![]() |
B.5 | |||
ອັດຕາສ່ວນການເພິ່ງພາອາໃສ |
||||
ອັດຕາການເພິ່ງພາອາໃສຂອງພົນລະເມືອງ ໄດ້ກຳນົດຄວາມໝາຍໂດຍຖືອັດຕາສ່ວນຂອງຈຳນວນປະຊາຊົນທີ່ອາໃສທາງດ້ານວັດຖຸ ແລະ ການເງິນຈາກຈຳນວນພົນລະເມືອງໃນເກນອາຍຸທີ່ຈະເຮັດວຽກໄດ້ (ຄື 15 ຫາ 64 ປີ). ຜູ້ທີ່ຈະເພິ່ງພາອາໃສສາມາດຈັດແບ່ງອອກເປັນສອງກຸ່ມອາຍຸໃນນັ້ນກໍ່ມີພົນລະເມືອງທີ່ຍັງໜຸ່ມນ້ອຍເກີນໄປ ແລະ ແກ່ເກີນໄປເກີນກວ່າຈະສາມາດເຮັດວຽກໄດ້ ຄື ກຸ່ມຄົນຜູ້ທີ່ມີອາຍຸໃນເກນ 0 ຫາ 14 ປີ ແລະ ກຸ່ມຄົນຜູ້ທີ່ມີອາຍສູງ ກວ່າ 65 ປີ. ອັດຕາສ່ວນການເພິ່ງພາອາໃສຕາມທີ່ໄດ້ກຳນົດໃນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສໃນປີ 2005 ໄດ້ຖືກຈັດແບ່ງອອກເປັນ 5 ກຸ່ມ. ອັດຕາສ່ວນຕ່ຳສຸດຂອງຜູ້ເພີ່ງພາອາໃສແມ່ນ ຕ່ຳກວ່າ 60 ຄົນຕໍ່ 100 ຄົນຜູ້ທີ່ຢູ່ໃນເກນອາຍຸທີ່ຈະເຮັດວຽກໄດ້ ແລະ ອັດຕາສ່ວນຂອງຜູ້ເພິ່ງພາອາໃສສູງກວ່າຜູ້ຢູ່ໃນເກນ ອາຍຸທີ່ຈະເຮັດວຽກໄດ້ຄືຫຼາຍກວ່າ 140 ຄົນຜູ້ເພິ່ງພາອາໃສຕໍ່ 100 ຄົນທີ່ທຳງານກິນເງິນເດືອນ ຫຼື ຄ່າຈ້າງທີ່ມີ ສັດສ່ວນເທົ່າກັບ 1.4:1.
ຜົນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສປີ 2005 ສະແດງໃຫ້ເຫັນວ່າອັດຕາສ່ວນຜູ້ເພິ່ງພາອາໃສ ສະເລັ່ຍລະດັບຊາດຫຼຸດລົງປະມານ 0.8% ໃນຊ່ວງໄລຍະ 10 ປີ ຄື ໃນລະຫວ່າງປີ 1995 ແລະ 2005. ໃນປີ 2005, ໃນ 100 ຄົນໃດຂອງຜູ້ທີ່ຢູ່ໃນເກນອາຍຸຸທີ່ຈະເຮັດວຽກໄດ້ຈະມີສັດສ່ວນ ຜູ້ເພິ່ງພາອາໃສໂດຍສະເລັ່ຍ ປະມານ 76 ຄົນ. ສຳລັບໃນ ສປປປ ລາວ ນັ້ນເຫັນວ່າອັດຕາສ່ວນການເພິ່ງພາອາໃສໃນແຕ່ລະແຂວງ, ແຕ່ລະ ພາກ ແລະ ແຕ່ລະເຂດມີຄວາມແຕກຕ່າງກັນໄປ. ອັດຕາສ່ວນທີ່ສູງກວ່າ 1 ໝາຍວ່າບ່ອນທີ່ມີຈຳນວນຜູ້ເພິ່ງພາອາໃສຢູ່ໃນລະຫວ່າງ 110 ແລະ ຫຼາຍກວ່າ 140 ຄົນອາໃສ ຫຼຶື ຂຶ້ນກັບຜູຸ້ຢູ່ໃນເກນອາຍຸທີ່ຈະເຮັດວຽກໄດ້ ຈຳນວນ 100 ຄົນ ຈະປະກົດເຫັນໃນພາກໃຕ້, ພາກກາງຂອງແຂວງສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ແລະ ໃນເຂດໃຕ້ຂອງແຂວງຈຳປາສັກ. ຄວາມບໍ່ດຸ່ນດ່ຽງອັນນີ້ຍັງສືບຕໍ່ມີໃນເຂດພູດອຍ ພາກຕາເວັນອອກຂອງ ແຂວງຄຳມ່ວນ, ບໍລິຄຳໄຊ, ພາກຕາເວັນອອກຂອງແຂວງວຽງຈັນ, ແຂວງຊຽງຂວາງ, ແລະ ແຂວງ ຫົວພັນ ແລະ ຍັງມີກະແຈກກະຈາຍຢູ່ໃນພາກຕາເວັນອອກຂອງແຂວງຜົ້ງສາລີ. ເປັນທີ່ຄາດ ກັນວ່າປະມານ 20% ຂອງຈຳນວນ ເມືອງທັງໝົດມີຜູ້ເພິ່ງພາອາໃສຫຼາຍກວ່າ 110 ຄົນ ຕໍ່ 100 ຄົນທີ່ຢູ່ເກນອາຍຸທີ່ຈະເຮັດວຽກໄດ້. ເຖິງຢ່າງໃດ ກໍ່ຕາມ, ອັດຕາສ່ວນຜູ້ເພິ່ງພາອາໃສຕໍ່ຜູ້ເຮັດວຽກງານໄດ້ດັ່ງກ່າວມານີ້ ບໍ່ໝາຍເຖິງວ່າບັນຫາ ຫຍຸ້ງຍາກ ແລະ ການ ຂາດແຄນດ້ານອາຫານການກິນຍ້ອນເຮົາບໍ່ທັນຮູ້ໄດ້ຈະແຈ້ງວ່າເດັກນ້ອຍ ອາຍຸສູງກວ່າ 6 ຫາ 8 ປີ ທີ່ຊ່ວຍສ້າງ ລາຍຮັບໃຫ້ແກ່ຄອບຄົວນັ້ນມີຈຳນວນໜ້ອຍ ຫຼາຍປານໃດ ແລະ ນອກນັ້ນກໍ່ຍັງມີີຜູ້ສູງອາຍຸຫຼາຍຄົນຍັງ ຊ່ວຍ ປະກອບສ່ວນໃນການທຳມາຫາກິນຂອງຄົວເຮືອນຢູ່. ອັດຕາສ່ວນຜູ້ເພິ່ງພາອາໃສໃນລະດັບແຂວງຕ່ຳສຸດແມ່ນໄດ້ສັງເກດຢູ່ໃນນະຄອນຫລວງວຽງຈັນຄືຜູ້ເພິ່ງພາອາໃສ 46 ຄົນຕໍ່ຜູ້ຢູ່ໃນເກນອາຍຸທີ່ຈະເຮັດວຽກໄດ້ 100 ຄົນ ແລະ ໃນຂະນະດຽວກັນຢູ່ແຂວງຫົວພັນ, ຊຽງຂວາງ ແລະ ເຊກອງແມ່ນເທົ່າກັບ 1:1 ຫຼື ຜູ້ເພິ່ງພາອາໃສ 100 ຕໍ່ ຜູ້ຢູ່ໃນເກນອາຍຸທີ່ຈະເຮັດວຽກໄດ້ 100. ແຜນທີ່ສະແດງໃຫ້ ເຫັນເຂດທີ່ມີອັດຕາສ່ວນ ການເພິ່ງພາອາໃສຕ່ຳທີ່ສຸດແມ່ນເຂດກາງຂອງພາກໃຕ້ ແລະ ອັດຕາສ່ວນສູງກວ່າຢູ່ໃນ ພາກເໜືອ. ເຫັນໄດ້ຢ່າງຈະແຈ້ງວ່າເຂດທົ່ງຮາບທີ່ໄດ້ຮັບການພັດທະນາໂດຍສະເພາະໃນນະຄອນຫລວງວຽງຈັນ ນັ້ນມີອັດຕາສ່ວນຜູ້ເພິ່ງພາອາໃສຍັງຄົງມີຕ່ຳເມື່ອທຽບກັບເຂດພູດອຍ. ເຂດທົ່ງພຽງໄດ້ຮັບການພັດທະນາດີກວ່າ ແລະ ສາມາດຊອກວຽກເຮັດງານທຳໄດ້ງ່າຍກວ່າ. ອັດຕາສ່ວນການເພິ່ງພາອາໃສໃນເຂດດັ່ງກ່າວນີ້ມີຕ່ຳ ກໍ່ເພາະວ່າ ພົນລະເມືອງຈຳນວນຫລວງຫຼາຍທີ່ຢູ່ໃນເກນອາຍຸທີ່ຈະເຮັດວຽກໄດ້ແມ່ນມີວຽກເຮັດງານທຳ. ໃນເຂດ ພູດອຍ ທີ່ມີລະດັບການພັດ ທະນາຕ່ຳ, ໂອກາດການມີວຽກເຮັດງານທຳກໍ່ຕ່ຳ ແລະ ມີການສູນເສັຍແຮງງານ ເພາະວ່າຄົນງານຫຼາຍຄົນໄດ້ຍົກຍ້າຍໄປເມືອງອື່ນໂດຍສະເພາະກໍ່ແມ່ນຍົກຍ້າຍໄປເຂດຕົວເມືອງ. ເພາະສະນັ້ນ, ຈຳນວນຄົນແກ່ ແລະ ຈຳນວນເດັກນ້ອຍ ຈຶ່ງມີສູງ ແລະ ບັນຫານີ້ມີຜົນກະທົບ ສຳຄັນຕໍ່ອັດຕາສ່ວນການເພິ່ງພາອາໃສຢູ່ໃນເຂດ ພູດອຍເລົ່ານີ້. ສັງລວມແລ້ວ, ຈາກແຜນທີ່ນັ້ນເຮົາສາມາດເຫັນໄດ້ແຈ້ງວ່າແຂວງທີ່ໄດ້ຮັບການພັດທະນາດີ ແລະ ມີພົນລະ ເມືອງຫຼາຍມີອັດຕາສ່ວນການເພິ່ງພາອາໃສຕ່ຳໂດຍທຽບກັບແຂວງຫ່າງໄກສອກຫລີກ ແລະ ມີລະດັບການ ພັດທະນາ ຕ່ຳ. ບັນຫານີ້ຊ່ວຍຢັ້ງຢືນໃຫ້ແກ່ການສົມມຸດຖານທີ່ວ່າເຂດທີ່ມີການພັດທະນາທາງດ້ານເສດຖະ ກີດດີມີອັດຕາສ່ວນການມີວຽກເຮັດງານທຳ ແລະ ຄວາມສາມາດໃນການຊ່ວຍຕົນເອງກຸ້ມຕົນເອງ ສູງໂດຍ ສົມທຽບກັບເຂດດ້ອຍ ພັດທະນາ.
|