B.8 | ||||
ສະຖານະພາບການແຕ່ງງານຂອງພົນລະເມືອງລາວ | ||||
ແຜນທີ່ 4 ສະບັບນີ້ແມ່ນແຜນທີ່ສະແດງເຖິງສະຖານະພາບການແຕ່ງງານຂອງພົນລະເມືອງໃນກຸ່ມອາຍຸ 15 ປີ ແລະ ສູງກວ່າ ແລະ ແຜນທີ່ເລົ່ານີ້ຊີ້ໃຫ້ເຫັນຮູບແບບໄລຍະຫວ່າງ ຂອງພົນລະເມືອງຜູ້ທີ່ແຕ່ງງານແລ້ວ, ຜູ້ຢ່າຮ້າງ, ຜູ້ບໍ່ເຄີຍແຕ່ງງານຈັກເທື່ອ, ແລະ ຜູ້ເປັນໝ້າຍຕໍ່ບ້ານນຶ່ງ. ຜົນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສປີ 2005 ສະແດງໃຫ້ເຫັນວ່າໃນປະເທດລາວມີພົນລະເມືອງລາວໃນເກນອາຍຸ 15 ປີ ແລະ ສູງກວ່າ 38.4% ຂອງພົນລະເມືອງທັງໝົດໄດ້ແຕ່ງງານແລ້ວທຽບໃສ່ພົນລະເມືອງທີ່ບໍ່ເຄີຍແຕ່ງງານຈັກເທື່ອ 56.8%. ອັດຕາສ່ວນຂອງພົນລະເມືອງແຕ່ງງານແລ້ວແມ່ນມີຕ່ຳຍ້ອນວ່າອັດຕາສ່ວນນີ້ລວມເອົາຄົນໜຸ່ມນ້ອຍທີ່ມີອາຍຸລະຫວ່າງ 15 ຫາ 19 ປີ ຊຶ່ງແມ່ນກຸ່ມອາຍຸທີ່ມີຜູ້ແຕ່ງງານພຽງແຕ່ 12% ເທົ່ານັ້ນ. ອັດຕາສ່ວນການແຕ່ງງານນີ້ເພີ້ມຂຶ້ນໄວໃນກຸ່ມຂອງພົນລະເມືອງທີ່ມີອາຍຸສູງກວ່າ. 75 ຫາ 80% ຂອງພົນລະເມືອງໃນກຸ່ມອາຍຸລະຫວ່າງ 25 ປີ ແລະ ຈົນເຖິງ 59 ປີທີ່ແຕ່ງງານແລ້ວ. ໃນເວລາດຽວກັນນັ້ນ ອັດຕາສ່ວນຂອງພົນລະເມືອງຢ່າຮ້າງ ຫຼື ເປັນໝ້າຍທີ່ເຫັນໄດ້ຊັດເຈນ ແມ່ນມີໜ້ອຍດຽວຄື: ອັດຕາຢ່າຮ້າງມີ 1.4% ແລະ ອັດຕາການເປັນໝ້າຍແມ່ນມີ 3%. ເມື່ອເບິ່ງຮູບແບບທີ່ມີໄລຍະຫວ່າງຂອງຕົວຊີ້ບອກເລົ່ານີ້ໃນຂອບເຂດທົ່ວປະເທດ, ໂດຍທົ່ວໄປແລ້ວເຫັນວ່າຄວາມ ແຕກຕ່າງລະຫວ່າງເຂດຊົນນະບົດ ແລະ ຕົວເມືອງ ແລະ ຢູ່ພາຍໃນເຂດຊົນນະບົດເອງນັ້ນເປັນສິ່ງທີ່ສາມາດເຫັນ ໄດ້. ສິ່ງເລົ່ານີ້ອາດຈະກ່ຽວພັນກັນກັບກຸ່ມຊົນເຜົ່າສະເພາະໃດນຶ່ງ (ເບິ່ງໝວດ F), ຊຶ່ງອາດຈະມີຂະນົບທຳນຽມ ປະເພນີແຕກຕ່າງກັນກ່ຽວກັບອາຍຸການແຕ່ງງານເຊັ່ນດຽວກັນກັບການແຍກທາງ ແລະ ການຢ່າຮ້າງກັນ. ຍິ່ງໄປ ກວ່ານັ້ນ, ຮູບແບບເລົ່ານີ້ກໍ່ຍັງໄດ້ຮັບອິດທິພົນຈາກບັນຫາການຍົກຍ້າຍ, ຄວາມທຸກ, ສຸຂະພາບ ແລະ ບັນຫາ ຄວາມແຕກຕ່າງກັນໃນດ້ານອາຍຸຍືນສະເລັ່ຍ. ແຜນທີ່ A ສະແດງໃຫ້ເຫັນວ່າອັດຕາຕ່ຳສຸດຂອງການສົມລົດແມ່ນມີຢູ່ໃນນະຄອນຫລວງວຽງຈັນ, ແລະ ແຂວງ ຫລວງນ້ຳທາ ໂດຍສະເພາະຢ່າງຍິ່ງກໍ່ແມ່ນຢູ່ຕາມແລວຊາຍແດນແຂວງ ແລະ ໃນທິດຕາເວັນຕົກຂອງແຂວງພາກ ກາງ ແລະ ພາກໃຕ້ສະເພາະກໍ່ແມ່ນໃນເຂດຈັດສັນລຽບຕາມຝັ່ງແມ່ນ້ຳ. ສວ່ນໃນເຂດຕົວເມືອງປະກົດການອັນນີ້ ສາມາດທີ່ຈະອະທິບາຍໄດ້ຈາກປະເພນີທີ່ມີການປ່ຽນແປງ, ແຕ່ສິ່ງທີ່ເປັນຕາໜ້າສົນໃຈເຫັນວ່າໃນເຂດຊົນນະບົດປະກົດການອັນນີ້ມີຄວາມກ່ຽວພັນກັບຄວາມບໍ່ສົມດູນຂອງອັດຕາສ່ວນທາງເພດ, ຕົວຢ່າງຢູ່ແຂວງອຸດົມໄຊ ແລະ ບໍ່ແກ້ວ ແລະ ເຂດໃກ້ຄຽງກັບເມືອງໄຊສົມບູນ, ເພາະສະນັ້ນມັນອາດເປັນໄປໄດ້ທີ່ປະກົດການອັນນີ້ຈະມີການຕິດພັນກັບການຍົກຍ້າຍ. ຄວນໃສ່ໃຈວ່າໃນສັງຄົມສ່ວນຫຼາຍນັ້ນການແຕ່ງງານເປັນການສ້າງຜະໜັງທີ່ຊ່ວຍຮັກສາຊາດໃຫ້ເປັນອັນນຶ່ງອັນດຽວ. ໂດຍສະເພາະໃນສັງຄົມຊົນນະບົດ, ຄວາມຜູກພັນຂອງຄອບຄົວທີ່ເໜືອໄປກວ່າ ຫົວໜ່ວຍຂັ້ນພື້ນຖານຂອງຄູ່ຜົວເມັຍນັ້ນສ້າງເຄືອຂ່າຍຂອງຄວາມສາມັກຄີທີ່ຈຳເປັນໃຫ້ແກ່ຄົນເຮົາເພື່ອດຳເນີນ ການກັບບັນຫາຊີວິດປະຈຳວັນ ແລະ ບັນຫາຄວາມທຸກຍາກທີ່ເກີດຂຶ້ນຈາກອຸບັດຕິເຫດຕ່າງໆ, ໄພພິບັດທຳມະຊາດ, ຄວາມເຈັບໄຂ້ໄດ້ປ່ວຍ ແລະ ຄວາມຕາຍ. ຄວາມສາມັກຄີຂອງຫົວໜ່ວຍສັງຄົມນີ້ ມັນແມ່ນຕົວຊີ້ບອກສຳຄັນຂອງຄວາມເຂັ້ມແຂງ ຂອງກຸ່ມຕ່າງໆ ແລະ ຄວາມເຂັ້ມແຂງຂອງຊຸມຊົນ ແລະ ດ້ວຍເຫດນັ້ນມັນຈຶ່ງມີຄວາມ ສຳຄັນຕໍ່ການວາງແຜນການກ່ຽວກັບຄອບຄົວ ແລະ ການຕັດສິນໃຈດ້ານນະໂຍບາຍຕ່າງໆ. ແຜນທີ່ B ສະແດງໃຫ້ເຫັນວ່າອັດຕາສ່ວນສູງສຸດຂອງພົນລະເມືອງທີ່ເປັນໝ້າຍ ຄື ສູງກວ່າ 10% ນັ້ນແມ່ນພົບເຫັນຢູ່ໃນເຂດພູສູງໃນເຂດພາກເໜືອຂອງປະເທດ ແລະ ໃນແຂວງພາກໃຕ້ຄືແຂວງສາລະວັນ, ເຊກອງ ແລະ ອັດຕະປື. ອັດຕາສ່ວນພົນລະເມືອງເປັນໝ້າຍໃນນະຄອນຫລວງວຽງຈັນ ແລະ ແຂວງໄຊຍະບູລີແມ່ນມີຕ່ຳຫຼາຍ. ພວກເຮົາສາມາດສົມມຸດຖານໄດ້ວ່າມັນມີສາຍພົວພັນສະໜິດແໜ້ນລະຫວ່າງສະຖານະພາບດ້ານສຸຂະພາບຂອງພົນລະເມືອງຜູ້ໃຫຍ່ ແລະ ເງື່ອນໄຂຊີວິດການເປັນຢູ່ລວມ, ເຊັ່ນດຽວກັນກັບການມີໂອກາດເຂົ້າເຖິງການບໍລິການດ້ານສຸຂະພາບ ຊຶ່ງສ່ວນໃຫຍ່ກໍ່ຊອກຫາການບໍລິການນັ້ນໄດ້ຕາມຊາຍແດນຝັ່ງໄທ. ໃນທີ່ສຸດ, ອາດເປັນໄປໄດ້ທີ່ວ່າ ອັດຕາພົນລະເມືອງທີ່ເປັນໝ້າຍຍັງມີສູງຢູ່ໃນເຂດທີ່ໄດ້ຮັບຜົນກະທົບຈາກສົງຄາມໃນເມື່ອກ່ອນ ເຖິງແມ່ນວ່າສົງຄາມນັ້ນຈະຜ່ານໄປເຖິງ 30 ປີແລ້ວ. ແຜນທີ່ C ສະແດງໃຫ້ເຫັນພາບການລວມຕົວກັນສູງແບບມີໄລຍະຫວ່າງຂອງພົນລະເມືອງໂສດໃນເມືອງໄຊສົມບູນ, ເຂດຕົວເມືອງ ແລະ ເລາະລຽບຕາມແຄມແມ່ນ້ຳຂອງ. ເຫດຜົນສ່ວນໜຶ່ງກໍ່ອາດແມ່ນຍ້ອນມາຈາກການມີໜ້າຂອງຊາວໜຸ່ມ ແລະ ເຍົາວະຊົນກວມອັດຕາສ່ວນສູງ, ຊາວໜຸ່ມ ແລະ ເຍົາວະຊົນຫຼາຍຄົນໄດ້ຍົກຍ້າຍມາຈາກທ້ອງຖິ່ນຊົນນະບົດເພື່ອຊອກເຮັດວຽກໃນຕົວເມືອງໃຫຍ່ ຫຼື ໃນເຂດຊົນນະບົດສະເພາະໃດນຶ່ງ (ບໍ່ແຮ່, ພະນັກງານລັດ, ແລະອື່ນໆ). ແຜນທີ່ D ສະແດງໃຫ້ເຫັນການແຈກຢາຍຂອງຜູ້ທີ່ຢ່າຮ້າງ. ໃນນັ້ນເຫັນວ່າລະຫວ່າງຕົວເມືອງ ແລະ ຊົນນະບົດ ແລະ ຢູ່ພາຍໃນຊົນນະບົດເອງແມ່ນມີຮູບແບບຄວາມແຕກຕ່າງກັນທີ່ເຫັນໄດ້ຢ່າງຈະແຈ້ງ. ຄວາມແຕກຕ່າງກັນໃນເຂດຊົນນະບົດ ແລະ ຕົວເມືອງ ອາດມີສ່ວນກ່ຽວພັນກັບກຸ່ມຊົນເຜົ່າຜູ້ທີ່ມີຂະນົບທຳນຽມປະເພນີການຢ່າຮ້າງ ທີ່ແຕກຕ່າງກັນ. ໃນເຂດຊົນເຜົ່າການແຕ່ງງານສ່ວນຫຼາຍແລ້ວມັກຈະມີພິທີກຳການແຕ່ງງານດ້ວຍການປະກາດຢູ່ຕໍ່ໜ້າຜູ້ຫລັກຜູ້ໃຫຍ່ຂອງບ້ານ ແລະ ຢ່າຮ້າງໃນລັກສະນະບໍ່ເປັນທາງການດ້ວຍການແຈ້ງປະກາດແບບປາກເປົ່າ. ການເບິ່ງແຍງລູກເຕົ້າຈື່ງຕົກເປັນພາລະຂອງພໍ່ເຖົ້າແມ່ເຖົ້າ ແລະ ສະມາຊິກຜູ້ອື່ນໆ ໃນຄອບຄົວ. |