວເມືອງນ້ອຍກວ່າ. ບໍ່ພຽງເທົ່ານັ້ນ, ຄົວເຮືອນໃນຕົວເມືອງສ່ວນຫຼາຍແລ້ວຈະຮັບເອົາເດັກນ້ອຍຈາກຍາດພີ່ນ້ອງ ມາພັກເຊົາຢູ່ນຳ ເພາະວ່າ ລະດັບການສຶກສາຊັ້ນສູງບໍ່ຄ່ອຍມີໃນບ້ານເກີດເມືອງນອນຂອງເຂົາເຈົ້າ ຫຼື ກໍບໍ່ສາມາດກຸ້ມຕົນເອງໄດ້. ໃນທີ່ສຸດ, ຄວາມແຕກຕ່າງດ້ານວັດທະນະທຳ ແລະ ຊົນເຜົ່າ ອາດມີຄວາມສຳຄັນຕໍ່ວິທີທາງ ປະກອບສ້າງຄົວເຮືອນ. ໃນບາງເຂດ ຄົນທີ່ມີອາຍຸແກ່ແດ່ມັກຈະແຍກເຮືອນ ແຕ່ກໍ່ບໍ່ໄດ້ໝາຍວ່າແຍກເປັນຄົວເຮືອນຕ່າງຫາກ. ພວກເຂົາຍັງແບ່ງວຽກງານ ແລະ ອາຫານການກິນຈາກສະມາຊິກຄອບຄົວທີ່ຍັງໜຸ່ມນ້ອຍ ແລະ ຫ້າວຫັນຢູ່. |