![]() |
B.1 | ||||||||||||||||||||
ຄວາມໜາແໜ້ນພົນລະເມືອງ | |||||||||||||||||||||
ຄວາມໜາແໜ້ນພົນລະເມືອງ, ໝາຍເຖິງຈຳນວນພົນລະເມືອງອາໃສຢູ່ໃນພື້ນທີ່ນຶ່ງກິໂລແມັດມົນທົນ, ແມ່ນໄດ້ຄິດໄລ່ເອົາຈຳນວນພົນລະເມືອງທັງໝົດອາໃສຢູ່ໃນພື້ນທີ່ໃດນຶ່ງສະເພາະມາຫານໃຫ້ໜ້າພຽງທັງໝົດຂອງພື້ນທີ່ນັ້ນໆ. ຄວາມໜາແໜ້ນສະແດງບອກທີ່ຢູ່ອາໄສຂອງປະຊາຊົນ, ມີຈັກຄົນຄອບຄອງພື້ນທີ່ໆ ໄດ້ອະນຸຍາດໃຫ້, ແລະ ໃນອະນາຄົດອາດມີຄວາມຕ້ອງການດ້ານການບໍລິການຕ່າງໆເປັນຕົ້ນວ່າການສຶກສາ, ສາທາລະນະສຸກ ຫຼື ການຂົນສົ່ງ. ຄຽງຄູ່ກັນນັ້ນ, ການປຽບທຽບກັບການສຳຫລວດໃນເມື່ອກ່ອນຍັງສະແດງໃຫ້ເຫັນການປ່ຽນແປງຕ່າງໆ, ການເຄື່ອນຍ້າຍຂອງປະຊາຊົນເຊັ່ນການຍົກຍ້າຍອອກໄປຫາວຽກເຮັດງານທຳ, ສາຍພົວພັນລະຫວ່າງການປັບປຸງພື້ນຖານໂຄງລ່າງ ແລະ ການສະໜອງຕອບຂອງພົນລະເມືອງ, ແລະ ຄວາມຕ້ອງການ ຫຼື ໂອກາດຕ່າງໆເພື່ອປັບປງຸມາດຖານການດຳລົງຊີວິດ.
ການປຽບທຽບຜົນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສໃນປີ 2005 ກັບຜົນສຳຫລວດໃນປີ 1995 ສະແດງໃຫ້ເຫັນວ່າຄວາມໜາແໜ້ນພົນລະເມືອງໃນລະດັບຊາດນັ້ນມີອັດຕາເພີ້ມຂຶ້ນເຖິງ 24 ຄົນ/ກລມ2 ແລະ ການເພີ້ມຂຶ້ນຂອງພົນລະເມືອງໂດຍລວມໃນຊ່ວງໄລຍະ 10 ແມ່ນມີນຶ່ງລ້ານຄົນ. ແຜນທີ່ B.1 ສະແດງໃຫ້ເຫັນວ່າປະເທດ ສປປ ລາວເປັນປະເທດທີ່ມີພົນລະເມືອງບໍ່ໜາແໜ້ນ ແລະ ຍັງ ສະແດງໃຫ້ເຫັນຄວາມໜາແໜ້ນພົນລະເມືອງໂດຍສະເລັ່ຍແມ່ນມີພຽງແຕ່ 24 ຄົນ/ກລມ2 ເທົ່ານັ້ນ. ເຖິງຢ່າງໃດກໍ່ຕາມ, ຂໍ້ມູນຄວາມໜາແໜ້ນຂອງປະຊາກອນຍັງມີລະດັບແຕກຕ່າງກັນໃນແຕ່ລະເຂດ; ບ່ອນທີ່ມີຄວາມໜາແໜ້ນສູງແມ່ນຢູ່ໃນຕົວເມືອງຄືຢູ່ລະຫວ່າງ 80 ແລະ ຫລາຍກວ່າ 150 ຄົນ/ກລມ2, ສຳລັບບ່ອນທີ່ມີຄວາມໜາແໜ້ນຕ່ຳຄືແຂວງພາກຕາເວັນອອກສ່ຽງເໜືອ, ພາກກາງ ແລະ ເກືອບທັງໝົດພາກເໜືອຂອງລາວມີຄວາມໜາແໜ້ນພົນລະເມືອງໜ້ອຍກວ່າ 10 ຫາຫລາຍກວ່າ 30 ຄົນ/ກລມ2. ຍົກເວັ້ນໃນເມືອງຫລວງ ແລະ ເທດສະບານແຂວງເທົ່ານັ້ນທີ່ພົບເຫັນວ່າມີພົນລະເມືອງໜາແໜ້ນແດ່ ແລະ ທີ່ເຫັນໄດ້ອີກຈຸດນຶ່ງກໍ່ແມ່ນຢູ່ລຽບຕາມແຄມເສັ້ນທາງຫລວງ. ຈາກຈຸດທີ່ວ່າພື້ນທີ່ຂອງປະທດລາວປະມານ 75% ເປັນພື້ນທີ່ເຂດພູດອຍ ແລະ ເຂົ້າໃຈວ່າຄວາມໜາແໜ້ນພົນລະເມືອງໃນພື້ນທີ່ທົ່ງພຽງແມ່ນມີສູງກວ່າໃນພື້ນທີ່ເຂດພູດອຍ. ເປັນທີ່ຈະແຈ້ງວ່າການພັດທະນາພື້ນຖານໂຄງລ່າງ, ເສັ້ນທາງຫລວງ, ຖະໜົນຫົນທາງທີ່ມີຄວາມສະດວກສະບາຍ, ຕະຫລາດ ແລະ ເຄື່ອງໃຊ້ສອຍແມ່ນປັດໃຈທີ່ ເອື້ອຳອຳນວຍໃຫ້ ເກີດມີການຍົກຍ້າຍຖິ່ນຖານ ແລະ ມີໂອກາດຫາວຽກເຮັດງານທຳທີ່ດີກວ່າ. ໃນເຂດພື້ນທີ່ເຫຼົ່ານີ້ຈະຕ້ອງ ເອົາໃຈໃສ່ຕໍ່ບັນຫາສັງຄົມເສດຖະກິດໃຫ້ຫລາຍ ແລະ ໃນຂະນະດຽວກັນນັ້ນກໍ່ຕ້ອງເອົາໃຈໃສ່ສົ່ງເສີມ ການພັດທະນາໃນເຂດຊົນນະບົດ ແລະ ຫ່າງໄກສອກຫລີກເພື່ອຫລຸດຜ່ອນອັດຕາ ການຍົກຍ້າຍຂອງ ພົນລະເມືອງເຂົ້າໄປສູ່ເຂດພັດທະນາທີ່ດີກວ່າ ແລະ ເພື່ອຫລີກລຽງຊ່ອງຫວ່າງ ຄວາມແຕກຕ່າງດ້ານ ເສດຖະກິດ ແລະ ສັງຄົມ. ບັນຫາຄວາມເຂົ້າໃຈຕໍ່ຄວາມໜາແໜ້ນຕ່ຳຂອງພົນລະເມືອງທີ່ມີຢູ່ໃນພື້ນທີ່ສ່ວນໃຫຍ່ຂອງປະເທດນັ້ນຖືເປັນບັນ ຫາສຳຄັນສຳລັບການກຳນົດແຜນຍຸດທະສາດເພື່ອກຳນົດທາງເລືອກສຳລັບການພັດທະນາ, ການສ້າງແຜນການກະເສດສຸມ, ການຈັດສັນທີ່ດິນໃນອະນາຄົດ ແລະ ອື່ນໆ. ຕາຕະລາງຂ້າງລູຸມນີ້ເປັນ ຕາຕະລາງ ສັງລວມໃຫ້ເຫັນ ຄວາມໜາແໜ້ນພົນລະເມືອງທຽບໃສ່ອັດຕາສ່ວນຮ້ອຍຂອງເນື້ອທີ່ຂອງ ປະເທດ:
ໃນສະພາບເງື່ອນໄຂຂອງພາກພື້ນນີ້ສາມາດເວົ້າໄດ້ວ່າ ສປປ ລາວ ເປັນປະເທດທີ່ມີພື້ນທີ່ຫວ່າງເປົ່າ. ຫວຽດນາມປະເທດເພື່ອນບ້ານຂອງລາວມີຄວາມໜາແໜ້ນສະເລັ່ຍຂອງພົນລະເມືອງເທົ່າກັບ 232 ຄົນ/ກລມ2 ຖືວ່າເປັນປະເທດທີ່ມີຊັບພະຍາກອນ ແລະ ທີ່ດິນບໍ່ພຽງພໍ, ໃນຂະນະທີປະເທດໄທນັ້ນແມ່ນ ມີຄວາມໜາແໜ້ນພົນລະເມືອງເທົ່າກັບ 127 ຄົນ/ກລມ2 ກຳລັງຊອກຫາພື້ນທີ່ເພື່ອການປູກຜັງ, ວັດຖຸດິບ ເຊັ່ນໄມ້, ຕະຫລາດ ແລະ ທ່າແຮງໃນການຜະຫລິດພະລັງງານສຳລັບຜະຫລິດພັນ ຂອງຕົນຢູ່. ທາງພາກ ເໜືອຂອງລາວ, ແຂວງຢຸນນານຂອງຈີນມີພົນລະເມືອງໜາແໜ້ນ ຫຼາຍກວ່າ 4 ເທົ່າຂອງລາວມີຄວາມ ຕ້ອງການທີ່ຈະຂາຍຜະຫລິດຕະພັນ ຂອງຕົນໃນປະເທດໃນເຂດແມ່ນ້ຳຂອງເພາະວ່າຕະຫລາດພາຍໃນ ຈີນເອງນັ້ນຢູ່ໄກຈາກແຂວງຢຸນນານຫຼາຍ. ໂດຍລວມແລ້ວສະພາບທີ່ເປັນປະເທດບໍ່ມີທາງອອກສູ່ທະເລ ແລະ ຄວາມສົນໃຈຂອງປະເທດອ້ອມຂ້າງທີ່ມີຕໍ່ລາວ ເຮັດໃຫ້ຄວາມໜາແໜ້ນຕ່ຳຂອງພົນລະເມືອງຂອງ ປະເທດລາວກາຍເປັນຊັບສົມບັດ ແລະ ສິ່ງທ້າທາຍສຳຄັນສຳລັບການພັດທະນາໃນອະນາຄົດ. |