![]() |
B.4 | |||
ພົນລະເມືອງໃນເກນອາຍຸ 65 ປີ ແລະ ສູງກວ່າ | ||||
ແຜນທີ່ B.4 ນີ້ ແມ່ນແຜນທີ່ສະບັບທີສອງທີ່ກ່ຽວພັນດ້ານໂຄງປະກອບຂອງພົນລະເມືອງອີງຕາມອາຍຸ ຊຶ່ງຢູ່ໃນນີ້ແມ່ນສະແດງໃຫ້ເຫັນສະເພາະຜູ້ສູງອາຍຸ. ໃນປະເທດທີ່ກຳລັງພັດທະນາຫຼາຍປະເທດເດັກນ້ອຍຈຳນວນຫຼວງຫຼາຍເປັນຜູ້ຮັບປະກັນການມີຊີວິດຢູ່ລອດຂອງຜູ້ເຖົ້າ ແລະ ທົດແທນໃຫ້ລະບົບບຳນານ. ອີງຕາມປະເພນີຂອງລາວລູກສາວຫລ້າເປັນຜູ້ຮັບຜິດຊອບເບິ່ງແຍງພໍ່ແມ່ເວລາເຖົ້າແກ່ມາ. ໃນແຜນທີ່ສະບັບນີ້ເຮົາຈະເຫັນໄດ້ວ່າ ປະຊາຊົນຜູ້ທີ່ມີອາຍຸ 65 ປີ ແລະ ສູງກວ່ານັ້ນຖືກຈັດແບ່ງອອກເປັນ 5 ກຸ່ມອັດຕາສ່ວນໂດຍເລີ້ມຈາກ ຄົນ ເຖົ້າທີ່ມີອັດຕາສ່ວນ ຕ່ຳສຸດຂອງລະດັບອັດຕາຕ່ຳກວ່າ 1.5% ແລະ ໄປເຖິງອັດຕາສ່ວນທີ່ສູງກວ່າໃນລະດັບ ອັດຕາສ່ວນ 7.5%. ແຜນທີ່ B.3 ກ່ຽວພັນກັບເດັກໃນເກນອາຍຸ 5 ປີ ແລະ ຕ່ຳກວ່າ ຊຶ່ງສະແດງໃຫ້ເຫັນອັດຕາສ່ວນຕ່ຳສຸດຂອງລະດັບອັດຕາສ່ວນຕ່ຳກວ່າ 9% ແລະ ອັດຕາສ່ວນສູງສຸດໃນລະດັບອັດຕາສ່ວນສູງກວ່າ 25%. ໃນທາງກົງກັນຂ້າມແລ້ວອັດຕາ ສ່ວນສູງສຸດຂອງພົນລະເມືອງໃນເກນອາຍຸ 65 ປີ ແລະ ສູງກວ່າ 65 ປີ ມີຫຼາຍກວ່າ 7.5%. ລະດັບ ຫຼື ຂອບເຂດ ອັດຕາສ່ວນເຫຼົ່ານີ້ໄດ້ຄັດເລືອກຂຶ້ນມາເພື່ອສະທ້ອນໃຫ້ເຫັນ ພົນລະເມືອງທີ່ມີຈຳນວນໜ້ອຍສົມທຽບກັບ ພົນລະເມືອງໜຸ່ມນ້ອຍມີອາຍຸຕ່ຳ ແລະ ລະດັບ ຫຼື ຂອບເຂດເຫຼົ່ານີ້ແມ່ນສິ່ງຊີ້ບອກໃຫ້ເຫັນເຖິງອາຍຸຍືນສະເລັ່ຍ ຕ່ຳຂອງພົນລະເມືອງ. ໃນປີ 2005 ອາຍຸຍືນສະເລັ່ຍຂອງຜູ່ຍິງລາວ ແມ່ນ 63 ປີ ແລະ ອາຍຸຍືນສະເລັ່ຍຂອງຜູ້ຊາຍ ລາວແມ່ນ 59 ປີ. ພົນລະເມືອງຈຳນວນ ໜ້ອຍໃນເກນອາຍຸ 65 ປີ ແລະ ສູງກວ່າອາດເປັນສິ່ງຊີ້ບອກໃຫ້ເຫັນເຖິງ ຈຳນວນພົນລະເມືອງຜູ້ສູງອາຍຸທີ່ບໍ່ສາມາດລ້ຽງຕົນເອງ ຫຼື ບໍ່ສາມາດຊອກຫາລາຍຮັບໃຫ້ແກ່ຕົນເອງໄດ້. ຂະໜາດ ອັດຕາສ່ວນຂອງຄົນແກ່ມີຜົນກະທົບໂດຍກົງຕໍ່ສັດສ່ວນ ຂອງກຸ່ມຄົນຜູ້ເພີ່ງພາອາໃສ (ກະລຸນາເບິ່ງແຜນທີ່ B.5). ເວລາເຮົາເບິ່ງແຜນທີ່ B.4 ຈະເຫັນໄດ້ຊັດເຈນໂລດວ່າອັດຕາສ່ວນຂອງພົນລະເມືອງໃນເກນອາຍຸ 65 ປີ ແລະ ສູງກວ່ານັ້ນແມ່ນໄດ້ແຈກຢາຍຢູ່ໃນຂອບເຂດທົ່ວປະເທດແບບສະໝ່ຳມະເໝີຊຶ່ງມີລະດັບອັດຕາສ່ວນແຕກ ຕ່າງກັນຄືຢູ່ໃນລະຫວ່າງ 1.5% ຫາ 5.5% ດັ່ງທີ່ສາມາດເຫັນໄດ້ຈາກສີພື້ນຫຼັງທີ່ມີຄວາມສະໝ່ຳສະເໝີກັນ. ເຖິງຢ່າງໃດກໍ່ຕາມໃນນັ້ນກໍ່ຍັງມີເຂດພື້ນທີ່ຫຼາຍແຫ່ງມີອັດຕາສ່ວນຜູ້ສູງອາຍຸນີ້ສູງກວ່າລະດັບ ຫຼື ຂອບເຂດ ຂອງອັດຕາສ່ວນ 3.5-5.5 % ຫຼື ບາງເທື່ອກໍ່ອາດມີສູງເຖິງ 7.5%. ພື້ນທີ່ດັ່ງກ່າວມານັ້ນແມ່ນກະແຈກກະຈາຍ ກັນຢູ່ໃນເຂດພາກໃຕ້ຂອງລາວ (ໃນແຂວງອັດຕະປື ແລະ ເຊກອງ) ແລະ ໃນເຂດຕາເວັນອອກສ່ຽງເໜືອຂອງ ແຂວງສະຫວັນນະເຂດ. ອັດຕາສ່ວນຂອງພົນລະເມືອງຜູ້ສູງອາຍຸໃນເຂດຕາເວັນຕົກສ່ຽງໃຕ້ຂອງແຂວງໄຊຍະບູລີ, ໃນເຂດອ້ອມຂ້າງໂພນສະຫວັນແຂວງຊຽງຂວາງ ແລະ ໃນເທດສະບານເມືອງ ແລະ ແຂວງຜົ້ງສາລີ ສູງກວ່າ 7.5%. ອັດຕາສ່ວນພົນລະເມືອງຜູ້ສູງອາຍຸມີສູງອາດມີສ່ວນກ່ຽວພັນກັບໂອກາດໃນການເຂົ້າເຖິງການບໍລິການ ດ້ານສຸຂະພາບຊຶ່ງການບໍລິການດ້ານນີ້ໃນເຂດຕົວເມືອງ ຫຼື ໃກ້ຊາຍແດນໄທໂດຍທົ່ວໄປແລ້ວຈະ ດີກວ່າ ເຂດອື່ນໆ. ມັນເປັນເລື້ອງຍາກທີ່ຈະເວົ້າໄດ້ວ່າການປະຕິບັດດ້ານການທະຫານທີ່ຜ່ານມາ, ລະເບີດບໍ່ທັນແຕກ, ຜົນກະທົບຈາກພະຍາດໄຂ້ຍຸງ ແລະ ວັນນະໂລກ, ການຂາດອາຫານ ແລະ ການຮັກສາ ສຸຂະພາບຈະມີອິດທິພົນ ຫຼື ມີຜົນກະທົບຕໍ່ອັດຕາຕ່ຳໃນເຂດພູດອຍ ແລະ ເຂດເນີນສູງຢູ່ເລາະລຽບຕາມເສັ້ນທາງໂຮຈີມິນຫຼາຍໜ້ອຍຊ່ຳໃດ. ສັງລວມໄດ້ວ່າ, ອັດຕາສ່ວນຂອງພົນລະເມືອງໃນເກນອາຍຸ 65 ປີ ແລະ ສູງກວ່າຢູ່ໃນ ສປປ ລາວ ຂ້ອນຂ້າງມີ ສູງຢູ່ໃນບາງພື້ນທີ່ຂອງເຂດພູດອຍ. ອັດຕາຄວາມສູງອາຍຸຂອງພົນລະເມືອງເຊິ່ງໄດ້ພົບເຫັນຢູ່ໃນເຂດຊົນນະບົດບາງເທື່ອອາດຈະສູງກວ່າຍອ້ນວ່າຮີດຄອງປະເພນີມີການຮັກສາເບີ່ງແຍງຜູ້ສູງອາຍຸ ຫຼື ຖ້າວ່າຢູ່ໃນເຂດຕົວເມືອງມີຜູ້ສູງອາຍຸຫຼາຍກວ່າຍອ້ນວ່າມັນມີການເຂົ້າມາຊວ່ຍເຫຼືອຂອງສາທາລະນະສຸກທັງໝົດເລົ່ານີ້ແມ່ນຍັງບໍ່ໄດ້ຮັບການອະທິບາຍເຖີງສາຍເຫດ. ຄືດັ່ງໃນທ້ອງຖິ່ນຕ່າງໆ, ປະສົບການຂອງຄົນສູງອາຍຸ ແລະ ຄວາມສາມາດຂອງພວກເຂົາໃນການປະຕິບັດວຽກບ້ານການເຮືອນໃດນຶ່ງນັ້ນຖືວ່າເປັນປະໂຫຍດໃຫ້ແກ່ຄວາມເຂັ້ມແຂງຂອງສາຍຍາດ ໃນຄອບຄົວຮີດຄອງປະເພນີ ແລະ ຄວາມສາມາດໃນການທີ່ຈະຜະເຊີນໜ້າກັບເຫດການສຸກເສີນຕ່າງໆ ທາງດ້ານເສດຖະ ກິດການດຳລົງຊີວິດ. |