![]() |
A.1 | |||
ພາບຖ່າຍ ສປປ ລາວ ຈາກອາວະກາດ | ||||
ແຜນທີ່ສະບັບນີ້ສະແດງພາບຖ່າຍທາງດາວທຽມທີ່ມີສີສັນໂດຍທຳມະຊາດຂອງ ສປປ ລາວ ແລະ ພື້ນທີ່ອ້ອມຮອບ. ພາບ NaturalVue 2000 ແມ່ນອີງໃສ່ Landsat7 ຊຸດພາບຖ່າຍທາງອາກາດມີ ການດັດປັບສີແບບຫລາກຫຼາຍ ແລະ ສີທີ່ມີລັກສະນະດຸ່ນດ່ຽງກັນ. ພາບ NaturalVue 2000 ແມ່ນ ໄດ້ມາຈາກໂຄງການຂອງ GeoCover Ortho 2000 ສຳລັບການບໍລິຫານການເດີນອາກາດ ແລະ ອາວະກາດ ແຫ່ງຊາດຂອງອາເມລິກາ (NASA) ແລະ ແມ່ນຜະລິດພັນເຄື່ອງໝາຍການຄ້າຈາກບໍລິສັດ ທໍລະ ນີສາດດາວທຽມ. ພາບນີ້ສະແດງປະເພດພື້ນຖານຊະນິດການປົກຄຸມໜ້າດິນ. ປ່າໄມ້ຕຶບໜາ, ຂຽວຊະອຸ່ມຕະຫລອດ ການປົກຄຸມເປັນຮົ່ມເງົາສະແດງເຖິງປ່າຂຽວຊະອຸ່ມ; ສີຂຽວອ່ອນເທົ່າໃດຄວາມແໜ້ນໜາຂອງວັດຖຸທີ່ໄດ້ມາຈາກທຳມະຊາດກໍ່ຍິງຫຼຸດລົງ; ສີເຫລືອງສະແດງບອກພື້ນທີ່ກະສິກຳສ່ວນໃຫຍ່ (ຫຼື ໃນບາງພື້ນທີ່ ກໍ່ ສະແດງບອກເຖິງປ່າໄມ້ປ່ຽນໃບປີລະເທື່ອ); ສີນ້ຳຕານອ່ອນຊີ້ບອກດິນເປົ່າຫວ່າງ ຫຼື ຫີນ (ເຊັ່ນ ການກໍ່ ຕົວຂອງຫີນປູນໃນພາກກາງຂອງ ສປປ ລາວ, ແຕ່ ຍັງຊີ້ບອກ ເຖິງທົ່ງນາເຂົ້າໄຟໄໝ້ໃນພາກຕາເວັນຕົກ ສ່ຽງເໜືອຂອງລາຊະອານາຈັກໄທ), ສີຟ້າສະແດງບອກເຂດພື້ນທີ່ຊົນລະປະທານ (ເຊັ່ນ ເຂດພູພຽງ ໂຄລາດ ຫຼື ເຂດອ້ອມຂ້າງນະຄອນຫລວງຮາໂນ່ຍ) ແລະ ສີຟ້າແກ່ຊີ້ບອກເຖິງເຂດນ້ຳ. ພາບຖ່າຍທາງດາວທຽມສະແດງໃຫ້ເຫັນຈຸດເດັ່ນຂອງການເຕີບໂຕຂອງພົນລະເມືອງ ແລະ ເສດຖະກິດ ທີ່ບໍ່ໄດ້ຮັບການປະເມີນໃນສາມທົດສະວັດຜ່ານມາໄດ້ປະຮ່ອງຮອຍໄວ້ໃນເຂດພື້ນທີ່ແມ່ນ້ຳຂອງຕອນ ລຸ່ມນັ້ນຄືແນວໃດ. ການສູນເສຍເນື້ອທີ່ປ່າໄມ້ໃນຂອບເຂດອັນກວ້າງໃຫຍ່ໄພສານ ແລະ ການປ່ຽນແປງ ການ ປົກຄຸມໜ້າດິນໃນເວລາອັນໄວເຮັດໃຫ້ເນື້ອທີ່ອັນກວ້າງໃຫຍ່ຂອງ ປ່າໄມ້ດັ້ງເດີມໃນປະເທດ ພັດທະນາຫຼາຍກວ່າຄືປະເທດໄທ ແລະ ຫວຽດນາມ ແລະ ໃນແຂວງຢຸນນານ ປະເທດຈີນຫລຸດໜ້ອຍ ຖອຍລົງ. ເຖິງຢ່າງໃດກໍ່ຕາມ, ສອງປະເທດກຳລັງພັດທະນາໃນສູນກາງຂອງ ຂົງ ເຂດນີ້ຄືປະເທດ ກຳປູເຈຍ ແລະ ສປປ ລາວ ຍັງປະກອບໄປດ້ວຍແຫລ່ງຊັັບພະຍາກອນປ່າໄມ້ ແລະ ວັດຖຸທີ່ໄດ້ມາຈາກທຳມະຊາດທີ່ມີຄຸນນະພາບບໍ່ໜ້ອຍໜ້າກັນ. ບັນຫານີ້ເຫັນໄດ້ຊັດເຈນຢູ່ໃນເລາະລຽບຊາຍ ແດນ ຂອງໄທກັບ ລາວ ແລະ ກຳປູເຈຍ ໃນຂະນະທີ່ພື້ນທີ່ສ່ວນໃຫຍ່ຂອງພູພຽງໂຄລາດໃນປະເທດໄທເປັນສີເຫລືອງ - ສີຟ້າອ່ອນ, ຊຶ່ງແມ່ນພື້ນທີ່ຖັດກັບຊາຍແດນຂອງ ສປປ ລາວ ແລະ ກຳປູເຈຍກໍ່ຍັງສະແດງໃຫ້ເຫັນ ຈຳນວນຊີວະມວນສານໄມ້ທີ່ມີຄວາມໝາຍສຳຄັນ. ຄວາມບໍ່ເທົ່າທຽມກັນຂອງການ ພັດທະນາລະ ຫວ່າງກຳປູເຈຍ ແລະ ສປປ ລາວ ຢູ່ໃນສູນກາງຂອງເຂດພາກພື້ນ ແລະ ໃນປະເທດອ້ອມຂ້າງຂອງໄທ, ຫວຽດນາມ ແລະ ຈີນປະກົດໃຫ້ເຫັນໄດ້ຈາກ ການເພິ່ງພາອາໃສ ຂອງປະເທດທຸກຍາກກວ່າຕໍ່ ປະເທດເພື່ອນບ້ານໃກ້ຄຽງທີ່ຮັ່ງມີກວ່າ. ເຖິງຢ່າງໃດກໍ່ຕາມມັນເປັນຄວາມຈິງທີ່ວ່າຊັບພະຍາກອນ ດິນທີ່ມີເຫລືອຢູ່ນັ້ນເຫັນວ່າມີຜົນກະທົບດ້ານລົບໃນລະດັບອັນແນ່ນອນໃດໜື່ງ. ການເປີດເສດຖະກິດ ຂອງກຳປູເຈຍ ແລະ ສປປ ລາວ ທີ່ກຳລັງດຳເນີນຢູ່ບວກກັບການເຕີບໂຕຂອງເສດຖະກິດໃນທົ່ວເຂດ ພາກພື້ນເພີ່ມທະວີຄວາມກົດດັນຕໍ່ແຫລ່ງຊັບພະຍາກອນທຳມະຊາດຢູ່ໃນຂົງເຂດໃຈກາງຂອງພາກ ພື້ນນີ້ຢ່າງບໍ່ຢຸດຢັ້ງ. ໃນສະພາບການທີ່ມີລັກສະນະສະເພາະ ແລະ ເຄື່ອນເໜັງຂອງພາກພື້ນຄືແນວນີ້, ຂໍ້ມູນຊັບພະຍາກອນ ທຳມະຊາດ ປະຈຸບັນ ແລະ ຊັດເຈນພ້ອມດ້ວຍຄຸນລັກສະນະເສດຖະກິດ-ສັງຄົມ ແລະ ການພັດທະນາ ຍິ່ງມີຄວາມສຳຄັນຫຼາຍກວ່າແຕ່ກ່ອນ ເພື່ອສະໜັບສະໜຸນນະໂຍບາຍໃຊ້ເປັນ ເຄື່ອງມືການພັດທະນາ ແບບຍືນຍົງ ໃນ ສປປ ລາວ ແລະ ໃນທົ່ວເຂດພາກພື້ນ. ໃນປະຈຸບັນນີ້ ຊະນິດຂໍ້ມູນຕ່າງໆກ່ຽວກັບສິ່ງ ແວດລ້ອມສາມາດເຂົ້າເຖິງ ແລະ ນຳໃຊ້ໄດ້ງ່າຍ ຍ້ອນມີຂໍ້ມູນຢ່າງຫລວງຫຼາຍຈາກການສັງເກດໂລກ. ໃນການປຸງແຕ່ງ, ການວິໄຈ ແລະ ການສ້າງມະໂນພາບຂໍ້ມູນຫລ້າສຸດແຫ່ງຊາດນັ້ນ, ປື້ມແຜນທີ່ຊຸດ ປະຈຸບັນຫວັງວ່າຈະປະກອບສ່ວນຕໍ່ຄວາມຮູ້ທີ່ມີກ່ຽວກັບຄຸນລັກສະນະເສດຖະກິດ-ສັງຄົມໃນປະຈຸບັນ ແລະ ຈາກນັ້ນ ກໍ່ຈະສະໜັບສະໜຸນໃຫ້ແກ່ການກຳນົດໂອກາດ ແລະ ສິ່ງທ້າທາຍຂອງການພັດທະນາທີ່ກ່ຽວຂ້ອງສຳລັບ ສປປ ລາວ ໃນສະພາບເງື່ອນໄຂຂອງເຂດພາກພື້ນ. |