A.7 | ||||
ສະພາບລວມຂອງບ້ານ | ||||
ໃນລະຫວ່າງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສໃນປີ 2005, ເພີ່ນໄດ້ນຳໃຊ້ອຸປະກອນ GPS ເຂົ້າໃນການບັນທຶກທີ່ຕັ້ງຂອງບ້ານເປັນຄັ້ງທຳອິດ. ສິ່ງອ້າງອີງໄລຍະການແຈກຢາຍຂອງສະຖິຕິຂັ້ນບ້ານ ນີ້ມັນແມ່ນເງື່ອນໄຂຈຳເປັນຕ້ອງມີກ່ອນ ແລະ ມີຄວາມສຳຄັນສຳລັບການສ້າງປື້ມແຜນທີ່ເສດຖະກິດ ສັງຄົມໃນປະຈຸບັນໂດຍແນໃສ່ເພື່ອສະເໜີຕາຕະລາງຂໍ້ມູນເສດຖະກິດສັງຄົມທີ່ແຍກແຍະ ໃຫ້ເຫັນ ດ້ານຕ່າງໆ ໃນລະດັບສູງເທົ່າທີ່ສາມາດເປັນໄປໄດ້. ສິ່ງທ້າທາຍສອງຢ່າງທີ່ຕ້ອງແກ້ໄຂເພື່ອ ສ້າງແຜນທີ່ choropleth ໃນລະດັບບ້ານໃຫ້ແກ່ ສປປ ລາວ: ແຜນທີ່ທີໜຶ່ງພົວພັນເຖິງທີ່ຕັ້ງບ້ານ ໃນຂະນະທີ່ແຜນທີ່ ສະບັບທີສອງແມ່ນພົວພັນເຖີງຄຳຖາມ ກ່ຽວກັບການວາດເສັ້ນເຊື່ອມຕໍ່ເພື່ອໃຫ້ ສາມາດວາດພາບໃຫ້ ເຫັນຄຸນລັກສະນະຂອງບ້ານໃນປື້ມແຜນທີ່ໂດຍນຳໃຊ້ສີຕ່າງກັນ.
ໃນລະຫວ່າງການສຳຫລວດພົນລະເມືອງໃນປີ 2005, ສູນສະຖິຕິແຫ່ງຊາດ ຂອງ ສປປ ລາວ ໄດ້ເກັບກຳຂໍ້ມູນບ້ານຈຳນວນ 10,547 ແຫ່ງໃນທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ມີຫຼາຍບ້ານໄດ້ຮັບ ການຈັດສັນທີ່ຕັ້ງຄືນໃໝ່ໂດຍເຫດຜົນໃນໂຕຂອງມັນເອງ ຫຼື ອີງຕາມນະໂຍບາຍຂອງລັດຖະບານ ຫຼື ໂອກາດການພັດທະນາໃໝ່. ຕໍ່ກັບສະພາບການປ່ຽນແປງອັນໄວວາມັນຢັ້ງຢືນໃຫ້ເຫັນຄວາມຫຍຸ້ງຍາກ ໃນການພິສູດຄຸນນະພາບຂອງຊຸດຂໍ້ມູນບ້ານທີ່ໄດ້ບັນທຶກມານັ້ນ. ດັ່ງນັ້ນສູນສະຖິຕິແຫ່ງຊາດ ຈຶ່ງປຽບທຽບທີ່ຕັ້ງບ້ານກັບຊຸດຂໍ້ມູນບ້ານທີ່ສະໜອງໃຫ້ໂດຍກົມພູມສາດແຫ່ງຊາດ (NGD) ເທົ່ານັ້ນ. ການປຽບທຽບກັບຂໍ້ມູນເກົ່າກວ່າເຫຼົ່ານີ້ເຮັດໃຫ້ມີຄວາມເປັນໄປໄດ້ໃນການປະ ເມີນເຂດທີ່ມີຄວາມ ຄ້າຍຄືກັນສູງຊຶ່ງຄາດວ່າຈະໄດ້ຂໍ້ມູນທີ່ໜ້າເຊື່ອຖືໄດ້ເຊັ່ນດຽວກັບເຂດທີ່ມີີການແພ່ກະຈາຍອອກຫຼາຍ ແລະ ຂໍ້ມູນນັ້ນຈະຕ້ອງໄດ້ຮັບການຈັດລຽງຢ່າງລະມັດລະວັງ. ຈຳນວນບ້ານທັງໝົດ 1,918 ແຫ່ງທີ່ໄດ້ ບັນທຶກ ໃນປີ 2005 ນັ້ນແມ່ນບໍ່ໄດ້ລົງບັນທຶກໄວ້ໃນແຜນທີ່ NGD ເກົ່າໃນຂະນະທີ່ດ້ານໜື່ງອີກນັ້ນ ບ້ານຈຳນວນ 2,112 ແຫ່ງໃນຊຸດຂໍ້ມູນ NGD ພັດບໍ່ໄດ້ປະກົດມີຢູ່ໃນຂໍ້ມູນ ຂອງສູນສະຖິຕິແຫ່ງຊາດ. ໂດຍນຳໃຊ້ພາຍຖ່າຍຈາກດາວທຽມທີ່ມີການແຍກແຍະຈຸດ ເສັ້ນໃຫ້ເຫັນລະອຽດນັ້ນມັນ ສາມາດ ສະຫລຸບໄດ້ວ່າຊຸດຂໍ້ມູນທີ່ໃໝ່ກວ່າໂດຍທົ່ວໄປມີຄວາມຊັດເຈນ ຫຼາຍກວ່າ. ໃນປີ 2008 ຂໍ້ມູນໃນລະດັບບ້ານແມ່ນໄດ້ມາຈາກກົມສະຖິຕິ ແລະ NGD ຊຶ່ງມີຄວາມສອດຄ່ອງກັນດີ ແລະ ການປະກາດສ້າງທີ່ຕັ້ງຂອງບ້ານໃໝ່ຈະໄດ້ຮັບການຈັດຂື້ນໃນເວລາອັນໄກ້ນີ້. ສິ່ງທ້າທາຍທີສອງແມ່ນກ່ຽວພັນເຖິງການກຳນົດເຂດໄລຍະແຈກຢາຍຂອງແຕ່ລະບ້ານຍ້ອນວ່າບໍ່ມີເຂດເຊື່ອມຕໍ່ບ້ານແບບເປັນທາງການ ສຳລັບ ສປປ ລາວ. ການຄາດຄະເນເສັ້ນເຊື່ອມຕໍ່ບ້ານໂດຍຈັດເອົາ ເຄິ່ງໜຶ່ງ ຂອງໄລຍະທາງລະຫວ່າງຈຸດສອງບ້ານເຖີງແມນວ່າບໍ່ໜ້າເພີ່ງພໍໃຈ. ໃນເມືອ ບ້ານຢູ່ເຂດພື້ນທີ່ພູດອຍຫລຸບໂນນອາດຈະຢູ່ໃກ້ກັນໃນແຜນທີ່ ແຕ່ທາງດ້ານເວລາເດີນທາງແລ້ວແມ່ນ ຫ່າງໄກກັນຫຼາຍ ຈຶ່ງໄດ້ລົງຄວາມເຫັນວ່າ ເວລາເດີນທາງຈະ ແມ່ນວິທີການວັດແທກທີ່ດີກວ່າ. ໂດຍການ ນຳໃຊ້ຮູບແບບຄວາມສາມາດເຂົ້າເຖິງຕາມທີ່ໄດ້ ສະເໜີໃນ ແຜນທີ່ A.5 ແລະ A.6, ໄດ້ຄຳນວນ ເສັ້ນແບ່ງຊີ້ບອກເຄິ່ງໜຶ່ງຂອງເວລາເດີນທາງ ລະຫວ່າງສອງ ບ້ານ. ໂດຍເຫດນັ້ນຈຶ່ງໄດ້ມີການກຳນົດຂອບເຂດພື້ນທີ່ບ້ານອັນທີ່ເອີ້ນວ່າຮູບຫຼາຍດ້ານຂອງບ້ານ ທີ່ແທນໃຫ້ບໍລິເວນເຂດພື້ນທີ່ຕາມແງ່ຂອງເວລາ ເດີນທາງໄປຫາບ້ານໃກ້ທີ່ສຸດ. ການພິສູດກັບກຸ່ມຕົວຢ່າງບ້ານທີ່ມີເສັ້ນຊາຍແດນສະແດງໃຫ້ເຫັນວ່າ ການຄາດຄະເນເຫຼົ່ານີ້ມີຄວາມຖືກຕ້ອງ ຢ່າງໜ້າປະຫລາດໃຈ. ສັງລວມແລ້ວແຜນທີ່ນີ້ວາດໃຫ້ເຫັນຮູບຫຼາຍດ້ານຂອງບ້ານທີ່ສະແດງບອກໄລຍະການແຈກຢາຍ ຫົວໜ່ວຍຕ່າງໆ ຊຶ່ງໃນຫົວໜ່ວຍນັ້ນປື້ມແຜນທີ່ຊຸດນີ້ສະແດງໃຫ້ເຫັນຕົວຊີ້ບອກການສຳຫລວດ ພົນລະເມືອງ. ແຜນທີ່ນີ້ຊ່ວຍໃນການສັງເກດການກ່ຽວກັບຄວາມແຕກຕ່າງດ້ານເສດຖະກິດສັງຄົມ ແລະ ຮູບແບບໄລຍະຄວາມແຕກຕ່າງອັນລະອຽດຂອງມັນໃນລະດັບບ້ານເປັນເທື່ອທຳອິດ. ຈາກບັນຫາ ທີ່ກ່ຽວພັນເຖິງທີ່ຕັ້ງບ້ານຕາມທີ່ອະທິບາຍມາແລ້ວນັ້ນ ແລະ ຕາມຄວາມເປັນຈິງທີ່ວ່າຮູບຫຼາຍດ້ານຂອງ ບ້ານບໍ່ແມ່ນບັນຫາທາງການເມືອງ ຫຼື ເຂດການປົກຄອງແຕ່ມັນແມ່ນການຄາດຄະເນທີ່ອີງໃສ່ເວລາ ເດີນທາງຫຼາຍກວ່າ. ສະນັ້ນສະໝຸດແຜນທີ່ຊຸດນີ້ບໍ່ວ່າຈະດ້ວຍວິທີໃດກໍ່ດີ ແມ່ນບໍ່ມີຈຸດປະສົງນຳໃຊ້ເປັນ ເຄື່ອງມືວາງແຜນໃນລະດັບບ້ານແບບໂດດດ່ຽວແຕ່ຢ່າງໃດ.
|