B.2 | ||||
ການກະຈາຍຂອງພົນລະເມືອງ | ||||
ຄວາມໜາແໜ້ນ ແລະ ການກະຈາຍຂອງພົນລະເມືອງແມ່ນມີການພົວພັນຢ່າງໃກ້ຊິດເຊິ່ງກັນ ແລະ ກັນ. ຄວາມໜາແໜ້ນເປັນຕົວອະທິບາຍບອກປະລິມານ ແລະ ການກະຈາຍຂອງພົນລະເມືອງຈະປະກອບໄປດ້ວຍ ປັດໃຈຫຼາຍຢ່າງແຕກຕ່າງກັນທາງດ້ານຄຸນນະພາບ ເຊັ່ນ ທີ່ຕັ້ງ (ຕົວເມືອງ, ຊົນນະບົດ), ເພດ, ອາຍຸ ຫຼື ລະດັບ ການສຶກສາ. ການກະຈາຍຂອງພົນລະເມືອງກຳນົດຈຳນວນປະຊາຊົນທີ່ອາໃສຢູ່ ໃນຫົວໜ່ວຍການປົກຄອງໃດນຶ່ງ ເຊັ່ນ ບ້ານ, ເມືອງ, ແຂວງ ຫຼື ແວດວົງສັງຄົມຕ່າງໆ. ແຜນທີ່ B.3 ແລະ B.4 ສະແດງໃຫ້ເຫັນການ ກະຈາຍຂອງ ພົນລະເມືອງອີງຕາມເກນອາຍຸ ແລະ ແຜນທີ່ B.6 ແລະ B.7 ສະແດງເຖີງການກະຈາຍຂອງ ພົນລະເມືອງ ອີງຕາມເພດ.
ແຜນທີ່ B.2 ແມ່ນແຜນທີ່ຕົວເລກສະແດງການກະຈາຍຂອງພົນລະເມືອງທີ່ມີນຶ່ງຈຸດ ທຽບເທົ່າກັບ 100 ຄົນ ອາໃສຢູ່ ໃນພື້ນທີ່ໝູ່ບ້ານນຶ່ງ. ເວລາເຮົາເບິ່ງທຳອິດ, ຈະສັງເກດເຫັນວ່າແຜນທີ່ B.2 ແລະ B.1 ສະແດງໃຫ້ເຫັນ ຮູບແບບການກະຈາຍຂອງພົນລະເມືອງໂດຍລວມທີ່ມີລັກສະນະຄ້າຍຄືກັນ. ໂດຍທົ່ວໄປແລ້ວພວກເຮົາຈະ ພົບເຫັນວ່າໃນເຂດອ້ອມແອ້ມ ແລະ ໃນນະຄອນຫລວງວຽງຈັນ, ລຽບຕາມເສັ້ນທາງ ຫລວງວຽງຈັນ-ສະຫວັນນະເຂດ-ປາກເຊ ແລະ ຢູ່ໃນເທດສະບານເມືອງທ່າແຂກ, ເມືອງສະຫວັນນະເຂດ, ເມືອງປາກເຊ ແລະ ເມືອງສາລະວັນໃນພາກໃຕ້ຂອງລາວຈະມີພົນລະເມືອງອາໃສຢູ່ໜາແໜ້ນຫຼາຍ. ໃນເຂດ ພາກເໜືອຂອງປະເທດ ການແຈກຢາຍຂອງພົນລະເມືອງສ່ວນໃຫຍ່ຈະລວມຕົວກັນຢູ່ໃນເຂດໃຕ້ຂອງແຂວງ ໄຊຍະບູລີ, ຫລວງພະບາງ ແລະ ບັນດາເທດສະບານແຂວງ ແລະ ເຂດທີ່ໃກ້ຄຽງກັບເສັ້ນທາງຫລວງ. ຮູບທີ 1 ສະແດງໃຫ້ເຫັນສາຍພົວພັນລະຫວ່າງອັດຕາສ່ວນພົນລະເມືອງທຽບກັບເນື້ອທີ່ດິນທີ່ປະຊາຊົນອາໃສຢູ່ ແລະ ຊີ້ໃຫ້ເຫັນວ່າພົນລະເມືອງລາວ 50% ຄອບຄອງທີ່ດິນປະມານ 80% ຂອງພື້ນທີ່ທັງໝົດ ແລະ ສ່ວນພົນລະ ເມືອງທີ່ເຫຼືອອີກ 50% ແມ່ນລວມຕົວກັນໃນເນື້ອທີ່ພຽງແຕ່ 20% ຂອງເນື້ອທີ່ທັງໝົດຂອງປະເທດ. ຮູບສະແດງທີ 1: ການແຈກຢາຍຂອງ ພົນລະເມືອງໃນ ສປປ ລາວ. ອັດຕາສ່ວນພົນລະເມືອງສູງສຸດແມ່ນອາໃສຢູ່ໃນນະຄອນຫລວງວຽງຈັນ ແລະ ຢູ່ໃນແຂວງສະຫວັນນະເຂດ ແລະ ຈຳປາສັກ ຕາມອັດຕາສ່ວນຄື 12%, 15%, ແລະ 11% ຕາມລຳດັບຂອງພົນລະເມືອງທັງໝົດ. ສະນັ້ນຈະເຫັນ ໄດ້ວ່າອັດຕາສ່ວນຂອງພົນລະເມືອງລາວຫຼາຍກວ່ານຶ່ງສ່ວນສາມຂອງພົນລະເມືອງທັງໝົດອາໃສຢູ່ໃນພື້ນທີ່ສາມ ແຫ່ງດັ່ງກ່າວມາເທິງນັ້ນ. ມີຫຼາຍເຫດຜົນທີ່ເຮັດໃຫ້ອັດຕາສ່ວນເລົ່ານີ້ມີຄວາມແໜ້ນໜາສູງກວ່າ ຕົວຢ່າງ ພື້ນທີ່ມີຄວາມເໝາະສົມແກ່ການກະສິກຳ, ພື້ນທີ່ໃກ້ຄຽງກັບປະເທດໄທທີ່ມີເງື່ອນໄຂ ແລະ ໂອກາດ ໃນການຄ້າຂາຍ, ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ມີຢູ່ໃນເຂດເສດຖະກິດຂອງແຂວງ ແລະ ບັນດາ ແຂວງໃກ້ຄຽງ. ສູນກາງການຄ້າ ແລະ ສະຖານທີ່ການຄ້າເລົ່ານີ້ເປັນປັດໃຈເອື້ອອຳນວຍ ໃຫ້ແກ່ການມີວຽກ ເຮັດງານທຳ ແລະ ໂອກາດໃນການທຳມາຫາລ້ຽງຊີບ. ນອກຈາກນະຄອນຫລວງວຽງຈັນ ແລ້ວ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ຊຶ່ງມີເຮືອບັກ ແລະ ຂົວຂ້າມນ້ຳ ແລະ ທັງເປັນຈຸດຜ່ານແດນສາກົນ ຜ່ານໄປຍັງປະເທດໄທ ແລະ ຫວຽດນາມແມ່ນອີກສອງແຂວງທີ່ເປັນສູນກາງເສດຖະກິດທີ່ສຳຄັນ. ຖະໜົນ ຫົນທາງ ແລະ ແມ່ນ້ຳ ກໍ່ເປັນປັດໃຈສຳຄັນໃນການເຊື່ອມຕໍ່ການຂົນສົ່ງ ພ້ອມກັບ ພື້ນທີ່ດິນມີຄວາມ ເໝາະສົມແກ່ການ ກະສິກຳກໍ່ເປັນປັດໃຈສະໜອງໂອກາດໃຫ້ແກ່ການທຳມາຫາກິນ.ຄຽງຄູ່ກັບສູນກາງສຳຄັນເຫຼົ່ານີ້ ພວກເຮົາກໍ່ຍັງພົບເຫັນອັດຕາສ່ວນຂອງພົນລະເມືອງຈຳນວນຫລວງຫລາຍທີ່ ອາໃສຢູ່ເລາະລຽບສາຍທາງຫລວງສຳຄັນ ແລະ ພູພຽງບໍລິເວນ. ສຳລັບພື້ນທີ່ໃດທີ່ຂາດສິ່ງເອື້ອອຳນວຍ ຫຼື ບໍ່ ເໝາະສົມແກ່ການກະສິກຳ ເຊັ່ນພື້ນທີ່ເຂດພູດອຍເນີນສູງ ຕົວຢ່າງ ເຂດພື້ນທີ່ໃກ້ຄຽງກັບຊາຍແດນ ຫວຽດ ນາມ ທາງພາກເໜືອ, ເຂດພາກກາງ ແລະ ພາກໃຕ້ຈະພົບເຫັນວ່າອັດຕາສ່ວນຂອງພົນລະເມືອງອາໃສຢູ່ໃນເຂດ ເຫຼົ່ານີ້ມີໜ້ອຍກວ່າ. ໂດຍລວມແລ້ວໃນເຂດພື້ນທີ່ໆ ມີສິ່ງອຳນວຍຄວາມສະດວກຫຼາຍ, ເຂດຕົວເມືອງໃຫຍ່ ແລະ ເລາະລຽບຕາມ ສາຍທາງຫລວງ ແລະ ຕາມແຄມແມ່ນ້ຳຂອງ ແລະ ສາຂາແມ່ນ້ຳຂອງຈະເຫັນວ່າອັດຕາການແຈກຢາຍຂອງ ພົນລະເມືອງມີຄວາມໜາແໜ້ນກວ່າ. ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກວ່າພົນລະເມືອງມີອັດຕາເພີ້ມຂຶ້ນຢູ່ ສະເໝີສະນັ້ນ ການວາງແຜນພັດທະນາໃນອະນາຄົດຈະຕ້ອງເຮັດຢ່າງລະມັດລະວັງ ແລະ ຈະຕ້ອງດຳເນີນ ການປ້ອງ ກັນຜົນກະທົບອັນບໍ່ດີທີ່ອາດມີຕາມມາຕໍ່ເສດຖະກິດ, ສັງຄົມ ຫຼື ສິ່ງແວດລ້ອມ. |