A.6 | ||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||
ຄວາມສາມາດເຂົ້າເຖິງເມືອງ |
||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||
ແຜນທີ່ກ່ຽວກັບຄວາມສາມາດເຂົ້າເຖິງເມືອງສະແດງໃຫ້ເຫັນພາບເວລາເດີນທາງຈາກແຕ່ລະຈຸດໃດໜຶ່ງ ໃນທົ່ວປະເທດເພື່ອຈະໄປມາ ແລະ ຈາກເທດສະບານເມືອງໃດໜຶ່ງໃນຈຳນວນ 139 ເມືອງທີ່ ມີໃນປີ 2007. ການສະແດງຄວາມສາມາດເຂົ້າເຖິງນີ້ແມ່ນອີງໃສ່ຮູບແບບລາຄາ ຕໍ່ໄລຍະທາງທີ່ຄາດຄະເນ ເວລາເດີນທາງ ດ້ວຍພາຫານະຂົນສົ່ງທີ່ດີທີ່ສຸດເທົ່າທີ່ມີຢູ່. ລາຍລະອຽດດ້ານເຕັກນິກຂອງຮູບແບບນີ້ ໄດ້ອະທິບາຍໄວ້ໃນແຜນທີ່ A.5 ແລະ ໄດ້ນຳໄປໃຊ້ໃນແຜນທີ່ສະບັບອື່ນໆ ໃນປື້ມແຜນທີ່
ເຖິງແມ່ນວ່າ 50% ຂອງພື້ນທີ່ຂອງປະເທດຕັ້ງຢູ່ໃນໄລຍະທາງທີ່ໃຊ້ເວລາເດີນທາງໄປ ແລະ ມາຈາກເທດ ສະບານເມືອງໃກ້ສຸດບໍ່ເກີນສາມຊົ່ວໂມງກໍ່ຕາມແຕ່ກໍ່ເປັນໜ້າຕື່ນຕົກໃຈຢູ່ບ່ອນວ່າ ພົນລະເມືອງອາໃສ ໃນ ພື້ນທີ່ເຫຼົ່ານີ້ມີຕ່ຳກວ່າ 10%. ໃນດ້ານໜຶ່ງອີກກໍ່ແມ່ນພົນລະເມືອງສ່ວນຫຼາຍ (90%) ອາໃສຢູ່ໃນ ເຂດພື້ນທີ່ໆ ມີໄລຍະທາງເພື່ອເດີນທາງໄປເຖິງ ແລະ ມາຈາກເທດສະບານເມືອງພາຍໃນສາມຊົ່ວໂມງ ຊຶ່ງກໍ່ຕົງກັບເວລາເດີນທາງໄປກັບປະມານໜຶ່ງວັນ. ເວລາເດີນທາງນີ້ບໍ່ພຽງແຕ່ໃຊ້ສະເພາະປະຊາຊົນ ເດີນທາງມາຫາຕົວເມືອງເທົ່ານັ້ນແຕ່ຍັງລວມທັງຜູ້ສະໜອງການບໍລິການ ຫຼື ຊາວຄ້າຂາຍທີ່ເດີນທາງ ຈາກເມືອງໄປຫາພື້ນທີ່ດັ່ງກ່າວ. ໃນການຖົກຖຽງກັນໃນປະຈຸບັນກ່ຽວກັບການສ້າງເສັ້ນທາງເພີ້ມຕື່ມ ກັບການຈັດສັນພື້ນທີ່ບ້ານໃໝ່ນັ້ນບໍ່ຄວນລືມເຂດສູນກາງເມືອງໃນເມື່ອວ່າມັນມີບົດບາດສຳຄັນຕໍ່ການ ພັດທະນາຊົນນະບົດ. ບາງທ່ານອາດຈະໃຫ້ຄຳເຫັນວ່າ ການປະຕິບັດການດ້ວຍຄຳໝັ້ນສັນຍາສູງ ແລະ ມີປະສິດທິຜົນຈະຮັບປະກັນເຮັດໃຫ້ສູນກາງເມືອງທັງໝົດມີການເຊື່ອມໂຍງຫາກັນໄດ້ເປັນຢ່າງດີ ແລະ ຈາກວິທີນີ້ເມືອງກໍ່ຈະເຮັດໜ້າທີ່ເປັນຈຸດສູນກາງການບໍລິການທົ່ວໄປ ແລະ ໂອກາດການສະໜອງ ຕະຫລາດ. |