A.8 | ||||
ເມືອງທີ່ຈັດຢູ່ໃນລະດັບຄວາມທຸກ |
||||
ຍຸດທະສາດການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ (NGPES) ມັນແມ່ນໃຈກາງ ຂອງແຜນພັດທະນາ ແຫ່ງຊາດ ແລະ ຍຸດທະສາດນີ້ໄດ້ຂັດຈ້ອນເອົາເນື້ອໃນສຳຄັນຂອງ ຍຸດທະວິທີ ຂອງ ສປປ ລາວ ເພື່ອ ບັນລຸຈຸດໝາຍທີ່ຕັ້ງໄວ້ໃນປີ 1996 ພາຍໃນເວລາກອງປະຊຸມພັກຄັ້ງທີ 6 ແລະ ເພື່ອຫລຸດພົ້ນອອກຈາກກຸ່ມປະເທດດ້ອຍພັດທະນາ (LDCs) ພາຍໃນປີ 2020. ໃນແຜນຍຸດທະສາດນີ້, ເພິ່ນໄດ້ກຳນົດ ເມືອງບູລິມະສິດຕົ້ນຕໍເພື່ອຫລຸດຜ່ອນຄວາມທຸກຍາກ ແລະ ເອົາໃຈໃສ່ຕໍ່ການ ພັດທະນາ. ເມືອງບູລິມະສິດເຫຼົ່ານີ້ໄດ້ສະແດງໃຫ້ເຫັນຢູ່ໃນແຜນທີ່ A.8. ໃນເວລານັ້ນ, ຂໍ້ມູນທີ່ສອດ ຄ່ອງ ແລະ ເປັນ ໜ້າເຊື່ອຖືໄດ້ດີທີ່ສຸດສຳລັບການຕິດຕາມການເຄື່ອນໄຫວຄວາມທຸກຍາກແມ່ນມີ ຢູ່ໃນລະດັບເມືອງສະນັ້ນຈຶ່ງໄດ້ກຳນົດບູລິມະສິດໃຫ້ແຕ່ລະ່ລະດັບນັ້ນ. ນອກເໜືອໄປກວ່ານີ້, ຂອດການ ປະສານງານ, ການປຶກສາ ຫາລື ແລະ ການມີສ່ວນຮ່ວມກໍ່ສາມາດບັນລຸໄດ້ໃນລະດັບເມືອງ.
ຄຳສັ່ງແນະນຳຂອງນາຍົກລັດຖະມົນຕີສະບັບເລກທີ 010/ນຍ ທີ່ລະບຸໃຫ້ເຫັນໃນຄຳນິຍາມຂອງເສັ້ນຂີດຄວາມທຸກຍາກລວມເງື່ອນໄຂວັດແທກຄວາມທຸກຍາກເຮັດໃຫ້ອຳນາດການປົກຄອງທ້ອງຖິ່ນສາ ມາດກຳນົດ ແລະ ກວດກາຄວາມທຸກຍາກໃນລະດັບເມືອງ ລວມທັງລະດັບຄົວເຮືອນໄດ້. ‘ເມືອງ ທຸກຍາກ’ ແມ່ນເມືອງທີ່ມີບ້ານທຸກຍາກເກີນກວ່າ 51%. ນອກນັ້ນຍັງມີເງື່ອນໄຂເພີ້ມເຕີມທີ່ລວມເອົາ ເມືອງທີ່ມີບ້ານບໍ່ມີໂຮງຮຽນເກີນກວ່າ 40% ຫຼື ມີໂຮງຮຽນໜຶ່ງຢູ່ໃກ້ຄຽງ, ຫຼື ບໍ່ມີສຸກສາ ລາ ຫຼື ຮ້ານ ຂາຍຢາ, ຫຼື ຖ້າວ່າມີບ້ານເກີນກວ່າ 60% ບໍ່ມີຖະໜົນເຂົ້າເຖິງ ຫຼື ບໍ່ມີການເຂົ້າເຖິງຂອງນ້ຳສະອາດ. ບົນພື້ນຖານເງື່ອນໄຂເຫຼົ່ານີ້, 72 ໃນ 141 ເມືອງໄດ້ຮັບການກຳນົດໃຫ້ເປັນເມືອງທຸກຍາກ ຊຶ່ງໃນນັ້ນ 40 ແຫ່ງໄດ້ກຳນົດເປັນເມືອງທຸກຍາກທີ່ສຸດ. ດ້ວຍເຫດຜົນຂອງຄວາມສະເໝີພາບແຫ່ງຊາດ, ເພິ່ນ ໄດ້ກຳນົດເພີ້ມອີກ 7 ເມືອງຈາກຈຳນວນ 32 ເມືອງທີ່ເຫລືອ ມາເປັນເມືອງທຸກຍາກ. ອີງຕາມການຄິດ ໄລ່ຈຳນວນຄົວເຮືອນທຸກຍາກເມືອງເຫຼົ່ານີ້ມີສະພາບຄວາມທຸກຍາກເຖິງ 70% ຖືວ່າສູງທີ່ສຸດ. ສະພາບຄວາມທຸກຍາກໃນເມືອງຈຳນວນທີ່ເຫລືອແມ່ນມີ 35%. ສະພາບຄວາມທຸກຍາກສະເລ່ຍ ຂອງທັງໝົດ 52 ເມືອງແມ່ນມີ 55% ຊຶ່ງຖືວ່າສູງກວ່າສະພາບຄວາມທຸກຍາກໃນເມືອງທີ່ເຫລືອ “ເມືອງບໍ່ທຸກຍາກ” ທີ່ມີສະພາບຄວາມທຸກຍາກແຕ່ 23%. ແຜນທີ່ສະແດງໃຫ້ເຫັນເມືອງທີ່ບໍ່ທຸກຍາກດ້ວຍສີຂາວ, ເມືອງທີ່ທຸກຍາກເປັນສີເຫລືອງ ແລະ ເມືອງທີ່ຈັດ ບູລິມະສິດຢູ່ໃນຄວາມທຸກຍາກຫຼາຍໝາຍດ້ວຍສີແດງ. ດັ່ງທີ່ໄດ້ສະແດງໃນແຜນທີ່ນີ້, ເມືອງທຸກ ຍາກທີ່ສຸດໄດ້ຈັດເປັນກຸ່ມມີໃນພາກຕາເວັນຕົກສ່ຽງເໜືອຂອງປະເທດຄືຢູ່ໃນແຂວງ ຫລວງນ້ຳທາ, ບໍ່ແກ້ວ ແລະ ອຸດົມໄຊ ແລະ ພາກສ່ວນໜຶ່ງຂອງແຂວງຜົ້ງສາລີ. ນັບຈາກແຂວງ ຫົວພັນລົງໄປເມືອງເຫຼົ່ານີ້ຕັ້ງຢູ່ຕາມແນວຊາຍແດນຫວຽດນາມ ແລະ ໃນແຖບພູຫລວງ (ສາຍພູອານາມ) ລົງໄປເຖິງພາກຕາເວັນອອກສ່ຽງໃຕ້-ເຂດປາຍສຸດຂອງ ສປປ ລາວ. ໃນດ້ານພູມສັນຖານ ປະເທດເມືອງທຸກຍາກທີ່ສຸດໝາຍດ້ວຍສີແດງສ່ວນໃຫຍ່ແລ້ວຈະເຫັນ ຢູ່ໃນເຂດພື້ນທີ່ພູດອຍ ເນີນສູງບ່ອນທີ່ມີຄວາມຫຍຸ້ງຍາກໃນເກນປົກກະຕິໃນດ້ານຄວາມ ສາມາດ ເຂົ້າເຖິງ. ສິ່ງທີ່ໜ້າສົນໃຈກໍ່ຄືເມືອງບູລິມະສິດທຸກຍາກຈຳນວນໜ້ອຍໜຶ່ງສາມາດພົບເຫັນຢູ່ຕາມ ແນວຊາຍແດນຕິດກັບປະເທດໄທ. ເມືອງທີ່ບໍ່ທຸກຍາກສ່ວນໃຫຍ່ແມ່ນຕັ້ງຢູ່ລຽບຝັງແມ່ນ້ຳຂອງ ຕາມແນວຊາຍແດນ ລາວ-ໄທ ແລະ ຕາມເສັ້ນທາງສາຍສຳຄັນຈາກພາກເໜືອຫາພາກກາງຂອງ ສປປ ລາວ. ເຖິງວ່າແຜນທີ່ສະບັບນີ້ສະແດງໃຫ້ເຫັນພາບລວມບໍ່ລະອຽດຂອງຄວາມທຸກຍາກ ແລະ ຄວາມເປັນຢູ່ໃນ ສປປ ລາວ ກໍ່ຕາມແຕ່ມັນກໍ່ມີຄວາມສຳຄັນຫຼາຍ. ມັນສະແດງໃຫ້ເຫັນນິຕິດ້ານຕ່າງໆ ຂອງແຜນ ຍຸດທະສາດ ແລະ ຊີ້ແນະແນວທາງ ແລະ ຈະສືບຕໍ່ຊີ້ແນະການຊ່ວຍເຫລືອໃນການພັດທະນາໄດ້ໃນ ຈຳນວນມະຫາສານ. ເພາະສະນັ້ນມັນມີປະໂຫຍດຢ່າງຍິ່ງໃນການເຊື່ອມໂຍງແຜນທີ່ສະບັບນີ້ເຂົ້າກັບ ຕົວຊີ້ບອກເສດຖະກິດສັງຄົມທີ່ຫາກໍ່ໄດ້ແຍກແຍະລະອຽດຜ່ານມາຕາມທີ່ໄດ້ສະແດງໃຫ້ເຫັນໃນປື້ມ ແຜນທີ່ຊຸດນີ້ໂດຍສະເພາະຢ່າງຍິ່ງກໍ່ແມ່ນຕົວຊີ້ບອກໃນພາກທີ I ທີ່ພົວພັນເຖິງຄວາມທຸກຍາກ.
|