![]() |
B.10 | |||
ຫົວໜ້າຄົວເຮືອນເພດຍິງ |
||||
ຄົວເຮືອນທີ່ມີເພດຍິງເປັນຫົວໜ້າແມ່ນຄົວເຮືອນທີ່ມີຜູ້ຍິງເປັນຜູ້ນຳພາ ແລະ ບົດບາດອັນນີ້ແມ່ນສະມາຊິກທຸກ ຄົນທີ່ໄດ້ອາໄສຢູ່ໃນຄົວເຮືອນເຫັນດີຮັບເອົາ. ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສປີ 2005 ສະແດງ ໃຫ້ເຫັນວ່າຄົວເຮືອນທີ່ແມ່ນຜູ້ຍິງເປັນຜູ້ນຳພາມີຢູ່ 10.1% ຂອງຈຳນວນຄົວເຮືອນທັງໝົດໃນທົ່ວປະເທດ. ຄວາມຈິງອັນນີ້ແມ່ນສະທ້ອນໃຫ້ເຫັນຢູ່ໃນສີຂຽວອ່ອນໄປຫາສີຂຽວທີ່ພົ້ນເດັ່ນໃນແຜນທີ່ສະບັບນີ້. ອັດຕາສ່ວນຂອງຄົວເຮືອນທີ່ແມ່ນຜູ້ຍິງນຳພາມີລະດັບຕັ້ງແຕ່ຕ່ຳກວ່າ 3% ຂຶ້ນໄປເຖິງຫຼາຍກວ່າ 18%. ແຜນທີ່ສະບັບນີ້ສະແດງໃຫ້ເຫັນການແຈກຢາຍຄົວເຮືອນທີ່ນຳພາດ້ວຍຜູ້ຍິງຕາມທີ່ຕ່າງໆ ໃນອັດຕາສ່ວນສູງ (ສູງກວ່າ 18%) ແລະ ຄົວເຮືອນນຳພາໂດຍຜູ້ຍິງທີ່ມີອັດຕາສ່ວນສູງເລົ່ານີ້ແມ່ນມີຢູ່ໃນແຂວງລຽບຕາມແຄມແມ່ນ້ຳຂອງໂດຍສະເພາະກໍ່ແມ່ນຢູ່ໃນແຂວງພາກກາງ ແລະ ພາກໃຕ້ຂອງປະເທດ. ພ້ອມກັນນັ້ນອັດຕາສະເລັ່ຍ ຄົວເຮືອນທີ່ນຳພາໂດຍຜູ້ຍິງທີ່ກ່າວມາຂ້າງເທິງນັ້ນຍັງພົບເຫັນຢູ່ໃນນະຄອນຫລວງວຽງຈັນ, ແລະ ໃນແຂວງ ຄຳມ່ວນ ແລະ ສະຫວັນນະເຂດ. ອັດຕາສ່ວນທີ່ຕ່ຳກວ່າ 3% ສ່ວນໃຫຍ່ແມ່ນພົບເຫັນຢູ່ໃນແຂວງພາກເໜືອ ຄືແຂວງອຸດົມໄຊ, ຫົວພັນ, ວຽງຈັນ ແລະ ບໍລິຄຳໄຊ. ໃນສະພາບເງື່ອນໄຂທົ່ວໄປແລ້ວ, ຄົວເຮືອນທີ່ນຳພາ ໂດຍຜູ້ຍິງແມ່ນພົບເຫັນ ຢູ່ໃນພາກໃຕ້ຫຼາຍກວ່າພາກເໜືອ, ບາງທີຍ້ອນວ່າໃນເຂດພາກໃຕ້ອາດແມ່ນ ອັດຕາສ່ວນການປະຮ້າງ ແລະ ແຍກກັນຢູ່ມີສູງ ຫຼື ຫຼາຍຄົວເຮືອນກໍ່ມີຜົວໄປຊອກວຽກເຮັດງານທຳຢູ່ ປະເທດໄທ. ເພາະສະນັ້ນ, ຄວນຈະນຳ ເອົາແຜນທີ່ນີ້ໄປສຶກສາເບິ່ງດ້ານອັດຕາສ່ວນທາງເພດ (ແຜນທີ່ B.6), ສະຖານະພາບການແຕ່ງງານ (ແຜນທີ່ B.8) ແລະ ຄວນສຶກສາເບິ່ງເລື່ອງການເຄື່ອນຍ້າຍນຳ (ພາກ C). ເຖິງແມ່ນວ່າອັດຕາສ່ວນຂອງຄົວເຮືອນທີ່ນຳພາໂດຍຜູ້ຍິງໄດ້ນຳມາໃຊ້ເປັນເຄື່ອງມືວັດແທກຄວາມຄືບໜ້າທາງດ້ານຄວາມສະເໝີພາບບົດບາດຍິງ-ຊາຍກໍ່ຕາມ, ແຕ່ບັນຫານີ້ຄວນຈະນຳໄປໃຊ້ໃນ ສປປ ລາວດ້ວຍຄວາມ ລະມັດລະວັງ. ການທີ່ຜູ້ຍິງຖືເອົາບົດບາດການນຳພາເປັນຫົວໜ້າຄົວເຮືອນນັ້ນຈະເຫັນພົ້ນເດັ່ນຫຼາຍຈາກບັນຫາ ຜົນຂອງການຢ່າຮ້າງກັບຜົວ, ການເສັຍຊີວິດ ຫຼື ການເຄື່ອນຍ້າຍຂອງຜູ້ເປັນຜົວ. ການຂາດການຄ້ຳຊູຈາກຜົວ ຫຼື ພໍ່ເປັນບັນຫາເພີ້ມຄວາມກົດດັນຕື່ມໃຫ້ແກ່ເພດຍິງ. ຄອບຄົວຄືແນວນັ້ນສ່ວນໃຫຍ່ມັກຈະມີຜົນກະທົບຈາກ ຄວາມບົກພ່ອງ ຫຼື ບັນຫາທາງດ້ານເສດຖະກິດ ແລະ ສັງຄົມຫຼາຍ ກວ່າ ແລະ ມີຄວາມຕ້ອງການການຊ່ວຍເຫຼືອ ຍູ້ໜຸນໃນວຽກງານໜັກຈາກເພື່ອນບ້ານ. ສຳລັບການສຶກສາ ແລະ ຄວາມຈຳເປັນອື່ນໆເຊັ່ນວ່າອາຫານ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆນັ້ນຄອບຄົວທີ່ນຳພາໂດຍຜູ້ຍິງຈະພົບພໍ້ສະພາບຄວາມຫຍຸ້ງຍາກດ້ານການເງິນຫຼາຍ. ສັງຄົມຂາດການຮັບຮູ້ເຊື່ອໝັ້ນຕໍ່ການປະຕິບັດການຄຸ້ມຄອງຄອບຄົວຂອງຜູ້ຍິງໂສດ ແລະ ໂອກາດໃນການທີ່ຈະຊອກຫາຜູ້ມາຊ່ວຍທຳມາຫາກິນນັ້ນເກືອບວ່າບໍ່ມີເລີຍ. ເພາະສະນັ້ນ, ເພື່ອເປັນການຄ້ຳປະກັນດ້ານເສດຖະກິດຄອບຄົວໃຫ້ມີຢູ່ມີກິນພຽງພໍຄົວເຮືອນທີ່ແມ່ນຜູ້ຍິງນຳພານັ້ນຈຶ່ງມີຄວາມຕ້ອງການໆຊ່ວຍເຫຼືອອູ້ມຊູຈາກສາທາ ລະນະຊົນກໍ່ຄືຈາກສັງຄົມນັ້ນເອງ. ໂດຍລວມແລ້ວ ຈະເຫັນໄດ້ວ່າອັດຕາສ່ວນຄົວເຮືອນທີ່ແມ່ນຜູ້ຍິງນຳພາໃນຂອບເຂດທົ່ວປະເທດ ແລະ ໃນຊົນນະບົດນັ້ນແມ່ນມີຕ່ຳຫຼາຍ. ສາມາດເຫັນໄດ້ວ່າບົດບາດຂອງເພດຍິງໃນສັງຄົມນັ້ນຈະຕ້ອງໄດ້ຮັບການສົ່ງເສີມໃຫ້ຫຼາຍຕື່ມ ແລະ ຜູ້ຍິງກໍ່ຄວນຍຶດເອົາບົດບາດການນຳພາໃນຕຳແໜ່ງທີ່ມີຄວາມຮັບຜິດຊອບ ແລະ ຕັດສິນໃຈເພື່ອສົ່ງເສີມໃຫ້ມີຄວາມສະເໝີພາບໃນສັງຄົມ. |
||||