A.5 | ||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||
ຄວາມສາມາດເຂົ້າເຖິງຂອງແຂວງ | ||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||
ການເຂົ້າເຖິງເຂດສູນກາງທາງດ້ານກາຍະພາກຖືເປັນປັດໃຈຕັດສິນສຳລັບການພັດທະນາຊົນນະບົດ ຍ້ອນວ່າສູນກາງເຫຼົ່ານີ້ບໍ່ພຽງແຕ່ສະໜອງໂອກາດດ້ານຕະຫລາດເທົ່ານັ້ນແຕ່ຫາກຍັງສະໜອງການ ເຂົ້າເຖິງການບໍລິການທົ່ວໄປນຳອີກດ້ວຍເຊັ່ນການຮັກສາສຸຂະພາບ ແລະ ການສຶກສາຊັ້ນສູງເປັນຕົ້ນ. ນອກເໜືອໄປກວ່ານັ້ນ, ພາຍໃຕ້ຂະບວນການແບ່ງຂັ້ນຄຸ້ມຄອງ, ຄວາມສະດວກໃນການເຂົ້າເຖິງສູນ ກາງແຂວງມີບົດບາດສຳຄັນເພີ້ມຂື້ນບໍ່ພຽງແຕ່ໃນວິທີທາງທີ່ປະຊາຊົນສາມາດໄປຮອດໄປເຖິງການ ບໍລິການດ້ານການບໍລິຫານ ແລະ ອື່ນໆ ທີ່ກ່ຽວຂ້ອງເທົ່ານັ້ນແຕ່ວິທີທາງບໍລິຫານງານຂອງແຂວງກໍ່ຍັງ ສາມາດໄປເຖິງປະຊາຊົນໄດ້ເຊັ່ນດຽວກັນ. ດ້ວຍເຫດນັ້ນຄວາມສາມາດເຂົ້າເຖິງຈຶ່ງມີອິດທິພົນ ຕໍ່ສັງຄົມ, ເສດຖະກິດ ແລະ ວັດທະນະທຳຂອງຊີວິດໃນຊົນນະບົດ. ຮູບແບບຄວາມສາມາດເຂົ້າເຖິງໄດ້ຮັບການພັດທະນະນາຂື້ນເພື່ອສະແດງອອກໃຫ້ເຫັນດ້ານປະລິມານ ແລະ ວາດພາບໃຫ້ເຫັນລະດັບແຕກຕ່າງຂອງຄວາມສາມາດເຂົ້າເຖິງໃນດ້ານເວລາເດີນທາງໄປເຖິງ ພື້ນຖານໂຄງລ່າງສຳຄັນທີ່ຕິດພັນກັບການພັດທະນາເສດຖະກິດສັງຄົມເປັນຕົ້ນວ່າເທດສະ ບານແຂວງ (ແຜນທີ່ A.5), ໃຈກາງເມືອງ (ແຜນທີ່ A.6), ໂຮງຮຽນ (ແຜນທີ່ D.2) ແລະ ສູນຮັກສາ ສຸຂະພາບ (ແຜນທີ່ E.1). ຮູບແບບອັນນີ້ພົວພັນເຖິງປັດໃຈຕ່າງໆ ທີ່ມີອິດທິພົນຕໍ່ເວລາຂອງການເດີນທາງຈາກ ສະຖານທີ່ໜຶ່ງໄປຫາສະຖານທີ່ອື່ນອີກ: ປະເພດ ແລະ ຄຸນນະພາບຂອງເສັ້ນທາງ, ເຂດພື້ນທີ່ທີ່ມີການເດີນທາງຕາມທາງຫລຸບໆໂນນໆ, ທາງນ້ຳ, ແລະ ໜ້າດິນຮາບພຽງ. ໂດຍການສົມມຸດ ຖານວ່າມີພາຫານະຂົນສົ່ງທີ່ດີສຸດ, ແລ້ວຈາກນັ້ນກໍ່ມາຄຳນວນເວລາໃຊ້ເດີນທາງ ເປັນນາທີໃນ ທົ່ວປະເທດ. ເຖິງຢ່າງໃດກໍ່ຕາມຈະຄິດອອກໃນໃຈໄດ້ວ່າບໍ່ແມ່ນໝົດທຸກຄົນໂດຍສະ ເພາະຜູ້ທຸກຍາກ ຈະເຂົ້າເຖິງພາຫານະຂົນສົ່ງທີ່ດີສຸດທີ່ມີນັ້ນໄດ້ເລື້ອຍໆ ໄປ. ເພາະສະນັ້ນບໍ່ຄວນຈະເຮັດໃຫ້ເກີດຄວາມ ສັບສົນລະຫວ່າງຄວາມສາມາດເຂົ້າເຖິງກັບການເຂົ້າເຖິງ. ເຖິງວ່າໃນທົດສະວັດຜ່ານມາຈະມີການປັບປຸງຢ່າງຫລວງຫຼາຍກໍ່ຕາມແຕ່ຮູບແບບໄລຍະແຈກຢາຍ ຄວາມສາມາດເຂົ້າເຖິງຂອງແຂວງສ່ອງແສງໃຫ້ເຫັນພູມີປະເທດທີ່ເປັນຫລຸບເປັນໂນນ ແລະ ພື້ນຖານ ໂຄງລ່າງຖະໜົນຫົນທາງໃນ ສປປ ລາວ ຍັງຢູ່ໃນລະດັບຫຍຸ້ງຍາກ. ຕາຕະລາງ 1 ສະແດງບອກ ອັດຕາສ່ວນຂອງປະເທດກວມເອົາໄລຍະເວລາສະເພາະທີ່ໃຊ້ໃນການເດີນທາງຈາກ ແລະ ໄປເຖິງ ເທດສະບານແຂວງ. ນອກເໜືອໄປກວ່ານັ້ນ ຕາຕະລາງຍັງໃຫ້ເຫັນການຄຳນວນຈຳນວນພົນລະເມືອງ ອາໃສຢູ່ພາຍໃນປະເພດພື້ນທີ່ເຫຼົ່ານີ້. ພວກເຮົາເຫັນວ່າອັດຕາສ່ວນພົນລະເມືອງອາໃສຢູ່ພາຍໃນເຂດພື້ນທີ່ໆ ສາມາດເຂົ້າເຖິງໄດ້ງ່າຍນັ້ນ ຂ້ອນຂ້າງມີສູງຫຼາຍ. ເກືອບເຄິ່ງໜຶ່ງ (47%) ຂອງພົນລະເມືອງລາວອາໃສຢູ່ໃນເຂດນັ້ນພຽງແຕ່ 7.8% ຂອງ ພື້ນທີ່ປະເທດທີ່ໃກ້ກັບເທດສະບານແຂວງໂດຍໃຊ້ເວລາບໍ່ເກີນໜຶ່ງຊົ່ວໂມງເພື່ອໄປເຖິງເທດສະບານ ແຂວງ. ອີກດ້ານໜື່ງ, ມີພື້ນທີ່ພຽງແຕ່ 56% ຂອງປະເທດເທົ່ານັ້ນທີ່ໃຊ້ເວລາເດີນທາງໄປເຖິງເທດ ສະບານແຂວງພາຍໃນ ຫຼື ຕ່ຳກວ່າ 5 ຊົ່ວໂມງ. ພື້ນທີ່ຫ່າງໄກສອກຫລີກເຫຼົ່ານີ້ອາດມີພົນລະເມືອງ ອາໃສຢູ່ໜ້ອຍດຽວ (ເບິ່ງແຜນທີ່ B.1 ແລະ B.2) ແຕ່ກໍ່ຍັງເປັນທີ່ຢູ່ອາໃສຂອງຈຳນວນພົນເຖິງ 12% ຂອງພົນລະເມືອງລາວທັງໝົດ. ເພາະສະນັ້ນ, ການເຂົ້າເຖິງ ຈາກເທດສະບານແຂວງໄປຫາ ການບໍລິການດ້ານການບໍລິຫານຂອງລັດຖະບານ ສຳລັບກຸ່ມປະຊາຊົນເຫຼົ່ານີ້ຂ້ອນຂ້າງຫຍຸ້ງຍາກ ແລະ ມີອັນຕະລາຍ ໂດຍທີ່ວ່າກຸ່ມປະຊາຊົນເຫຼົ່ານີ້ຂ້ອນຂ້າງຈະຖືກປະປ່ອຍໃຫ້ຢູ່ໃນຄວາມທຸກ ຍາກຫຼາຍ ຂື້ນ. ຍິ່ງໄປກວ່ານັ້ນ, ພົນລະເມືອງເຫຼົ່ານີ້ອາດຈະເປັນກຸ່ມທີ່ຢູ່ຫ່າງໄກສອກຫລີກເກີນກວ່ານະໂຍບາຍ ແລະ ໂອກາດຕະຫລາດຈະໄປເຖິງພວກເຂົາໄດ້.
|