B.6 | ||||
ອັດຕາສ່ວນທາງເພດ |
||||
ອັດຕາສ່ວນທາງເພດຂອງພົນລະເມືອງແມ່ນໄດ້ກຳນົດເອົາຕາມອັດຕາສ່ວນຂອງເພດຊາຍຕໍ່ເພດຍິງ ແລະ ໂດຍທົ່ວໄປແລ້ວ ແມ່ນໄດ້ສະແດງຕາມຈຳນວນຂອງເພດຊາຍຕໍ່ຈຳນວນເພດຍິງ 100 ຄົນ, ດັ່ງນັ້ນອັດຕາສ່ວນທີ່ມີຕ່ຳກວ່າ 100 ຄົນກໍ່ໝາຍວ່າຈຳນວນເພດຍິງຫຼາຍກວ່າຈຳນວນເພດຊາຍ ແລະ ຖ້າອັດຕາສ່ວນສູງກວ່າ 100 ກໍ່ໝາຍວ່າຈຳນວນເພດຊາຍຫຼາຍກວ່າເພດຍິງ. ຜົນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສໃນຂອບເຂດທົ່ວປະເທດ ໃນປີ 2005 ໄດ້ລາຍງານໃຫ້ຮູ້ວ່າອັດຕາສ່ວນທາງເພດຄື ຜູ້ຊາຍ 99.3 ຄົນຕໍ່ຜູ້ຍິງ 100 ຄົນ ນັ້ນສະແດງໃຫ້ເຫັນວ່າອັດຕາສ່ວນຂອງຊາຍຍິງໃນປະເທດ ສປປ ລາວເກືອບວ່າດຸ່ນດ່ຽງກັນ.
ແຜນທີ່ສະແດງອັດຕາສ່ວນທາງເພດສອງສະບັບໄດ້ນຳມາສະເໜີໃຫ້ເຫັນ: ແຜນທີ່ B.6 ສະແດງໃຫ້ເຫັນການແຈກຢາຍຂອງພົນລະເມືອງລາວທັງໝົດໃນທົ່ວປະເທດຕາມອັດຕາສ່ວນທາງເພດ ແລະ ແຜນທີ່ B.7 ໃນໜ້າຕໍ່ໄປ ສະແດງໃຫ້ເຫັນອັດຕາສ່ວນທາງເພດໃນກຸ່ມເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ. ແຜນວາດແບບນີ້ເປັນຕົວສະແດງບອກອັດຕາສ່ວນທາງເພດຕາມການເກີດ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີຜົນກະທົບໃດໆ ຈາກອິດທິພົນການຍົກຍ້າຍ ຫຼື ອາຍຸຍືນສະເລັ່ຍ ແລະ ອື່ນໆ. ຈາກການປຽບທຽບແຜນທີ່ສອງສະບັບນີ້ໃສ່ກັນ ແລະ ຈາກການສັງເກດການປ່ຽນແປງສະພາບການເກີດກັບສະ ພາບລວມຂອງພົນລະເມືອງແລ້ວພວກເຮົາສາມາດໄດ້ຕົວກຳນົດ/ຕົວຊີ້ບອກຂອງຮູບແບບການຍົກຍ້າຍໂດຍແຍກຕາມເພດ ແລະ ປັດໃຈອື່ນໆ ທີ່ສົ່ງອິດທິພົນຕໍ່ການມີໜ້າຂອງເພດຊາຍ ແລະ ເພດຍິງໃນສະຖານທີ່ສະເພາະໃດນຶ່ງໃນຊ່ວງໄລຍະຊົ່ວ ຊີວິດໜຶ່ງ. ອັດຕາສ່ວນທາງເພດຢູ່ໃນແຜນທີ່ທັງສອງແຜ່ນນັ້ນໄດ້ນຳມາສະເໜີຕາມການຈັດວາງໄວ້ໃນ 5 ລະດັບຈາກ ລະດັບຕ່ຳສຸດຄື ຜູ້ຊາຍ 80 ຄົນຕໍ່ຜູ້ຍິງ 100 ຄົນ ໄປຈົນເຖິງລະດັບສູງສຸດຄື ຜູ້ຊາຍຫຼາຍກວ່າ 120 ຄົນຕໍ່ ຜູ້ຍິງ 100 ຄົນ. ພື້ນທີ່ເຂດສີມ້ວງສະແດງເຖິງບ້ານທີ່ມີເພດຍິງຫຼາຍກວ່າເພດຊາຍອາໃສຢູ່, ໃນຂະນະທີ່ ພື້ນທີ່ເຂດສີຂຽວສະແດງເຖິງບ້ານທີ່ມີເພດຊາຍຫຼາຍກວ່າເພດຍິງອາໃສຢູ່. ແຕ່ລະລະດັບຂອງອັດຕາສ່ວນທາງເພດຈະພົບເຫັນຢູ່ໃນແຕ່ລະພາກຂອງປະເທດໃນທົ່ວປະເທດຊຶ່ງມີ ຄວາມແຕກຕ່າງກັນພຽງເລັກໜ້ອຍ. ພື້ນຫລັງຂອງແຜນທີ່ນີ້ເຫັນວ່າມີສີເຫລືອງພົ້ນເດັ່ນຫຼາຍ ຊຶ່ງຊີ້ບອກຄວາມເດັ່ນຊັດຂອງອັດຕາສ່ວນທີ່ຂ້ອນຂ້າງມີຄວາມສົມດູນກັນ. ຕາມເສັ້ນທາງຈາກ ແຂວງຄຳມ່ວນມຸ້ງສູ່ທິດ ໃຕ້ຈະເຫັນວ່າເຂດສີມ້ວງມີກະແຈກກະຈາຍຢູ່ທົ່ວໄປຂ້ອນຂ້າງ ຫຼາຍຊຶ່ງສະແດງບອກວ່າເພດຊາຍມີຈຳນວນ ຕ່ຳຢູ່ລະ ຫວ່າງ 81 ຫາ 95 ຄົນຕໍ່ຜູ້ຍິງ 100 ຄົນ. ສ່ວນແຂວງພາກກາງມີພື້ນທີ່ໆມີອັດຕາສ່ວນເພດຊາຍຕໍ່ເພດຍິງຕ່ຳກວ່າ 96 ຫາ 105 ແຕ່ວ່າ, ໂດຍພໍໆກັນແລ້ວຍັງມີຫຼາຍເຂດທີ່ມີເພດຍິງເກີນເພດຊາຍຢູ່ໃນລະດັບ106 ຫາ 120. ເຂດຊົນນະບົດໃນແຂວງ ບໍ່ແກ້ວ, ຫລວງນ້ຳທາ ແລະ ອຸດົມໄຊເຫັນວ່າມີເພດຊາຍໜ້ອຍຫຼາຍໃນ ຂະນະທີ່ຢູ່ພາກເໜືອຂອງ ແຂວງຫລວງພະບາງຕິດຕໍ່ກັນຕໍ່ໄປຈົນຜ່ານແຂວງຜົ້ງສາລີສະແດງໃຫ້ເຫັນວ່າມີຫຼາຍເມືອງມີຈຳນວນ ເພດຊາຍເກີນກວ່າເພດຍິງ. ມີພຽງແຕ່ເຂດພື້ນທີ່ດ້ານທິດ ຕາເວັນອອກ ສ່ຽງເໜືອຂອງແຂວງວຽງຈັນ ຕໍ່ໄປຈົນຮອດແຂວງຊຽງຂວາງພວກເຮົາຈະພົບເຫັນ ເຂດຕ່າງໆ ທີ່ມີຄວາມ ບໍ່ສົມດູນກັນ ລະຫວ່າງ ເພດຊາຍ ແລະ ເພດຍິງຄືມີຈຳນວນຜູ້ຊາຍຫຼາຍ ກວ່າ 120 ຄົນຕໍ່ຜູ້ຍິງ 100 ຄົນ. ຕັ້ງແຕ່ນັ້ນມາ, ໃນແຜນທີ່ B.7 ບໍ່ມີຮູບແບບຂອງອັດຕາສ່ວນທາງເພດອີງຕາມການເກີດທີ່ມີ ໄລຍະຫວ່າງ ສະໝ່ຳສະເໝີພໍທີ່ຈະສາມາດກຳນົດໃຫ້ເຫັນໄດ້, ຄວາມບໍ່ສົມດູນດ້ານສັດສ່ວນໃນ ແຜນທີ່ຊີ້ບອກໃຫ້ ຮູ້ວ່າຂະບວນການສຳຄັນຈາກພາຍນອກມີອິດທິພົນຕໍ່ການມີໜ້າຂອງເພດຊາຍ ແລະ ເພດຍິງໃນບ້ານ ຕ່າງໆ ຂອງປະເທດລາວ. ພວກເຮົາອາດສົມມຸດເອົາໄດ້ວ່າໂດຍທົ່ວໄປແລ້ວຄວາມບໍ່ສົມດູນທາງເພດ ເຫຼົ່ານີ້ອາດຈະເປັນຜົນເນື່ອງມາຈາກຮູບແບບການຍົກຍ້າຍສະເພາະ ຂອງເພດ. ໃນດ້ານໜຶ່ງອີກ ພວກເຮົາສາມາດ ວາດພາບ ເອົາວ່າມີຜູ້ຊາຍຫຼາຍກວ່າຜູ້ຍິງຍົກຍ້າຍຈາກບ້ານຫ່າງໄກສອກຫລີກໄປ ຢູ່ໃນເຂດໃກ້ຄຽງ ກັບສູນກາງຕົວເມືອງ. ຍັງບໍ່ພຽງເທົ່ານັ້ນ, ມັນເປັນເລື້ອງຍາກທີ່ຈະຊອກເຫັນສ່ວນເກີນ ຂອງຜູ້ຊາຍທີ່ມີລັກ ສະນະລົງຕົວກັນ ໄດ້ໃນເຂດພື້ນທີ່ ເລົ່ານີ້. ຈຸດສີຂຽວຊີ້ບອກໃຫ້ຮູ້ວ່າບາງທີເພດຊາຍເຫຼົ່ານີ້ອາດຈະຍົກຍ້າຍ ໄປເຂດຊົນນະບົດອື່ນ ທີ່ມີວຽກເຮັດງານທຳກັບບໍລິສັດບໍ່ແຮ່, ການກະສິກຳ ຫຼື ເຮັດວຽກກັບລັດຖະບານ ກໍ່ເປັນໄດ້ເຊັ່ນກັນ. ການຍົກຍ້າຍທີ່ມີລັກສະນະປີ້ນກັບກັນ ຂອງເພດຍິງ ແລະ ຄອບຄົວຂອງພວກເຂົາກໍ່ຄວນຈະ ນຳມາພິຈາລະນາເຊັ່ນກັນວ່າພວກເຂົາຍົກຍ້າຍ ໄປເພື່ອວຽກງານ, ຍ້ອນມີການບໍລິການ ສຸຂະພາບດີກວ່າ, ຍ້ອນໂຮງຮຽນ ຫຼື ຍົກຍ້າຍໄປດ້ວຍເຫດຜົນ ທັງໝົດເຫຼົ່ານີ້. ການສູນເສັຍເພດຊາຍໃນລະຫວ່າງເຫດການຕໍ່ສູ້ເພື່ອຄວາມເປັນເອກະລາດຂອງຊາດນັ້ນຄວນຈະມີໜ້ອຍກວ່າ ແລະ ສຳຄັນໜ້ອຍກວ່າແຕ່ອາດຈະຍັງມີບົດບາດຢູ່. ໂຄງການເກັບກູ້ລະເບີດບໍ່ທັນ ແຕກຂອງລາວຍັງ ກຳລັງດຳເນີນຢູ່ຕໍ່ໄປ ແລະ ການເສັຍອົງຄະ ຫຼື ຊີວິດກໍ່ຍັງສືບຕໍ່ມີຢູ່ໃນເຂດ ພື້ນທີ່ກວ້າງໃຫຍ່ໃນເວລາ ປະຊາຊົນຜູ້ຂາດທີ່ດິນເຮັດວຽກໃນທີ່ດິນທີ່ເຈືອປົນໄປດ້ວຍລະເບີດ.
|