![]() |
B.3 | |||
ພົນລະເມືອງໃນເກນອາຍຸ 5 ປີ ແລະ ຕ່ຳກວ່າ | ||||
ແຜນທີ່ B.3 ແລະ B.4 ສະແດງໃຫ້ເຫັນການແຈກຢາຍຂອງພົນລະເມືອງຜູ້ໜຸ່ມນ້ອຍ ແລະ ຜູ້ສູງອາຍຸຂອງ ສປປ ລາວ. ແຜນທີ່ B.3 ສະແດງໃຫ້ເຫັນພົນລະເມືອງໃນເກນອາຍຸ 5 ປີ ແລະ ຕ່ຳກວ່າຊຶ່ງໄດ້ຈັດແບ່ງ ເປັນ 5 ກຸ່ມ ອັດຕາສ່ວນນັບຈາກອັດຕາສ່ວນທີ່ໜ້ອຍກວ່າ 9% ໄປເຖິງອັດຕາສ່ວນທີ່ຫຼາຍກວ່າ 25%. ພາບລວມທີ່ເຫັນໄດ້ຊັດເຈນຈາກແຜນທີ່ B.3 ກໍ່ຄືວ່າ ອັດຕາສ່ວນ 15-20% ແລະ 20-25% ແມ່ນອັດຕາ ສ່ວນທີ່ມີຫຼາຍກວ່າໝູ່ໃນຂອບເຂດທົ່ວປະເທດ. ບ້ານທີ່ມີອັດຕາສ່ວນພົນລະເມືອງ 9-15% ຈະມີສ່ວນໜ້ອຍ ອາໃສຢູ່ລຽບຝັ່ງແມ່ນ້ຳຂອງເຂດຊາຍແດນໄທ, ຄືຢູ່ໃນ ແລະ ເຂດອ້ອມຂ້າງນະຄອນຫລວງວຽງຈັນ, ໃນພາກໃຕ້ ຂອງແຂວງໄຊຍະບູລີ, ແລະ ໃນພາກເໜືອ, ຢູ່ໃນ ແລະ ເຂດອ້ອມຂາ້ງແຂວງຜົ້ງສາລີ, ແລະ ໃນພາກຕາເວັນ ອອກຂອງແຂວງ ຫົວພັນ. ຜົນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສປີ 2005 ໄດ້ສະແດງໃຫ້ເຫັນວ່າ ອັດຕາສ່ວນຂອງພົນລະເມືອງ ລາວສວ່ນໃຫຍ່ແມ່ນອັດຕາສ່ວນຂອງກຸ່ມໄວໜຸ່ມ ຄື ກຸ່ມເດັກນ້ອຍໃນເກນອາຍຸ 10-14 ປີມີອັດຕາ ສ່ວນສູງທີ່ສຸດ, ຕໍ່ມາກໍ່ແມ່ນກຸ່ມໃນເກນອາຍຸ 5-9 ປີ ແລະ 0-4 ປີ ແລະ ກຸ່ມຂອງເດັກທີ່ມີອາຍຸຕ່ຳກວ່າ. ແຜນທີ່ສະແດງ ໃຫ້ເຫັນວ່າ ບ້ານທີ່ມີພົນລະເມືອງໃນເກນອາຍຸ 5 ປີ ແລະ ຕ່ຳກວ່າ 5 ປີ ມີ 25% ແລະ ສູງກວ່ານັ້ນສ່ວນໃຫຍ່ ຈະພົບເຫັນຢູ່ໃນແຂວງຊຽງຂວາງ, ຫົວພັນ, ເຊກອງ, ວຽງຈັນ ແລະ ບໍລິຄຳໄຊ. ອັດຕາສ່ວນຂອງ ບ້ານໃນລະຫວ່າງ 15-20% ທີ່ມີພົນລະເມືອງໃນເກນອາຍຸ 5 ປີ ແລະ ຕ່ຳກວ່າ ແມ່ນຈະພົບເຫັນຢູ່ໃນແຂວງ ສາລະວັນ, ຫລວງນ້ຳທາ, ຜົ້ງສາລີ ແລະ ນະຄອນຫລວງວຽງຈັນ. ອັດຕາສ່ວນຂອງບ້ານ 15% ແລະ ຕ່ຳກວ່າ 9% ທີ່ມີພົນລະເມືອງໃນເກນອາຍຸ 5 ປີ ແລະ ຕ່ຳກວ່ານັ້ນມີໜ້ອຍ ແລະ ບ້ານເລົ່ານີ້ຈະພົບເຫັນຢູ່ໃນພາກສ່ວນໜຶ່ງ ຂອງນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ແລະ ຢູ່ໃນແຂວງສະຫວັນນະເຂດ, ໄຊຍະບູລີ ແລະ ມີໜ້ອຍ ທີ່ສຸດໃນແຂວງຜົ້ງສາລີ. ດັ່ງນັ້ນຈຶ່ງສາມາດສະຫລຸບໄດ້ວ່າອັດຕາສ່ວນສູງທີ່ສຸດຂອງພົນລະເມືອງໃນເກນອາຍຸ 5 ປີ ແລະ ຕ່ຳກວ່າ ຢູ່ໃນ ລະດັບ 25% ແລະ ສູງກວ່ານັ້ນສ່ວນໃຫຍ່ຈະພົບເຫັນຢູໃນເຂດຊົນນະບົດດ້ອຍພັດທະນາ ແລະ ເຂດພູດອຍ, ໃນດ້ານກົງກັນຂ້າມ ອັດຕາສ່ວນຂອງບ້ານຕ່ຳກວ່າ 9% ທີ່ມີພົນລະເມືອງໃນເກນອາຍຸ 5 ປີ ແລະ ຕ່ຳກວ່າຈະ ພົບເຫັນຢູ່ໃນເຂດຕົວເມືອງທີ່ໄດ້ຮັບການພັດທະນາດີ ທີ່ມີການພັດທະນາເສດຖະກິດຢູ່ໃນລະດັບສູງ ແລະ ການບໍລິການດ້ານການສຶກສາ ແລະ ສາທາລະນະສຸກດີ. ຜູ້ອາໃສຢູ່ໃນເຂດຕົວເມືອງເລົ່ານີ້ສ່ວນຫຼາຍແມ່ນ ຜູ້ທີ່ໄດ້ຮັບການສຶກສາດີ, ມີຄວາມເຂົ້າໃຈການຄຸມກຳເນີດ ແລະ ມີພາຫານະດ້ານການເງິນເພື່ອປະຕິບັດການ ວາງແຜນຄອບຄົວທີ່ມີປະສິດທິຜົນດີ. ອີກປະການໜຶ່ງ ຜູ້ຢູ່ອາໃສໃນເຂດຊົນນະບົດພົບພໍ້ບັນຫາຄວາມຫຍຸ້ງ ຍາກດ້ານການສຶກສາ ແລະ ຂາດໂອກາດໃນການເຂົ້າເຖິງການບໍລິການດ້ານສາທາລະນະສຸກ. ປະຊາຊົນຜູ້ ໜຸ່ມນ້ອຍຫຼາຍຄົນບໍ່ຮູ້ຈັກວິທີການຄຸມກຳເນີດເພາະສະນັ້ນອັດຕາການເກີດໃນເຂດເລົ່ານີ້ຈຶ່ງຍັງມີສູງຫຼາຍ. ເຖິງຢ່າງໃດກໍ່ຕາມ, ເດັກນ້ອຍແຕ່ລະຄົນໃນເຂດເລົ່ານີ້ເປັນຕົວແທນໃຫ້ແກ່ແຫລ່ງກຳລັງຄົນໃນອະນາຄົດ ແລະ ເປັນຜູ້ທີ່ມີທ່າແຮງໃນການເບິ່ງແຍງຜູ້ເຖົ້າຜູ້ແກ່. ດັ່ງນັ້ນ, ການຈຳກັດຈຳນວນເດັກນ້ອຍກໍ່ບໍ່ແມ່ນເລື່ອງທີ່ປະຊາຊົນ ໃນເຂດນີ້ຈະມັກສະເໝີໄປ. ບາງເທື່ອການມີອັດຕາການເກີດສູງໃນເຂດດ້ອຍພັດທະນາເລົ່ານີ້ກໍ່ເປັນປັດໃຈໜຶ່ງທີ່ ຊ່ວຍໃນການດຸ່ນດ່ຽງກັບອັດຕາການຕາຍຂອງເດັກສູງໄດ້. ໂດຍທົ່ວໄປແລ້ວອັດຕາສ່ວນຂອງເດັກນ້ອຍໃນເກນອາຍຸ 5 ປີ ແລະ ຕ່ຳກວ່າມີສູງຢູ່ໃນເຂດພື້ນທີ່ໄປມາຫາ ສູ່ກັນຍາກ ແລະ ເຂດປະຊາຊົນມີລະດັບການສຶກສາຕ່ຳ ແລະ ມີໂອກາດຈຳກັດໃນການເຂົ້າເຖິງການບໍລິການ ດ້ານສຸຂະ ພາບ ແລະ ໂອກາດຈຳກັດໃນການວາງແຜນຄອບຄົວ. |